ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຖິງຈະຢູ່ຕ່າງແດນ ຊາວລາວ-ອາເມຣິກັນ ກໍຍັງພາກັນສະຫຼອງບຸນປີໃໝ່ລາວ ເພື່ອສະແດງເອກະລັກວັດທະນະທຳ ແລະຮັກສາປະເພນີດັ້ງເດີມ ຕະຫຼອດມາ


ນັກຟ້ອນນາດຕະສິນຢູ່ບຸນປີໃໝ່ລາວ 2024, ວັດພຸດທະຣາມ, ແຊນດີເອໂກ (ພາບໂດຍ Bee Keodara)
ນັກຟ້ອນນາດຕະສິນຢູ່ບຸນປີໃໝ່ລາວ 2024, ວັດພຸດທະຣາມ, ແຊນດີເອໂກ (ພາບໂດຍ Bee Keodara)

ໃນທຸກໆປີ ຊາວລາວໃນສະຫະລັດໄດ້ພາກັນຈັດງານສະຫລອງບຸນປີໃໝ່ລາວຕາມຮີດເກົ່າຄອງເດີມ ໂດຍເລີ້ມຕົ້ນຈັດຂຶ້ນໃນໄລຍະທີ່ໄລ່ເລ່ຍກັນພາຍໃນເວລາ 2 ເດືອນ ຄືນັບແຕ່ທ້າຍເດືອນມີນາຫາ ທ້າຍເດືອນພຶດສະພາດັ່ງທີ່ ບົວສະຫວັນ ຈະນໍາເອົາມາສະເໜີທ່ານໃນອັນດັບຕໍ່ໄປ.

ບໍ່ວ່າຈະຕົກໄປຢູ່ດິນແດນໃດ ຫລືຢູ່ໃນສະພາບແວດລ້ອມແບບໃດກໍຕາມ ຄົນເຊື້ອສາຍລາວ ຍັງບໍ່ໄດ້ ຖິ້ມປະລະໄລຮີດຄອງປະເພນີລາວອັນດີງາມຂອງຕົນ. ສໍາລັບຢູ່ໃນສະຫະລັດທີ່ເປັນປະເທດໃຫຍ່ ແລະ ມີວັດທະນະທໍາແຕກຕ່າງກັນນີ້ຄົນເຊື້ອສາຍລາວ ໄດ້ພາກັນສະເຫລີມສະຫລອງບຸນປີໃໝ່ລາວເພື່ອສະແດງ ເຖິງເອກະລັກຂອງຕົນຢ່າງພາກພູມໃຈ ເຖິງແມ່ນວ່າ ຈະບໍ່ສາມາດຈັດຂຶ້ນພ້ອມກັນ ໃນວັນທີ 13 ຫາວັນທີ 15 ດັ່ງທີ່ຈັດຢູ່ໃນລາວ ກໍຕາມ ແຕ່ກໍພາກັນຈັດເປັນໄລຍະທີ່ໄລ່ເລ່ຍກັນນັບແຕ່ທ້າຍເດືອນມີນາຈົນຮອດທ້າຍເດືອນພຶດສະພາ ໃນລັດຕ່າງໆທົ່ວສະຫະລັດ. ຕົວຢ່າງເຊັ່ນຢູ່ຄຸ້ມບ້ານລ້ານຊ້າງໃນເມືອງບຣຸສຊາດ (Broussard), ລັດລູຍເຊຍນາ, ທາງພາກໃຕ້ຂອງສະຫະລັດ ທີ່ໄດ້ຈັດງານບຸນປີໃໝ່ລາວຂຶ້ນທຸກໆປີເປັນເວລາ 3 ວັນ ຈາກວັນສຸກຮອດວັນອາທິດ ນັບແຕ່ໄດ້ສ້າງຕັ້ງບ້ານແລະວັດຂຶ້ນມາເປັນທີ່ສໍາເລັດໃນປີ 1984 ເປັນຕົ້ນມາ ແລະໃນປີ 2024 ນີ້ ແມ່ນຈັດຂຶ້ນໃນວັນທີ 29 ຫາວັນທີ 31 ມີນາ ດັ່ງທີ່ທ່ານບົວສອນ ອຸ່ນຈິດ, ປະທານຄະນະກໍາມະການວັດລາວທໍາມະຣັດຕະນະຣາມ ເລົ່າສູ່ຟັງວ່າ:

ປີນີ້ສໍາຄັນແມ່ນ ນຶ່ງແມ່ນການສະແດງສິນລະປະວັດທະນະທໍາ ສະແດງ ເຖິງຮີດຄອງປະເພນີ ລະກາປະຫວັດສາດຂອງລາວເຮົາຫັ້ນ ຄືວັນສຸກຫັ້ນ ແມ່ນພວກເຮົາມີການປະກວດນາງສັງຂານ, ມືທີສອງຫັ້ນ ຫລັງຈາກເຮົາເລືອກ ໄດ້ນາງສັງຂານແລ້ວ ເຮົາກະນໍາຂະບວນເຂົ້າໄປແຫ່ອ້ອມໝູ່ບ້ານລ້ານຊ້າງ ຫັ້ນລະ ເລີ້ມມາແຕ່ຖະໜົນຫລວງພະບາງຕໍ່ມາໃສ່ຖະໜົນຈໍາປາ ແລ້ວກະລົງໄປ ໃສ່ຖະໜົນສະຫວັນນະເຂດ ກ້ຽວເຂົ້າມາຫາຖະໜົນວຽງຈັນ ແລ້ວກະເຂົ້າສູ່ວັດ ຜ່ານຜາມໄຊທີ່ມີຄະນະກໍາມະການ ແລະບັນດາແຂກທີ່ຮັບເຊີນ ຫລືວ່າແຂກ ຄະນະເພິ່ນເປັນສະປອນເຊີໃນງານປີໃໝ່ເຮົາໜີ້, ຜ່ານໄປຫັ້ນນາງສັງຂານ ເຮົານະ.”

ທ່ານເລົ່າຕໍ່ໄປວ່າ:

ມື້ທີສາມຫັ້ນ ແມ່ນນຶ່ງເຮົາຕົບພະຊາຍ ຕົບພະທາດຊາຍ ລະກະໂຕສໍາຄັນອີກ ອັນນຶ່ງພວກເຮົາກະມີພິທີ ແຫ່ຄືກັນອີກ, ວັນທີສາມ ວັນອາທິດຫັ້ນ. ແຫ່ຫັ້ນ ໝາຍຄວາມວ່າແຫ່ຕົ້ນ, ແຫ່ກັນຫລອນວ່າຊັ້ນຊະ ອ້ອມບ້ານລ້ານຊ້າງຫັ້ນແຫລະ ທຸກໆເສັ້ນຖະໜົນຫັ້ນແຫລະ. ໝາຍຄວາມວ່າເຮົາແຫ່ຫັ້ນ ແມ່ນເຮົາເຂົ້າ ໄປຫາແຕ່ລະຄອບຄົວເນາະ ຄັນບ້ານເຮົາກະຄືວ່າ ປັດກວດບ້ານຫັ້ນແຫລະ ໄປອວຍໄຊໃຫ້ພອນແຕ່ລະ ຄອບຄົວ ຢູ່ໃນໝູ່ບ້ານລ້ານຊ້າງເຂົ້າໄປຫາແຕ່ ລະບ່ອນ ເວລາເຂົ້າໄປເພິ່ນກະແຂວນຕົ້ນ ແຂວນກັນຕົ້ນ ກັນຫຍັງບໍລິຈາກໃຫ້ກັບ ວັດວາອາລາມເຮົາຫັ້ນແຫລະ ໄປຜ່ານແຕ່ລະບ່ອນກໍດີ.”

ສ່ວນກິດຈະກໍາອັນນຶ່ງທີ່ພິເສດສໍາລັບບຸນປີໃໝ່ນີ້ ທ່ານບົວສອນເວົ້າສູ່ຟັງວ່າ:

ປີນີ້ພິເສດທີ່ສຸດ ແມ່ນພວກເຮົາສ້າງສາລາສໍາລັບປີໃໝ່ສະເພາະ. ສາລາຫັ້ນ ແມ່ນບ່ອນຮັັບແຂກ ລະກະ ສະແດງສິນລະປະ, ສະແດງເຖິງປະຫວັດສາດຂອງ ລາວຢູ່ໃນສາລາຫັ້ນ ຄືເຮົາມີຮູບເອກະລັກຂອງ ຊາດເຮົາບໍ, ການນຸ່ງຖື, ປະຫວັດ ຂອງເມືອງລາວບໍ, ເປັນວັດພູບໍ, ທາດຫລວງບໍ, ເຄື່ອງດົນຕຣີ, ເປັນແຄນ ເປັນລະນາດ, ເປັນອີ່ຫຍັງໃຫ້ຄົນຕ່າງປະເທດເຂົາໄດ້ເຫັນ ຫລືວ່າລູກຫລານ ເຮົາທີ່ເກີດມານໍາຫລັງຫັ້ນໄດ້ເຫັນວ່າຂອງລາວເຮົາມີຫຍັງແດ່ ທີ່ວ່າເປັນ ເອກະລັກສໍາຄັນ.”

ເງື່ອນໄຂຕົ້ນຕໍທີ່ເຮັດໃຫ້ສາມາດຈັດງານບຸນປີໃໝ່ແບບດັ້ງເດີມໄດ້ດີພິເສດແບບນີ້ ນອກຈາກຈະໄດ້ຮັບການອຳນວຍຄວາມສະດວກຂອງການມີຄຸ້ມບ້ານລ້ານຊ້າງທີ່ເປັນຂອງຊຸມຊົນລາວໂດຍສະເພາະແລ້ວ ທ່ານບົວສອນຍັງເວົ້າອີກວ່າ:

ເບົາທຸກມື້ນີ້ກະແມ່ນຍ້ອນວ່າ ລູກຫຼານເຮົາຕື່ນໂຕປະກອບສ່ວນຫັ້ນແຫລະ ໝູ່ເຮົາ ໜີ້ຖືວ່າເປັນຜູ້ຕຽມການໄວ້ໃຫ້ເນາະ. ຄືກັນກັບວຽກງານສ້າງສາຕ່າງໆໜີ້ ແມ່ນພວກ ເຮົາອາວຸໂສເປັນຜູ້ຕຽມສ້າງໃຫ້ເຂົາເຈົ້າໝົດ ຄືສາລາບໍ, ຄືວ່າສະຖານທີ່ອື່ນໆ ທີ່ວ່າມີ ຫຍັງພວກເຮົາຈະຈັດໃສ່ງານປີໃໝ່ແຕ່ລະປີຫັ້ນ ແມ່ນພວກເຮົາຕຽມ ໃຫ້ເຂົາເຈົ້າໝົດ. ເວລາເຂົາເຈົ້າມາເຫັນແລ້ວເຂົາເຈົ້າກະມີວີວ ມີຄວາມຄຶດວ່າ ຊິເຮັດຈັ່ງຊັ້ນ ຈັ່ງຊີ້ຫັ້ນນະ ລະແມ່ນເຂົາເຈົ້າເປັນຜູ້ເຮັດໝົດຫລະອັນນັ້ນຫັ້ນໜາ. ກະຄືວ່າພວກເຮົາກະເບົາໃນ ວຽກບໍລິຫານໃນວັນປີໃໝ່. ຂະເຈົ້າກະເຮັດຄັກຫຼາຍກະຍັງວ່າດີອົກດີໃຈນໍາ.”

ການສະເຫລີມສະຫລອງບຸນປີໃໝ່ລາວແບບໃຫຍ່ໂຕມະໂຫລານ ອີກບ່ອນນຶ່ງກໍຄືຢູ່ໃນເມືອງແຊນດີເອໂກ, ທາງພາກໃຕ້ຂອງລັດຄາລີຟໍເນຍ ທີ່ມີວັດລາວ 4 ແຫ່ງຊຶ່ງກໍຄືວັດພຸດທະຣາມ, ວັດບຸບຜາຣາມ, ວັດຣັດຕະນະມົງຄຸນ ແລະວັດນາວາຣາມ ທີ່ຕ່າງກໍໄດ້ຈັດງານສະຫລອງບຸນປະເພນີລາວອັນສໍາຄັນນີ້ຂຶ້ນ ໃນເດືອນເມສາ ແຕ່ວ່າ ຢູ່ໃນເວລາທີ່ແຕກຕ່າງກັນ ຊຶ່ງທີ່ທ່ານເພັດ ຣາດຊະວົງ, ປະທານສູນກາງວັດທະນະທໍາ ຂອງຊຸມຊົນເມືອງແຊນດີເອໂກ ເລົ່າເຖິງການຈັດງານບຸນນີ້ ໃນອາທິດທີ່ຜ່ານມາ ແລະໃນອາທິດທີ່ຈະມາເຖິງນີ້ ສູ່ຟັງວ່າ:

ການສະເຫລີມສະຫລອງບຸນປີໃໝ່ລາວ ຢູ່ວັດລາວແຊນເດໂກ້ໜີ້ຢູ່ວັດລາວພຸດ ທະຣາມ ຄືຊິແມ່ນນໍ້າເບີ 1 ເພາະເພິ່ນກໍໃຫຍ່ກວ່າໝູ່ ລະກະຄຶກຄື້ນກວ່າໝູ່ ເພິ່ນ ຫາກໍ່ເຮັດແລ້ວຫວ່າງເສົາ-ອາທິດກາຍມາໜີ້ເນາະ. ວັນເສົາເພິ່ນກາແຫ່ນາງສັງ ຂານ ລະກາຮັບຟັງທໍາ, ມີເສບດົນຕີກັບຟ້ອນພື້ນເມືອງເຮົາໜ້ອຍນຶ່ງແລ້ວກາ ພ້ອມນັ້ນ ກະມີທັງຮ້ານອາຫານຂາຍເຄື່ອງທຸກໆແນວເນາະ. ລະກາມາຮອດວັນ ທິດເພິ່ນກະມີຕັກບາດ ຢາດນໍ້າ ລະກາຟັງເທດຟັງທໍາແນ່ ລະເພິ່ນກະອອກມາ ຟ້ອນລໍາວົງນໍາຊາວບ້ານທຸກໆຄົນ ກະມີດົນຕີເສບຈົນໝົດມື້. ແລ້ວວັດທີສອງທີ່ ຄຶກຄື້ນທີ່ສຸດກະຄືຊິແມ່ນວັດລາວຣັດຕະນະມຸງຄຸນ ຫລືວັດລາວທໍາມະກະ ຣາດເນາະຢູ່ທາງເໜືອໄປໜ້ອຍນຶ່ງ. ເພິ່ນກາຢາກຄ້າຍໆຄືກັນກັບວັດລາວພຸດ ທະຣາມຫັ້ນຫລະ. ມື້ວັນເສົາຫັ້ນ ເພິ່ນກະມີລາຍການແຫ່ນາງສັງຂານ, ຟັງເທດ ຟັງທໍາ ລະກາດົນຕີເສບລະການັກຮ້ອງພິເສດມາຮ່ວມມ່ວນຊື່ນດ້ວຍ.”

ສ່ວນບ່ອນທີ່ຈັດງານສະຫລອງປີໃໝ່ລາວຫລ້າສຸດ ກໍແມ່ນຢູ່ວັດລາວພຸດທະຣາມໃນເມືອງເມີຟີສໂບໂຣ ທີ່ເປັນວັດໃຫຍ່ທີ່ສຸດໃນຈໍານວນສາມວັດ ຢູ່ລັດເທັນເນັສຊີນັ້ນ ໂດຍໄດ້ແບ່ງການສະຫລອງອອກເປັນ ສອງໄລຍະ. ສໍາລັບໄລຍະທີ 1 ນັ້ນ ທ່ານພອນສິດທິ ຣາດຊະວົງ ຊຶ່ງເປັນສະມາຊິກຜູ້ນຶ່ງໃນຄະນະກໍາມະການຈັດງານ ບຸນປີໃໝ່ລາວ ປີນີ້ ເວົ້າສູ່ຟັງວ່າ:

ວັນທີ 13 ເພິ່ນກະເຮັດຕາມປະເພນີບ້ານເຮົາຫັ້ນຫລະ ເພິ່ນກະມີຕົບພະທາຍ ລະກາມີສົງພະ ເພິ່ນກະເຮັດເໝິດ 13-14 ຕາມປະເພນີເຮົາ.”

ສ່ວນໄລຍະທີ 2 ແມ່ນຈັດຂຶ້ນໃນວັນທີ 24 ຫາ 27 ພຶດສະພາ ຊຶ່ງຈະມີການປະກວດນາງສັງຂານ, ການແຂ່ງກິລາ, ການສະແດງສິນລະປະວັນນະຄະດີ ແລະຄອນເສີດ ແລ້ວປິດທ້າຍດ້ວຍພິທີຕັກບາດ.

ສະຫລຸບແລ້ວ ບຸນປີໃໝ່ລາວ ເປັນບຸນປະເພນີປະຈໍາປີ ທີ່ມີການສະຫລອງຢູ່ເກືອບທົ່ວທຸກລັດຂອງອາເມຣິກາ ທີ່ມີຄົນເຊື້ອສາຍລາວອາໄສຢູ່ ເພື່ອສະແດງເຖິງເອກະລັກວັດທະນະທຳຂອງຊາວລາວ ແລະເພື່ອຮັກສາປະເພນີອັນດີງາມນີ້ໄວ້ໃຫ້ ຊົ່ວລຸ້ນລູກຫລານໃຫ້ສືບສານຕໍ່ໄປ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG