ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Sanum Investments ຍື່ນຟ້ອງລັດຖະບານລາວ ຕໍ່ທະນາຄານໂລກ


ທາງບໍລິສັດຟ້ອງວ່າ ລັດຖະບານລາວໄດ້ເອົາເງິນຈໍານວນ 400 ລ້ານ ດອລລ່າ ທີ່ຕົນເຈດຕະນາຈະເອົາໄປລົງທຶນຢູ່ໃນ ສປປ ລາວ ນັ້ນໄປ ຢ່າງຜິດກົດໝາຍ.

ບໍລິສັດ Sanum Investments ທີ່ຕັ້ງຢູ່ເກາະມາກາວ ໄດ້ຍື່ນຟ້ອງ
ຕໍ່ ສູນກາງນາໆຊາດຂອງທະນາຄານໂລກ ສໍາລັບແກ້ໄຂບັນຫາ
ຜິດຖຽງກັນກ່ຽວກັບການລົງທຶນ ວ່າລັດຖະບານລາວໄດ້ເອົາເງິນ
ຈໍານວນ 400 ລ້ານດອລລ່າ ທີ່ຕົນເຈດຕະນາຈະເອົາໄປລົງທຶນ
ຢູ່ໃນ ສປປ ລາວ ນັ້ນໄປ ຢ່າງຜິດກົດໝາຍ.

ບໍລິສັດ Sanum ຊຶ່ງເປັນຜູ້ລົງທຶນຢູ່ເບື້ອງຫລັງການສ້າງໂຮງແຮມ
ແລະກາຊິໂນ ຫລາຍແຫ່ງໃນປະເທດລາວ ອັນໂຮມທັງກາຊິໂນ
ສະຫວັນເວກັສ ຢູ່ສະຫວັນນະເຂດນໍານັ້ນ ກ່າວວ່າ ຕົນໄດ້ໄປ
ທໍາການລົງທຶນຢູໃນລາວດ້ວຍສັດທາອັນສູງ ສົ່ງ ແຕ່ທາງລັດຖະ
ບານລາວບໍ່ໄດ້ປະຕິບັດຕາມຄໍາໝັ້ນສັນຍາຂອງຕົນ ທີ່ວ່າຈະ ປົກປ້ອງການລົງທຶນຂອງຕ່າງປະເທດຈາກຄວາມໂລບມາກ
ແລະການຖືກສວາຍ ເອົາປະໂຫຍດຕ່າງໆນັ້ນ ແລະກ່າວຫາ
ລັດຖະບານລາວວ່າ ປ່ອຍໃຫ້ຄອບຄົວ ຄົນລາວທີ່ມີອິດທິພົນ
ຄອບຄົວນຶ່ງແລະບໍລິສັດຕ່າງໆຂອງເຂົາເຈົ້າ ເຂົ້າຍຶດເອົາ ກາຊິ
ໂນບ່ອນຫລິ້ນ slot machine ຂອງຕົນ ຢູ່ດ່ານຂົວມິດຕະພາບ
ໃກ້ນະຄອນຫລວງວຽງຈັນ.

ນອກນັ້ນ ບໍລິສັດ Sanum ຍັງກ່າວຫາລັດຖະບານລາວວ່າ ເກັບ
ພາສີຍ້ອນ ຫລັງຢ່າງບໍ່ເປັນທໍາ ແລະຖອນສໍາປະທານຫລາຍອັນທີ່
ໄດ້ອະນຸມັດໃຫ້ ທີ່ມີມູນຄ່າຫລາຍລ້ານດອລລ່າ. ທາງບໍລິສັດໄດ້
ເອົາເງິນໄປລົງທຶນຢູ່ລາວໃນຈໍານວນ 85 ລ້ານດອລລ່າໃນເບື້ອງຕົ້ນ ເມື່ອຫລາຍປີມາ ແລ້ວ ຊຶ່ງທາງບໍລິສັດກ່າວວ່າດຽວນີ້ມີມູນຄ່າເທົ່າກັບ 400 ລ້ານດອລລ່າສະຫະລັດ.

ທ່ານ Jody Jordalh ປະທານບໍລິສັດ Sanum ກ່າວວ່າ ພວກຕົນບໍ່ມີ ທາງເລືອກອື່ນໃດ
ເພາະວ່າ​ໄດ້​ດໍາ​ເນີນ​ການ​ໃນ​ທຸກ​ວິທີ​ທາງ​ແລ້ວ ​ເພື່ອ​ເຈລະຈາ​ຕົກລົງ​ກັນ​ກັບ​ລັດຖະບານ
​ລາວ ​ແຕ່​ກໍ​ບໍ່​ໄດ້ຜົນ ຈຶ່ງ​ໄດ້​ຍື່ນ​ຟ້ອງ​ຕໍ່​ສານ​ຂອງ​ທະນາຄານ​ໂລກ. ບໍ່​ຮູ້​ວ່າ​ເວລາໃດ ສູນກາງ​
ແກ້​ໄຂ​ບັນຫາ​ຜິດ​ຖຽງ​ກັນ​ເລື້ອງ​ກາ​ນລົງທຶນ​ລະຫວ່າງປະ​ເທດ​ຂອງ​ທະນາຄານ​ໂລກຈະ​ ຍົກ​ເອົາ​ຄະດີ​ນີ້​ຂຶ້ນມາ​ພິຈາລະ​ນະ ແລະ​ກໍ​ບໍ່​ມີ​ປະຕິກິລິຍາ​ຈາກ​ທາງ​ຝ່າຍ​ລັດຖະບານ​ລາວເທື່ອ.

(ແຫລ່ງຂ່າວ: http://www.theasset.com/article/22481.html
http://www.radioaustralia.net.au/international/2012-08-17/laos-government-sued-over-investment-misconduct/1001350)
XS
SM
MD
LG