ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວເມືອງ Norfolk ປັບຕົວ ເຂົ້າກັບ ການປ່ຽນແປງ ຂອງ ດິນຟ້າອາກາດ (ວີດີໂອ)


ເມືອງທ່າ Norfolk ລັດເວີຈີເນຍ ທີ່ກໍາລັງປະເຊີນກັບລະດັບນໍ້າທະເລ
ທີ່ສູງຂຶ້ນໄປເລື້ອຍໆ
ເມືອງທ່າ Norfolk ລັດເວີຈີເນຍ ທີ່ກໍາລັງປະເຊີນກັບລະດັບນໍ້າທະເລ ທີ່ສູງຂຶ້ນໄປເລື້ອຍໆ
Jeff Miskill ອາ​ໄສ​ຢູ່​ຫ່າງ​ຈາກ​ແມ່​ນໍ້າ Lafayette ພຽງບໍ່​ເທົ່າ
ໃດ​ແມັດ ຢູ່ເຮືອນຫຼັງ​ນຶ່ງທີ່​ພໍ່​ຕູ້​ແມ່ຕູ້​ຂອງ​ລາວ​ໄດ້​ຊື້​ໄວ້​ເມື່ອຊຸມ​ປີ
1950 ນັ້ນ.
“ແຕ່​ກ່ອນ​ມາ ​ເວລາ​ເຮົາ​ມີ​ລົມພາຍຸ ລະດັບ​ນໍ້າ​ຈະ​ບໍ່ ສູງ​ພໍ​
ສິຖ້ວມຮອດ​ເດີ່ນ​ບ້ານ.”


​ແຕ່​ດຽວ​ນີ້ມັນ​ກໍໄດ້​ປ່ຽນໄປ​ແລ້ວ ຕະຫຼອດ​ໄລຍະ​ສິບ​ປີຜ່ານມາ
ຄື​ເຮົາ​ຈະ​ມີ​ນໍ້າ​ຖ້ວມຢູ່​ເລື້ອຍໆ ​ແລະ​ກໍ​ຮຸນ​ແຮງ​ຫຼາຍ.

ທ້າວ Miskill ​ເວົ້າ​ວ່າ: “ຕອນ​ລົມພາຍຸ Isabel ຖະຫຼົມເຂດ​
ເຮົາ​ ເມື່ອ​ປີ 2003 ນັ້ນ ລະດັບ​ນໍ້າ​ສູງ​ຈົນຖ້ວມ​ເດີ່ນ​ບ້ານ
ປະມານ​ເກື​ອບ​ເຄິ່ງ​ແມັດ ​ແລ້ວ​ກໍ​ເລີ່​ມລົດລະດັບລົງ​ໄປ.“


ບັດ​ນີ້ ທ້າວ Miskill ຕ້ອງ​ປະ​ເຊີນ​ກັບ​ໄພ​ຂົ່ມຂູ່​ສອງ​ປະການ
ຄື​ລະດັບ​ນໍ້າ​ສູງ​ຂຶ້ນ ​ແລະ​ລະ​ດັບ​ໜ້າດິນ​ກໍ​ຕໍ່າລົງ​ໄປ.

Jeff Miskill: “ສະ​ນັ້ນ ຕາມ​ວັນ​ເວລາ​ຜ່ານ​ໄປ​ ພວກ​ເຮົາ​ຈະ​ເຫັນຄວາມ​ກົດ​ດັນ​
ທີ່​ສະໝໍ່າສະ​ເໝີຫຼາຍ​ຂອງນໍ້າ​ທີ່​ຖ້ວມ​ໜ້າດິນ​ນີ້​ຢູ່ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງບໍ່​ສິ້ນ​ສຸດ
​ໂດຍ​ທີ່ວັດຖຸ​ທາດທໍາ​ມະ​ຊາດ​ ເລີ່​ມກໍ່​ຕົວ​ແຂງ​ແໜ້ນຂຶ້ນຢູ່ໃນ​ພື້ນ​ດິນ ​ແລະ​ສິ່ງ​ທີ່​ໜ້າ​
ແປກ​ນັ້ນ​ກໍ​ຄື​ວ່າ ປ່ອງຢ້ຽມ ​ແລະ​ປະຕູ​ທຸກໆບານ ຍັງ​ປິດ​ເປີດ​ໄດ້​ເປັນ​ປົກກະຕິ​ດີ
ແມ່ນແຕ່ເຮົາເອົາລູກ​ໝາກ​ບີ່ໂຍນກິ້ງຈາກ​ພື້ນ​ເຮືອນ​ດ້ານ​ຫຼັງ​ໄປ​ດ້ານ​ໜ້າ ​ໂດຍ​ທີ່​
ເຮົາ​ບໍ່ຕ້ອງໄດ້ຍູ້​ມັນ ມັນ​ກິ້ງໄປ​ເອງຈົນ​ສຸດ.”


ທ່ານ Skip Stiles ຫົວໜ້າ​ກຸ່ມສະພາບ​ແວດ​ລ້ອມ Wetlands Watch ​ເວົ້າ​ວ່າ ພື້ນ​ທີ່​ຂອງ
ຕົວເມືອງ Norfolk ​ແມ່ນ​ຕັ້ງ​ຢູ່​ປາກອ່າວ ທີ່​ເປັນ​ແຫຼ່ງ ນໍ້າ​ຈືດ​ແລະ​ນໍ້າທະ​ເລ​ໄຫຼ​ມາ​ຜະ​ສົມ​
ກັນ ທີ່ເປັນ​ເວີງ​ອ່າວກວ້າງໃຫຍ່​ທີ່​ສຸດໃນ​ສະຫະລັດ. ມີຕາໜ່າງລໍາ​ແມ່​ນໍ້າ ​ແລະຮ່ອງ​ຫ້ວຍ​
ຫຼາຍ​ໆສາຍ​ ສະ​ລັບ​ຊັບ ຊ້ອນ ທີ່​ໄຫຼຍື່ນ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ເຂດ​ໃກ້​ຄຽງ. ພ້ອມ​ກັບ​ລະດັບ​
ນໍ້າ​ທະ​ເລ​ທີ່​ທໍາ​ນາຍ​ວ່າ​ຈະ​ສູງ​ຂຶ້ນອີກ​ນຶ່ງ​ແມັດ​ພາຍ​ໃນ​ປີ 2100. ​ໂຄ່ງ​ລ່າງ​ພື້ນຖານ​ຕ່າງໆ​
ຂອງ​ຕົວ​ເມືອງ​ແມ່ນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຖືກ​ທໍາລາຍ​ໄປ.

ທ່ານ ສຕາຍ ​ເວົ້າ​ວ່າ: “​ຂົວ​ທຸກໆ​ແຫ່ງ ຖະໜົນ​ຫົນທາງ​ທຸກໆສາຍ ທີ່​ພວກ​ເຮົາ​ສ້າງ​
ຂຶ້ນມາ ພ້ອມ​ກັບ​ພວກທໍ່​ລະບາຍນໍ້າ​ເສຍ​ແລະ​ສິ່ງ​ເປື້ອນ​ເປິທີ່​ພວກ​ເຮົາ​ຕິດ​ຕັ້ງ​ໄວ້
ໃນ​ວັນ​ນີ້ ກໍ​ຈະ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ ຈາກ​ລະດັບນໍ້າ​ທະ​ເລ​ທີ່​ສູງ​
ຂຶ້ນ ​ໃນ​ຊົ່ວ​ໄລຍະ​ທີ່​ມັນໃຊ້​ການ​ໄດ້​ຢູ່​ນັ້ນ ກ່ອນ​ທີ່​ມັນ​ຈະຖືກ​ສ້າງ​ຂຶ້ນມາ​ແທນ​ໃໝ່​ອີກ.”


ສໍາລັບ​ແຜນການ​ໃນ​ໄລຍະ​ສັ້ນ ​ເມືອງ Norfolk ​ແມ່ນ​ໄດ້​ຕຽມ​ການຮັບ​ມື​ກັບ​ໄພ​ດັ່ງກ່າວ​ນີ້
ດ້ວຍຄວາມ​ພະຍາຍາມທໍາການ​ກໍ່ສ້າງອັນ​ໃຫຍ່​ໂຕ ​ເຊັ່ນການ​ ຍົກ​ລະດັບ​ຖະໜົນ​ຫົນທາງ
​ແລະເຮືອນ​ຊານ​ບ້ານ​ຊ່ອງໃຫ້​ສູງ​ຂຶ້ນກວ່າ​ປົກກະຕິ ແລະສ້າງ​ກໍາ​ແພງປ້ອງ​ກັນ​ໃນເຂດຕົວ
​ເມືອງບໍ່​ໃຫ້​ຖືກນໍ້າ​ຖ້ວມ ສ້າງ​ສະ ຖານີ​ສູບ​ນໍ້າ ​ແລະ​ຮ່ອງລະບາຍນໍ້າຈາກ​ລົມ​ພາຍຸ ​ແລະ​ພື້ນ
​ທີ່​ທີ່​ມີ​ນໍ້າ​ຂັງ ຫຼື ປຽກ​ຊຸ່ມ​ຢູຕະລອດ​ນັ້ນ ກໍ​ຈະກາຍ​ເປັນ​ພື້ນ​ທີ່​ ທີ່ໃຊ້​ປະ​ໂຫຍ​ດຄືນ​ໃໝ່​ໄດ້.

ທ່ານ Ron Williams ຜູ້​ຊ່ວຍ​ຜູ້​ຈັດການ​ຕົວ​ເມືອງ​ເວົ້າ​ວ່າ​ ໂຄງ​ລ່າງພື້ນ ຖານຫຼັກ ປະ​ເພດ​
ຖະໜົນ​ຫົນທາງ ​ແລະ​ຂົວ ຈະສູງເຄິ່ງ​ແມັດ ​ເວ​ລາ​ໂຄງ ການ​ນີ້​ສ້າງ​ສໍາ​ເລັດແລ້ວ.

Ron Williams: “​ເທົ່າ​ທີ່​ພວກ​ເຮົາ​ຮູ້​ລາ​ຍລະອຽດ​ນັ້ນ ມູນ​ຄ່າການ​ກໍ່ສ້າງ​ໂຄງ​ລ່າງ
​ພື້ນ​ຖານ​ຕ່າງ​ໆ​ທີ່​ກ່າວ​ມາ​ນັ້ນ ຕົກ​ເປັນປະມານ​ນຶ່ງ ພັນ​ລ້ານ​ໂດ​ລ່າຊຶ່ງ​ນັບ​ວ່າ​ສໍາ
ຄັນ​ທີ່​ສຸດ​ເພື່ອ​ປ້ອງ​ກັນ​ແລະ​
ຫຼຸດ​ຜ່ອນ​ຄວາມ​ຮຸນ ​ແຮງ​ໃນ​ລະຫວ່າງ​ເກີດ​ພາຍຸ​
ຈາກ​ຝັ່ງ​ທະ​ເລ​ ​ແລະ​ຈົນ​ກວ່າ​ພວກ​ເຮົາ​ເຮັດສິ່ງ​ ນັ້ນ​ລົງ​ໄປ ພວກ​ເຮົາ​ກໍ​ຍັງ​ມີ​ພາກ
ສ່ວນ​ທີ່​ຍັງອ່ອນ​ແອ​ຫຼາຍ​ໆຢ່າງ ໃນ​ທົ່ວຕົວ​ເມືອງ​ນັ້ນ​ຢູ່.”


ທ່ານ Ron Williams ​ເວົ້າ​ວ່າ ມູນ​ຄ່າ​ການ​ກໍ່ສ້າງ​ດັ່ງ​ກ່າວ​ນີ້ ນັບ​ວ່າ​ເປັນ​ເງິນ​ຈໍານວນ​
ມະຫາສານ ຊຶ່ງ​ທາງຕົວ​ເມືອງ​ບໍ່​ສາມາດ​ຈ່າຍ​ໂດຍ​ລໍາພັງ​ຕົນ​ເອງ​ໄດ້.

ທ່ານ ຣອນ ວິລລຽມ ​ເວົ້າ​ວ່າ: “ແທ້ໆ​ແລ້ວ ​ໂຄງການ​ນີ້​ຕ້ອງ​ອາ​ໄສ​ຄວາມ ໝັ້ນ​ໝາຍ​
ຈາກ​ທາງ​ລັດຖະບານ​ກາງນໍາ ​ແລະ​ລັດຖະບານ​ລັດ​ຮ່ວມ​ກັນ ​ເພື່ອ​ທີ່ຈະ​ສ້າງ​ຕັ້ງ​
ຍຸດ​ທະ​ສາດ​ທີ່ແທ້​ຈິງ​ຂຶ້ນມາ.”


​ເມືອງທ່າ Norfolk ​ຊຶ່ງເປັນ​ທີ່​ຕັ້ງ​ຖານ​ກອງທັບ​ເຮືອທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກນີ້ ​ເປັນ​ຈຸດ​ສໍາຄັນ
​ທີ່​ສຸດ​ແຫ່ງ​ນຶ່ງດ້ານເສດຖະກິດ​ຂອງ​ຂົງ​ເຂດ ​ແລະ​ຈໍາ​ເປັນ​ທີ່​ສຸດ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ.
ພັນ​ເຮືອ​ເອກ Joe Bouchard ທີ່​ປົດ ກະສຽນ​ແລ້ວ ​ແລະ​ເປັນ​ຜູ້​ບັນ​ຊາ​ການ​ຖານ​ທັບ​ເຮືອ​ນີ້
​ເມື່ອ​ນຶ່ງ​ທົດ​ສະ​ວັດ​ຜ່ານ ມາ ​ເວົ້າ​ວ່າ ສະພາ​ຄອງ​ແກຣັສສະຫະລັດ ຈະຕ້ອງ​ລົງມື​ປະຕິບັດ
ການ ​ເພື່ອ​ຫາທາງ​ແກ້​ໄຂ​ບັນຫາ​ດິນ​ຟ້າ​ອາ​ກາດ​ປ່ຽນ​ແປງ ຊຶ່ງ​ເປັນເລຶ່ອງທີ່​ທາງ​ສະພາ​
ຄອງແກ​ຣັສ ຍັງ​ລັງ​ເລ​ໃຈ​ມາ​ຕະຫຼາດ​ນັ້ນ.

​ພັນເອກ ​ໂຈ ບູ​ເຊີດ ​ເວົ້າ​ວ່າ: “ສະພາ​ຄອນ​ງແກ​ຣັສ ຕ້ອງເອົາ​ຊະນະ​ສິ່ງ​ນີ້​ໃຫ້​ໄດ້ ​
ແລະ​ຕ້ອງ​ຍົກ​ເອົາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ ຢູ່​ເໜືອກ​ວ່າ​ຜົນ ປະ​ໂຫຍ​ດ
ພິ​ເສດ​ອື່ນ​ໃດ​ທັງ​ໝົດ.”


ພັນ​ເອກ Bouchard ​ແລະ​ເຈົ້າໜ້າ​ທີ່​ອື່ນໆ​ໃນ​ເມືອງ Norfolk ກໍາລັງ​ຜັກ​ດັນ​ເພື່ອໃຫ້​ໄດ້
​ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ​ລັດຖະບານ​ກາງ ​ແລະ ​ກໍ​ເວົ້າ​ວ່າ ກອງທັບ​ອາດ​ຮັບພາລະ
​ເປັນ​ຜູ້​ນໍາພາ​ໄດ້ ​ແລະ​ປະຕິບັດ​ງານ​ກັບ​ປະຊາ​ຄົມທ້ອງ​ຖິ່ນ ​ເພື່ອ​ຮ່າງແຜນ​ການ​ແກ້​ໄຂ​
ບັນຫາ ສໍາລັບປັບ​ຕົວ​ຮັບ​ມື​ກັບໄພ​ຂົ່ມຂູ່​ຂອງ​ດິນ​ຟ້າອາກາດ​ປ່ຽນ​ແປງ​ທີ່​ກໍາລັງ​ເພີ່ມ​ທະວີ
​ຄວາມ​ຮຸນ​ແຮງ​ຂຶ້ນ​ໄປ​ນັບ​ມື້ ກ່ອນ​ທີ່ມັນ​ຈະ​ສວຍ​ເກີນ​ໄປ​ນັ້ນ.

XS
SM
MD
LG