ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍ​ລິ​ສັດ ​ Nissan ກ່າວ​ວ່າ ປະ​ທານ​ບໍ​ລິ​ສັດ ຖືກ​ຈັບ​ກຸມ ຍ້ອນ​ການ​ກະ​ທຳ ​ທີ່​ບໍ່​ຖືກ​ບໍ່​ຕ້ອງ ​​ດ້ານ​ການ​ເງິນ​


ທ່ານ Carlos Ghosn ປະ​ທານ​ບໍ​ລິ​ສັດ ​Renaul ກ່າວ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ເຂດ​ທຸ​ລະ​ກິດ La Defense , ​ຂ້າງນອກ​ປາ​ຣີ, ຝ​ຣັ່ງ, 6 ຕຸ​ລາ 2017.
ທ່ານ Carlos Ghosn ປະ​ທານ​ບໍ​ລິ​ສັດ ​Renaul ກ່າວ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ເຂດ​ທຸ​ລະ​ກິດ La Defense , ​ຂ້າງນອກ​ປາ​ຣີ, ຝ​ຣັ່ງ, 6 ຕຸ​ລາ 2017.

​ບໍ​ລິ​ສັດ​ຜະ​ລິດ​ລົດ​ຍົນ​ Nissan ຂອງຍີ່​ປຸ່ນ ໄດ້​ກ່າວ ໃນ​ວັນ​ຈັນ​ວານ​ນີ້​ວ່າ ປະ​ທານ​
ບໍ​ລິ​ສັດ ທ່ານ Carlos Ghosn ໄດ້​ຖືກ​ຈັບ​ກຸມ ແລະ​ຈະ​ປົດອອກ​ຈາກ​ບໍ​ລິ​ສັດ
“ຍ້ອນ​ການ​ກະ​ທຳ​ທີ່​ບໍ່​ຖືກ​ບໍ່​ຕ້ອງ​ທີ່​ສຳ​ຄັນ” ​ທາງ​ດ້ານ​ການ​ເງິນ​ຈຳ​ນວນ​ນຶ່ງ.

ບໍ​ລິ​ສັດ Nissan ແມ່ນ​ນຶ່ງ​ໃນ ບໍ​ລິ​ສັດຜະ​ລິດ​ລົດ​ຍົນ​ທີ່​ໃຫຍ່​ສຸດ ບໍ​ລິ​ສັດ​ນຶ່ງ​ຂອງ​ໂລກ
ໄດ້ກ່າວ​ໃນ​ລາຍ​ງານ​ວ່າ ​ທ່ານ Ghosn ​ໄດ້​ເຮັດ​ລາຍ​ງານ​ທີ່​ບໍ່​ຖືກ​ຕ້ອງກ່ຽວ ​ກັບ​ເງິນ
​ຊົດ​ເຊີຍທີ່​ທ່ານ​ໄດ້​ຮັບ “ໃນ​ຮອບ​ຫຼາຍໆ​ປີ​ຜ່ານ​ມາ” ແລະ​ວ່າ ການ​ສືບ​ສວນ​ພາຍ​ໃນ
ຍັງ​ໄດ້​ພົບ​ເຫັນ​ວ່າ ທ່ານ​ໄດ້​ໃຊ້​ສັບ​ສິນ​ຂອງ​ບໍ​ລິ​ສັດ ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.

ສື່​ມວນ​ຊົນ​ຂອງ​ຍີ່​ປຸ່ນ ໄດ້​ລາຍ​ງານ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ Ghosn ແມ່ນ​ກຳ​ລັງ​
ຖືກ​ສອບປາກ​ຄຳ ໂດຍ​ຄະ​ນະ​ໄອ​ຍະ​ການ​ໂຕ​ກຽວ ທີ່​ໄດ້​ສົງ​ໄສວ່າ ບໍ່​ໄດ້​ລາຍ​ງານ​ເງິນ
ເດືອນ ຈຳ​ນວນ​ຫຼາຍ​ລ້ານ​ໂດ​ລາ.

ບໍ​ລິ​ສັດ Nissan ໄດ້​ກ່າວ​ວ່າ ອີງ​ຕາມ​ລາຍ​ງານ​ຂອງ​ພວກ​ເປີດ​ເຜີຍຄວາມ​ຈິງ​ແລ້ວ,
ຕົນ​ຈຶ່ງໄດ້​ທຳ​ການ​ສືບ​ສວນ​ພາຍ​ໃນ ກ່ຽວ​ກັບ​ທ່ານ Ghosn ແລະ​ຜູ້​ອຳ​ນວຍ​ການ
ທ່ານ ແຄ​ຣກ ແຄ​ລ​ລີ ທີ່​ເປັນ​ຕົວ​ແທນ​ຜູ້​ຕາງ​ໜ້າແລະ​ແບ່ງປັນ​ຂໍ້​ມູນ​ດັ່ງ​ກ່າວຕໍ່​ໄອ​ຍະ​ການ​
ສາ​ທາ​ລະ​ນະ. ບໍ​ລິ​ສັດ ໄດ້​ກ່າວ​ວ່າ ທັງ​ສອງ​ທ່ານ​ທີ່​ກ່າວ​ມາ​ຂ້າງ​ເທີງ​ນີ້ ໄດ້​ຖືກ​ຈັບ​ກຸມ​ແລ້ວ.

ຜູ້​ບໍ​ລິ​ສັດ​ລົດ​ຍົນ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ ການ​ສືບ​ສວນ​ຂອງ​ຕົນ ໄດ້​ສະ​ແດງ​ໃຫ້ ເຫັນ​ວ່າ
ທ່ານ Ghosn ແມ່ນ​ໄດ້​ລາຍ​ງານ ລາຍ​ໄດ້​ຂອງ​ທ່ານ​ໃນ​ຈຳ​ນວນ​ເງິນ ​ທີ່​ໜ້ອຍກວ່າ
ຕໍ່​ອົງ​ການ​ຊື້​ຂາຍ​ຮຸ້ນໂຕ​ກຽວ ​ຫຼາຍກວ່າ 40 ລ້ານ​ໂດ​ລາ ໃນ​ຮອບ 5 ປີ​ຜ່ານ​ມາ.

ໜັງ​ສື​ພິມ Ashai ໄດ້​ລາຍ​ງານ​ວ່າ ຄະ​ນະ​ໄອ​ຍະ​ການ ໄດ້​ບຸກ​ເຂົ້າ​ໄປ​ໃນສຳນັກ​ງານ​ໃຫຍ່
​ຂອງ​ບໍ​ລິ​ສັດ​ນິ​ສ​ຊານ ທີ່​ເມືອງ​ໂຢ​ໂກະ​ຮາ​ມະ.

ທ່ານ Ghosn ທີ່​ເກີດ​ໃນ​ບ​ຣາ​ຊິ​ລ​ຊຶ່ງ​ມີ​ເຊື້ອສາຍ​ເລ​ບາ​ນອນແລະ​ມີ​ສັນ​ຊາດ​ຝ​ຣັ່ງ ຊຶ່ງເປັນ
​ເລື້ອງ​ແປກສຳ​ລັບການ​ດຳ​ລົງ​ຕຳ​ແໜ່ງ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ທີ່​ເປັນ​ຊາວ​ຕ່າງ​ຊາດ ​ໃນ​ຍີ່ປຸ່ນ.

ທ່ານ Ghosn ໄດ້​ຖືກ​ສົ່ງ​ໄປ​ຮັບ​ຕຳ​ແ​ໜ່ງ​ໃນ​ທ້າຍ​ຊຸມ​ປີ 1980 ຈາກ​ບໍ​ລິ​ສັດ Renaul SA
ຂອງຝຣັ່ງ, ຫຼັງ​ຈາກ​ທີ່​ໄດ້​ຊື້​ການ​ຄວບ​ຄຸ​ມດູ​ແລບໍ​ລິ​ສັດ Nissan. ທ່ານ​ໄດ້​ຖືກ​ກ່າວ​ຍົກ​ຍ້ອງ
​ໃນ​ການ​ຊ່ວຍກອບ​ກູ້​ບໍ​ລິ​ສັດ Nissan ທີ່​ເກືອບລົ້ມ​ລະ​ລາຍ ໄປ​ນັ້ນ.

ໃນ​ປີ 2016, ທ່ານ Ghosn ຍັງ​ໄດ້​ເຂົ້າ​ຄວບ​ຄຸມ​ບໍ​ລິ​ສັດ Mitsubishi ຫຼັງ​ຈາກ​ບໍ​ລິ​ສັດ
Nissan ໄດ້​ຊື້ ນຶ່ງ​ສ່ວນ​ສາມ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ, ຫຼັງ​ຈາກ​ທີ່​ໄດ້​ມີຂ່າວ ນອງ​ນັນກ່ຽວ​ກັບ
ການ​ລັກ​ຂະ​ໂມຍການ​ເກັບ​ສະ​ສົມ​ໄມ​ຂອງ​ບໍ​ລິ​ສັດ Mitsubishi.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG