ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານນາງອອງ ຊານ ຊູຈີ ກ່າວຄໍາປາໄສຕໍ່ ຄະນະກໍາມະການໂນແບລ (ສະໄລດ໌)


ທ່ານນາງອອງຊານ ຊູຈີ ຂະນະຍ່າງເຂົ້າໄປໃນຫ້ອງໂຖງເພື່ອຮັບລາງວັນໂບແບລຂະແໜງສັນຕິ ພາບ ທີ່ເມືອງຫຼວງ Oslo ປະເທດ Norway
ທ່ານນາງອອງຊານ ຊູຈີ ຂະນະຍ່າງເຂົ້າໄປໃນຫ້ອງໂຖງເພື່ອຮັບລາງວັນໂບແບລຂະແໜງສັນຕິ ພາບ ທີ່ເມືອງຫຼວງ Oslo ປະເທດ Norway

ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ມຽນມາ ກ່າວ​ວ່າ ລາງວັນ ​ໂນແບ​ລຂະ​ແໜງ​ສັນຕິພາບ​ທີ່​ທ່ານ​ນາງ​ໄດ້​ຮັບ​ນັ້ນ ​ໄດ້​ເປີດ​ປະຕູ​ຢູ່​ໃນ​ຫົວ​ໃຈ​ຂອງ​ທ່ານ​ນາງ ​ແລະ​ຊ່ວຍ​ເສີມ​ຂະຫຍາຍ​ຄວາມ​ເປັນ​ຫ່ວງ​ຂອງ​ທ່ານ​ນາງໃນ​ເລື້ອງປະຊາທິປະ​ໄຕ ​ແລະ​ສິດທິມະນຸດ​ອອກໄປ​ກາຍ​ເຂດ​ຊາຍ​ແດນ​ແຫ່​ງຊາດ​ຂອງ​ທ່ານ​ນາງ.

ຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ ​ເມືອງ​ທັງ​ໝົດ ​ໃນຄໍາ​ປາໄສທີ່​ທ່ານ​ນາງ​ກ່າວໃນ​ພິທີ​ຮັບ​ລາງວັນ​ໂນແບ​ລ ທີ່​ປະ​ເທດ​ນໍ​ເວ ​ເມື່ອ​ວັນ​ເສົາ​ວານ​ນີ້ ຊຶ່ງ​ເປັນ​ເວລາ 21 ປີ ຫຼັງຈາກ​ທ່ານ​ນາງ​ ໄດ້​ຮັບ​ລາງວັນ​ດັ່ງກ່າວ​. ທ່ານ​ນາງ​ໄດ້​ຖື​ກກັກ​ບໍລິ​ເວນ​ຢູ່​ໃນ​ມຽນມາ ​ໃນ​ປີ 1991 ນັ້ນ ​ແລະ​ສາມີກັບລູກ​ຊາຍ​ຂອງ​ທ່ານ​ນາງ​ເປັນ​ຜູ້​ຮັບເອົາລາງວັນ ກຽດຕິຍົດດັ່ງກ່າວ ​ໃນ​ນາມ​ທ່ານ​ນາງ​ໃນ​ເວລາ​ນັ້ນ.

ທ່ານ​ນາງ​ອອງຊານ ຊູ​ຈີ ກ່າວ​ວ່າ ການ​ຖືກ​ກັກ​ບໍລິ​ເວນ ​ໄດ້​ໂດດດ່ຽວ​ທ່ານ ນາງ​ຈາກ​ໂລກ​ພາຍ​ນອກກໍ​ຈິງ ​ແຕ່​ລາງວັນ​ໂນແບ​ລອັນ​ຊົງ​ກຽດ​ນີ້ ​ແມ່ນ​ໄດ້ ຊ່ວຍໃຫ້ທ່ານ​ນາງໄດ້​ເຊຶ່ອມ​ໂຍງ​ກັບ​ປະຊາ​ຄົມນາ​ນາ​ຊາດ.

​ ທ່ານ​ນາງ​ກ່າວ​ວ່າ ເຖິງ​ແມ່ນ​ການ​ດໍາ​ເນີນ​ການ​ປະຕິ​ຮູບ​ໄດ້​ເລີ່​ມຕົ້ນ​ຂຶ້ນຢູ່​ໃນ​ມຽນມາ​ແລ້ວ​ກໍ​ຕາມ ​ແຕ່​ກໍ​ຍັງ​ມີນັກ​ໂທດ​ການ​ເມືອງທີ່​ຍັງ​ຖືກ​ກັກ​ຂັງ​ຢູ່​ໃນມຽນມາ ​ແລະ​ທ່ານ​ນາງ​ເປັນ​ຫ່ວງ​ວ່າ​ ພວກ​ເຂົາ​ເຈົ້າອາດ​ຖືກ​ມອງ​ຂ້າມໃນ​ເມື່ອ​ວ່າ ບັດ​ນີ້ ພວກນັກ​ໂທດອື່ນໆ ​ທີ່​ຮູ້​ຈັກ​ກັນ​ດີ ​ໄດ້​ຖືກ​ປ່ອຍ​ຕົວ​ໄປແລ້ວ.

ທ່ານ​ນາງ ອອງຊານ ຊູ​ຈີ ກ່າວ​ຕໍ່​ໄປ​ວ່າ ນັກ​ໂທດ​ຈິດ​ສໍາ​ນຶກພຽງ​ຄົນດຽວ​ທີ່​ຖືກ​ກັກ​ນັ້ນ ກໍແມ່ນຫຼາຍ​ເກີນ​ໄປ​ແລ້ວ ຊຶ່ງ​ໄດ້ຮັບ​ສຽງ​ຕົບມື​ຊົມ​ເຊີຍຢ່າງ​ໃຫຍ່​ຈາກ​ບັນດາ​ຜູ້​ຟັງ​ຜູ້ຊົມ ​ໃນ​ເມືອງຫຼວງຂອງ​ປະ​ເທດ​ນໍ​ເວ​ນັ້ນ.

ທ່ານ​ນາງ​ກ່າ​ວອີກ​ວ່າ ການ​ດິ້ນຮົນ​ຕໍ່ສູ້​ຂອງ​ທ່ານ​ນາງ​ເພື່ອ​ປະຊາ​ທິປະ​ໄຕ ​ແລະ​ເສລີພາບ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ ​ໄດ້​ສິດສອນ​ໃຫ້​ທ່ານ​ນາງ​ຮູ້​ເຖິງ​ພະລັງ​ແຫ່ງຄວາມ​ເມດ​ຕາປາ​ນີ ​ແລະ​ກ່າວ​ຕື່ມ​ວ່າ ​ເວລາໃດທີ່ຄວາມເຈັບ​ປວດທຸກທໍລະມານ​ໄດ້​ຖືກ​ເມີນ​ເສີຍ ມັນ​ກໍ​ຈະປູກຝັງ​ແກ່ນ​ແຫ່ງການ​ຂັດ​ ແຍ້​ງກັນ ​ເພາະວ່າ​ຄວາມເຈັບ​ປວດນັ້ນ ພາ​ໃຫ້​ເກີດ​ຄວາມ​ຮູ້ສຶກ​ຕ້ອຍ​ຕໍ່າ ຄວາມ​ຂົມ​ຂື່ນ ​ແລະເຄືອງ​ແຄ້ນ ​ຢູ່ໃນ​ບັນດາ​ຜູ້​ທີ່ໄດ້​ປະສົບ​ກັບ​ມັນ.

XS
SM
MD
LG