ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ເທີກີ ອີຣ່ານ ເຫັນດີ ຕໍ່ການກວດກາ ການຢຸດຍິງໃນຊີເຣຍ ແຕ່ຝ່າຍຄ້ານສົງໄສ

ທ່ານ Yahya Al-Aridi ໂຄສົກຂອງກຸ່ມຊີເຣຍ ຕໍ່ຕ້ານລັດຖະບານ ກ່າວຖະແຫລງຕໍ່ສື່ມວນຊົນ ກ່ອນເຂົ້າຮ່ວມ ການເຈລະຈາສັນຕິພາບ ຊີເຣຍ ໃນນະຄອນຫຼວງ Astana ຂອງ Kazakhstan, ວັນທີ 24 ມັງກອນ 2017.
ທ່ານ Yahya Al-Aridi ໂຄສົກຂອງກຸ່ມຊີເຣຍ ຕໍ່ຕ້ານລັດຖະບານ ກ່າວຖະແຫລງຕໍ່ສື່ມວນຊົນ ກ່ອນເຂົ້າຮ່ວມ ການເຈລະຈາສັນຕິພາບ ຊີເຣຍ ໃນນະຄອນຫຼວງ Astana ຂອງ Kazakhstan, ວັນທີ 24 ມັງກອນ 2017.

ຮັດ​ເຊຍ ​ເທີ​ກີ ​ແລະ​ອີຣ່ານ ​ໄດ້​ຕົກລົງ​ກັນ ກ່ຽວ​ກັບ​ແຜນການ ທີ່​ຈະ​ໃຫ້ການ ສະໜັບ ສະໜຸນ​ແກ່​ການ​ຢຸດ​ຍິງ​ເປັນ​ບາງ​ສ່ວນ​ໃນ​ຊີ​ເຣຍ​ແລະ​ຊອກ​ຫາ​ການ​ແກ້ ໄຂ​ທາງ​ການ
​ເມືອງ​ຕໍ່​ບັນຫາ​ຂັດ​ແຍ້​ງ ທີ່​ດຳ​ເນີນ​ມາ​ເປັນ​ເວລາ 6 ປີ​ແລ້ວນັ້ນ.

ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ໃດໆ​ໃນເວລາ​ນີ້​ເທື່ອ ​ເຖິງ​ແມ່ນ​ຖະ​ແຫຼງການ ​ກ່າວ
​ວ່າ ທຸກພັກ​ຝ່າຍ ​ຄວນ​ພົບ​ປະກັນ​ອີກ ທີ່​ນະຄອນ​ເຈ​ນີວາ​ ໃນ​ເດືອນ​ໜ້າ. ບັນດາ​ກຸ່ມ ​
ຕໍ່ຕ້ານ​ລັດຖະບານ ​ທີ່​ເຂົ້າຮ່ວມ​ການ​ເຈລະຈາ ໄດ້​ສະ​ແດງ​ຄວາມ​ສົງ​ໄສ ກ່ຽວ​ກັບ ກົນ
​ໄກ​ສາມ​ຝ່າຍ ທີ່​ຈະ​ຄ້ຳປະກັນ ​ໃຫ້​ມີ​ການ​ປະຕິບັດ​ຕາມ​ການ​ຢຸດ​ຍິງ.

ຈາກຊ້າຍ, ຮອງ ລມຕ ການຕ່າງປະເທດ ຂອງເທີກີ ທ່ານ Sedat Onal, ທູດພິເສດ ຣັດເຊຍ ປະຈຳ ຊີເຣຍ ທ່ານ Alexander Lavrentiev, ລມຕ ການຕ່າງປະເທດ ຂອງກາຊັກສະຖານ ທ່ານ Kairat Abdrakhmanov, ທູດພິເສດ ອົງການສະຫະປະຊາຊາດ ປະຈຳ ຊີເຣຍ ທ່ານ Staffan de Mistura ແລະ ຮອງ ລມຕ ການຕ່າງປະເທດ ຂອງອີຣ່ານ ທ່ານ Hossein Jaber Ansari ຢືນຂຶ້ນເພື່ອຖ່າຍພາບ ຫຼັງຈາກຖະແຫລງການສຸດທ້າຍ ພາຍຫຼັງ ການເຈລະຈາສັນຕິພາບ ຊີເຣຍ ໃນນະຄອນຫຼວງ Astana ຂອງ Kazakhstan, ວັນທີ 24 ມັງກອນ 2017.

ທ່ານ Issam Alrayyes ​ໂຄສົກ​ຂອງ​ກອງທັບ​ຊີ​ເຣຍ​ເສລີ ​ໃນ​ເຂດ​ພາກ​ໃຕ້ ກ່າວ​ວ່າ
“ພວກ​ເຮົາ​ແມ່ນ​ມີ​ຄວາມ​ບໍ່​ແນ່​ໃຈ​ສະ​ເໝີ ກ່ຽວ​ກັບປະ​ເທດ​ເຫລົ່ານັ້ນ. ຂ້າພະ​ເຈົ້າ
ໝາຍ​ຄວາມ​ວ່າ ສ່ວນ​ໃຫຍ່​ແມ່ນອີຣ່ານ ​ແນ່ນອນຣັດ​ເຊຍ. ​ແຕ່​ພວກ ​ເຮົາ​ກໍ​ຫວັງ​ວ່າ ​
ເທື່ອ​ນີ້ຣັດ​ເຊຍ​ຈະ​ເອົາ​ບົດບາດ​ທີ່​ແຕກ​ຕ່າງ​ໄປ​ຈາກ​ນັ້ນ.”

ຜູ້ນຳ​ຄະນະ​ຜູ້​ແທນຂອງ​ກຸ່ມຝ່າຍ​ຄ້ານໃນ​ຊີ​ເຣຍ ທ່ານ Muhammad Alloush ​ໄດ້​ໃຫ້ການ​ອະນຸມັດ ຕໍ່​ການ​ຢຸດ​ຍິງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂອງຣັດ​ເຊຍ​ແລະ ກ່າວ
​ວ່າ ທ່ານ​ຄາດ​ວ່າ​ຈະ​ໄດ້​ຮັບ​ຄຳ​ຕອບ​ພາຍ​ໃນ​ນຶ່ງ​ອາທິດ.

ລັດຖະບານ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກຣັດ​ເຊຍ​ແລະ​ອີຣ່ານ ​ໄດ້​ສະ​ແດງ
ຄວາມ​ຊົມ​ເຊີຍ​ຕໍ່​ແຜນການ​ສາມ​ຝ່າຍ ​ແຕ່​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ລັດຖະບານ​ຈະ​ດຳ​ເນີນ​ການ​ຕໍ່​ໄປ ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ທະຫານຕໍ່​ພວກ​ຕໍ່ຕ້ານ
ຢູ່​ນອກ​ນະຄອນຫລວງ​ດາ​ມັສກັສ.

ທ່ານ Bashar al-Jaafari ຫົວໜ້າ​ເຈລະຈາ​ຂອງ​ລັດຖະບານ​ຊີ​ເຣຍ ​ແລະ​ເອກອັກ
ຄະ​ລັດຖະທູດ​ຊີ​ເຣຍປະ​ຈຳ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ “ດັ່ງ​ນັ້ນ ບັນຫາ​ຢູ່ ​
ທີ່​ນີ້ບໍ່​ແມ່ນ​ກ່ຽວ​ກັບ​ວ່າ ຜູ້​ໃດ​ດີ​ໃ​ຈ ​ແລະ​ຜູ້​ໃດ​ເສຍ​ໃຈ. ບັນຫາ​ກໍ​ແມ່ນ​ວ່າ​ໃນ​ທີ່ສຸດ
ພວກ​ເຮົາ​ກໍ​ມີ​ຄວາມ​ເຫັນ​ ຢ່າງ​ເປັນ​ເອກ​ກະສັນ​ກັນ ທີ່​ເອີ້ນວ່າ ຖະ​ແຫຼງການຮ່ວມ​
ສຸດ​ທ້າຍ ຫຼື ຄຳ​ປະກາດ​ສຸດ​ທ້າຍ ທີ່​ທຸກໆ​ຄົນ​ໄດ້​ຕົກລົງ​ເຫັນ​ດີ​ນຳ​ກັນ.”

ຄະນະ​ຜູ້​ແທນ​ຂອງ​ພວກ​ຕໍ່ຕ້ານ ຊຶ່ງສ່ວນ​ໃຫຍ່​ແລ້ວ ​ແມ່ນ​ໄດ້​ຮັບ​ການ​ໜຸນ​ ຫລັງ​ຈາກ
​ເທີ​ກີ ​ໄດ້​ປະຕິ​ເສດ​ບໍ່​ຍອມ​ເຈລະຈາ​ໂດຍ​ກົງ​ກັບ​ລັດຖະບານ​ຊີ​ເຣຍ ​ໂດຍບໍ່​ໄດ້​ຕັ້ງຄວາມ​ຫວັງ​ຫຍັງ​ໄວ້​ຫຼາຍ ຕໍ່​ການ​ທີ່​ຈະ​ເກີດ​ຄວາມ​ກ້າວໜ້າ. ພວກ​ຕໍ່ຕ້ານ ບາງ​ກຸ່ມ​ແມ່ນ​ບໍ່​ໄດ້​
ຖືກ​ເຊື້ອ​ເຊີນ​ເລີຍ ຍ້ອນ​ມີ​ການ​ພົວພັນ​ຫຼາຍ​ເກີນ​ໄປ​ບັນດາ ກຸ່ມ​ຫົວ​ຮຸນ​ແຮງ​ຈີ​ຮາດ.

Russia, Turkey, Iran to Monitor Syria Truce; Rebels Skeptical
please wait

No media source currently available

0:00 0:02:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG