ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາວ​ຍັງ​ບໍ່​ສະ​ແດງ​ທ່າ​ທີ​ຕໍ່​ກໍລະນີ ​ທີ່ຖືກນັກລົງທຶນ​ຕ່າງ​ຊາດ​ ຟ້ອງ​ຮ້ອງຕໍ່ ທະນາຄານໂລກ


ທາງໃນ​ກາສິ​ໂນ Savan Vegas ​ທີ່​ແຂວງ​ສະຫວັນນະ​ເຂດ.
ທາງໃນ​ກາສິ​ໂນ Savan Vegas ​ທີ່​ແຂວງ​ສະຫວັນນະ​ເຂດ.


ສືບ​ເນື່ອງ​ຈາກ​ການ​ອອກ​ມາ​ເປິ​ດ​ເຜີຍ​ໂດຍ​ທ່ານ Jody Jordahl
ປະທານ ບໍລິສັດ Sanum Investment ຈາກ​ປະ​ເທດ​ຈີນ ທີ່​ລະ
ບຸ​ວ່າ ​ບໍລິ​ສັດ​ໄດ້​ຖືກ​ທາງ​ການລາວ ​ຖອນ​ສໍາ​ປະທານ​ການ​ລົງທຶນ​
ໃນ​ກິດຈະການ​ໂຮງ​ແຮມ​ແລະ​ບ່ອນ​ກາສິ​ໂນ​ໃນ​ລາວ ຢ່າງ​ບໍ່​ເປັນ
​ທໍາ​ກັບ​ທັງ​ຍັງ​ຖືກ​ຫຸ້ນ​ສ່ວນ​ຄົນ​ລາວ​ ທີ່​ມີ​ຄວາມໃກ້ຊິດ​ກັບ​ກຸ່ມ​ຜູ້​ມີ
​ອໍານາດ​ໃນລາວ​ ເຂົ້າຍຶດ ​ແລະ​ຄອບ​ຄອງ​ກິດຈະການ​ຢ່າງ​ບໍ່​ຖືກ
ຕ້ອງ​ອີກດ້ວຍ​ນັ້ນ ກໍ​ປາກົດ​ວ່າ​ຍັງ​ຄົງບໍ່ມີ​ການສະ​ແດງ​ທ່າ​ທີ​ຈາກ
​ທາງ​ການ​ລາວ​ຕໍ່​ກໍລະນີ​ດັ່ງກ່າວ​ນີ້​ແຕ່​ຢ່າງ​ໃດ.

ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ VOA ຈະ​ໄດ້​ພະຍາຍາມ​ຕິດ​ຕໍ່​ໄປ​ເຖິງ​ພະ
ນັກງງານ​ຂອງ​ທາງ ການ​ລາວ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ດັ່ງກ່າວ​ນີ້​
ແລ້ວ​ກໍ​ຕາມ ຫາກ​ແຕ່​ກໍ​ໄດ້​ຮັບ​ການ​ອະທິບາຍ​ພຽງ​ແຕ່​ວ່າ​ ກໍລະນີ​
ບັນ​ຫາດັ່ງກ່າວ ​ຍັງ​ຢູ່ໃນ​ຂັ້ນ​ຕອນ​ການ​ເຈລະຈາ​ເພື່ອຫາທາງແກ້
​ໄຂ​ບັນຫາ​ຮ່ວມ​ກັນ​ລະຫວ່າງ​ຄູ່​ກໍລະນີ ຈຶ່ງບໍ່ສາມາດ​ທີ່​ຈະ​ເປີດ
​ເຜີຍ​ລາຍລະອຽດ​ໄດ້​ໃນ​ຂະນະ​ນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຈາກ​ການ​ອອກ​ມາ​ເປີດ​ເຜີຍ​ຂໍ້​ມູນ​ໂດຍ​ທ່ານ Jody Jordahl ​ໃນ​ອາທິດ
​ຜ່ານ​ມາ​ນັ້ນ ກໍ​ໄດ້​ໃຫ້ການ​ຢືນຢັນ​ຢ່າງ​ຊັດ​ເຈນ​ວ່າ ​ທາງ​ບໍລິສັດ Sanum Investment ໄດ້
​ພະຍາຍາມ​ຕິດ​ຕໍ່​ເຈລະຈາ​ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຢູ່​ໃນ​ລາວແລ້ວ ​ໂດຍ​ບໍ່​ວ່າ​ຈະເປັນ
​ຫຸ້ນ​ສ່ວນ​ຝ່າຍ​ລາວ ໜ່ວຍ​ງານ​ຂອງ​ລັດຖະບານ ສໍານັກງານ ​ໄກ່​ເກ່ຍຂໍ້​ພິພາດ​ກ່ຽວ​ກັບ​ການ
​ລົງທຶນ​ແລະ​ສານ​ປະຊາຊົນ​ລາວ​ກໍ​ຕາມ ຫາກ​ແຕ່​ກໍ​ບໍ​ມີ ຜົນ​ຫຍັງ​ເລີຍ ນອກຈາກ​ການ​ທີ່​ຕ້ອງ
​ອອກ​ມາ​ຈາກ​ລາວໂດຍ​ບໍ່​ມີ​ຫຍັງ​ຕິດ​ຕົວ​ທັງ​ໝົດ.

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ Jody Jordahl ຍັງ​ໄດ້​ລະບຸ​ດ້ວຍ​ວ່າ​ຜົນ​ປະ​ໂຫຍ​ດຈາ​ກ ການດໍາເນີນ
ກິດຈະການ​ທີ່​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ ຊຶ່ງ​ເຮັດ​ໃຫ້ສິນ​ຊັບ​ຂອງ​ບໍລິ
ສັດ​ເພີ່ມ​ຂຶ້ນຈາກ 85 ລ້ານ​ໂດ​ລາ ​ເປັນ 400 ລ້ານ​ໂດ​ລາ​ໃນ​ປັດຈຸບັນ​ນີ້ ຄື​ສາ​ເຫດ​ສໍາຄັນ​
ທີ່​ເຮັດ​ໃຫ້​ມີ​ການ​ດໍາ​ເນີນ​ມາດ​ຕະການ​ຕ່າງໆ​ເພື່ອ​ກົດ​ດັນ​ໃຫ້​ຮຸ້ນ ສ່ວນ​ຝ່າຍ​ຈີນ​ຕ້ອງ​ຖອນ
​ຕົວ​ຈາກ​ການ​ຮ່ວມ​ທຶນ ​ເຊັ່ນ​ການ​ຍົກ​ເລີກ​ທໍາ​ປະທານ​ການ​ຮຽກເກັບ​ພາສີ ​ແລະ​ຄ່າ​ທໍາ​ນຽມ
ຢ້ອນຫຼັງ ​ແລະການ​ຍຶດຊັບ​ສິນ​ຂອງ​ບໍລິສັດ​ເປັນ​ຕົ້ນ.

ໃນ​ປັດຈຸບັນ​ ບໍລິສັດ Sanum Investment ຖື​ເປັນ​ຮຸ້ນ​ສ່ວນ​ໃຫຍ່​ໃນ​ກິດຈະການໂຮງແຮມ
​ແລະ​ບ່ອນ​ກາສິ​ໂນ​ໃນ Savan Vegas ​ແລະ​ຢູ່​ແຂວງ​ສະຫວັນນະ​ເຂດ ກັບ​ທັງ​ຍັງ​ມີ​ກິດ
ຈະການ​ເຄື່ອງ​ຫຼິ້ນ​ເກ​ມການ​ພະນັນຕູ້​ຢອດ​ຫຼຽນ ຫຼື Slot Machine ຢູ່​ທ່າ​ນາ​ແລ້ງ ທ່າ​ແຂກ ປາກ​ຊັນ ​ແລະ​ກໍ​ຍັງ​ທຸ່ມ​ເທ​ທຶນ​ສ້າງ​ໂຮງ​ແຮມ ​ແລະ​ບ່ອນ​ກາສິ​ໂນ​ຢູ່​ປາກ​ຊ່ອງ ​ແຂວງ​ຈໍາປາສັກ ອີກ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຮຸ້ນ​ສ່ວນ​ຝ່າຍຈີນ ​ໄດ້​ຟ້ອງ​ຮ້ອງ​ທາງ​ການ​ລາວ​ຕໍ່​ທະນາ ຄານ​ໂລກ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ໃນ​ຂະນະ​ນີ້.

​ແຕ່ຢ່າງ​ໃດ​ກໍ​ຕາມ ທ່ານ Jody Jordahl ກໍ​ໄດ້​ສະ​ແດງ​ຄວາມ​ຄາດ​ຫວັງ​ວ່າ​ບັນຫາດັ່ງກ່າວ
​ຈະ​ຍຸດຕິ​ລົງ​ໄດ້​ດ້ວຍ​ການ​ເຈ​ລະຈາ​ ເພື່ອ​ຫາ​ທາງ​ອອກ​ຮ່ວມ​ກັນ ຫາກ​ບໍ່​ສະ​ນັ້ນ​ແລ້ວ​ ກໍລະນີ​ ບັນຫາ​ນີ້​ ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ເຊື່ອ​ໝັ້ນ​ຂອງ​ບັນດາ​ບໍລິສັດ​ຕ່າງຊາດ​ທີ່​ຢາກ​ຈະ
​ເຂົ້າມາ​ລົງທຶນ​ໃນ​ລາວ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ດັ່ງ​ທີ່​ທ່ານ Jody Jordahl ​ໄດ້​ຖະ​ແຫຼງ​ເນັ້ນ​ຢໍ້າວ່າ:

“ກ່ອນ​ໜ້າ​ນີ້ ກະຊວງ​ແຜນການ​ແລະ​ການ​ລົງທຶນ​ລາຍ​ງານ​ວ່າການ​ລົງທຶນ​ໂດຍ​
ກົງ​ຂອງ​ຕ່າງປະ​ເທດ​ໃນ​ລາວ​ນັບ​ແຕ່​ປີ 1988 ຈົນ​ເຖິງ​ທ້າຍ​ປີ 2011 ມີ​ມູນ​ຄ່າ​
ສະ​ສົມ​ເກີນ​ກວ່າ 16,000 ລ້ານ​ໂດ​ລາ ​ໂດຍ​ທາງ​ການລາວ​ໄດ້​ອະນຸມັດ​ການ​
ລົງທຶນ​ໄປ​ທັງ ໝົດ 4,416 ​ໂຄງການ ຊຶ່ງ​ສ່ວນ​ໃຫຍ່​ກໍ​ເປັນ​ການ​ລົງທຶນ​ໃນ​ພາກ​
ພະລັງງານ ຂຸດ​ຄົ້ນ ​ແຮ່​ທາດ​ ກະສິກໍາ-ປ່າ​ໄມ້ ​ແລະ​ພາກ​ບໍລິການ ຕາມ​ລໍາດັບ.”


ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ລາວ​ຍັງ​ເຊື່ອ​ໝັ້ນ​ດ້ວຍອີກ​ວ່າ ການ​ລົງທຶນ​ຂອງ​ຕ່າງ​ຊາດ​ໃນ​
ລາວ ​ຈະ​ມີ​ມູນ​ຄ່າ​ສະ​ສົມ​ເກີນ​ກວ່າ​ 20,000 ລ້ານ​ໂດ​ລາ ​ໃນ​ທ້າຍ​ປີ 2012 ນີ້​ອີກ​ດ້ວຍ
ຫາກ​ແຕ່​ວ່າ ​ເມື່ອ​ເກີດ​ບັນຫາ​ໃນ​ກໍລະນີ​ດັ່ງກ່າວ​ນີ້​ຂຶ້ນມາ ກໍຍ່ອມ​ທີ່​ຈະ​ສົ່ງ​ຜົນ ກະທົບ​ຕໍ່​
ການ​ຄາດໝາຍ​ດັ່ງກ່າວ​ນີ້​ໄດ້​ເຊັ່ນ​ກັນ.
XS
SM
MD
LG