ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍັງ​ບໍ່​ມີ​ວີ່​ແວວວ່າ ຄວາມວຸ້ນວາຍ ທາງ​ດ້ານການເມືອງ ຂອງ​ປະ​ເທດໄທ ຈະ​ສິ້ນ​ສຸດ​ລົງ


ນາຍົກລັດຖະມົນຕີໄທ ທ່ານປຣະຢຸດ ຈັນໂອຊາ ​ຍໍ​ມືນົບ ໃນຂະນະ​ທີ່​ທ່ານ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທຳນຽບລັດຖະບານ ທີ່ບາງກອງ, ວັນທີ 6 ມິຖຸນາ 2019.
ນາຍົກລັດຖະມົນຕີໄທ ທ່ານປຣະຢຸດ ຈັນໂອຊາ ​ຍໍ​ມືນົບ ໃນຂະນະ​ທີ່​ທ່ານ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ທຳນຽບລັດຖະບານ ທີ່ບາງກອງ, ວັນທີ 6 ມິຖຸນາ 2019.

ເມື່ອນາຍົກລັດຖະມົນຕີປຣະຢຸດ ຈັນໂອຊາ ສາບານໂຕເຂົ້າຮັບຕຳແໜ່ງ ໃນຄະນະ
ລັດຖະບານຊຸດໃໝ່ ໃນທ້າຍເດືອນນີ້ ອະດີດນາຍພົນທະຫານທ່ານນີ້ ຜູ້ທີ່ໄດ້ໂຄ່ນລົ້ມ
ລັດຖະບານທີ່ໄດ້ຖືກເລືອກມາຂອງໄທເມື່ອຫ້າປີກ່ອນນັ້ນກໍຈະ ນຳເອົາການປົກຄອງ
ຂອງພົນລະເຮືອນ ກັບ​ຄືນ​ມາ​ຢ່າງເປັນທາງການ ​ສູ່ປະເທດທີ່ ມີການກໍ່ລັດຖະປະຫານ
ຫຼາຍທີ່ສຸດ.

ການກໍ່ລັດຖະປະຫານໂດຍທະຫານ ຂອງທ່ານປຣະຢຸດ ໃນເດືອນພຶດສະພາປີ 2014
ນັ້ນ ແມ່ນເປັນເທື່ືອທີ 13 ຂອງປະເທດໄທ ນັບຕັ້ງແຕ່ຣາຊະອານາຈັກແຫ່ງນີ້ ໄດ້ປ່ຽນ
ມາເປັນລະບອບການປົກຄອງພາຍໃຕ້ລັດຖະທຳມະນູນ ທີ່ມີກະສັດ ເປັນອົງປະມຸກ
ໃນປີ 1932 ໂດຍບໍ່ໄດ້ນັບການກໍ່ລັດຖະປະຫານ ທີ່ບໍ່ປະສົບຜົນສຳເລັດ.

ໃນການເຂົ້າກຳອຳນາດ ທ່ານປຣະຢຸດ ໄດ້ປະຕິຍານວ່າ ຈະທັບມ້າງວົງວຽນອັນນັ້ນ
ດ້ວຍການຮັກສາປົວແປງຄວາມແຕກແຍກທີ່ຝັງເລີກໃນສັງຄົມ ຊຶ່ງມັນໄດ້ສ້າງຄວາມ
ວຸ້ນວາຍ ໃນຫຼາຍຍຸກຫຼາຍສະໄໝຂອງປະເທດ. ຫຼັງຈາກໄດ້ຖືກປົກຄອງ ໂດຍທະຫານ
ມາໄດ້ເຄິ່ງທົດສະວັດ ເຖິງຢ່າງໃດກໍຕາມ ບັນດານັກວິເຄາະ ກ່າວວ່າ ປະເທດໄທ ກໍຍັງ ແບ່ງພັກແບ່ງພວກກັນຫຼາຍກວ່າເກົ່າ ຖ້າຫາກ ບໍ່ຫຼາຍຂຶ້ນຕື່ມ.

ບັນດານັກຊ່ຽວຊານ ໄດ້ຄາດຄະ​ເນໄປແລ້ວວ່າ ໃນເວລາໃດ ບໍ່ແມ່ນວ່າ ຖ້າຫາກເປັນ
ໄປໄດ້ວ່າ ລັດຖະບານຊຸດໃໝ່ ຈະພັງ​ທະ​ລາຍ​ລົງ.

“ຂ້າພະເຈົ້າຈະແປກໃຈ ຖ້າຫາກລັດຖະບານຊຸດນີ້ ຢູ່ລອດໄດ້ເຕັມສະໄໝຄົບສີ່ປີ...
ຂ້າພະເຈົ້າຄຶດວ່າ ຄຳຖາມແມ່ນພຽງວ່າ ດົນປານໃດ ທີ່ມັນຈະສາມາດດຳເນີນການ
ໄປໄດ້?”
ນັ້ນແມ່ນຄຳເວົ້າຂອງທ່ານ ປີເຕີ ມຳຟອດ ຫົວໜ້າຂອງເອ ເຊຍຕາເວັນອອກ
ສຽງໃຕ້ (Southeast Asia) ທີ່ເປັນອົງການໃຫ້ຄຳປຶກສາໃນ ດ້ານຄວາມສ່ຽງທາງ
ການເມືອງ ທີ່ຮັບຜິດຊອບໃຫ້ແກ່ກຸ່ມຢູໂຣບແລະເອເຊຍ ຫຼື Eurasia Group.

ລັດຖະບານດັ່ງກ່າວ ບໍ່ໄດ້ໃຫ້ຄຳຕອບໃດໆ ຕໍ່ການຕິດຕໍ່ຂໍຮ້ອງໃຫ້ມີຄຳເຫັນ ຫຼາຍຄັ້ງ
ກ່ຽວກັບບົດລາຍງານເລື້ອງນີ້.

ລັດຖະບານປະສົມທີ່ປົກຄອງປະເທດຂອງທ່ານປຣະຢຸດ ໃນສະພາ ແມ່ນເປັນ ກຸ່ມທີ່ບໍ່
ລົງໂຕປະປົນກັນໄປ ທີ່ປະກອບດ້ວຍ 19 ພັກ ທີ່ໄດ້ຖືກນຳເຂົ້າມາຮ່ວມ ປະຕິດປະຕໍ່
ເຂົ້າກັນ ໂດຍການມອບໝາຍຕຳແໜ່ງໃຫ້ໃນຄະນະລັດຖະບານ ແລະການຊ່ວງຊີງ
ດ້ານການເມືອງໂດຍການໃຫ້ຄຳໝັ້ນສັນຍາຕ່າງໆນາໆ ອັນ ເປັນຜົນໃຫ້ມີການເລືອກ
ຕັ້ງທົ່ວໄປທີ່ສັບສົນ ໃນເດືອນມີນາຜ່ານມາ ຊຶ່ງບໍ່ໄດ້ປາ ກົດໃຫ້ເຫັນຜູ້ຊະນະທີ່ເດັດຂາດ.

ໂດຍການຊຸກຍູ້ໃນຫົວຂໍ້ຂອງສັນຕິພາບ ແລະຄວາມເປັນລະບຽບຮຽບຮ້ອຍ ພັກການ
ເມືອງທີ່ສະໜັບສະໜຸນທະຫານຂອງທ່ານນັ້ນ ກໍຄື ພັກພະລັງປະຊາຣັດໄດ້ຮັບຄະແນນ
ສຽງຫຼາຍທີ່ສຸດ. ແຕ່ອີກສອງພັກການເມືອງ ທີ່ໂຄສະນາຫາສຽງໜັກ ທີ່ສຸດຕໍ່ຕ້ານທ່ານ
ປຣະຢຸດນັ້ນ ຄືພັກເພື່ອໄທ ແລະ ພັກອະນາຄົດໃໝ່ ຮ່ວມເຂົ້າກັນ ແມ່ນໄດ້ຮັບຄະແນນ
ສຽງຫຼາຍກວ່າ. ມັນເປັນພຽງແຕ່ວ່າ ລັດຖະທຳມະນູນ ໄດ້ຖືກຮ່າງຂຶ້ນໂດຍທະຫານ
ແລະສະພາສູງທີ່ໄດ້ຖືກແຕ່ງຕັ້ງໂດຍລັດຖະບານ ທະຫານ ທີ່ໄດ້ເຮັດໃຫ້ທ່ານປຣະຢຸດ
ໄດ້ຮັບສຽງສ່ວນຫຼາຍ ທີ່ທ່ານຕ້ອງການໃນ ສະພາ ເພື່ອຢູ່ກຳຕຳແໜ່ງໄດ້ຕໍ່ໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG