ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຂ່າວ AP ໄຂ ຫ້ອງການ ທີ່ເກົາຫລີເໜືອ


ທ່ານ Tom Curley ປະທານອົງການຂ່າວ AP (ຊ້າຍ) ແລະທ່ານ Kim Pyong Ho ປະທານ ສໍານັກງານສູນກາງຂ່າວເກົາຫລີເໜືອ ຖືປ້າຍອົງການຂ່າວ Associated Press ທີ່ກຸງພຽງຢ້າງ.
ວັນທີ 16 ມັງກອນ 2012.
ທ່ານ Tom Curley ປະທານອົງການຂ່າວ AP (ຊ້າຍ) ແລະທ່ານ Kim Pyong Ho ປະທານ ສໍານັກງານສູນກາງຂ່າວເກົາຫລີເໜືອ ຖືປ້າຍອົງການຂ່າວ Associated Press ທີ່ກຸງພຽງຢ້າງ. ວັນທີ 16 ມັງກອນ 2012.























ອົງການ​ຂ່າວ AP ຫລື Associated Press ໄດ້ໄຂ​ຫ້ອງການ​ຂຶ້ນ​ໃນ​ນະຄອນຫລວງ​ພຽງ​ຢາງ​ຂອງ​ເກົາຫລີ​ເໜືອ ຊຶ່ງ​ເປັນ​ອົງການ​ຂ່າວ​ສາກົນແຫ່ງ​ທໍາ​ອິດ​ທີ່​ມີໜ້າໂດຍ​ເຕັມ​ຢູ່​ທີ່​ນັ້ນ ​ເພື່ອ​ຕິດຕາມລາຍ​ງານຂ່າວຈາກ​ປະ​ເທດ​ທີ່​ຢູ່ຢ່າງ​ໂດດດ່ຽວແຫ່ງ​ນັ້ນ ທັງໃນ​ຄໍາ​ເວົ້າ ​ຮູບ​ພາບ​ແລະ​ຮູບວີ​ດີ​ໂອ​ ອອກສະ​ເໜີ​ຄົນ​ທົ່ວ​ໂລກ.

ອົງການ​ຂ່າວ AP ​ໄຂ​ຫ້ອງການ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ທໍາ​ການ​ເຈລະຈາ​ມາເປັນ​ເວລາ​ເກືອບ​ນຶ່ງ​ປີ ​ແລະບໍ່​ຮອດ​ນຶ່ງ​ເດືອນ​ຫລັງ​ຈາກການເຖິງ​ແກ່​ມໍລະນະ​ກໍາຂອງ​ມື້​ລາງ​ຜູ້​ນໍາ​ ​ກິມຈົງ​ອີລ ທີ່​ປົກຄອງປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ.

ທ່ານ Tom Curley ປະທານ​ແລະ​ຫົວໜ້າ​ບໍລິຫານ​ອົງການ​ຂ່າວ APກ່າວ​ວ່າ ຫ້ອງການ​ໃໝ່​ທີ່​ສຸດຂອງ​ AP ​ແຫ່ງ​ນີ້ ​ຈະອໍານວຍ​ໃຫ້​ AP ບັນທຶກ​ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຜູ້​ຄົນ​ ສະຖານ​ທີ່ ແລະ​ການເມືອງ ​ຂອງ​ເກົາຫລີ​ເໜືອ ໃນ​ທຸກ​ຮູບ​ແບບຂອງ​ສື່​ຂ່າວໃນ​ໄລຍະ​ເວລາ​ທີ່​ສໍາຄັນ ​ທີ່​ສຸດ​ໃນ​ປະວັດ​ສາດ​ຂອງ​ເກົາຫລີ​ເໜືອ. ທ່ານ Curley ກ່າວຕໍ່​ໄປ​ວ່າ ຫ້ອງການ​ປະ​ຈໍາ​ກຸງ​ພຽງ​ຢາງ​ ຈະ​ດໍາ​ເນີນ​ງານ​ພາຍ​ໃຕ້​ມາດຕະຖານແລະພາກ​ປະຕິບັດແບບ​ດຽວ​ກັນ​ກັບ​ຫ້ອງການ​ອື່ນໆຂອງ​ AP ​ຢູ່​ໃນ​ທົ່ວ​ໂລກ.

ຫ້ອງການ​ແຫ່ງ​ນີ້​ຈະຂະຫຍາຍ​ການ​ມີໜ້າ​ຂອງ​ AP ​ໃນ​ເກົາຫລີເໜືອຊຶ່ງ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຍັງ​ເປັນ​ເຂດ​ຫວງ​ຫ້າມສໍາລັບ​ພວກ​ນັກ​ຂ່າວ​ຕ່າງປະ​ເທດ​. ​ໃນ​ປີ 2006 ອົງການ​ຂ່າວ AP ​ໄດ້​ເປັນ​ອົງການ​ຂ່າວ​ສາກົນ​ແຫ່ງ​ທໍາ​ອິດ ທີ່​ໄດ້​ໄຂ​ຫ້ອງການ​ວີ​ດີ​ໂອ​ຂຶ້ນ​ໃນ​ກຸງ​ພຽງ​ຢາງ.

ປະທານ​ຂອງ​ສໍານັກງານສູນ​ກາງ​ຂ່າວ​ທີ່​ລັດ​ຄວບ​ຄຸມ​ຂອງ​ເກົາຫລີ​ເໜືອ​ກ່າວ​ໃນ​ວັນຈັນ​ມື້​ນີ້​ວ່າ ການ​ໄຂ​ຫ້ອງການ​ຂ່າວ AP ຂຶ້ນ​ແມ່ນ​ມີ​ຄວາມໝາຍ​ທີ່​ສໍາຄັນ​ຫລາຍ.

ຫ້ອງການ​ຂ່າວ AP ​ໃນ​ເກົາຫລີ​ເໜືອ ​ຈະ​ມີ​ພະນັກງານ​ຊາວເກົາຫລີ ເໜືອ 2 ຄົນ ​ທີ່​ຈະ​ເຮັດ​ວຽກຢູ່​ພາຍ​ໃຕ້​ການ​ກໍາກັບ​ດູ​ແລ​ຂອງ​ນັກ​ຂ່າວ​ອາ​ເມຣິກັນ 2 ຄົນ​ ທີ່​ມີ​ປະສົບ​ການ​ລະຫວ່າງ​ຊາດ​ຢ້າງ​ກວ້າງຂວາງ. ​ນັກ​ຂ່າວ​ອາ​ເມຣິກັນທັງ​ສອງຍັງ​ຈະ​ທໍາ​ການ​ເຝິກ​ແອບ​ພວກ​ນັກ​ຂ່າວ​ ທ້ອງ​ຖິ່ນ​ເຊ່ນ​ກັນ.

XS
SM
MD
LG