ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ມອບລາງວັນໂນ​ແບລ ໃຫ້ແກ່ນັກວິທະຍາສາດຜະລິດຢາວັກຊີນ ປ້ອງກັນໂຄວິດ-19 mRNA


ໃນຮູບທີ່ບໍ່ມີການດັດແກ້ຈາກການຢາ Penn, ທ່ານນາງເຄັດເທີລິນ ກາຣິໂກ ແລະ ທ່ານດຣິວ ໄວສ໌ແມນຢູ່ທີ່ມະຫາວິທະຍາໄລເພັນຊີລວາເນຍ ໃນນະຄອນຟິລາເດລເຟຍ. ທ່ານທັງສອງ ໄດ້ຮັບລາງວັນໂນເບລທາງດ້ານການຢາ ໃນວັນທີ 2 ຕຸລາ 2023, ສໍາລັບການຄົ້ນພົບທີ່ສາມາດສ້າງຢາວັກຊີນ mRNA.
ໃນຮູບທີ່ບໍ່ມີການດັດແກ້ຈາກການຢາ Penn, ທ່ານນາງເຄັດເທີລິນ ກາຣິໂກ ແລະ ທ່ານດຣິວ ໄວສ໌ແມນຢູ່ທີ່ມະຫາວິທະຍາໄລເພັນຊີລວາເນຍ ໃນນະຄອນຟິລາເດລເຟຍ. ທ່ານທັງສອງ ໄດ້ຮັບລາງວັນໂນເບລທາງດ້ານການຢາ ໃນວັນທີ 2 ຕຸລາ 2023, ສໍາລັບການຄົ້ນພົບທີ່ສາມາດສ້າງຢາວັກຊີນ mRNA.

ນັກວິທະຍາສາດສອງຄົນ ທີ່ໄດ້ຮ່ວມກັນດໍາເນີນງານ ບຸກ​ເບີກ​ນະ​ວັດ​ຕະ​ກຳ​ໃໝ່​ດ້ານເຕັກໂນໂລ​ຈີ ເຊິ່ງຢູ່ເບື້ອງຫລັງ​ຢາວັກຊີນ​ບາງ​ຊະ​ນິດ​ກັນ COVID-19 ທີ່ມີປະສິດຕິຜົນທີ່ສຸດ, ໄດ້ຮັບລາງວັນໂນ​ແບລດ້ານການແພດ ປະຈໍາປີ 2023, ເຊິ່ງເປັນລາງວັນທີ່ມີກຽດທີ່ສຸດ ຢູ່ໃນຂະແຫນງການດັ່ງກ່າວ.

ນັກວິທະຍາສາດອາເມຣິກັນ ເຊື້ອສາຍຮັງກາຣີ ທ່ານນາງເຄັດເທີລິນ ກາຣິໂກ (Katalin Kariko) ແລະເພື່ອນຮ່ວມງານຊາວອາເມຣິກັນ, ທ່ານດຣູ ໄວສ໌ແມນ (Drew Weissman), ໄດ້ເລີ່ມປະຕິບັດງານໃນສິ່ງທີ່ຮ້ອງວ່າ ເທັກໂນໂລຈີ “mRNA” ໃນຕົ້ນຊຸມປີ 1990 ຢູ່ທີ່ມະຫາວິທະຍາໄລ ເພັນຊີລເວເນຍ. ການຜ່ານຜ່າອຸປະສັກຂອງພວກເຂົາເຈົ້າ ແມ່ນສິ່ງສໍາຄັນໃນການພັດທະນາ​ຢາວັກຊີນປ້ອງກັນໄວຣັສໂຄໂຣນາ ໂມເດີນາ (Moderna) ແລະ ຟາຍເຊີ-ໄບໂອເທັກ (Pfizer-BioNtech), ເຊິ່ງໄດ້ພິສູດວ່າ ມີປະສິດຕິຜົນທີ່ສຸດ ໃນການຮັບມືກັບພະຍາດໂຄວິດ-19.

ຄະນະກໍາມະການທາງການແພດຂອງລາງວັນໂນແບລໃນປະເທດສະວີເດັນກ່າວວ່າ ການຄົ້ນພົບດັ່ງກ່າວ ໄດ້ຊ່ວຍກໍາຈັດນຶ່ງໃນໄພຂົ່ມຂູ່ອັນຍິ່ງໃຫຍ່ທີ່ສຸດຕໍ່ສຸຂະພາບຂອງມວນມະນຸດໃນຍຸກສະໄຫມນີ້.

"ຢາວັກຊີນ mRNA, ຮ່ວມກັບຢາວັກຊີນໂຄວິດ-19 ອື່ນໆ, ໄດ້ຖືກນໍາໃຊ້ໄປແລ້ວຫຼາຍກວ່າ 13 ຕື້ຄັ້ງ. ພ້ອມກັນນັ້ນ, ພວກເຂົາເຈົ້າຍັງໄດ້ຊ່ວຍຊີວິດຫຼາຍລ້ານຄົນ, ປ້ອງກັນພະຍາດໂຄວິດ-19 ທີ່ຮ້າຍແຮງ, ຫຼຸດຜ່ອນຈໍານວນຂອງພະຍາດໂດຍລວມ, ແລະຊ່ວຍໃຫ້ສັງຄົມເປີດຄືນມາອີກຄັ້ງ,” ສະມາຊິກຄະນະກໍາມະການລາງວັນໂນ​ແບລ ທ່ານຣິກກາດ ແຊນເບີກ (Rickard Sandberg) ກ່າວຕໍ່ບັນດານັກຂ່າວ ລຸນຫລັງທີ່ມີການປະກາດ ໃນວັນຈັນວານນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG