ລາຍງານໃໝ່ສະບັບນຶ່ງ ຂອງກະຊວງການຕ່າງປະເທດສະຫະ
ລັດບໍ່ໄດ້ກ່າວເຖິງການຄັດຄ້ານໃນດ້ານສິ່ງແວດລ້ອມທີ່ສຳຄັນ
ໃດໆຕໍ່ການສະເໜີສ້າງທໍ່ນໍ້າມັນຈາກການາດາມາສູ່ເຂດແຄມ
ຝັ່ງທະເລຕອນໃຕ້ຂອງສະຫະລັດ.
ລາຍງານ ທີ່ນຳອອກເຜີຍແຜ່ ໃນວັນສຸກວານນີ້ ບໍ່ໄດ້ແນະນຳ
ວ່າ ໂຄງການສ້າງທໍ່ນໍ້າມັນ Keystone ຄວນມີຂື້ນຫລືບໍ່.
ທໍານຽນຂາວ ກ່າວໃນຕອນແລງວັນສຸກວານນີ້ວ່າ ລາຍງານນີ້
ບໍ່ໄດ້ເປັນບາດ ກ້າວຂັ້ນສຸດທ້າຍ ກ່ອນຈະມີການກໍ່ສ້າງ ທໍ່ນໍ້າ
ມັນດັ່ງກ່າວ.
ທ່ານ Matt Lehrich ໂຄສົກທໍານຽບຂາວ ກ່າວວ່າ ການຕັດສິນໃຈກ່ຽວກັບວ່າໂຄງການນີ້
ຈະເປັນ “ຜົນປະໂຫຍດສຳລັບປະທດຊາດ” ຫລືບໍ່ນັ້ນ ຈະມີຂຶ້ນກໍຕໍ່ ເມື່ອຫລັງຈາກ ໄດ້ມີ
“ການພິຈາລະນາຢ່າງລະມັດລະວັງ” ເບິ່ງລາຍງານຂອງ ກະຊວງການຕ່າງປະເທດ ຄໍາ
ເຫັນຈາກພະແນກການອື່ນໆແລະຄວາມເຫັນຂອງ ສາທາລະນະຊົນ.
ຈາກການວິເຄາະທີ່ມີຢູ່ທັງໝົດ 11 ເຫລັ້ມນັ້ນ ລາຍງານຂັ້ນສຸດທ້າຍຂອງ ກະ ຊວງການ
ຕ່າງປະເທດ ກ່ຽວກັບທໍ່ນໍ້າມັນດັ່ງກ່າວໄດ້ລົງຄວາມເຫັນແບບດຽວກັນ ກັບຮ່າງລາຍງານ ທີ່
ໄດ້ເຮັດໃນເດືອນມີນາປີກາຍນີ້ ນັ້ນກໍຄື ໂຄງການດັ່ງກ່າວບໍ່ມີທ່າທາງວ່າຈະເປັນຜົນກະທົບ
ຕໍ່ຂັ້ນຕອນໃນການພັດທະນາ ການກັ່ນນໍ້າມັນ ຈາກຊາຍຂອງການາດາແຕ່ຢ່າງໃດ.
ລາຍງານນີ້ ເຮັດໃຫ້ລັດຖະບານທ່ານໂອບາມາ ຫຍັງເຂົ້າໃກ້ ການຕັດສິນໃນ ຂັ້ນສຸດທ້າຍ
ກ່ຽວກັບວ່າ ຈະໃຫ້ການອະນຸມັດຫລືບໍ່ຕໍ່ໂຄງການນີ້ ຫລັງຈາກໄດ້ມີການພິຈາລະນາມາ
ຫລາຍກວ່າຫ້າປີແລ້ວ.
ການສະເໜີສ້າງທໍ່ສົ່ງນໍ້າມັນ ຍາວ 1,900 ກິໂລແມັດ ຈະເຊື່ອມຕໍ່ກັບທໍ່ນ້ຳມັນ ອຶ່ນໆ ເພື່ອ
ສົ່ງນໍ້າມັນ 800,000 ຖັງຕໍ່ມື້ ໄປຍັງອ່າວທະເລໃນລັດ Texas ຈາກໂຮງງານຜະລິດນໍ້າ
ມັນຂີ້ຊາຍແຂວງ Alberta ປະເທດ Canada.
ໂຄງການຫລາຍພັນລ້ານໂດລາດັ່ງກ່າວ ໄດ້ກາຍມາເປັນຈຸດເພັ່ງເລັງຂອງການ ຂັດແຍ້ງທີ່
ດຸເດືອດ ໂດຍທີ່ພວກປົກປ້ອງສະພາບແວດລ້ອມກ່າວວ່າ ຈະມີສ່ວນ ໃນການປ່ຽນແປງ
ຂອງດິນຟ້າອາກາດ ແລະບັນດາຜູ້ສະໜັບສະໜູນ ກ່າວວ່າ ມັນຈະຊ່ວຍໃຫ້ສະຫະລັດ ບັນ
ລຸຄວາມເປັນເອກກະລາດທາງດ້ານພະລັງງານ.