ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ກຸມພາ ໒໐໒໕

ການ​ແຊ​ກ​ແຊງ​ດ້ວຍ GPS ແລະ ບາລລູນຂອງ ເກົາຫຼີເໜືອ ເພີ້ມຄວາມສ່ຽງຕໍ່ສາຍການບິນ


ແຟ້ມຮູບ-ບາລລູນໜ່ວຍນຶ່ງທີ່ເຊື່ອວ່າ ຖືກສົ່ງມາໂດຍ ເກົາຫຼີເໜືອ, ໄດ້ນໍາເອົາຊິ້ນສ່ວນຕ່າງໆລວມທັງອັນທີ່ປາກົດວ່າແມ່ນຂີ້ເຫຍື້ອ ແລະອາຈົມ, ພົບເຫັນ ໃນຂະນະທີ່ມັນຕົກລົງໃນທົ່ງນາຂອງເມືອງເຊວອນ, ເກົາຫຼີໃຕ້, ວັນທີ 29 ພຶດສະພາ 2024. (Yonhap via Reuters)
ແຟ້ມຮູບ-ບາລລູນໜ່ວຍນຶ່ງທີ່ເຊື່ອວ່າ ຖືກສົ່ງມາໂດຍ ເກົາຫຼີເໜືອ, ໄດ້ນໍາເອົາຊິ້ນສ່ວນຕ່າງໆລວມທັງອັນທີ່ປາກົດວ່າແມ່ນຂີ້ເຫຍື້ອ ແລະອາຈົມ, ພົບເຫັນ ໃນຂະນະທີ່ມັນຕົກລົງໃນທົ່ງນາຂອງເມືອງເຊວອນ, ເກົາຫຼີໃຕ້, ວັນທີ 29 ພຶດສະພາ 2024. (Yonhap via Reuters)

ຜູ້ຊ່ຽວຊານດ້ານການບິນກ່າວວ່າ ການປຸກລະດົມດ້ວຍການສົ່ງບາລລູນຂີ້ເຫຍື້ອ, ການຍິງລູກສອນໄຟ ແລະ ການປະກົດໂຕຂອງ GPS ທີ່ “ຫຼອກລວງ” ຈາກເກົາຫຼີເໜືອ ໄດ້ເພີ້ມຄວາມສ່ຽງຢູ່ໃນເຂດນ່ານຟ້າຂອງ ເກົາຫຼີໃຕ້, ສົ່ງຜົນເຮັດໃຫ້ການດຳເນີນງານຂອງສາຍການບິນມີຄວາມຊັບຊ້ອນຂຶ້ນ ເນື່ອງຈາກຄວາມເຄັ່ງຕຶງຫວ່າງສອງປະເທດຄູ່ແຂ່ງ.

ໃນ​ທ້າຍ​ເດືອນ​ພຶດສະພາທີ່​ຜ່ານ​ມາ, ​ເກົາຫຼີ​ເໜືອ ​ໄດ້​ປ່ອຍ​ບາລລູນ​ຫຼາຍ​ພັນ​ລູກ​ພ້ອມ​ດ້ວຍຖົງ​ຂີ້​ເຫຍື້ອຫຼາຍຖົງ, ລວມທັງ​ສິ່ງເສດເຫຼືອ​ຂອງ​ມະນຸດ, ຖືກແຂວນ ໃສ່ໜ່ວຍບາລລູນ ເພື່ອສົ່ງພວກມັນ​ເຂົ້າ​ໄປ​ໃນ ​ເກົາຫຼີ​ໃຕ້, ​ໃນ​ອັນ​ທີ່​ບັນດານັກວິ​ເຄາະ​ກ່າວ​ວ່າ ​ເປັນ​ຮູບ​ແບບ​ຂອງ​ສົງຄາມ​ທາງ​ດ້ານຈິດຕະວິທະຍາ.

ໝາກບາລລູນຫຼາຍຮ້ອຍລູກ ໄດ້ຕົກລົງໃນ ເກົາຫຼີໃຕ້ ໃນຊ່ວງ 7 ຄັ້ງ ລະຫວ່າງວັນທີ 29 ພຶດສະພາ ຫາວັນທີ 27 ມິຖຸນາ, ລວມທັງຄັ້ງນຶ່ງທີ່ຕົກລົງ ໃສ່ທາງແລ່ນຂອງສະໜາມບິນອິນຊອນ, ເຊິ່ງໄດ້ບັງຄັບໃຫ້ໂຈະການເດີນທາງ ອອກ ແລະ ລົງຈອດຢູ່ສະໜາມບິນສາກົນທີ່ໃຫຍ່ທີ່ສຸດຂອງຕົນເປັນເວລາ 3 ຊົ່ວໂມງ.

ເມື່ອ​ລູກບາລລູນ​ປະກົດໂ​ຕໃຫ້ເຫັນ​ຄັ້ງ​ທຳ​ອິດ, ການແຊກແຊງທາງສາຍການ ບິນຈາກ ເກົາຫຼີເໜືອ ກໍເພີ້ມຂຶ້ນ, ລວມທັງ​ອັນທີ່ເບິ່ງຄືວ່າ​ເປັນຮອບ​ທຳ​ອິດຂອງ​ອັນ​ທີ່​ຖືກຮ້ອງວ່າ “ການ​ຫຼອກລວງ” ​ທີ່ສົ່ງ​ຜົນ​ກະທົບ​ຕໍ່​ເຮືອບິນ​ພາ​ນິດຢູ່ບໍລິເວນ​ພາກ​ໃຕ້.

OPSGROUP, ທີ່ເປັນສະມາຊິກອົງການແບ່ງປັນຂໍ້ມູນຄວາມສ່ຽງຕໍ່ສາຍການ ບິນ ກ່າວໃນຖະແຫຼງການປະຈໍາເດືອນ ມິຖຸນາ ວ່າ “ບໍ່ມີການເຕືອນຢ່າງເປັນ ທາງການຕໍ່ ເກົາຫຼີໃຕ້, ແຕ່ສະຖານະການຄວາມສ່ຽງ ເບິ່ງຄືວ່າຮ້າຍແຮງ ຂຶ້ນກວ່າເກົ່າ.”

ກະ​ຊວງ​ຂົນ​ສົ່ງ​ຂອງ ​ເກົາ​ຫຼີ​ໃຕ້ ກ່າວ​ວ່າ ກອງທັບ, ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ການ​ຈະ​ລາ​ຈອນ​ທາງ​ອາ​ກາດ ແລະ​ສາຍ​ການ​ບິນ ໄດ້ທໍາການ​ຮັກ​ສາ​ລະ​ບົບ​ເຝົ້າ​ລະ​ວັງ ແລະ​ການ​ສື່​ສານໃນ​ຕະຫຼອດ 24 ຊົ່ວ​ໂມງໄວ້.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

SEOUL, July 10 (Reuters) - North Korea's trash balloon campaign, missile launches and the emergence of GPS "spoofing" have increased risks in South Korean airspace, aviation experts say, complicating airline operations as tensions rise between the rival nations.

In late May, North Korea began floating thousands of balloons with bags of trash, including human excrement, suspended under them into South Korea, in what analysts say is a form of psychological warfare.

Hundreds of balloons landed in the South during seven waves between May 29 and June 27, including one on a runway at Incheon airport, forcing a three-hour suspension of takeoffs and landings at its biggest international gateway.

When the balloons first appeared, aviation navigation interference from North Korea also spiked, including what appears to be the first bout of so-called "spoofing" affecting commercial aircraft in the South.

"Airspace safety is gradually deteriorating," OPSGROUP, a membership-based organisation that shares flight risk information, said in a June bulletin. "There are no official airspace warnings for South Korea, but the risk situation seems to be getting worse."

South Korea's transport ministry said its military, air traffic control authorities and airlines maintain a 24-hour surveillance and communication system.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG