ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນິດຕະຍາ ປານມາໄລທອງ ລູກລາວອົບພະຍົບ ໄດ້ເປັນ ນາງງາມ ລັດມິນນີໂຊຕາ 2012 (ເບິ່ງວີດີໂອ)


ປະຕິທິນ ນາງງາມລັດມິນນີໂຊຕາ 2012, ນິດຕະຍາ ປານມາໄລທອງ (Miss Minnesota USA 2012)
(Please see below for ordering info.)
ປະຕິທິນ ນາງງາມລັດມິນນີໂຊຕາ 2012, ນິດຕະຍາ ປານມາໄລທອງ (Miss Minnesota USA 2012) (Please see below for ordering info.)

ທ່ານຜູ້ຟັງທີ່ເຄົາລົບ ຕາມທີ່ໄດ້ປະກາດໄປແລ້ວ ລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ແລງມື້ນີ້ ສະເໜີການສໍາພາດກັບ ນາງສາວນິດຕະຍາ ປານມາໄລທອງ ທີ່ໄດ້ຖືກເລືອກໃຫ້ເປັນນາງງາມ ລັດມີນນີໂຊຕາ ສໍາລັບປີ 2012 ນີ້ ຊຶ່ງຜູ້ກ່ຽວກັບບິດາ ໄດ້ມາໂອ້ລົມກັບດາຣາ ກ່ຽວກັບຊີວິດຄວາມເປັນມາຂອງນິດຕະຍາ ແລະ ເຫດໃດລາວຈຶ່ງ ໄປສະໝັກແຂ່ງເອົາຕໍາແໜ່ງນາງງາມລັດມິນນີໂຊຕາ. ເຊີນທ່ານຕິດຕາມຮັບຟັງໄດ້ເລີຍ.

ຟັງບົດສໍາພາດໂດຍເຕັມ (Click below to listen to the report in full):

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ຂ້າພະ​ເຈົ້າ​ມີ​ຄວາມ​ພູມ​ໃຈ​ທີ່​ຈະ​ໄດ້​ແນະ​ນໍາ​ໃຫ້​ທ່ານ​ຮູ້ຈັກກັບ
ນິດຕະຍາ ປານ​ມາ​ໄລ​ທອງ ສາວ​ລາວ-​ອາ​ເມຣິກັນ ທີ່​ໄດ້​ສ້າງ​ຊື່​ສຽງ​ແລະ​ຄວາມ​ພາກພູມ​ໃຈ​
ໃຫ້​ແກ່​ປະຊາ​ຄົມ​ລາວ​ໃນ​ລັດ​ມິນ​ນີ​ໂຊ​ຕາ ກໍ​ຄື​ໃນ​ທົ່ວ​ສະຫະລັດ ​ແລະ​ທົ່ວ​ໂລກກໍ​ວ່າ​ໄດ້ ຫລັງ
ຈາກ​ທີ່ນາງ​ໄດ້​ຖືກ​ເລືອກເມື່ອ​ເດືອນ​ພະຈິກ​ປີ​ກາຍ​ນີ້ ​ໃຫ້ເປັນ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ ປະ​ຈໍາ
ປີ 2012 ຫລື Miss Minnesota USA 2012 ຊຶ່ງ​ນາງເປັນຄົນ​ອາ​ເມຣິກັນ​ເຊື້ອສາຍ​ເອ
ເຊຍ​ຄົນ​ທໍາ​ອິດ ທີ່​ໄດ້ຄອງ​ຕໍາ​ແໜ່​ງ​ນີ້ ​ໃນ​ລັດ​ທີ່​ມີ​ຊາວ​ເອ​ເຊຍ​ອາ​ໃສ​ຢູ່​ຫລາຍ​ສົມຄວນ ​ໂຮມ​
ທັງ​ພວກ​ອົບ​ພະຍົບລາວ​ລຸ່ມແລະ​ລາວ​ມົ້ງ.

ນິດຕະຍາ ປານມາໄລທອງ Miss Minnesota USA 2012
ນິດຕະຍາ ປານມາໄລທອງ Miss Minnesota USA 2012
ແຕ່​ວ່າ​ເລື່ອງ​ລາວ​ຂອງນິດຕະຍາ ບໍ່​ແມ່ນ
ເລື່ອງ​ລາວ​ຂອງ​ສາວ​ງາມ​ ທີ່ໄປປະ​ກວດ
ເພື່ອ​ໂຊ​ຄວາມ​ງາມ​ຂອງ​ຕົນ ​ແລະ​ເພື່ອ
ຊື່​ສຽງ​ ຄວາມ​ດັງ ຫລືຄວາມມີໜ້າ​ມີ​ຕາ​
ເທົ່າ​ນັ້ນ ​ແຕ່ເຫດຜົນ​ທີ່​ນິດຕະຍາ​ເຂົ້າ​ປະ
ກວດ​ໂດຍ​ທີ່​ບໍ່​ໄດ້​ຕັ້ງ​ໃຈ​ໄວ້​ລ່ວງ​ໜ້າ ແລະ
ທັ້ງໆ​ທີ່​ອາຍຸ​ແກ່​ກ່ວາ​ນາງ​ງາມ​ຄົນ​ອື່ນໆ​
ນັ້ນ ກໍ​ແມ່ນເພາະຢາກ​ໄດ້​ເງິນ​ລາງວັນ
ມາ​ເປັນທຶນການ​ສຶກສາເພື່ອ​ໃຫ້​ໄດ້​ເຂົ້າ
ຮຽນຕໍ່​ໃນມະຫາ​ວິທະຍາ​ໄລ​ເທົ່າ​ນັ້ນ
ຍ້ອນ​ວ່າຖານະ​ຄອບຄົວທຸ​ກຍາກ​ ນິດຕະ
ຍາ​ຈຶ່ງ​ບໍ່​ສາມາດເຂົ້າ​ຮຽນ​ຕໍ່​ມະຫາວິທະຍາ
ໄລ​ໄດ້ ຫລັງ​ຈາກ​ທີ່​ຮຽນ​ຈົບ​ມັດທະຍົມ​ປາຍ
ຫລື​ໄຮ​ສະ​ກູລ ໃນ​ປີ 2003. ນາງຕ້ອງ​ໄດ້
ເຮັດການ​ ຫາເງິນ​ມາຊ່ວຍ​ລ້ຽງ​ຄອບຄົວ
ຊຶ່ງ​ມີ​ພໍ່​ແມ່ອ້າຍເອື້ອຍ​ນ້ອງນໍາກັນ 10 ຄົນ.
ດັ່ງ​ນັ້ນ ນາງງາມລັດ​ມິນ​ນີ​ໂຊ​ຕາ​ຄົນ​ນີ້ ຈຶ່ງ​
ບໍ່​ໄດ້​ມີ​ແຕ່​ຄວາມ​ງາມ​ເປັນ​ຄຸນ​ນະ​ສົມບັດ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຄວາມ​ຮັບຜິດຊອບ​ສູງ​ແລະ​ກະຕັນ
ຍູ​ຮູ້​ບຸນຄຸນ​ນໍາ​ອີກ. ນິດຕະຍາ​ເປັນ​ລູກ​ສາວ​ຂອງ​ທ່ານ​ເກສອນ​ແລະ​ຍານາງ​ແກ່ນ​ຈັນ ປານ​ມາ
ໄລ​ທອງ ຈາກ​ສະຫວັນ​ນະ​ເຂດ. ທ່ານ​ເກສອນ​ເລົ່າ​ກ່ຽວ​ກັບ​ລູກ​ສາວ​ຄົນ​ນີ້ ສູ່​ຟັງ​ວ່າ:

ນອກຈາກ​ນ້ອງ​ສາວ​ຫລ້າ​ຈະ​ເປັນ Down Syndrom​e ຫລືໂຣກປັນຍາ​ອ່ອນ ມີ​ພັດທະນາ​ການ​ຫລື​ການ​ເຕີບ​ໃຫຍ່​ທີ່​ບໍ່​ສົມບູນ ຍ້ອນ​ຄວາມ​ຜິດ​ປົກກະຕິ​ທາງ​ໂຄຣ​ໂມ​ໂຊມ ຫລື​ທາງ​ເຊື້ອ​ກໍາມະພັນ​ນັ້ນ​ແລ້ວ ນິດຕະຍາ​ຍັງ​ມີມານ​ດາ​ທີ່​ມີ​ສຸຂະພາບ​ບໍ່​ດີ ​ເປັນ​ໂຣກຫົວ​ໃຈ​ນໍາ​ດ້ວຍ. ທ່ານ ​ເກສອນ ພໍ່​ຂອງ​ນິດຕະຍາ​ເລົ່າ​ວ່າ:

ນິດຕະຍາ (ນຸ່ງກະໂປງສີບົວ) ກັບຄອບຄົວ ຕອນຍັງນ້ອຍ
ນິດຕະຍາ (ນຸ່ງກະໂປງສີບົວ) ກັບຄອບຄົວ ຕອນຍັງນ້ອຍ
ໃນ​ຄອບຄົວ​ທີ່​ມີ 10 ຄົນ​ນັ້ນ ມີ
ແຕ່​ນິດຕະຍາ​ກັບ​ອ້າ​ຍ​ເຂີຍ​ເທົ່າ​
ນັ້ນ ​ທີ່ທໍາ​ງານ​ຫາ​ລ້ຽງ​ຄອບຄົວ
ທັງໆ​ທີ່​ນິດຕະຍາ​ເອງ​ກໍ​ມີ​ຄວາມ
ຮູ້​ພຽງ​ແຕ່​ຂັ້ນ​ມັດທະຍົມ​ປາຍ​ເທົ່າ​
ນັ້ນ. ຍ້ອນໃຫຍ່​ຢູ່​ສະຫະລັດແລະ
ໄດ້​ໃຊ້​ຊີວິດ​ສ່ວນ​ໃຫຍ່ຢູ່​ກັບເອື້​ອຍ
ນ້ອງ ​ແທນ​ທີ່​ຈະ​ຕິດຕາມໄປ​ກັບ​
ພໍ່​ແມ່ ທີ່​ຍ້າຍລັດ​ຢູ່​ເລື້ອຍໆນັ້ນ
ນິດຕະຍາ​ຈຶ່ງ​ບໍ່​ມີ​ໂອກາດ​ໄດ້ຮຽນ​
ເວົ້າ​ພາສາ​ລາວ ຈົນ​ກະ​ທັງເມື່ອ
ສາມ​ປີ​ມາ​ນີ້ ຈື່ງ​ຍັງ​ເວົ້າ​ບໍ່​ເກ່ງ​ແຕ່
ກໍ​ພະຍາຍາມ​ເວົ້າ​ຢູ່​ເລື້ອຍໆກັບ
ພໍ່​ແມ່​ເພື່ອ​ຈະ​ໄດ້​ເວົ້າ​ເກ່ງ​ຂຶ້ນ.
ນິດຕະຍາ​ເລົ່າ​ເຖິງ​ຊີວິດ​ຕອນ​ຍັງ
ນ້ອຍ​ວ່າ:

ຫລັງຈາກ​ຮຽນ​ຈົບ​ໄຮ​ສະ​ກູລ​ໃນ​ປີ 2003 ​ແລ້ວ ນິດຕະຍາ​ກໍ​ບໍ່​ໄດ້​ຮຽນ​ໜັງສື​ຕໍ່​ເລີຍ ຈົນ​ກະ​ທັງ​ປີ​ກາຍ​ນີ້ ຈຶ່ງ​ໄດ້​ເຂົ້າ​ຮຽນ​ທີ່ Normandale Community College ທີ່​ເປັນມະຫາ​ວິທະຍາ​
ໄລ​ຊຸມ​ຊົນ ທີ່​ພວກ​ນັກ​ສຶກສາ​ທຸກ​ຍາກ​ພາກັນ​ໄປ​ຮຽນ​ເອົາ​ອະນຸ​ປະລິນຍາ 2 ປີ​ເພາະ​ຄ່າ​ຮຽນ​
ບໍ່​ແພງ​ຫລາຍ ​ແລ້​ວຈຶ່ງ​ໄປ​ຮຽນຕໍ່​ມະຫາວິທະຍາ​ໄລ​ໃຫຍ່ອີກ 2 ປີ​ເພື່ອ​ເອົາ​ປະ​ລີ​ນຍາ​ຕີ. ​ແຕ່
ການ​ທີ່​ຈະ​ໄປ​ຮຽນ​ຕໍ່​ມະຫາວິທະຍາ​ໄລ​ໃຫຍ່​ນັ້ນ ກໍ​ຈະ​ຕ້ອງການ​ຄ່າ​ຮຽນ​ຫລາຍ​ໝື່ນ$ ນິດຕະ
ຍາຈຶ່ງ​ເລີ່​ມຊອກ​ຫາ​ທຶນ​ສຶກສາ ​ແລ້ວ​ນາງ​ກໍ​ມາ​ພົບ​ເວັບ​ໄຊ້ຂອງຄະນະ​ກໍາມະການ​ປະກວດນາງ​
ງາມ​ລັດ​ມິນ​ນີ​ໂຊ​ຕາ ຫລື Miss Minnesota Pageant ​ກໍ​ເລີຍ​ຕັດສິນ​ໃຈເຂົ້າ​ສະໝັກ
ທັງໆ​ທີ່​ບໍ່​ເຄີຍຄິດ​ມາ​ກ່ອນ​ແລະ​ກໍ​ບໍ່​ຄິດ​ວ່າ ຕົນ​ເອງ​ງາມຂະໜາດ​ຢາກ​ເຂົ້າ​ປະ​ກວດ​ນາງ​ງາມ.
ນິດຕະຍາ​ອະທິບາຍ​ວ່າ:

ເບິ່ງວີດີໂອການປະກາດຜົນການປະກວດນາງງາມລັດມິນນີໂຊຕາ ໃນຮອບ
ເຫລືອພຽງສອງຄົນ ຊຶ່ງໂຄສົກຈະປະກາດຊື່ຜູ້ໄດ້ຕໍາແໜ່ງຮອງນາງງາມກ່ອນ:

ນິດຕະຍາເວົ້າວ່າ ໃນໄລຍະພຽງສອງເດືອນທີ່ມີເວລາກຽມໂຕນັ້ນ ນາງຕ້ອງໄດ້ໄປອອກກໍາ
ລັງກາຍຢ່າງຂຸ້ນຂ້ຽວເພື່ອໃຫ້ຫຸ່ນດີ. ນອກນີ້ແລ້ວ ນາງຍັງຕ້ອງໄດ້ຊອກຮຽນຮູ້ກ່ຽວກັບຂ່າວ
ທີ່ສໍາຄັນຕ່າງໆ ເພື່ອໃຫ້ທັນກັເຫດການໂລກ ເພື່ອໃຫ້ສາມາດຕອບຄໍາຖາມໄດ້ດີ ໃນຮອບ
ສໍາພາດ. ສ່ວນເລື່ອງເຄື່ອງນຸ່ງເສື້ອຜ້າ ນາງຕ້ອງໄດ້ຊອກເອົາເອງໝົດ ຕະຫລອດທັງເຄື່ອງ
ແຕ່ງໜ້າແຕ່ງຕາ ເຮັດຜົມ ແລະຫາສະປອນເຊີມາຊ່ວຍໃນເລື່ອງຄ່າໃຊ້ຈ່າຍ ແຕ່ກໍມີທຸລະກິດ
ທ້ອງຖິ່ນພຽງສອງສາມຮ້ານເທົ່ານັ້ນທີ່ໃຫ້ເງິນມາບ່ອນລະ 100-200ໂດລາ ແຕ່ສ່ວນຫລາຍ
ແລ້ວ ຈະແມ່ນຍາດພີ່ນ້ອງແລະໝູ່ເພື່ອນ ແຕ່ກໍໄດ້ໜ້ອຍຫລາຍ ແລະຄອບຄົວຂອງນາງກໍ
ທຸກຍາກ ຂະໜາດທີ່ວ່າບໍ່ມີເງິນພໍທີ່ຈະຊື້ປີ້ໃຫ້ໝົດທຸກຄົນໃນຄອບຄົວໄປເບິ່ງມື້ປະກວດນັ້ນ
ໄດ້ ມີແຕ່ແມ່ແລະເອື້ອຍເທົ່ານັ້ນ ທີ່ໄດ້ໄປເບິ່ທງໃຫ້ກໍາລັງໃຈນິດຕະຍາ ເຖິງແມ່ນປີ້ເຂົ້າເບິ່ງ
ມີລາຄາພຽງ 30-40 ໂດລາເທົ່ານັ້ນ.

ນິດຕະຍາ ປານມາໄລທອງ, ນາງງາມ ລັດມິນນີໂຊຕາ ປີ 2012
ນິດຕະຍາ ປານມາໄລທອງ, ນາງງາມ ລັດມິນນີໂຊຕາ ປີ 2012
ນີ້​ແຫລະ​ທ່ານ​ຜູ້​ຟັງ ຄື​ນິດຕະຍາ ປານ​ມາ​
ໄລ​ທອງ ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ ປີ
2012 ຫລື Miss Minnesota USA
2012 ທີ່​ ໃນ​ເດືອນ​ມີ​ຖຸນາ​ຈະ​ມາ​ເຖິງນີ້
ກໍ​ຈະ​ໄດ້​ເຂົ້າ​ແຂ່ງຂັນ​ກັບ​ນາງ​ງາມ​ຈາກ
ອີກ 49 ລັດ ຍາດເອົາ​ມົງກຸດ​ນາງ​ງາມ​
ສະຫະລັດ​ອາ​ເມຣິກາ ຫລື Miss USA
ເພື່ອ​ເຂົ້າ​ໄປ​ແຂ່ງຂັນ​ເອົາ​ຕໍາ​ແໜ່​ງນາງ​
ງາມ​ຈັກກະວານ ຫລື Miss Universe
ໃນ​ຂັ້ນ​ຕໍ່​ໄປ. ລາຍການ​ສໍາພາດ​ຂອງ​ເຮົາ​
ຍັງ​ບໍ່​ຈົບ ອາທິດ​ໜ້າ​ນິດຕະຍາ​ຈະ​ມາ​ລົມ​ສູ່​ທ່ານ​ຟັງ​ອີກ ກ່ຽວ​ກັບ​ປະສົບ​ປະການ​ຂອງ​ນາງ​ໃນ​ການ​ປະ​ກວດ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ ​ແລະ​ການ​ກຽມ​ໂຕ​ເຂົ້າ​ປະ​ກວດ Miss USA. ສະ​ນັ້ນ ​ເຮົາ​ຫວັງ​ວ່າ​ບັນດາ​ທ່ານ​ຄົງ​ຈະ​ຕິດຕາມ​ຟັງ.

ພ້ອມ​ນີ້ ​ເຮົາ​ຂໍ​ແຈ້ງ​ໃຫ້​ທ່ານ​ຊາບວ່າ ນິດຕະ
ຍາ​ມີ​ປະຕິທິນ​ປີ 2012 ​ໄວ້​ແຈກ​ຢາຍ​ບັນ
ດາ​ທ່ານ​ທີ່​ຢາກ​ເກັບ​ໄວ້​ເປັນ​ທີ່​ລະນຶກ ​ໂດຍ
ບໍ່​ຄິດ​ຄ່າ ແຕ່ທ່ານຕ້ອງເສຍຄ່າສົ່ງ(shipping
and handling) ເອົາເອງ-$10 ສໍາລັບພາຍໃນສະຫະລັດ ຫລືຫລາຍກ່ວານັ້ນ ຕາມແຕ່
ສັດທາ ຖ້າທ່ານຢາກຊ່ວຍສະໜັບສະໜຸນແລະອຸບປະຖໍານິດຕະຍາ ໃນການເຂົ້າປະກວດ
Miss USA. ປະຕິທິນຈະອອກມາໃນວັນ Valentine ຫລື ວັນທີ 14 ກຸມພານີ້. ທ່ານໃດ
ທີ່ສົນໃຈຢາກໄດ້ ກະລຸນາເຂົ້າໄປທີ່ເວັບໄຊ້ນີ້ www.elaoentertainment.com ເພື່ອເບິ່ງລາຍລະອຽດ (Please click on the link for ordering info. Shipping and handling fee is $10 for US residents. Any additional donation is greatly appreciated if you'd like to support Nitaya in her quest for Miss USA crown.)

ອ່ານບົດສໍາພາດນິດຕະຍາ ຂອງນິຕະຍະສານ Star Tribune (Star Tribune's article on Nitaya):

http://www.startribune.com/lifestyle/style/138609309.html?page=all&prepage=1&c=y#continue

XS
SM
MD
LG