ເກົາຫຼີເໜືອ ພວມສະເຫຼີມສະຫຼອງ ວັນຄົບຮອບວັນເກີດຂອງ
ມື້ລາງ ຜູ້ກໍ່ຕັ້ງປະເທດ ທ່ານ Kim Il Sung ໃນຂະນະທີ່ ບັນດາ
ກຸ່ມປົກປ້ອງສິດທິມະນຸດຕ່າງໆ ຮຽກຮ້ອງໃຫ້ທ່ານ Kim Jong
Un ຫລານຊາຍຂອງທ່ານ ຊຶ່ງເປັນຜູ້ນຳປະເທດໃນປັດຈຸບັນ
ໃຫ້ໃຊ້ວາລະໂອກາດນີ້ ເພື່ອຢຸດຕິການລະເມີດຕ່າງໆ ທີ່ແຜ່
ລາມຢູ່ນັ້ນ.
ທ່ານ Kim Jong Un ພ້ອມດ້ວຍ ບັນດາເຈົ້າໜ້າທີ່ອະວຸໂສ
ຂອງທະຫານ ທີ່ໄດ້ໄປຮ່ວມ ພາກັນເດີນທາງໄປຢ້ຽມຢາມ
ອະນຸສາວະລີບັນຈຸສົບ ພໍ່ປູ່ຂອງທ່ານ Kim ທີ່ຈະມີອາຍຸຄົບ
103 ປີ ຖ້າຜູ້ກ່ຽວຍັງມີຊີວິດຢູ່ ໃນວັນພຸດມື້ນີ້ ທີ່ນະຄອນຫລວງພຽງຢາງ.
ອົງການຂ່າວສູນກາງຂອງທາງການເກົາຫຼີ ໄດ້ລາຍງານວ່າ “ທ່ານ Kim ພ້ອມກັບບັນດາ
ຜູ້ໄປຢ້ຽມຢາມ ໄດ້ສະແດງຄວາມຈົ່ງຮັກພັກດີ ຕໍ່ ມື້ລາງທ່ານ Kim Il Sung ດ້ວຍຄວາມເຄົາລົບນັບຖືບູຊາ.” ນອກນັ້ນ ອົງການຂ່າວສູນກາງ ຍັງລາຍງານອີກວ່າ ທ່ານ
Kim ຍັງໄດ້ໄປຢ້ຽມຢາມສົບ ທ່ານ Kim Jong Il ມື້ລາງບິດາຂອງທ່ານ ຊຶ່ງເປັນອະດີດ
ຜູ້ນຳປະເທດເຊັ່ນກັນ.
ພວງດອກກ້ວຍໄມ້ເປັນກອງ ທີ່ເອີ້ນວ່າ Kimilsungia ຊຶ່ງເປັນພັນປະສົມສີມ່ວງ ທີ່ໄດ້ຖືກ
ຕັ້ງໃຫ້ເປັນຊື່ ຂອງຜູ້ກໍ່ຕັ້ງປະເທດນັ້ນ ໄດ້ຖືກນຳໄປວາງສະແດງ ຢ່າງມະໂຫລານ ເພື່ອເປັນ ຄວາມຊົງຈຳ ຢູ່ສະຖານທີ່ ທີ່ສຳຄັນໆ ໃນທົ່ວພຽງຢາງ.
ວັນເກີດທ່ານ Kim Il Sung ທີ່ຮູ້ກັນໂດຍທົ່ວໄປ ຄື ວັນຂອງຕາເວັນ ແມ່ນວັນພັກທີ່ສຳຄັນ
ໃນເກົາຫຼີເໜືອ ບ່ອນທີ່ລັດຖະບານ ໄດ້ພະຍາຍາມ ທີ່ຈະລັດທິບູຊາບຸກຄົນ ຫ້ອມລ້ອມ
ສະກຸນ Kim.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ແມ່ນນຳໃຊ້ວັນຄົບຮອບດັ່ງກ່າວ ເພື່ອ
ຢ້ຳເຕືອນໂລກເຖິງ “ມູນເຊື້ອດ້ານສິດທິມະນຸດ ທີ່ໂຫດຮ້າຍອັນແທ້ຈິງ” ຂອງລັດຖະບານ ຜະເດັດການ ທີ່ສ້າງຕັ້ງຂຶ້ນໂດຍ Kim Il Sung.
North Korea is celebrating the birth anniversary of its late founder, Kim Il Sung, while rights groups are urging his grandson, current leader Kim Jong Un, to use the occasion to end rampant abuses.
Kim Jong Un, joined by senior military officials, made a midnight visit to a Pyongyang mausoleum that holds the embalmed body of his grandfather, who would have turned 103 on Wednesday.
"He, together with the visitors, paid homage to Kim Il Sung in the humblest reverence," reported the Korean Central News Agency. Mr. Kim also visited the preserved body of his father, ex-leader Kim Jong Il, the report said.
Bunches of the so-called Kimilsungia flower, a hybrid purple orchid named after the founding leader, were displayed at extravagant memorials in prominent locations across Pyongyang.
Kim Il Sung's birthday, known as the Day of the Sun, is a major national holiday in North Korea, where the government has tried to create a cult of personality around the Kim dynasty.
Human Rights Watch is using the anniversary to remind the world of the "truly horrific human rights legacy" of the authoritarian government created by Kim Il Sung.