ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ພຶດສະພາ ໒໐໒໔

ປະມານ 99 ເປີເຊັນຂອງປະຊາຊົນລາວແມ່ນໄດ້ຮັບຜົນກະທົບຈາກໄພເງິນເຟີ້ ຫຼາຍຂຶ້ນ


ໝາກຖົ່ວລຽນ ແລະໝາກໄມ້ອື່ນໆ ຊຶ່ງນໍາເຂົ້າມາຈາໄທ ແລະວາງຂາຍໃນຕະຫລາດນັດທີ່ຮ້ານສັບພະສິນຄ້າຣິ້ມປິງ, ບ້ານໂພນສີນວນໃນວັນທີ 18 ມິຖຸນາ, 2023.
ໝາກຖົ່ວລຽນ ແລະໝາກໄມ້ອື່ນໆ ຊຶ່ງນໍາເຂົ້າມາຈາໄທ ແລະວາງຂາຍໃນຕະຫລາດນັດທີ່ຮ້ານສັບພະສິນຄ້າຣິ້ມປິງ, ບ້ານໂພນສີນວນໃນວັນທີ 18 ມິຖຸນາ, 2023.

ປະຊາຊົນລາວສ່ວນໃຫຍ່ໂດຍສະເພາະຜູ້ທີ່ມີລາຍຮັບເປັນເງິນກີບແມ່ນໄດ້ຮັບ ຜົນກະທົບໂດຍກົງ ແລະຢ່າງວ່ອງໄວຈາກໄພເງິນເຟີ້ ທີ່ມີສາເຫດຕົ້ນຕໍມາ ຈາກການຂາດແຄນເງິນຕາຕ່າງປະເທດ, ອີງຕາມນັກເສດຖະສາດ, ຊຶ່ງບົວ ສະຫວັນ ຈະນໍາລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໄພເງິນເຟີ້ຢູ່ໃນລາວໄດ້ສົ່ງຜົນກະທົບຮອບດ້ານຕໍ່ເສດຖະກິດ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນເກືອບໝົດປະເທດ ຍົກເວັ້ນຄົນຈໍານວນນ້ອຍໆເທົ່ານັ້ນ, ອີງຕາມ ດຣ. ມານະ ສຸດທິຈັກ, ນັກເສດຖະສາດລາວ-ອາເມຣິກັນ ທີ່ເປັນທີ່ ປຶກສາແກ່ທະນາຄານພັດທະນາເອເຊຍໃນ ສປປ ລາວ ຊຶ່ງທ່ານບອກວ່າ:

“ໂອ້ເຮົາເຫັນວ່າເລື້ອງບັນຫາເງິນເຟີ້ໜິ ມັນສ້າງບັນຫາຄວາມຫຍຸ້ງຍາກໃຫ້ທຸກ ຂະແໜງການ ຍົກເວັ້ນຄົນຈໍານວນນ້ອຍໆ ທີ່ວ່າມີລາຍໄດ້ເປັນເງິນຕາຕ່າງ ປະເທດ ກະຊິຢູ່ແຖວປະມານ 1 ເປີເຊັນໜິແລ້ວ ພວກນີ້ບໍ່ມີບັນຫາ ແຕ່ຄົນສ່ວນໃຫຍ່ຈະເຫັນວ່າ ໄດ້ຮັບບັນຫາຫລາຍ.”

ຍິ່ງໄປກວ່ານັ້ນໄພເງິນເຟີ້ສົ່ງຜົນກະທົບຕໍ່ສິນຄ້າບໍລິໂພກໃຫ້ສູງຂຶ້ນກວ່າເກົ່າ ແລະໄວກວ່າສິນຄ້າປະເພດອື່ນ ສະນັ້ນມັນຈຶ່ງສ້າງຄວາມຫຍຸ້ງຍາກຕໍ່ການເປັນຢູ່ຂອງຄົນລາວໃນເກືອບທຸກຄົວເຮືອນ. ໂດຍສະເລ່ຍແລ້ວຄົນລາວຈະຈ່າຍປະມານ 70 ເປີເຊັນຂອງລາຍຮັບຂອງຕົນເຂົ້າໃນການຊື້ອາຫານການກິນ, ອີງຕາມ ດຣ. ມານະ ທີ່ອ້າງອີງເຖິງການສໍາຫລວດຂອງສູນສະຖິຕິແຫ່ງຊາດລາວຄັ້ງຫລ້າສຸດ ຊຶ່ງກໍ ຄືໃນປີ 2018-2019.

ສະພາບເງິນເຟີ້ແມ່ນຕິດພັນກັນແໜ້ນກັບການຂາດແຄນເງິນຕາຕ່າງປະເທດ ໃນທະນາຄານ ຊຶ່ງໄດ້ຜັກດັນໃຫ້ນັກທຸລະກິດ ແລະນັກລົງທຶນສ່ວນໃຫຍ່ໄປ ຊອກຫາແລກປ່ຽນເງິນຢູ່ນອກລະບົບທະນາຄານທີ່ມີການເກງກໍາໄລຊຶ່ງເຮັດໃຫ້ຄ່າເງິນຕ່າງປະເທດສູງຂຶ້ນ ແລະເງິນກີບຫລຸດລົງ ດັ່ງທີ່ນັກທຸລະກິດທ່ານນຶ່ງໃນນະຄອນຫລວງວຽງຈັນ ໃຫ້ຂໍ້ສັງເກດວ່າ:

ລະບັດນີ້ ເງິນໂດລາ ເງິນບາດຢູ່ທະະນານຄານ ເຂົາບໍ່ປ່ອຍໃຫ້ແມ່ຄ້ານະ ເຂົາບໍ່ປ່ອຍໃຫ້ນັກລົງທຶນນະ ອາດຈະມີນັກລົງທຶນລາຍໃຫຍ່ບາງຄົນ ທີ່ມີເສັ້ນມີສາຍ ມີເນັດເຫວີກດີໆກັບເຂົາ ແລ້ວເຂົາກະປ່ອຍໃຫ້ ແຕ່ວ່າ ສ່ວນໃຫຍ່ເຂົາບໍ່ປ່ອຍນະ ແລ້ວມັນເຮັດໃຫ້ນັກທຸລະກິດ ນັກລົງທຶນໜິນະ ຊາວຄ້າຊາວຂາຍຕ້ອງເອົາເງິນກີບໄປຊື້ໂດລາໃນອັດຕາແລກປ່ຽນ 24 ພັນກີບໜະ ຢູ່ຕະຫລາດມືດ ຢູ່ຮ້ານແລກປ່ຽນເຖື່ອນພຸ້ນໜະ ອັດຕາແລກປ່ຽນແທ້ໆ ມັນແມ່ນ 24,000 ກີບຕໍ່ 1 ໂດລາ ມັນບໍ່ແມ່ນ 20,500 ຫລື 20,700 ຄືຢູ່ໃນທະນາຄານ.”

ເຫລົ້າວາຍແລະສິນຄ້າບໍລິໂພກອື່ນໆທີ່ນໍາເຂົ້າມາຈາກຕ່າງປະເທດເກືອບໝົດທຸກຢ່າງເພື່ອວາງຂາຍທີ່ຮ້ານຊັບພະສິນຄ້າຣິ້ມປິງ, ນະຄອນຫຼວງວຽງຈັນ, 18 ມິຖຸນາ, 2023
ເຫລົ້າວາຍແລະສິນຄ້າບໍລິໂພກອື່ນໆທີ່ນໍາເຂົ້າມາຈາກຕ່າງປະເທດເກືອບໝົດທຸກຢ່າງເພື່ອວາງຂາຍທີ່ຮ້ານຊັບພະສິນຄ້າຣິ້ມປິງ, ນະຄອນຫຼວງວຽງຈັນ, 18 ມິຖຸນາ, 2023

ສາເຫດທີ່ພາໃຫ້ທະນາຄານບໍ່ສາມາດສະໜອງເງິນຕາຕ່າງປະເທດໃຫ້ແກ່ ພາກເອກະຊົນໄດ້ຢ່າງພຽງພໍ ກໍເພາະທາງລັດຖະບານເອງກໍ ມີຄວາມກົດດັນຈາກການເປັນໜີ້ຕ່າງປະເທດຫລາຍ ຈຶ່ງຈໍາເປັນຕ້ອງໄດ້ເກັບທ້ອນເອົາເງິນຕາຕ່າງ ປະເທດ ໂດຍສະເພາະແມ່ນເງິນໂດລາໄວ້ໃນທະນາຄານ ແລະອະນຸຍາດໃຫ້ມີການແລກປ່ຽນເງິນຕາຕ່າງປະເທດ ໃຫ້ແກ່ພາກເອກະຊົນຢ່າງຈໍາກັດ ແລະບັນຫານີ້ ຍັງຈະສືບຕໍ່ໄປເປັນເວລາດົນນານຈົນກວ່າ ລັດຖະບານຈະສາມາດຫາທາງຂໍຜ່ອນຜັນໃນການໃຊ້ໜີ້ຕ່າງປະເທດໄດ້, ອີງຕາມ ດຣ. ມານະ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

ລາວໜິ ຕ້ອງໃຫ້ມີເງິນຕາຕ່າງປະເທດ ພໍເພື່ອໃຊ້ໜີ້ຕ່າງປະເທດ. ໂຕນີ້ໜິ ສ້າງຄວາມກົດດັນໃຫ້ເງິນກີບຕົກໜະ ລາວຕິດໜີ້ຕ່າງປະເທດຫລາຍ ຫລະທຸກໆປີ ລາວຕ້ອງໄດ້ໃຊ້ໜີ້ຕ່າງປະເທດຫລາຍກວ່າ 1 ຕື້ໂດລາ ແປວ່າ ເດືອນນຶ່ງ ປະມານ 100 ລ້ານໂດລາ. ນອກເໜືອຈາກນັ້ນ ລາວຕ້ອງການເງິນໂດລາ ສໍາລັບຊື້ນໍ້າມັນ 100 ລ້ານ ລະກະເງິນຢູ່ໃນຄັງຫັ້ນໜະ ຢູ່ໃນລະບົບມັນມີພຽງແຕ່ປະມານ 300 ລ້ານ ແລະອັນອື່ນໆອີກທີ່ວ່າ ລາວຕ້ອງໄດ້ນໍາເຂົ້າ. ຄວາມສ່ຽງທີ່ຈະເຮັດໃຫ້ເງິນກີບມີຄວາມບອບບາງ ມັນຍັງມີສູງຢູ່ ຈົນກວ່າລັດຖະບານຈະຫາວິທີເຮັດໃຫ້ຄວາມກົດດັນຈາກການໃຊ້ໜີ້ຕ່າງປະເທດ ມັນຫລຸດລົງ.”

ນອກຈາກນັ້ນ ການທີ່ນັກລົງທຶນທີ່ສົ່ງອອກສິນຄ້າໄປຕ່າງປະເທດ ບໍ່ໄດ້ໂອນລາຍຮັບຂອງຕົນທັງໝົດເຂົ້າມາລາວ ເນື່ອງຈາກບໍ່ມີຄວາມໝັ້ນໃຈທີ່ຈະສາມາດໂອນເງິນຕາອອກໄປຕ່າງປະເທດເພື່ອຊໍາລະໜີ້ຄືນໄດ້ອີກ ກໍເປັນສາເຫດສໍາຄັນ ອັນນຶ່ງທີ່ພາໃຫ້ເງິນຕາຕ່າງປະເທດຢູ່ໃນລາວຂາດແຄນ ດັ່ງທີ່ ດຣ. ມານະ ໃຫ້ຂໍ້ຄິດເຫັນວ່າ:

ເຂົ້າໃຈວ່າ ບໍລິສັດ ຫລາຍໆບໍລິສັດໜິ ຄວນຈະນໍາເງິນເຂົ້າປະເທດ. ສົ່ງອອກ, ມີລາຍໄດ້ ຄວນເອົາເງິນເຂົ້າປະເທດ. ແຕ່ວ່າ ທຸກບໍລິສັດທີ່ລົງທຶນຢູ່ລາວ ເຂົາ ອາດຈະມີໜີ້ ຊຶ່ງໜີ້ເຂົາເຈົ້າແມ່ນຢືມຢູ່ຕ່າງປະເທດ ເຂົາກະບໍ່ເອົາເຂົ້າ. ລະບັດນີ້ ຍ້ອນເຂົາເຈົ້າບໍ່ເອົາເຂົ້າມາຫລາຍພໍ ໝາຍຄວາມວ່າ ເອົາເຂົ້າໜ້ອຍລົງ ພຽງແຕ່ປະ ມານ 30 ເປີເຊັນ ລະລັດຖະະບານກະເຫັນວ່າ ເປັນບັນຫາ ເພິ່ນຢາກໃຫ້ເຂົາເຈົ້າ ເອົາເຂົ້າມາທັງໝົດຫັ້ນຫລະ ແລ້ວຈຶ່ງຖອນອອກໃຊ້ຕາມ…. ແລ້ວບັດນີ້ກົດລະບຽບນະໂຍບາຍ ເຮັດໃຫ້ນັກລົງທຶນບໍ່ມີຄວາມໝັ້ນໃຈເອົາເງິນເຂົ້າມາ ເອົາອອກຍາກ ເຂົາກະບໍ່ເອົາເຂົ້າ.”

ສະຫລຸບແລ້ວ ຄວາມຕ້ອງການເງິນຕາຕ່າງປະເທດຂອງລັດຖະບານລາວເພື່ອ ເອົາໄປໃຊ້ໜີ້ໃນແຕ່ລະເດືອນ ແລະການນໍາເງິນຂາຍສິນຄ້າທີ່ສົ່ງອອກ ເຂົ້າມາ ລາວແບບບໍ່ເຕັມສ່ວນ ພາໃຫ້ເກີດການຂາດແຄນເງິນຕາຕ່າງປະເທດ ແລະໄພ ເງິນເຟີ້ສູງຂຶ້ນນັບມື້ ຊຶ່ງໄດ້ສົ່ງຜົນກະທົບແກ່ຊີວິດການເປັນຢູ່ຂອງປະຊາຊົນລາວໂດຍສ່ວນ ໃຫຍ່.

XS
SM
MD
LG