ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ກ່າວ​ວ່າ ຕົນ​ໄດ້​ສົ່ງ​ດາວ​ທຽມ​ສອດ​ແນມ ຂຶ້ນ​ສູ່​ວົງ​ໂຄ​ຈອນ ​ດ້ວຍ​ຄວາມ​ສຳ​ເລັດ​


ຈໍ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ ລາຍ​ງານ​ການ​ສົ່ງ​ດາວ​ທຽມ​ສອດ​ແນມ ​ຂອງ​ເກົາ​ຫຼີ​ເໜືອ ຂຶ້ນ​ສູ່​ວົງ​ໂຄ​ຈອນ ໃນ​ຄວາມ​ພະ​ຍາ​ຍາມຄັ້ງ​ທີ 3 ໃນ​ປີນີ້ ລະ​ຫວ່າງ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນແຫ່ງ​ນຶ່ງ ຢູ່​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 22 ພະ​ຈິກ 2023.
ຈໍ​ໂທ​ລະ​ພາບ ສະ​ແດງ​ໃຫ້​ເຫັນ ລາຍ​ງານ​ການ​ສົ່ງ​ດາວ​ທຽມ​ສອດ​ແນມ ​ຂອງ​ເກົາ​ຫຼີ​ເໜືອ ຂຶ້ນ​ສູ່​ວົງ​ໂຄ​ຈອນ ໃນ​ຄວາມ​ພະ​ຍາ​ຍາມຄັ້ງ​ທີ 3 ໃນ​ປີນີ້ ລະ​ຫວ່າງ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນແຫ່ງ​ນຶ່ງ ຢູ່​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 22 ພະ​ຈິກ 2023.

ເກົາ​ຫຼີ​ເໜືອ​ກ່າວ​ວ່າ ຕົນ​ສາ​ມາດສົ່ງ​ດາວ​ທຽມ​ສອດ​ແນມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ໄດ້​ສຳ​ເລັດເປັນ​ເທື່ອ​ທຳ​ອິດ ໃນ​ແລງວັນ​ອັງ​ຄານ​ທີ່​ຜ່ານ​ມາ ແລະ​ປະ​ກາດ​ວ່າ ຈະ​ສົ່ງ​ດາວ​ທຽມ​ຂຶ້ນ​ຕື່ມ​ອີກ​ຫຼາຍ​ໜ່ວຍ “ໃນ​ໄລ​ຍະ​ອີກ​ບໍ່​ດົນ​ນີ້.” ດາວ​ທຽມ​ເຫຼົ່າ​ນີ້ ​ອາດ​ຈະ​ອຳ​ນວຍ​ໃຫ້​ເກົາ​ຫຼີ​ເໜືອ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ ​ຂອງ​ສະ​ຫະ​ລັດແລະ​ເກົາ​ຫຼີ​ໃຕ້​ ດັ່ງ​ທີ່​ບິ​ລ ກາ​ລ​ໂລ​ ມີ​ລາຍ​ງານ​ຈາກ​ໂຊ​ລ ຊຶ່ງ​ໄພ​ສານຈະ​ນຳ​ເອົາ​ລາຍ​ລະ​ອຽດ ​ມາ​ສະ​ເໜີ​ທ່​ານ ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແມ່ນ​ເປັນ​ຜູ້​ກຳ​ກັບ​ນຳ​ການ​ຍິງ​ສົ່ງ ດາວ​ທຽມ​ສອດ​ແນມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ຊຶ່ງ​ອົງ​ການ​ຂ່າວ​ຂອງ​ທາງ​ການ ເກົາ​ຫຼີ​ເໜືອກ່າວ​ວ່າ ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ.

ທ່ານ​ກິມ ຕ້ອງ​ການ​ຢາກໃຫ້​ມີ​ດາວ​ທຽມ​ສອດ​ແນມ ​ຫຼາຍໆ​ໜ່ວຍ ເພື່ອ​ຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຂອງ​ສະ​ຫະ​ລັດ ແລະ​ພັນ​ທະ​ມິດ​ຢູ່​ໃນ​ຂົງ​ເຂດ ແຕ່ ນັ້ນ​ຈະ​ຂຶ້ນ​ຢູ່​ກັບ​ຈຳ​ນວນ ແລະ​ຄຸນ​ນະ​ພາບ​ຂອງ​ຮູບ ທີ່​ດາວ​ທຽມ​ເຫຼົ່າ​ນັ້​ນ​ສາ​ມາດ​ຖ່າຍ​ເອົ​າ.

ໃນ​ຕົ້ນ​ປີນີ້ ​ກອງ​ທັບເກົາ​ຫຼີ​ໃຕ້​ໄດ້​ຄົ້ນ​ພົບ​ຊິ້ນ​ສ່ວນ​ຂອງ​ດາວ​ທຽມ​ເກົາ​ຫຼີ​ເໜືອ​ທີ່​ໄດ້​ຕົກ​ລົງ​ໃສ່​ທະ​ເລ. ເກົາ​ຫຼີ​ໃຕ້​ກ່າວ​ວ່າ ​ອຸບ​ປະ​ກອນ​ເຫຼົ່າ​ນັ້ນ “ບໍ່​ມີ​ຄຸນ​ນະ​ປະ​ໂຫຍດເລີຍ” ແຕ່​ມັນ​ກໍ​ຍັງ​ເປັນ​ທີ່​ຖົກ​ຖຽງ​ກັນ​ຢູ່ ນັ້ນ​ຄື​ຄຳ​ເວົ້າ​ຂອງນັກ​ວິ​ເຄາະ ​ທຽນ​ແຣນ ຊູ (Tianran Xu) ຈາກ​ເຄືອ​ຂ່າຍ​ເປີດກວ້າງ​ນິວ​ເຄ​ລຍ ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ:

“​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ເຖິງ​ແມ່ນ​ມັນ​ເປັນ​ພຽງ​ດາວ​ທຽມ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ຂັ້ນ​ພື້ນ​ຖານ​ກໍ​ຕາມ ມັນ​ອາດ​ເປັນ​ບາດ​ກ້າວ​ທຳ​ອິດ ຫຼື​ອາດ​ສາ​ມາດປັບ​ປຸງ​ໃຫ້​ການ​ຮັບ​ຮູ້​ສະ​ຖາ​ນະ​ການ​ຂອງ​ເກົາ​ຫຼີ​ເໜືອ​ດີ​ຂຶ້ນ.”

North Korea Says Spy Satellite Successfully Launched
please wait

No media source currently available

0:00 0:01:51 0:00

ແຕ່​ແນວ​ໃດ​ກໍ​ຕາມ ການ​ຍິງ​ສົ່ງ​ໃນ​ວັນ​ອັ​ງ​ຄານ​ແລ້ວ ແມ່ນ​ໄດ້​ມີ​ການ​ຄາດກັນ​ໄວ້​ກ່ອນ​ແລ້ວ ຈຶ່ງ​ໄດ້​ພາ​ໃຫ້​ມີ​ການກຽມ​ພ້ອມໃນ​ທັນ​ທີ ແລະການ​ເຕືອນໄພ ​ໃຫ້​ຍົກ​ຍ້າຍປະ​ຊາ​ຊົນ​ເປັນ​ເວ​ລາ​ສັ້ນໆ ຢູ່​ໃນ​ພາກ​ໃຕ້​ຂອງ​ຍີ່​ປຸ່ນ​.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ໄດ້​ປະ​ນາມ ​ການ​ເຄື່ອນ​ໄຫວ​ຂອງ​ເກົາ​ຫຼີ​ເໜືອ.

ທ່ານ​ກິ​ຊິ​ດະ ກ່າວ​ວ່າ ເຖິງ​ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ສົ່ງ​ດາວ​ທຽມ​ກໍ​ຈິງ​ຢູ່ ແຕ່ການ​ໃຊ້​ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແມ່ນ​ຈະ​ແຈ້ງ ເປັນ​ການ​ລ່ວ​ງ​ລະ​ເມີດ​ຕໍ່​ມະ​ຕິ​ຕ່າງໆ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ນອກນັ້​ນ ມັນ​ຍັງ​ເປັນ​ເລື້ອງຮ້າຍ​ແຮງ ທີ່​ໄດ້​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນຢ່າງ​ໃຫຍ່​ຫຼວງ ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ພວກ​ເຮົາ.”

ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ ພວມ​ຢູ່​ໃນ​ລະ​ຫວ່າງ ​ການ​ຢ້ຽມ​ຢາມປະ​ເທດ​ອັງ​ກິດ​ຢ່າງ​ເປັນ​ທາງ​ການ. ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ສົ່ງ​ດັ່ງ​ກ່າວ ທ່ານ​ຢູນ​ໄດ້​ໃຫ້​ການ​ອະ​ນຸ​ມັດ ​ຕໍ່ການ​ໂຈະຂໍ້​ຕົກ​ລົງ​ທາງ​ທະ​ຫານ​ເປັນ​ບາງ​ສ່ວນ ​ລະ​ຫວ່າງ​ສອງ​ເກົາ​ຫຼີ.

ຂໍ້​ຕົກ​ລົງ​ປີ 2018 ໄດ້​ມີ​ການ​ລົງ​ນາມ​ກັນ ໃນ​ຊ່ວງ​ໄລ​ຍະ​ເວ​ລາ​ທີ່​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດລະ​ຫວ່າງສອງ​ເກົາ​ຫຼີ​ແມ່ນ​ດີ​ແບບ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ.

ແຕ່​ຄວາມ​ສຳ​ພັນທາງ​ການ​ທູດນັ້ນ ​ກໍ​ຢູ່​ໄດ້​ບໍ່​ດົນ. ເກົາ​ຫຼີ​ເໜືອ ໃນ​ເວ​ລາຕໍ່​ມາ​ກໍ​ເລີ້ມ​ທຳ​ການ​ທ້າ​ທາຍ​ທາ​ງ​ທະ​ຫານ​ຄືນ​ໃໝ່ ຮວມ​ທັງ​ການ​ທົດ​ລອງ​ອາ​ວຸດ ​ທີ່​ສຳ​ຄັນໆ.

ການ​ຍິງ​ສົ່ງ​ດາວ​ທຽມ​ຕື່ມ​ ກໍ​ພວມ​ຈະ​ມີ​ຂຶ້ນໃນ​ອີກບໍ່​ດົນ ​ເທື່ອນີ້​ແມ່ນ​ຈາກ​ຝ່າຍ​ເກົາ​ຫຼີ​ໃຕ້. ໃນ​ທາຍ​ເດືອນນີ້ ເກົາ​ຫຼີ​ໃຕ້​ມີ​ແຜນ​ການ​ທີ່​ຈະ​ສົ່ງ​ດາວ​ທຽມສອດ​ແນມໜ່ວຍ​ທຳ​ອິດ ທີ່​ສ້າງ​ຂຶ້ນ​ພາຍ​ໃນ​ປະ​ເທດ ໂດຍ​ຈະ​ໃຊ້​ຈະ​ຫຼວດ​ຂອງ​ບໍ​ລິ​ສັດ SpaceX.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG