ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​​ສຫລ ​ວ່າ ອີກບໍ່​ເທົ່າ​ໃດ​ເດືອນ​ ເກົາຫຼີ​ເໜືອ​ ອາດສາມາດ​ ໂຈມ​ຕີ ​ສຫລ ໄດ້


ທ່ານ Mike Pompeo ອໍາ​ນວຍ​ການ​ຂອງ​ອົງການ​ສືບ​ລັບ CIA ກ່າວ​ຕໍ່ກອງ​ປະຊຸມສຸດຍອດ ຂອງມູນນິທິດ້ານການປ້ອງກັນ ຄວາມໝັ້ນຄົງ ຂອງປະຊາທິໄປໄຕຂອງຊາດ ທີ່ນະຄອນຫລວງ​ວໍ​ຊິງ​ຕັນ​​ໃນ​ວັນ​ພະຫັດ​ທີ 19 ຕຸລາ, 2017.
ທ່ານ Mike Pompeo ອໍາ​ນວຍ​ການ​ຂອງ​ອົງການ​ສືບ​ລັບ CIA ກ່າວ​ຕໍ່ກອງ​ປະຊຸມສຸດຍອດ ຂອງມູນນິທິດ້ານການປ້ອງກັນ ຄວາມໝັ້ນຄົງ ຂອງປະຊາທິໄປໄຕຂອງຊາດ ທີ່ນະຄອນຫລວງ​ວໍ​ຊິງ​ຕັນ​​ໃນ​ວັນ​ພະຫັດ​ທີ 19 ຕຸລາ, 2017.

ອີງ​ຕາມ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ສະຫະລັດ​ສອງ​ຄົນ ​ເກົາຫລີ​ເໜືອມີທ່າທາງ​ວ່າ ຍັງ
ພຽງ​ແຕ່​ບໍ່​ເທົ່າ​ໃດ​ເດືອນ​ເທົ່າ​ນັ້ນ ກໍ​ຈະ​ມີຄວາມສາມາດ​ໂຈມ​ຕີ​ສະຫະລັດໄດ້ດ້ວຍ​
ລູກ​ສອນໄຟ​ຂີ​ປະ​ນາ​ວຸດ​ຕິດ​ຫົວລະເບດ​ນີວ​ເຄລຍ​ແລ້ວ.

ທ່ານ Mike Pompeo ອໍາ​ນວຍ​ການ​ຂອງ​ອົງການ​ສືບ​ລັບ CIA ກ່າວ​ຕໍ່ກອງ​ປະຊຸມນຶ່ງ
ຢູ່ນະຄອນຫລວງ​ວໍ​ຊິງ​ຕັນໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ "ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ
​ເຊິ່ງ" ຕໍ່ການ​ນາບ​ຂູ່​ທີ່​ເພີ່ມຄວາມຮ້າຍແຮງຂຶ້ນ​ໄປ​ເລື້ອຍໆ ຈາກ​ເກົາຫລີ​ເໜືອ ​ແລະ
​ຄວາມ​ເປັນ​ໄປ​ໄດ້​ທີ່​ປະ​ເທດ​ດັ່ງກ່າວ ຈະກໍ່​ໃຫ້​ເກີດການ​ແຂ່ງຂັນດ້ານ​ອາວຸດ​ນີວ​ເຄລຍ
ຢູ່ທົ່ວ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ.

"ພວກ​ເຮົາ​ຄວນ​ປະຕິ​ບັດ​ຕົນຄື​ກັບ​ວ່າ ພວກ​ເຮົາ​ຢູ່​ເໜືອພວກ​ເຂົາ​ໃນ​ການ​ບັນລຸ​ຈຸດປະສົງ
ອັນ​ນັ້ນ," ທ່ານ Pompeo ໃຫ້ຄວາມເຫັນດັ່ງກ່າວ ໃນ​ເວລາ​ທີ່​ຖືກ​ຖາມ ​ກ່ຽວກັບ​ການ
ສືບຕໍ່​ດໍາ​ເນີນການຂອງ​ພຽງຢາງ ​ໃນ​ດ້ານ​ເທັກ​ໂນ​ໂລ​ຈີ ທີ່​ຈະສາມາດຍິງ​ລູກ​ສອນ​ໄຟ​ທີ່
​ຕິດຫົວລະເບີດ​ນີວ​ເຄລຍ ​ໃສ່ເປົ້າໝາຍຕ່າງໆ ​ໃນ​ສະຫະລັດ​.

ທ່າ​ນກ່າວ​ເພີ້ມອີກວ່າ "ພວກ​ເຂົາ​ກ້າວ​ໄປ​ໄກ​ຫລາຍ​ໃນ​ເລື່ອງ​ນີ້ ບັດ​ນີ້ ບັນຫາ​ກໍ​ມີ​ແຕ່ວ່າ
ຄິດ​ກ່ຽວກັບ​ວ່າ ຈ​ະເຮັດ​ແນວ​ໃດ ​ເພື່ອ​ຢຸດຕິ​ຂັ້ນຕອນ​ສຸດ​ທ້າຍ​ນັ້ນ​ໄວ້?'"

ນາຍ​ພົນ H.R. McMaster, ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງ​ຂອງ​ສະຫະລັດ ​ເວົ້າ​ໃນເວລາ
​ຕໍ່ມາໃນ​ວັນ​ພະຫັດ​ວານ​ນີ້ ​ເຊັ່ນ​ກັນວ່າ ວໍ​ຊິງ​ຕັນ​ກໍາລັງ​ຂ້ຽວ​ແກ້​ໄຂ​ສະຖານະ​ການ​ດັ່ງກ່າວ
ໂດຍບໍ່ເຖິງຂັ້ນ​ທີ່​ຈະ​ຕ້ອງ​ໃຊ້​ກໍາລັງທະຫານ.

ທ່ານ McMaster ​ເວົ້າຢູ່​ໃນ​ກອງ​ປະຊຸມ​ດຽວກັນ​ວ່າ "ພວກ​ເຮົາ​ຍັງ​ມີ​ເວລາ​ຢູ່ ​ແຕ່​ວ່າ ພວກ
ເຮົາ​ກໍ​ບໍ່ມີ​ເວ​ລາ​ເຫລືອ​ຢູ່​ຫລາຍ​ປານ​ໃດ." "ການ​ຍອມຮັບ​ ​ແລະ​ການ​ຢັບຢັ້ງ ​ແມ່ນ​ເປັນ
​ເລື່ອງຮັບ​ເອົາ​ບໍ່​ໄດ້."

ຄໍາ​ເຫັນ​ຂອງ​ທ່ານ Pompeo ​ແລະ​ທ່ານ McMaster ​ແມ່ນ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ
​ຕຶງ​ລະຫວ່າງ​ສະຫະລັດ ​ແລະເກົາຫລີ​ເໜືອ ​ໄດ້ເພີ້ມຂຶ້ນຢ່າງ​ສະໝໍ່າສະ​ເໝີ ພາຍຫລັງ​ທີ່ມີ​
ການທົດ​ລອງ​ອາວຸດ​ນີວ​ເຄລຍ​ໃນ​ເດືອນ​ແລ້ວນີ້ຊຶ່ງ​ລວມທັງໝົດເປັນ​ການ​ທົດ​ລອງ​ອາວຸດ
​ນີວ​ເຄລຍ ຄັ້ງທີ​ຫົກ​ແລ້ວ ​ແລະກໍ​ເປັນການ​ທົດ​ລອງ ສິ່ງ​ທີ່ພວກ​ເຈົ້າໜ້າທີ່​ສືບ​ລັບ​ປະ​ເມີນ
​ວ່າ ​ເປັນລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ທີ່​ຍິງໄດ້ໃນ​ໄລຍະ​ປານ​ກາງ ​ແລະ​ໄລຍະ​ໄກ ​ຢ່າງ​ລຽນ
ຕິດ​ລຽນຕໍ່ກັນ.

​ແຕ່​ ​ເຖິງ​ແມ່ນໄດ້ມີການເຕືອນ​ວ່າ ເກົາຫລີ​ເໜືອ ​ຍັງ​ຕ້ອງການເວລາອີກ​ບໍ່ພໍ​ເທົ່າ​ໃດ​ເດືອນ​
ກໍ​ຈະ​ສາມາດ​ຍິງ​ມາ​ໃສ່​ສະຫະລັດ​ໄດ້ ທ່ານ Pompeo ຫົວໜ້າ​ຂອງອົງການ CIA ​ກໍໄດ້
ກ່າວຢ່າງລະມັດລະວັງ​ວ່າ ​ໄພ​ນາບຂູ່ຈາກ​ອາວຸດ​ນີວ​ເຄລຍ ຂອງເກົາຫລີ​ເໜືອ “​ໃຫຍ່” ​
ປານ​ໃດ​ເທົ່າ​ນັ້ນ ​ແລະ​ພຽງຢາງ​ຈະ​ສາມາດ​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ຕິດລະເບີດ
ນີວ​ເຄລຍຫຼາຍຫົວ​ ໄປ​ໃສ່​ເປົ້າໝາຍຕ່າງໆ ໄດ້​ຫລືບໍ່.

ທ່ານ Pompeo ກ່າວວ່າ "ຈະ​ມີ​ຄວາມ​ສ່ຽງຢູ່ສະເໝີ. ການ​ສືບ​ລັບ ​ບໍ່ຖືກຕ້ອງສົມບູນ
​ແບ​ບ." ໂດຍ​ໄດ້​ເວົ້າເພີ້ມອີກ​ວ່າ ມີ​ຫລັກ​ຖານ​ວ່າ ພຽງຢາງ​ອາດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ
ຈາກ​ອີ ຣ່ານ, ຊຶ່ງໝາຍ​ເຖິງ "ມີ​ການ​ພົວພັນ​ດ້ານ​ອາວຸດ​ແບບ​ທໍາ​ມະ​ດາ​ຢ່າງ​ເລິກ​ເຊິ່ງ ລະ
ຫວ່າງສອງ​ປະ​ເທດ​ດັ່ງກ່າວ."

ທ່ານ​ຍັງ​ເຕືອນ​ອີກ​ວ່າ​ການ ທົດ​ລອງ​ອາວຸດ​ນີວ​ເຄລຍຂອງ​ເກົາຫລີ​ເໜືອໃນ​ແຕ່ລະຄັ້ງ
​ແມ່ນ​ເຮັດ​ໃຫ້​ມີ​ການ​ແຂ່ງຂັນອາວຸດ ມີຄວາມເປັນ​ໄປ​ໄດ້​ກວ່າ​ເວລາ​ໃດໝົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

US Intelligence: North Korea Nuclear
please wait

No media source currently available

0:00 0:01:28 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG