ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະຫະພາບ​ ຢູ​ໂຣບ ​ຮຽກຮ້ອງ​​ໃຫ້ ເກົາຫຼີ​ເໜືອ​ ຍົກ​ເລີກ​ ການ​ຍິງ​ລູກ​ສອນ​ໄຟ


ຣູບພາບລູກສອນໄຟຂີປະນາວຸດໄລຍະໄກ
ຣູບພາບລູກສອນໄຟຂີປະນາວຸດໄລຍະໄກ

ບັນດາ​ຜູ້​ນໍາ​ສະຫະພາບ​ຢູ​ໂຣບ ກໍາລັງ​ພາກັນ​ຮຽກຮ້ອງ​ໃຫ້​ເກົາຫລີ​ເໜືອ​ຈົ່ງຍົກ​ເລີກ​ແຜນ
ການ​ຍິງ​ລູກ​ສອນ​ໄຟ​ ແລະ​ໃຫ້ທັບ​ມ້າງ​ໂຄງການ​ອາວຸດ​ນີວ​ເຄລຍຂອງ​ຕົນນັ້ນ.

ລຸນ​ຫລັງກອງ​ປະຊຸມ​ເມື່ອ​ວັນ​ພຸດ​ມື້​ນີ້​ຢູ່​ນະຄອນຫລວງ​ໂຊ​ລກັບທ່ານລີ ມຽງ​ບັກ ປະທານາ
ທິບໍດີ​ເກົາຫລີ​ໃຕ້​ນັ້ນ ທ່ານ Herman Van Rompuy ປະທານ​ສະພາ​ພາກ​ພື້ນ​ຢູ​ໂຣບ
ກ່າວ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ທີ່​ສຸດ​ກ່ຽວ​ກັບ​ແຜນການ​ຂອງ​ພຽງ​ຢາງ​ທີ່​ຈະ​ປ່ອຍ
ດາວ​ທຽມ​ຂຶ້ນສູ່​ວົງ​ໂຄຈອນ​ໃນ​ເດືອນ​ໜ້າ​ນີ້.

ທ່ານ Rompuy ກ່າວ​ອີກ​ວ່າ ລັດຖະບານ​ເກົາຫລີ​ເໜືອ​ຄວນ​ຈະໃຫ້​ຄວາມ ສົນ​ໃຈຕໍ່ການ
ປັບປຸງ​ການ​ຝ່າຝືນ​ສິດທິ​ມະນຸດຢ່າງ​ກວ້າງຂວາງ​ ແລະ​ບັນຫາ​ ຄວາມ​ອຶດ​ຫິວ​ຂອງປະຊ
າຊົນ​ຂອງ​ຕົນ​ໃນຂະນະ​ນີ້ ​ແລະບໍ່​ຄວນ​ຈະ​ເພັ່ງ​ເລັງ​ໃສ່ເລຶ່ອງລູກ​ສອນ​ໄຟແລະ​ອາ​ວຸດ​ນີວ​
ເຄລຍນັ້ນ​ເລີຍ.

ພວກ​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ວ່າ ການ​ປ່ອຍ​ດາວ​ທຽມ​ດັ່ງກ່າວ ​ແມ່ນ​ກໍາລັງ ຖືກໃຊ້ເປັນ​ຂໍ້
ອ້າງໂດຍ​ເກົາຫລີ​ເໜືອ​ ເພື່ອ​ຈະ​ທົດ​ລອງ​ຍິງລູກ​ສອນ​ໄຟ​ຂີ​ປະ ນາ​ວຸດ​ໄລຍະ​ໄກ​ຂອງ​ຕົນ​ຊຶ່ງ
ເປັນ​ກິດຈະ​ກໍາ​ທີ່​ຖືກ​ຫ້າມ​ພາຍ​ໃຕ້​ການ​ລົງ​ໂທດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ພຽງ​ຢາງໄດ້ປະຕິ​ຍານ​ວ່າ ຈະ​ສືບ​ຕໍ່ແຜນການ​ປ່ອຍ​ດາວ​ທຽມ​ທີ່​ກໍານົດໄວ້​ໃນ​ກາງ​ເດືອນ​ເມ
ສາ​ນີ້ ​ໂດຍ​ກ່າວ​ວ່າມັນເປັນ​ໂຄງການ​ຄົ້ນຄວ້າ​ດ້ານ​ວິ​ທະຍາ​ສາດຢ່າງ​ສັນຕິ​ທີ່​ເປັນຄວາມ​ໝາຍ
ເຖິງການສະ​ເຫລີ​ມສະຫລອງ​ວັນເກີດ ຄົບ​ຮອບ 100 ປີ ຂອງມື້ລາງ​ຜູ້​ນໍາ Kim Il Sung
ຜູ້​ກໍ່​ຕັ້ງ​ປະ​ເທດນັ້ນ.

XS
SM
MD
LG