ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານ​ຕ່າງ​ຊາດ 9 ຄົນ ຫາຍສາບສູນ ຫຼັງຈາກ ພວກລັດອິສລາມໂຈມຕີ ບໍ່ນ້ຳມັນໃນລີເບຍ


ພວກກະບົດ ພາຍໃຕ້ຜູ້ນຳ ທີ່ຊື່ Ibrahim Jathran ຍາມທາງເຂົ້າ ບໍ່ນ້ຳມັນ al-Ghani ຢູ່ເມືອງ Ras Lanuf ທາງພາກໃຕ້ ຂອງລີເບຍ.
ພວກກະບົດ ພາຍໃຕ້ຜູ້ນຳ ທີ່ຊື່ Ibrahim Jathran ຍາມທາງເຂົ້າ ບໍ່ນ້ຳມັນ al-Ghani ຢູ່ເມືອງ Ras Lanuf ທາງພາກໃຕ້ ຂອງລີເບຍ.

ເຈົ້າໜ້າ​ທີ່​ລີ​ເບຍ​ ກ່າວ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ພະນັກງານ​ຕ່າງ​ຊາດ
​ປະມານ 9 ຄົນ ​ໄດ້​ຫາຍ​ສາບ​ສູນ​ໄປ ຫຼັງຈາກ​ທີ່ພວກ​ຫົວ​ຮຸຸນ​ແຮງ
​ລັດ​ອິສລາມ ​ໄດ້​ໂຈມ​ຕີ ບໍ່​ນ້ຳມັນ​ແຫ່ງ​ໜຶ່ງຂອງ​ລີ​ເບຍ.

ບັນດາ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພລີ​ເບຍ​ກ່າວ​ວ່າ ກອງ​ກຳລັງ
ຮັກສາຄວາມ​ປອດ​ໄພ ​ຢຶດ​ເອົາບໍ່ນ້ຳມັນ Al-Ghani ຄືນມາ​ໄດ້ ຊຶ່ງ​
ພວກຫົວ​ຮຸຸນ​ແຮງໄດ້​ທຳ​ການ​ໂຈມ​ຕີ​ ໃນ​ວັນ​ສຸກ​ຜ່ານ​ມາ. ພວກ​ຄົນ
​ຍາມຫຼາຍຄົນ ຖືກ​ຂ້າ​ຕາຍ​ ໃນ​ການ​ໂຈມ​ຕີດັ່ງກ່າວ.

ບັນດາ​ເຈົ້າໜ້າ​ທີ່ອຸດສາຫະກຳ​ນ້ຳມັນ ກ່າວ​ວ່າ ຢ່າງ​ນ້ອຍ ພະນັກ
ງານ​ຕ່າງ​ຊາດ 9 ຄົນ ​ໄດ້​ຫາຍ​ສາບ​ສູນ​ໄປ ຫຼັງຈາກ​ການ​ບຸກໂຈມ​ຕີ
​ແລະ ​ໃນ​ນັ້ນ 2 ຄົນ​ ແມ່ນ​ມາ​ຈາກ​ຢູ​ໂຣບ. ລັດຖະມົນຕີ​ຕ່າງປະ​ເທດ​ສາທາ​ລະນະ​ລັດ​ເຊັກ​ສ໌ ທ່ານ Lubomir Zaoralek ກ່າວ​ວ່າ ພົນ​ລະ​ເມືອງ​ເຊັກສ໌ຄົນ​ໜຶ່ງ​ແມ່ນລວມ​ຢູ່ໃນນັ້ນ.
ທ່ານ​ກ່າວ​ອີກ​ວ່າພວກ​ຊາວ​ຕ່າງ​ຊາດ​ເຫຼົ່າ​ນັ້ນ ອາດ​ຖືກ​ລັກພາ​ໂຕ​ໄປ. ກະຊວງ​ການ​ຕ່າງ
ປະ​ເທດ​ອອສ​ເຕຣ​ເລຍ ​ກໍໄດ້​ຢືນຢັນ​ວ່າ ພະນັກງານອອສ​ເຕຣ​ເລຍ​ຄົນໜຶ່ງ ​ໄດ້ຫາຍ​ສາບ
​ສູນ​ໄປ​ເຊັ່ນ​ກັນ. ລາຍຊື່ຂອງ​ ພວກ​ຫາຍ​ສາບ​ສູນ​ໄປ​ ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃຫ້​ຊາບ.

ຍັງບໍ່​ມີ​ຜູ້​ໃດ ຮຽກຮ້ອງ​ເອົາຄ່າໄຖ່​ໃດໆ​ ສຳ​ຫລັບການ​ສົ່ງ​ຄືນ​ພວກ​ພະນັກງານ ທີ່ຢັ້ງຢືນບໍ່​ໄດ້​ເຫຼົ່ານັ້ນ.

Libya IS kidnapped foreign workers video
please wait

No media source currently available

0:00 0:00:39 0:00

XS
SM
MD
LG