ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂາດແຄນອາຫານ ທະວີຄວາມຮ້າຍແຮງຂຶ້ນ ຢູ່ໃນເກົາຫລີເໜືອ


ໃນຮູບນີ້ ຖ່າຍເມື່ອວັນທີ 23 ກັນຍາ 2010, ປະຊາຊົນເກົາຫລີເໜືອ ຕາກຜົນລະປູກຂອງເຂົາເຈົ້າ ຢູນອກ
ເຮຶອນ ໃນຟາມຮວມແຫ່ງນຶ່ງ ນອກກຸງພຽງຢ້າງ.
ໃນຮູບນີ້ ຖ່າຍເມື່ອວັນທີ 23 ກັນຍາ 2010, ປະຊາຊົນເກົາຫລີເໜືອ ຕາກຜົນລະປູກຂອງເຂົາເຈົ້າ ຢູນອກ ເຮຶອນ ໃນຟາມຮວມແຫ່ງນຶ່ງ ນອກກຸງພຽງຢ້າງ.

5 ອົງການ​ຊ່ອຍ​ເຫລືອ​ຂອງ​ຊາວອະ​ເມຣິກັນລາຍ​ງານ​​ວ່າ ການ​ຂາດ​ແຄນ​ອາຫານ​ໃນເກົາຫລີ​ເໜືອ​ ໄດ້​ມີ​ຄວາມ​ຮ້າຍແຮງຂຶ້ນຫລາຍ ​ແລະ​​ຮຽກຮ້ອງ​ໃຫ້​ມີ​ການ​ຊ່ອຍ​ເຫລືອ​ໂດຍ​ໄວ ​ເພື່ອ​ນໍາ​ເອົາເຂົ້າປາອາຫານ​ໄປ​ລ້ຽງ​ດູພວກ​ປະຊາຊົນ​ ທີ່​ໄດ້​ຮັບ​ຄວາມ​ດືອດຮ້ອນ ຫລາຍທີ່​ສຸດ ໃນ​ປະ​ເທດ​ທີ່​ຖືກໂດດດ່ຽວ​ແຫ່ງ​ນີ້. ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ມາ​ຈາກ​ກຸງໂຊນ​ ນະຄອນຫລວງ​ຂອງ​ເກົາຫລີ​ໃຕ້ວ່າ ​ເຖິງ​ຢ່າງ​ໃດ​ກໍຕາມ ​ມີ​ອຸບປະສັກ​ຫລາຍ​ຢ່າງ​ທີ່​ກີດຂວາງ​ຕໍ່​​ການ​ຮຶ້ຟື້ນການ​ຊ່ອຍ​ເຫລືອ​ຄືນ​ໃຫ້​ເກົາຫລີ​ເໜືອ​ນັ້ນ. ສິງ​ມີ​ລາຍ​ລະອຽດ​ຂອງ​ເລື້ອງ​ນີ້ມາສະ​ເໜີ​ທ່ານ​ຕໍ່​ໄປ…

ພວກ​ 5 ອົງການ​ຊ່ອຍ​ເຫລືອ​ຂອງ​ຊາວອະ​ເມຣິກັນ ​ກ່າວ​ວ່າ ຊາວ​ເກົາຫລີ​ເໜືອ​ຫລາຍ​ຄົນ​ ຕ້ອງ​ໄດ້ພາກັນໄປຊອກຫາ​ຫຍ້າ ແລະ​ສະໝຸ​ນ​ໄພ​ຕາມ​ດົງ​ຕາມ​ປ່າມາ​ກິນ ​ຍ້ອນ​ການ​ຂາດ​ແຄນ​ເຂົ້າປາ​ອາຫານ​ກິນ​ຢ່າງ​ແຜ່​ຫລາຍ​ນັ້ນ.

ນັກ​ຊ່ຽວຊານ 7 ທ່ານ​ ຈາກພວກ​ອົງການ​ຊ່ອຍ​ເຫລືອ​ເຫລົ່າ​ນີ້ ​ໄດ້​ໄປ​ຢ້ຽມຢາມ​ເກົາຫລີ​ເໜືອ​ໃນ​ຕົ້ນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້ ຕາມ​ຄໍາ​ຂໍ​ຮ້ອງຂອງ​ລັດຖະບານ. ພວກ​ນັກ​ຊ່ຽວຊານ​ເຫລົ່າ​ນີ້​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າປະ​ເທດ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ ເພື່ອ​ໄປ​ປະ​ເມິ​ນ​ເບິ່ງ​ສະຖານະ​ການ​ດ້ານການ​ຂາດ​ແຄນ​ເຂົ້າປາ​ອາຫານ​ນັ້ນ. ​ເຂົາ​ເຈົ້າ​ລາຍ​ງານ​ວ່າ ​ລະດູ​ໜາວ​ທີ່ໜາວ​ທີ່​ສຸດ​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ​ ​ໄດ້​ທໍາລາຍ​ຜົນລະ​ປູກທີ່ສໍາຄັນ​ຕ່າງໆ. ທີ​ມນັກ​ຊ່ຽວຊານ​ເຫລົ່າ​ນີ້​ກ່າວ​ຕໍ່​ໄປວ່າ ໃນ​ເວລາ​ດຽວ​ກັນ​ ລາຄາ​ເຂົ້າປາ​ອາຫານທີ່​ແພງ​ຂຶ້ນ ນັບ​ມື້ໃນ​ຕະຫລາດໂລກນັ້ນ ກໍສ້າງຄວາມ​ຫຍຸ້ງຍາກໃຫ້​ແກ່​ເກົາຫລີ​ເໜືອ ​ໃນ​ການທີ່​ຈະ​ສັ່ງ​ຊຶ້ເຂົ້າປາ​ອາຫານ​ມາໃຫ້​ພຽງພໍ​ສໍາລັບລ້ຽງ​ດູ​ປະຊາຊົນ​ຂອງ​ຕົນ​ນັ້ນ.

ທ່ານ Kim Yong-hyun ສາດສະດາຈານ​ສອນ​ວິຊາ​ການ​ສຶກສາ​ກ່ຽວກັບ​ເກົາຫລີ​ເໜືອ​ທີ່ມະ​ຫາ​ວິທະຍາ​ໄລ Donggkuk ທີ່​ກຸງ​ໂຊນກ່າວ​ວ່າ ມັນ​ຜິດ​ປົກກະຕິ ທີ່ທາງ​ການ​ເກົາຫລີ​ເໜືອ​ປ່ອຍ​ໃຫ້​ມີ​ຄວາມໂປ່​ງ​ໃສແບບ​ນັ້ນ.

.ສາດສະດາຈານ​ຄິມກ່າວ​ວ່າ "ພວກ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອໄດ້​ອະນຸຍາດ​ໃຫ້​ເຂົ້າ​ໄປ​ເບິ່ງສະຖານະ​ການ ດ້ວຍ​ສາຍຕາ​ທີ່​ບໍ່​ເພ່ງ​ເລັງ​ຫລາຍ​ຂຶ້ນ ເພື່ອໃຫ້​ປະຊາ​ຄົມ​ໂລກໄດ້​ຮູ້ຈັກ​ ​ກ່ຽວ​ກັບຄວາມ​ຮ້າຍ​ແຮງ​ຂອງ​ສະພາບການ​ຂາ​ດ​ແຄນອາຫານ​ນັ້ນ".

ໂຄງການ​ອາຫານ​ໂລກ​ ຫລື WFP ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ສະບຽງ​ອາຫານ​ຂອງ​ຕົນ​ສໍາລັບ​ຊ່ອຍ​ເກົາຫລີ​ເໜືອ​ນັ້ນ​ ​ແມ່ນຈະ​ໝົດ​ໄປ​ພາຍໃນ​ປະມານ 1 ​ເດືອນ. ເຈົ້າ​ໜ້າ​ທີ່​ໂຄງການ​ອາຫານ​ໂລກ​ໄດ້​ເດີນທາງໄປ​ຮອດ​ເກົາຫລີ​ເໜືອ​ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ເພື່ອ​ຊັ່ງ​ຊາ​ຕີ​ລາຄາ​ເບິ່ງ​ຄວາມ​ຕ້ອງການ​ເຂົ້າປາ​ອາຫານວ່າມີ​ເທົ່າ​ໃດ​ແທ້ໃນ​ປັດຈຸບັນ​ນີ້.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ທາງ​ວໍ​ຊິງ​ຕັນກໍ​ກໍາລັງ​ຕິດຕາມ​ເບິ່ງ​ສະຖານະ​ການຢູ່ ​ແຕ່​ບໍ່​ໄດ້​ກະກຽມ​ທີ່​ຈະ​ຮື້ຟື້ນ​ການ​ຊ່ອຍເຫລືອ​ຄືນເທື່ອ​ໃນ​ເວລາ​ນີ້. ສະຫະລັດ​ໄດ້​ງົດ​ການ​ຊ່ອຍ​ເຫລືອ​ຂອງ​ຕົນ​ເມື່ອ 2 ປີຜ່ານມາ ​ເພາະມີ​ຄວາມ​ສົງ​ໄສ​ວ່າ​ພວກເຂົ້າປາ​ອາຫານ​ທີ່​ສົ່ງ​ໄປ​ຊ່ວຍ​ເຫລືອ​ນັ້ນໄດ້​ຖືກ​ນໍາ​ໄປ​ແຈກ​ຢາຍ​ໃຫ້​ພວກ​ທະຫານ ແທນ​ທີ່​ຈະ​ໄປ​ຮອດ​ໄປ​ເຖິງ​ພວກ​ປະຊາຊົນທີ່​ມີ​ຄວາມຕ້ອງການ​ຫລາຍ​ທີ່​ສຸດ​ນັ້ນ.

ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ພຽງ​ຢ້າງ ​ບໍ່​ມີ​ສາຍ​ພົວພັນ​ທາງ​ການ​ທູດ​ນໍາກັນ. ​ເກົາຫລີ​ເໜືອ​ແລະ​ເກົາຫລີ​ໃຕ້​ກໍ​ບໍ່​ມີ​ສາຍ​ພົວພັນ​ທາງ​ການ​ທູດ​ກັນ​ເຊ່ນ​ກັນ ​ແລະ​ເວົ້າ​ທາງ​ດ້ານ​ເທັກ​ນິກ​ແລ້ວ​ກໍ​ແມ່ນ​ວ່າຍັງ​ຢູ່​ໃນສະພາວະ​ສົງຄາມ​ກັນ ​ນັບ​ແຕ່​ໄດ້​ມີ​ການ​ຢຸດ​ຍິງ​ໃນ​ປີ 1953 ທີ່​ໄດ້​ເຮັດສົງ ຄາມ​ເກົາຫລີ​ເປັນ​ເວລາ 3 ປີ​ ຍຸດຕິ​ລົງ​ນັ້ນ.

ເປັນ​ຫລາຍໆ​ປີ​ກ່ອນ​ໜ້າ​ 2008 ນັ້ນ ​ເກົາຫລີ​ໃຕ້​ໄດ້​ເປັນ​ແຫ​ລ່ງຕົ້ນຕໍຂອງເຂົ້າປາ​ອາຫານສໍາລັບ​ເກົາຫລີ​ເໜືອ ​ໂດຍ​ໄດ້​ສົ່ງ​ເຂົ້າ​ແລະ​ຝຸ່ນ​ປຸ໋ຍຫລາຍ​ແສນໂຕນ​ໄປ​ໃຫ້. ແຕ່​ວ່າ ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ ລັດຖະບານ​ທີ່​ນິຍົມ​ແນວທາງ​ເດີມ​ຂອງ​ກຸງ​ໂຊນ​ ໄດ້​ເອົາ​ເລື້ອງ​ການ​ຊ່ອຍ​ເຫລືອ​ນີ້​ ໄປ​ພົວພັນ​ກັບ​ຄວາມ​ພະຍາຍາມ​ຂອງ​ຄອມ​ມິ​ວນິດເກົາຫລີ​ເໜືອ ໃນການທັບ​ມ້າງ ໂຄງການຜະລິດ​ອາວຸດ​ນິວ​ເຄລຍຂອງ​ຕົນ​ນັ້ນ.

ເຊື່ອ​ກັນ​ວ່າ ປະຊາຊົນ​ເກົາຫລີ​ເໜືອ​ຫລາຍ​ແສນ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ຍ້ອນ​ຄວາມ​ອຶດຫິວໃນ ລະຫວ່າງ​ຊຸມ​ປີ 1990 ນັ້ນ. ອົງກອນ​ນຶ່ງ​ຂອງ​ລັດຖະບານ​ເກົາຫລີ​ໃຕ້​ໃນ​ກຸງ​ໂຊນ ກ່າວ​ວ່າ ພວກ​ຜູ້​ຊາຍ​ຜູ້​ໃຫຍ່​ໃນ​ເກົາຫລີ​ເໜືອ​ໂດຍ​ສະ​ເລ່ຍ​ແລ້ວ ​ມີ​ລວງ​ສູງ​ຕໍ່າ​ກວ່າ​ພວກ​ຜູ້​ຊາຍ​ໃນ​ເກົາຫລີ​ໃຕ້ ​ປະມານ 15 ຊັງ​ຕິ​ແມັດ​ ໃນ​ປັດຈຸບັນ​ນີ້.

ບັນດາອົງການ​ຈັດ​ຕັ້ງ​ດ້ານ​ມະນຸດສະ​ທໍາ​ກໍກ່າວ​ວ່າ ພວກ​ເດັກນ້ອຍ​ໃນ​ເກົາຫລີ​ເໜືອ​ສະ​ແດງ​ຮ່ອງຮອຍໃຫ້​ເຫັນ​ເຖິງ​ຄວາມ​ພິການ​ທາງສະໝອງ ​ຫລື​ສະຕິ​ປັນຍາ ຍ້ອນການ​ຂາດ​ແຄນ​ໄວ​ຕາ​ມິນ​ໃນອາຫານ​ທີ່ເຂົາ​ເຈົ້າ​ກິນ​ນັ້ນ. ອົງການ​ກຸສົນ​ທີ່​ບໍ່​ຫາ​ຜົນ​ກໍາ​ໄລ​ເກົາຫລີ​ໃຕ້​ກຸ່ມ​ນຶ່ງ ​ທີ່ມີ ຊື່ວ່າ Good Friends ກ່າວ​ໃນ​ສັບປະດາ​ແລ້ວ​ນີ້​ວ່າ ບັດ​ນີ້ ​ພວກ​ທະຫານ​ເກົາຫລີ​ເໜືອ​ບໍ່​ ໄດ້​ຮັບ​ອັດຕາ​ສ່ວນເຂົ້າ​ອີກ​ແລ້ວ ​ແຕ່​ໄດ້​ຮັບເຂົ້າສາລີ​ແທນ ມື້​ນຶ່ງ​ບໍ່​ຮອດ 300 ກຣາມດ້ວຍ ຊໍ້າ. ອົງການ​ນີ້​ເວົ້າ​ຕື່ມ​ວ່າ ການ​ເຝິກ​ແອບທະຫານ​ໃນ​ຍາມໜາວ​ນັ້ນ ກໍ​ໄດ້​ຢຸດ​ເຊົາ​ໄປ​ແລ້ວ ​ເພາະວ່າ​ພວກ​ທະຫານ​ຫລາຍ​ຄົນ​ໂພດ​ ມີ​ສຸຂະພາບ​ບໍ່​ດີ​ຍ້ອນ​ບໍ່​ມີ​ເຂົ້າປາ​ອາຫານ​ກິນ​ພຽງພໍ.

ປະຊາ​ຄົມນາໆ​ຊາດ​ບໍ່​ມີ​ຄວາມ​ເຕັມ​ໃຈ​ ທີ່​ຈະຮື້​ຟື້ນ​ການ​ຊ່ອຍ​ເຫລືອ​ຄືນ​ໃຫ້​ແກ່​ກຸງ​ພຽງ​ຢ້າງ ຫລັງ​ຈາກເກີດເຫດການ​ຮຸນ​ແຮງ​ຫລາຍໆ​ບັ້ນ​ໃນ​ປີ ແລ້ວ​ນີ້. ​ເກົາຫລີ​ເໜືອ​ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ວ່າ​ເປັນ​ຜູ້​ເຮັດ​ໃຫ້​ກໍາ​ປັ່ນ​ລົບ​ລໍານຶ່ງ​ຂອງກອງທັບ​ເຮືອ​ເກົາຫລີ​ໃຕ້​ຈົມ​ນໍ້າ​ໃນ​ທະ​ເລ​ເຫລືອງ​ໃນ​ປີ​ແລ້ວ​ນີ້ ຊຶ່ງ​ທາງ​ກຸງ​ພຽງ​ຢ້າງໄດ້ປະຕິ​ເສດ​ຄວາມ​ຮັບຜິດຊອບນັ້ນ. ນອກ​ນີ້​ເກົາຫລີ​ເໜືອ​ຍັງ​ໄດ້​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ເກາະ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ ອ້າງ​ວ່າ ​ການ​ຊ້ອມ​ລົບ​ຂອງ​ເກົາຫລີ​ໃຕ້​ເປັນສາ​ເຫດ​ພາ​ໃຫ້​ເກີດ​ເລື້ອງ​ດັ່ງກ່າວ​ຂຶ້ນ.

XS
SM
MD
LG