ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Miss Minnesota 2012 ນິດຕະຍາ ປານມາໄລທອງ ກຽມໂຕເຂົ້າປະກວດ Miss USA


ນິດຕະຍາ ຕອບຄຳຖາມ ໃນຮອບສຳພາດ ໃນການປະກວດ Miss Minnesota USA 2012, ເດືອນພະຈິກ 2011.
ນິດຕະຍາ ຕອບຄຳຖາມ ໃນຮອບສຳພາດ ໃນການປະກວດ Miss Minnesota USA 2012, ເດືອນພະຈິກ 2011.

ເຊີນທ່ານຕິດຕາມອ່ານແລະຟັງ ບົດສໍາພາດຕອນທີສອງ ກັບນິດຕະຍາ ປານມາໄລທອງ ນາງງາມລັດມິນນີໂຊຕາ ທີ່ຈະໄດ້ເຂົ້າຮ່ວມແຂ່ງຂັນບາດເອົາມົງກຸດ ນາງງາມສະຫະລັດ ອາເມຣິກາ ຫລື Miss USA ໃນອີກບໍ່ນານນີ້.

ຟັງບົດສໍາພາດໂດຍເຕັມ:

ສະບາຍດີ​ທ່ານ​ຜູ້​ຟັງ ຈາ​ກບົດ​ສໍາພາດ​ຕອນ​ທີ​ນຶ່ງ​ນັ້ນ ​ເຮົາ​ໄດ້​ຮູ້​ວ່າ ນິດຕະຍາ​ໄປ​ສະໝັກ​ເຂົ້າ
​ປະ​ກວດ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ ກໍ​ເພາະ​ຢາກ​ໄດ້​ເງິນ​ລາງວັນ​ ຈໍານວນ 4 ໝື່ນ​ກ່ວາ$ ທີ່
​ເປັນ​ທຶນສໍາ​ລັບ​ການສຶກສາ​ຢູ່​ມະຫາ​ວິ​ທະຍາ​ໄລ​ແຫ່ງ​ນຶ່ງ​ໃນ​ລັດ​ມີ​ຊູຣີ. ນິດຕະຍາມີ​ເວລາ​ພຽງ
​ສອງ​ເດືອນ​ເທົ່າ​ນັ້ນ ​ເພື່ອ​ກຽມ​ໂຕ ​ຊຶ່ງ​ນາງເລີ່​ມຕົ້ນ​ດ້ວຍ​ການ​ສົ່ງໃບສະໝັກ​ ​ແລະໃບ​ຊີວະ​
ປະວັດ ຫລື biography ແລະ​ຮູບເຂົ້າ​ໄປ​ຍັງ​ເວັບ​ໄຊ້ທ໌ຂອງ​ບໍລິສັດ Future Productions
ທີ່​ເປັນ​ຜູ້​ຈັດ​ການ​ປະ​ກວດ​ນາງ​ງາມໃຫ້​ຫລາຍໆ​ລັດ ​ແລະ​ເປັນ​ຜູ້​ຄັດ​ເລືອກ​ຂັ້ນ​ຕົ້ນ. ນິດຕະຍາ
​ກ່າວ​ດັ່ງ​ນີ້:

ສາວນ້ອຍນິດຕະຍາ ໃນຊຸດຟ້ອນນາດຕະສິນ
ສາວນ້ອຍນິດຕະຍາ ໃນຊຸດຟ້ອນນາດຕະສິນ

ນິດຕະຍາ​ເວົ້າ​ວ່າ ນາງ​ບໍ່​ຮູ້​ສຶກຕື່ນ​ເຕ້ນ​ເລີຍຕອນ​ຍ່າງ​ຢູ່​ເທິງ​ເວ​ທີ ​ເພາະ​ເຄີຍເປັນ​ນາງ​ແບບ​ມາ​ກ່ອນ ​ແຕ່​ຄິດ​ວ່າ​ໂຕ​ເອງ​ຄົງ​ຈະ​ຕື່ນ​ເຕ້ນສຸດ​ຂີດ ​ເພາະ​ວ່າມີ​ຄົນ​ເບິ່ງ​ຫລາຍ​ກ່ວາ.

ນິດຕະຍາ​ໄດ້​ຜ່ານ​ການ​ຄັດ​ເລືອກ​ເບື້ອງ​ຕົ້ນ ພ້ອມ​ກັບ​ນາງ​ສາວ​ຄົນ​ອື່ນໆ​ອີກ 22 ຄົນ ​ທີ່​ຖືກ​ຄັດ​ເລືອກ​ລົງ​ໃຫ້​ເຫລືອ​ພຽງ 14 ຄົນ ​ເພື່ອ​ເຂົ້າ ຮອບ​ສຸດ​ທ້າ​ຍຂອງ​ການ​ປະ​ກວດ ທີ່​ຈັດ​ຂຶ້ນ​ພ້ອມໆ​ກັນ​ກັບ​ການ​ປະ​ກວດ​ນາງ​ງາມລັດ​ມິນ​ນີ​ໂຊ​ຕາ​ໄວ​ລຸ້ນ ຫລື Miss Teen Minnesota USA 2012 ຢູ່​ເທິງ​ເວທີ​ດຽວ​ກັນ​ນັ້ນ.

ການ​ປະ​ກວດ​ແມ່ນ​ປະກອບ​ດ້ວຍ​ສາມ​ພາກສ່ວນ​ດ້າຍ​ກັນ ຄື​ຮອບສໍາພາດ ຮອບ​ນຸ່ງ​ຊຸດ​ອາບ​ນໍ້າ ​ແລະ​ຮອບ​ຊຸດ​ລາຕີ. ​ແມ່ນຮອບ​ໃດ​ທີ່​ນິດຕະຍາຄິດ​ວ່າ ທໍາ​ຄະ​ແນນ​ໃຫ້​ໄດ້​ຫລາຍ​ທີ່​ສຸດແລະ​ນໍາ​ມົງກຸດ​ນາງ​ງາມ​ລັດ ມິນ​ນີ​ໂຊ​ຕາ​ມາ​ໃຫ້​ນາງ?

Miss Minnesota 2012 ນິດຕະຍາ ປານມາໄລທອງ ກຽມໂຕເຂົ້າປະກວດ Miss USA
Miss Minnesota 2012 ນິດຕະຍາ ປານມາໄລທອງ ກຽມໂຕເຂົ້າປະກວດ Miss USA

“ຂະ​ນ້ອຍ​ຄິດ​ວ່າ ມັນ​ແມ່ນ​ທັງ​ໝົດ​ຫັ້ນ
​ແຫລະ ຄື​ມັນ​ມີ​ສາມ​ພາກສ່ວນ ທີ່​ຄະນະ
​ກໍາມະການຕັດສິນ​ໃຫ້​ຄະ​ແນນ. ຮອບ​ສໍາ
ພາດກໍ​ແມ່ນ
1/3 ຮອບ​ຊຸດ​ລາຕີກໍ 1/3
ຮອບ​ຊຸດ​ອາບນໍ້າກໍ 1/3 ຄື​ກັນ. ​ເຮົາ​ຕ້ອງ​
ໄດ້​ຄະແນນ ສູງ​ສຸດ​ໃນ​ທັງ​ສາມ​ຮອບນີ້ ຈຶ່ງ
​ຈະ​ໄດ້​ໄຊຊະນະ. ຮອບ​ສໍາພາດ​ກໍ​ສໍາຄັນ
​ຫລາຍ​ຄື​ກັນ ​ເຊ່ນ​ດຽວ​ກັບ​ຮອບ​ຊຸດ​ອາບ​
ນໍ້າ ຊຶ່ງ​ມັນ​ເປັນ​ສິ່ງ​ທີ່​ໜ້າ​ອາຍ​ຢູ່ ການ​ທີ່
​ເຮົາ​ຈະ​ນຸ່ງ​ຊຸດ​ອາບ​ນໍ້າ ​ແລ້ວ​ໄປ​ຍ່າງ​ຢູ່​
ເທິງ​ເວທີ​ໃຫ້​ຄົນ​ຫລາຍ​ຮ້ອຍ​ຄົນ​ເບິ່ງ ​ແຕ່​
ຂະ​ນ້ອຍ​ກໍ​ບໍ່​ຕື່ນ​ເຕ້ນ​ເລີຍ​ເພາະວ່າ​ເຄີຍ​ມີ​
ປະສົບ​ປະກາ​ນດ້ານເດີນ​ແບບ​ມາ​ແດ່​ແລ້ວ.
ຜູ້​ປະ​ກວດ​ຄົນ​ອື່ນ​ໆ​ຫລາຍ​ຄົນ​ກໍ​ເຄີຍ​ມີ
​ປະສົບ​ປະການແບບ​ດຽວ​ກັນ ​ແລະ​ຂະ​
ນ້ອຍ​ກໍ​ບໍ່​ຄິດ​ວ່າ​ເຂົາ​ເຈົ້າ​ຕື່ນເຕ້​ນ ຄື​ກັນ.
ຄື​ພວກ​ເຮົາ​ຕ້ອງ​ຍ່າງ ​ຢ່າງ​ມີ​ຄວາມ​ໝັ້ນ
​ໃຈ ​ແລະ​ສະ​ແດງ​ໃຫ້​ຄົນ​ເບິ່ງ​ເຫັນ​ວ່າ ​ເຮົາ​ກໍ​ກໍາລັງ​ເບີກ​ບານ​ມ່ວນ​ຊຶ່ນ ບໍ່​ແມ່ນ​ຕື່ນເຕ້ນ ສັ່ນ
​ເຊັນ​ຫລື​ຢ້ານ​ແຕ່​ປະການ​ໃດ​ໃນ​ຊຸດ​ອາບ​ນໍ້າ​ນັ້ນ ​ແລ້ວກໍ​ຍ່າງ​ຢ່າ​ງສະງ່າ​ຜ່າ​ເຜີຍ ​ແຕ່​ກໍ​ອ່ອນ
​ຊ້ອຍ ​ແລະ​ມີ​ຄວາມໝັ້ນ​ໃຈ​ສູງ​ໃນ​ຊຸດ​ລາຕີ.”

ເຖິງ​ແມ່ນ​ຈະ​ໄດ້​ເປັນ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ​ມາ​ໄດ້​ຫລາຍ​ເດືອນ​ແລ້ວກໍ​ຕາມ ​ແຕ່​ນິດຕະຍາ
​ກໍ​ຍັງ​ບໍ່​ໄດ້​ໄປ​ຮຽນ​ຕໍ່​ມະຫາ​ວິທະຍາ​ໄລ​ຕາມ​ທີ່​ຕັ້ງ​ໃຈ​ໄວ້​ເທື່ອ ​ເພາະວ່ານາງ​ຕ້ອງ​ໄດ້​ປະຕິບັດ​
ພາລະກິດ​ຂອງ​ຕໍາ​ແໜ່​ງນາງງາມ​ລັດຂອງ​ນາງຕະຫລອດ​ປີ​ນີ້ ​ໂດ​ຍການ​ໄປ​ປາກົດ​ໂຕ​ໃນ​ງານ​
ສາທາລະນະ​ຕ່າງ​ໆ ເຊ່ນ ​ໄປ​ຢ້ຽມຢາມ​ເປັນ​ກໍາລັງ​ໃຈ​ໃຫ້​ພວກ​ເດັກນ້ອຍ​ທີ່​ເປັນ​ພະຍາດ
Down’s Syndrome ຄື​ກັນ​ກັບ​ນ້ອງ​ຂອງ​ນາງ​ຢູ່​ທີ່ໂຮ​ງ ຮຽນ​ຂອງ​ເຂົາ​ເຈົ້າ ​ແລະ​ທີ່​ສໍາຄັນ
​ທີ່​ສຸດກໍ​ຄື​ ນາງ​ຍັງ​ຕ້ອງ​ໄດ້​ເຮັດ​ການ​ຫາ​ເງິນ​ຫາ​ຄໍາ ມາ​ຊ່ວຍ​ລ້ຽງ​ດູ​ຄອບຄົວ ຊຶ່ງ​ນິດຕະຍາ​
ກ່າວ​ວ່າ ຂະ​ນ້ອຍ​ຕ້ອງ​ໄດ້​ຊ່ວຍ​ພໍ່​ແມ່​ແທ້ໆ ​ເພາະວ່າເພິ່ນ​ລ້ຽງ​ພວກ​ຂະ​ນ້ອຍ​ມາ​ຫລາຍ​ແລ້ວ. ​
ເວລາ​ນີ້ ນິດຕະຍາ​ກັບ​ພໍ່​ແມ່ ເກສອນ​ແລະແກ່ນ​ຈັນ ປານ​ມາ​ໄລ​ທອງ ກັບ​ສະມາຊິກ​ຄອບຄົວ
​ອີກ 7 ຄົນ ດໍາລົງ​ຊີວິດ​ຢູ່​ເມືອງ Savage City ​ໃນ​ເຂດ​ຊານ​ເມືອງ​ມິນ​ນີອາ​ໂປ​ລິ​ສ. ທ່ານ
​ເກສອນ​ສະ​ແດງ​ຄວາມ​ຮູ້ສຶກ ກ່ຽວ​ກັບ​ຕໍາ​ແໜ່ງນາງ​ງາມ​ຂອງ​ລູກ​ສາວ​ວ່າ:

ສ່ວນນິດຕະຍາ​ນັ້ນ ສະ​ແດງ​ຄວາມ​ຮູ້ສຶກ​ຂອງ​ນາງ​ວ່າ:

Miss Minnesota 2012 ນິດຕະຍາ ປານມາໄລທອງ ກຽມໂຕເຂົ້າປະກວດ Miss USA
Miss Minnesota 2012 ນິດຕະຍາ ປານມາໄລທອງ ກຽມໂຕເຂົ້າປະກວດ Miss USA
“ຂະ​ນ້ອຍ​ຮູ້ສຶກ​ຂອບຄຸນ​ຫລາຍ ​ແລະເປັນ​ກຽດ ​ແລະ​ຕື້ນ​ຕັນ​ໃຈ​ຢ່າງ​ລົ້ນ​ເຫລືອ. ຂະ​ນ້ອຍ​ບໍ່ເຄີຍ​ຄິດ​ມາ​ກ່ອນເລີຍ​ວ່າ ມັນ​ຈະເປັນ​ເລື່ອງ​ທີ່​ໃຫຍ່​ແລະ​ສໍາຄັນຫລາຍສໍາລັບ​ຂະ​ນ້ອຍ ທີ່​ໄດ້​ເປັນ​ຄົນ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ຄົນ​ທໍາ​ອິດ ​ແລະ​ເຊື້ອ​ສາຍ​ລາວ​ຄົນ​ທໍາ​ອິດ ທີ່ໄດ້​ຊະນະ​ຕໍາ​ແໜ່​ງໃດ​ນຶ່ງ​ໃນ​ລະ​ບົບ ຂອງ​ປະ​ເທດ​ນີ້. ຂະ​ນ້ອຍ​ຮູ້ສຶກ​ເປັນ​ກຽດແລະ​ໂຊກ​ດີ​ຫລາຍ ທີ່ມີ​ຜູ້ສະໜັບສະໜຸນໃຫ້​ກໍາລັງ​ໃຈຈໍານວນ​ຫລວງຫລາຍ ທັງ​ຄົນ​ລາວ ຄົນ​ໄທ​ແລະ​ຈາກ​ທົ່ວ​ໂລກ ຮອດ​ປະ​ເທດ ​ອອສ​ເຕຣ​ເລຍ ​ກໍ​ມີ ທີ່ຕິດຕາມ​ເບິ່ງຂະ​ນ້ອຍ​ຢ່າງ​ໃກ້ຊິດ​ແລະ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ຂະ ນ້ອຍ ​ວ່າ ພວກເພິ່ນຈະຕິດຕາມ​ໃຫ້ການ​ ສະ​ໜັບສະ​ໜຸນ​ຂະ​ນ້ອຍ​ຢ່າງ​ເຕັມທີ່ ​ໃນ​ຂະນະທີ່ຂະ​ນ້ອຍ​ກຽມ​ໂຕ​ເດີນທາງ​ໄປ​ສູ່​ເວທີ​ປະ​ກວດ Miss USA ນັ້ນ. ຂະ​ນ້ອຍ​ຂອບ​ໃຈ​ຫລາຍໆ ຂອບ​ໃຈ​ທຸກໆ​ຄົນ​ທີ່​ຂຽນ​ເຂົ້າ​ມາ​ທາງ​ເຟັສບຸກ ຫລື​ທະວິ​ດ​ເຕີ້.”

ການ​ປະ​ກວດ Miss USA ຈະ​ມີ​ຂຶ້ນ​ໃນ​ເດືອນ​ມີ​ຖຸນາຈະ​ມາ​ຮອດ​ນີ້ ຊຶ່ງກໍ​ໝາຍ​ຄວາມ​ວ່າ​
ນິດຕະຍາ​ມີ​ເວລາ​ອີກ​ປະມານ 3 ​ເດືອນ​ປາຍ​ເທົ່າ​ນັ້ນ ​ເພື່ອ​ກຽມ​ໂຕ ທັງ​ໃນ​ທາງ​ດ້ານ​ຈິດ​ໃຈ
ຮ່າງກາຍ ​ເຄື່ອງນຸ່ງຂອງ​ຖື​ໃນ​ການ​ເຂົ້າ​ປະ​ກວດ ຊຶ່ງ​ຈະ​ມີ​ຂຶ້ນ​ເປັນ​ເວລາ​ສອງ​ອາທິດ ບໍ່​ແມ່ນ
​ສອງ​ມື້ ຄື​ກັນ​ກັບ​ການ​ປະ​ກວດ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ. ສະ​ນັ້ນ ນິດຕະຍາ​ຈຶ່ງ​ມີ​ຄວາມ​ກັງ
ວົນ​ໃຈ​ເປັນ​ທີ່​ສຸດ ​ຍ້ອນການຂາ​ດ​ເຂີນ​ດ້ານ​ເງິນ​ຄໍາ​ຫລື​ສະ​ປອນ​ເຊີຜູ້​ອຸບປະຖໍາ ​ເພາະ​ວ່າການ
​ຊ່ວຍ​ເຫລືອ​ທີ່ນາງ​ໄດ້​ຮັບ​ໃນ​ຖານະ​ເປັນ​ນາງ​ງາມ​ລັດ​ນັ້ນ ກໍ​ມີ​ແຕ່​ຊຸດ​ລາຕີ​ແລະ​ຊຸດ​ອາບ​ນໍ້າ
​ກັບ​ເງິນ​ເບ້ຍລ້ຽງ​ເລັກໆ​ນ້ອຍໆ. ທີ່​ສໍາຄັນ​ທີ່​ສຸດ ກໍ​ຄື ນິດຕະຍາ​ຢາກ​ໃຫ້ທຸກໆ​ຄົນ​ໃນຄອບ
ຄົວ​ຂອງ​ນາງ​ໄດ້​ໄປເບິ່ງ​ໃຫ້​ກໍາລັງໃຈນາງ​ ໃນ​ການ​ປະກວດຄັ້ງ​ຍິ່ງ​ໃຫຍ່ໂອກາດ​ດຽວ​ໃນ​ຊີວິດ
ຂອງ​ນາງ​ຄັ້ງ​ນີ້ ຊຶ່ງ​ຈະ​ມີ​ຂຶ້ນ​ຢູ່​ລັສ​ເວ​ກັສ ​ແລະນິດຕະຍາ​ກໍ​ໂຊກ​ດີ ​ທີ່​ໄດ້​ມີ​ນັກທຸລະກິດ​ລາວ​
ຄົນ​ນຶ່ງ ຄືທ່ານ​ເພັດ​ສະໝອນ ມ້າວ​ຄໍາ​ຜິວ ​ໄດ້​ຮັບປາກ​ທີ່​ຈະ​ຊີ້​ປີ້​ຍົນ​ໃຫ້​ໝົດ​ທຸກ​ຄົນ​ໃນ​ຄອບ
ຄົວ​ຂອງ​ນາງ ​ໄດ້​ເດີນທາງ​ໄປ​ເບິ່ງ​ນາງ​ປະ​ກວດຢູ່​ລັສ​ເວ​ກັສ. ທີ່​ນິດຕະຍາ​ຍັງ​ຕ້ອງການ​ການ
​ຊ່ວຍ​ເຫລືອຢູ່​ໃນ​ເວລາ​ນີ້ ກໍ​ຄື​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຢູ່​ກິນ​ຂອງຄອບ​ຄົວ​ຢູ່​ທີ່​ນັ້ນ. ສໍາ​ລັບ​ໂອກາດ
​ໃນ​ການ​ໄດ້​ຮັບ​ໄຊຊະນະ​ນັ້ນ ນິດຕະຍາ​ກ່າວ​ວ່າ ນາງ​ບໍ່​ຫວັງ​ສູງປານ​ນັ້ນ:

Miss Minnesota 2012 ນິດຕະຍາ ປານມາໄລທອງ ກຽມໂຕເຂົ້າປະກວດ Miss USA
Miss Minnesota 2012 ນິດຕະຍາ ປານມາໄລທອງ ກຽມໂຕເຂົ້າປະກວດ Miss USA

ຂະ​ນ້ອຍເປັນ​ຄົນ​ອາ​ເມຣິກັນ​ເຊື້ອສາຍເອ​ເຊຍ​ຄົນ​ດຽວ​ໃນ​ການ​ປະ​ກວດ. ສະ​ນັ້ນ ໂອກາດ
ຂອງ​ຂະ​ນ້ອຍ​ທີ່​ຈະກ້າວ​ເຂົ້າ​ໄປ​ຮອດ​ຮອບ
15 ຄົນ​ສຸດ​ທ້າຍ​ນັ້ນ ຂະ​ນ້ອຍ​ຫວັງ​ວ່າ​ຄົງ​ຈະ
​ດີ​ ​ເພາະວ່າ​ມັນ​ຄົງ​ມີຄວາມ​ຫລາກ​ຫລາຍ​ໃນ​
ດ້ານ​ເຊື້ອສາຍ​ຫລາຍ​ສົມຄວນ ​ແລະ​ຕາບ​ໃດ​
ທີ່​ຂະ​ນ້ອຍ​ເຮັດ​ການບ້ານ ຄືອອກ​ກໍາລັງ​
ກາຍ ​ພາກ​ພຽນຮັກສາຕົວ​ໃຫ້​ດີ ກິນ​ອາ
ຫານ​ທີ່​ມີ​ຄຸນນະພາ​ບ ຢູ່ດີ​ສະບາຍ ສຶກສາ
​ຮຽນ​ຮູ້​ໃຫ້​ທັນກັບ​ເຫດການ​ໂລກ​ແລະເລື່ອງ
ການ​ເມືອງ ​ແລະ​ສະ​ແດງ​ບຸກຄະ​ລິກລັກສະ
​ນະ​ຄວາມ​ເປັນ​ໂຕ​ເອງ​ຂອງ​ຂະ​ນ້ອຍ​ແລ້ວ
ຂະ​ນ້ອຍ​ກໍຫວັງວ່າ ຂະ​ນ້ອຍ​ຈະ​ໄດ້​ຮັບ​ຄະ​
ແນນ​ດີ. ເປົ້າ​ໝາຍ​ຂອງ​ຂະ​ນ້ອຍ ​ກໍ​ຄືເຂົ້າ​
ຮອບ 15 ຄົນ​ໃນການ​ປະ​ກວດ Miss
USA ​ນັ້ນ ​ແຕ່​ວ່າ​ຖ້າ​ຫາກ​ວ່າຂະ​ນ້ອຍ​ໄດ້ມົງກຸດມາ ແລະ​ເຮັດໃຫ້​ທຸກ​ຄົນ​ພາກ​ພູມ​ໃຈ ​
ໂດຍ​ສະ​ເພາະຢ່າງ​ຍິ່ງ​ແມ່ນຊາວ​ລາວ ​ເພາະວ່າ​ເວົ້າ​ສຸດໆ​ແລ້ວ ຂະ​ນ້ອຍແມ່ນ​ຄົນ​ລາວ ​ແຕ່
ຂະ​ນ້ອຍກໍ​ແມ່ນຄົນອາ​ເມຣິກັນຄື​ກັນ ຂະ​ນ້ອຍຢາກ​ເປັນ​ຜູ້ຕາງໜ້າ​ລັດ​ມິ​ນນີ​ໂຊ​ຕາ ຕາງໜ້າ
ອາ​ເມຣິກາ ໃນ​ການ​ປະ​ກວດ​ນາງ​ງາມ​ຈັກກະວານ ແລະ​ຕາງໜ້າ​ສັງຄົ​ມລາວ ​ເພາະວ່າ​
ຂະ​ນ້ອຍ​ເປັນທັງ​ສາມຢ່າງ​ນີ້​.
”​

ໃນ​ລະຫວ່າງ​ນີ້ ນິດຕະຍາ​ກໍາລັງພະຍາຍາມ​ຍາດ​ເວລາ​ເຂົ້າ​ພົວພັນ​ກັບ​ປະຊາ​ຄົມ​ລາວ​ໃນ​ທົ່ວ
​ລັດ​ມິນ​ນີ​ໂຊ​ຕາ ​ແລະ​ທົ່ວ​ສະຫະລັດ ​ເພື່ອ​ແນະ​ນໍາ​ຕົນ​ເອງ ​ພົບພໍ້​ກັບ​ຜູ້​ຄົນ ແລະ​ຮ້ອງຂໍ​ກໍາລັງ​
ໃຈ​ແລະການ​ສະໜັບສະ​ໜຸນ. ​ນິດຕະຍາ​ກ່າວ​ມ້ວນທ້າຍ​ການ​ສໍາພາດ​ວ່າ:

ນາງງາມລັດມິນນີໂຊຕາ ນິດຕະຍາ ປານມາໄລທອງ ກັບຄອບຄົວ ຕອນຍັງນ້ອຍ​(ຄົນທໍາອິດໃນຊຸດກະໂປງສີບົວ)
ນາງງາມລັດມິນນີໂຊຕາ ນິດຕະຍາ ປານມາໄລທອງ ກັບຄອບຄົວ ຕອນຍັງນ້ອຍ​(ຄົນທໍາອິດໃນຊຸດກະໂປງສີບົວ)

ຂະ​ນ້ອຍ​ຮູ້ສຶກ​ເປັນ​ບຸນຄຸນ​ຫລາຍ
​ແລະຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​
ເປັນ​ຢ່າງ​ສູງ​ ທີ່ວິ​ທະ​ຍຸວີ​ໂອ​ເອ
ຊຶ່ງ​ເປັນ​ແຫ​ລ່ງຂ່າວທີ່​ຖ່າຍ​ທອດ
​ອອກ​ໄປ​ທົ່ວ​ໂລກ ໄດ້ໃຫ້​ກຽດ
​ແລະສະລະ​ເວລາ​ມາ​ສໍາພາດ​
ຂະ​ນ້ອຍ​ແລະ​ພໍ່​ແລະ​ແມ່. ຂະ​
ນ້ອຍຮຸ້ສຶກ​ໂຊກ​ດີ​ແລະ​ມີ​ກໍາ​ລັ​ງ​
ໃຈ​ຫລາຍ. ຂະ​ນ້ອຍ​ຮູ້ສຶກ​ໂຕ
​ແລ້ວ​ດຽວ​ນີ້​ວ່າ ການ​ປະ​ກວດ
Miss USA ນີ້​ແມ່ນ​ເປັນ​ເລື່ອງ
​ທີ່​ສໍາ​ຄັນ​ຫລາຍ​ແທ້ໆ. ພ້ອມ​
ດຽວ​ກັນ​ນີ້ ຂະ​ນ້ອຍ​ຂໍ​ສະ​ແດງ
​ຄວາມ​ຂອບ​ໃຈ​ມາ​ຍັງບັນດາ​ໝູ່
​ເພື່ອນ ຜູ້ທີ່ໃຫ້ການ​ສະໜັບສະ
ໜູນສະ​ປອນ​ເຊີ​ທັງຫລາຍ​ໂຮມ
​ທັງ​ອ້າ​ນ​ເພັດ​ສະໝອນ ຈາກ
​ລັສ​ເວ​ກັສ ​ແລະ​ເອື້ອຍເກດສະ
ໜາ ທີ່​ໄດ້​ຊ່ວຍ​ຂະ​ນ້ອຍ​ມາ​
ຫລາຍ​ຢ່າງ​ຫລາຍ​ອັນ. ຖ້າ​ບໍ່​ມີ​ເພິ່ນ​ ການ​ສໍາພາດ​ນີ້​ກໍ​ບໍ່ອາດເກີດຂື້ນ​ໄດ້. ​ແລະຖ້າ​ຫາກ​
ທ່າ​ນ​ໃດຕ້ອງການ​ຢາກ​ໃຫ້​ຄວາມຊ່ວຍ​ເຫລື​ອ​ແກ່​ຂະ​ນ້ອຍ ກະ​ລຸນາ​ຕິດ​ຕໍ່​ກັບ​ຍາເອື້ອຍ
ເກດສະໜາ​ ​ເພາະ​ເພິ່ນ​ເປັນ​ຜູ້​ກໍາກັບ​ທຸລະ​ກິດ​ທຸກ​ຢ່າງ​ກ່ຽວ​ກັບ​ເລື້ອງ​ນີ້. ນອກ​ຈາກ​ນັ້ນ
​ແລ້ວ ​ຖ້າ​ຫາກ​ທ່ານ​ຕ້ອງ​ການ​ຢາກໃຫ້​ຂະ​ນ້ອຍໄປປະກົດ​ຕົວຢູ່​ໃນ​ສັງ​ຄົ​ມລາວ ກະ​ລຸນາ
​ແຈ້ງ​ມາທາງ​ເອື້ອຍ​ເກດ​ສະນາ ​ເພາະ​ວ່າ​ຂະ​ນ້ອຍ​ເຕັມ​ໃຈ​ແລະ​ກໍ​ຍິນ​ດີ​ທີ່​ສຸດ​ທີ່​ຈະ​ຍາດ​ເວລາ
​ໄປ​ຮ່ວມ​ນໍາ ​ເພາະວ່າ​ຂະ​ນ້ອຍ​ຢາກ​ໄປ​ຮູ້ຈັກ​ເພື່ອນ​ຄົນ​ລາວດ້ວຍ​ກັນ ແລະໃນ​ເດືອນ​ເມສາ
ບຸນປີ​ໃໝ່​ລາວ​ທີ່​ຈະ​ມາ​ເຖິງ​ນີ້ ຂະນ້ອຍ​ຈະ​ໄດ້​ເດີນທາງ​ໄປ​ຮ່ວມ​ໃນງານ​ສະຫລອງ​ຢູ່​ສະຖານ
ທູດ​ລາວ ທີ່ນະ​ຄອນ​ຫລວງ ວໍ​ຊິ​ງຕັນ ດີ​ຊີ ຊຶ່ງຂະ​ນ້ອຍຕື່ນ​ເຕ້ນ​ແລະ​ດີ​ໃຈ​ຫລາຍ.”

ຄວາມ​ປາດ​ຖະໜາ​ອີກ​ຢ່າງ​ນຶ່ງ​ຂອງ​ນິດຕະຍາ​ກໍ​ຄື​ຢາກ​ໄປ​ປະ​ເທດ​ລາວ ຢ້ຽມຢາມບ້ານ​ເກີດ​ເມືອງ​ນອນ ​ແລະ​ຊຸກຍູ້​ໃຫ້​ເດັກນ້ອຍ​ລາວ​ເອົາ​ໃຈ​ໃສ່​ໃນ​ການ​ສຶກສາ​ຮໍ່າຮຽນ ​ໂດຍ​ຖື​ເອົາ​ໂຕ​ນາງ​ເອງ​ເປັນ​ໂຕ​ຢ່າງ ຊຶ່ງ​ເຖິງ​ແມ່ນ​ອາຍຸ​ຈະ 27 ປີ​ແລ້ວ ​ແຕ່​ກໍ​ຍັງ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໄປ​ຮຽນ​ຕໍ່ ​ແລະ​ກໍ​ແມ່ນ​ຄວາມ​ຕັ້ງ​ໃຈ​ອັນ​ນີ້​ເອງ​ຂອງ​ນາງ ທີ່​ນໍາພາ​ນິດຕະຍາມາ​ຮອດ​ຈຸດ​ນີ້ ​ໄດ້​ເປັນ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ ​ແລະ​ກໍ​ອາດ​ຈະ​ໄດ້​ມັນ​ນາງ​ງາມສະຫະລັດ​ອາ​ເມຣິກາ​ກໍ​ໄດ້. ວີ​ໂອ​ເອ ກໍ​ຂໍເປັນ​ກໍາລັງ​ໃຈ​ແລະ ອວຍ​ພອນ​ໃຫ້​ນິດຕະຍາ ປານ​ມາ​ໄລ​ທອງ ສາວ​ລາວ​ອາ​ເມຣິກັນ ທີ່​ໄດ້​ສ້າງ​ຊື່​ສຽງ​ໃຫ້​ຄົນ​ລາວ​ທົ່ວ​ໂລກ​ຄົນ​ນີ້ ຈົ່ງ​ປະສົບ​ຄວາມ​ສໍາ​ເລັດ​ດັ່ງ​ໃຈ​ປາດ​ຖະໜາ.

ປະຕິທິນ ນາງງາມລັດມິນນີໂຊຕາ 2012 ນິດຕະຍາ ປານມາໄລທອງ (Miss Minnesota USA 2012)
ປະຕິທິນ ນາງງາມລັດມິນນີໂຊຕາ 2012 ນິດຕະຍາ ປານມາໄລທອງ (Miss Minnesota USA 2012)

ປະຕິທິນປີ 2012 ຂອງນິດຕະຍາ
ປານມາໄລທອງ ນາງງາມລັດມິນ
ນີໂຊຕາ ມີຈໍານ່າຍແລ້ວ ທ່ານໃດ
ທີ່ຢາກໄດ້ໄວ້ເປັນທີ່ລະນຶກ ເຊີນ
ເຂົ້າໄປຈອງໄດ້ ທີ່:
www.elaoentertainment.com ຊຶ່ງທ່ານສາມາດຊ່ວຍອຸບປະຖໍານິດຕະຍາໄດ້ ໂດຍເພິ່ມ
ເງິນຄ່າສົ່ງໃສ່ຕາມແຕ່ສັດທາຂອງທ່ານ. ເງິນທຸກເຊັນ ແມ່ນຈະມອບໃຫ້ນິດຕະຍາທັງໝົດ.
ການຈັດພິມປະຕິທິນນີ້ແມ່ນເປັນການຊ່ວຍເຫລືອອີກຢ່າງນຶ່ງຂອງເພັດສະໝອນ ມ້າວຄໍາຜິວ
ແລະເກດສະໜາ ວິໄລລັກ.

(Please click on the link for ordering info. Shipping and handling fee is $10 for US residents. Any additional donation is greatly appreciated if you'd like to support Nitaya in her quest for Miss USA crown.)



XS
SM
MD
LG