ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກເວົ້າວ່າ ພະຍາດທີ່ບໍ່ຕິດແປດກັນໄດ້ ເຮັດໃຫ້ຄົນມີຄວາມສ່ຽງ ໃນການເສຍຊີວິດຍ້ອນ ໂຄວິດ-19 ເພີ້ມຂຶ້ນ


ພວກພະຍາບານໃນໂຮງໝໍທະຫານ Tata Memorial ພາກັນຢືນຢູ່ສະຖານທີ່ປິ່ນປົວທີ່ສ້າງຂຶ້ນຊົ່ວຄາວ ເພື່ອກວດກາຄົນປ່ວຍໂຣກມະເຮັງ ທີ່ເປັນພະຍາດ COVID-19 ໃນນະຄອນມໍາບາຍຂອງອິນເດຍ, ໃນວັນທີ 30 ສິງຫາ, 2020
ພວກພະຍາບານໃນໂຮງໝໍທະຫານ Tata Memorial ພາກັນຢືນຢູ່ສະຖານທີ່ປິ່ນປົວທີ່ສ້າງຂຶ້ນຊົ່ວຄາວ ເພື່ອກວດກາຄົນປ່ວຍໂຣກມະເຮັງ ທີ່ເປັນພະຍາດ COVID-19 ໃນນະຄອນມໍາບາຍຂອງອິນເດຍ, ໃນວັນທີ 30 ສິງຫາ, 2020

ການສຶກສາຄົ້ນຄວ້າໃໝ່ຂອງອົງການອະນາໄມໂລກ ແລະອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ ປະຊາຊົນທີ່ເປັນພະຍາດທີ່ຕິດແປດກັນບໍ່ໄດ້ນັ້ນ ອາດຈະລົ້ມປ່ວຍຮ້າຍແຮງ ແລະເສຍຊີວິດຈາກການຕິດເຊື້ອໂຄວິດ-19 ໄດ້ງ່າຍກວ່າ ຄົນອື່ນ. Lisa Schlein ນັກຂ່າວວີໂອເອມີລາຍງານມາຈາກເຈນີວາ ຊຶ່ງບົວສະ ຫວັນຈະນໍາມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ພະຍາດທີ່ຕິດແປດກັນບໍ່ໄດ້ ຫຼື NCD ສັງຫານຊີວິດຂອງຫຼາຍກວ່າ 40 ລ້ານຄົນ ຕໍ່ປີ ຢູ່ໃນທົ່ວໂລກ. ອົງການອະນາໄມໂລກກ່າວວ່າ 7 ໃນ 10 ຄົນໃດທີ່ເສຍຊີວິດຢູ່ໃນທົ່ວໂລກ ແມ່ນເກີດຈາກພະຍາດຫຼອດເລືອດຫົວໃຈ, ມະເຮັງ, ໂຣກເບົາຫວານ, ໂຣກລະບົບຫາຍໃຈ ແລະໂຣກທີ່ ຕິດແປດກັນບໍ່ໄດ້ ປະເພດອື່ນໆ.

ໃນຈຳນວນດັ່ງກ່າວນັ້ນ ຂໍ້ມູນສະແດງໃຫ້ເຫັນວ່າ ມີ 17 ລ້ານຄົນທີ່ເສຍຊີວິດ ກ່ອນໄວອັນຄວນ ຊຶ່ງສ່ວນໃຫຍ່ແມ່ນມີອາຍຸລະຫວ່າງ 30 ຫາ 70 ປີ. ການເສຍຊີວິໂດຍສ່ວນຫຼາຍແມ່ນເກີດຂຶ້ນໃນບັນດາປະເທດທີ່ມີລາຍໄດ້ຕໍ່າ.

ຫົວໜ້າໜ່ວຍງານສະເພາະກິດຂອງອົງການສະຫະປະຊາຊາດກ່ຽວກັບພະຍາດທີ່ຕິດແປດກັນບໍ່ໄດ້, ທ່ານ ນິກ ບານັດວະລາ (Nick Banatvala) ກ່າວວ່າພະຍາດ NCD ແລະ ປັດໃຈຄວາມສ່ຽງຂອງພະຍາດພວກນີ້ ແມ່ນເຮັດໃຫ້ມີການຕິດເຊື້ອພະຍາດ ໂຄວິດ-19 ໄດ້ງ່າຍຂຶ້ນ ແລະມີແນວໂນ້ມທີ່ຈະມີຜົນທີ່ຮ້າຍແຮງກວ່າ, ລວມທັງໃນພວກຄົນໜຸ່ມ. ທ່ານກ່າວອີກວ່າ ການຄົ້ນຄ້ວາຈາກນັກວິຊາການຢູ່ຫລາຍປະເທດ ສະແດງໃຫ້ເຫັນເຖິງຂອບເຂດຂອງບັນຫານີ້.

ທ່ານບານັດວະລາ ກ່າວດັ່ງນີ້:ໃນການສຶກສາຄົ້ນຄວ້າບັ້ນນຶ່ງໃນປະເທດຝຣັ່ງ, ໂອກາດທີ່ຈະເປັນພະຍາດ-ໂຄວິດ 19 ຮຸນແຮງຂຶ້ນສໍາລັບຄົນທີ່ເປັນໂຣກອ້ວນພີ ແມ່ນສູງກ່ວາຄົນທີ່ບໍ່ເປັນໂຣກນີ້ ເຖິງ 7 ເທົ່າ. ຜູ້ສູບຢາແມ່ນມີຄວາມສ່ຽງ ລະຫວ່າງ ນຶ່ງ ແລະຫານຶ່ງເຄິ່ງເທົ່າ ທີ່ອາດຈະມີອາການແຊກຊ້ອນທີ່ຮ້າຍແຮງຈາກພະຍາດໂຄວິດ-19 ແລະມີອັດຕາການຕາຍສູງກວ່າຄົນອື່ນຄົນທີ່ເປັນໂຣກເບົາຫວານ ມັກຈະມີອາການຮຸນແຮງ ຫລື ເສຍຊີວິດຈາກການເປັນພະຍາດໂຄວິດ-19 ຢູ່ປະມານ ສອງຫາ 4 ເທື່ອ.”

ທ່ານ ບານັດວະລາ (Banatvala) ກ່າວວ່າການສຶກສາຄົ້ນຄວ້າບັ້ນອື່ນໆ ໄດ້ສະແດງໃຫ້ເຫັນຜົນໄດ້ຮັບທີ່ຄ້າຍຄືກັນນີ້ສຳລັບຄົນທີ່ເປັນໂຣກປອດບວມຫລືໂຣກຫຼອດເລືອດຫົວໃຈ, ມະເຮັງທີ່ຊໍາເຮື້ອ ແລະ ໂຣກອື່ນໆ.

ທ່ານ ບັນນັດວະລາ (BANATVALA) ກ່າວຕໍ່ໄປວ່າ:
"ໂດຍລວມແລ້ວ, ເກືອບນຶ່ງສ່ວນສີ່ຂອງປະຊາກອນໂລກ ຖືກຄໍານວນວ່າ ເປັນຄົນທີ່ມີພະຍາດປະຈຳໂຕ ໂດຍພື້ນຖານຊຶ່ງຈະເຮັດໃຫ້ພວກເຂົາເຈົ້າມີ ຄວາມສ່ຽງຕິດ ພະຍາດໂຄວິດ-19 ໄດ້ງ່າຍຂຶ້ນ ແລະສະພາບຮ່າງກາຍສ່ວນໃຫຍ່ແລ້ວກໍແມ່ນມີພະຍາດ NCDs ... ຂ້າພະເຈົ້າຂໍເຕືອນທ່ານ, 70 ເປີເຊັນຂອງການເສຍຊີວິດໃນທົ່ວໂລກແມ່ນມີສາເຫດມາຈາກ ພະຍາດທີ່ຕິດແປດກັນບໍ່ໄດ້, ແຕ່ວ່າ ພະຍາດທີ່ຕິດແປດກັນບໍ່ໄດ້ ແມ່ນຈະໄດ້ຮັບການຊ່ວຍເຫຼືອດ້ານການພັດທະນາເພື່ອສຸຂະພາບຫນ້ອຍກ່ວາສອງເປີເຊັນ.”

ທ່ານ ບານັດວະລາ (Banatvala) ເອີ້ນສະພາບການນີ້ວ່າ ເບິ່ງບັນຫາແບບຈໍ້ໆ.ທ່ານກ່າວອີກວ່າ ການສຶກສາຄົ້ນຄວ້າປີ 2018 ຂອງອົງການອະນາໄມໂລກສະແດງໃຫ້ເຫັນວ່າການລົງທຶນໃສ່ມາດຕະການປ້ອງກັນສຸຂະພາບທີ່ມີປະສິດທິຜົນ ສາມາດປະຢັດທັງເງິນ ແລະຊ່ວຍຊີວິດໄວ້ໄດ້.

ທ່ານກ່າວວ່າການສຶກສາຄົ້ນພົບວ່າທຸກໆໂດລາທີ່ລົງທືນໃນມາດຕະການປ້ອງກັນຈະມີຜົນຕອບແທນ 7 ໂດລາ ພາຍໃນປີ 2030. ແລະທ່ານກ່າວອີກວ່າການນຳ ໃຊ້ຂໍ້ລິເລີ່ມເຫຼົ່ານີ້ ໃນຕະຫຼອດໄລຍະທົດສະວັດໜ້າ ອາດຈະສາມາດສົ່ງຜົນຊ່ວຍຊີວິດຂອງປະຊາຊົນ 8 ລ້ານ 2 ແສນຄົນໄວ້ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG