ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຫຸ່ນ​ຍົນ​ສາ​ມາດ ​ເປັນ​ຄົນ​ຍາມ​ຫ້ອງ​ການ ​ໃນ​ຕອນ​ກາງ​ຄືນ​ໄດ້ດີ


On the Night Shift, an Office Security Guard Makes the Rounds
please wait

No media source currently available

0:00 0:02:00 0:00

ການ​ທຳ​ໜ້າ​ທີ່​ເປັນ​ຄົນ​ຍາມ​ຫ້ອງ​ການ ໃນ​ຕອນ​ກາງ​ຄືນນັ້ນ ຫຸ່​ນ​ຍົນໂຄ​ບໍ​ທ໌ (Cobalt) ກວດ​ເບິ່ງ​ສະ​ພາບ​ຜິດ​ປົກ​ກະ​ຕິ​ຕ່າງໆ​

ກ້ອງ​ຖ່າຍ​ວົງ​ຈອນ​ປິດ ແລະ​ເຄື່ອງ​ເຕື​ອນ​ໄພຕ່າງໆ ຊ່ວຍ​ເຮັດ​ໃຫ້​ຫ້ອງ​ການ ແລະ​ສາງ​ເກັບ​ເຄື່ອງ​ທັງ​ຫລາຍຢູ່​ທົ່ວ​ໂລກປອດ​ໄພ. ແຕ່​ວ່າ ຄົນ​ເຝົ້າ​ຍາມ​ແບບ​ໃໝ່ ກຳ​ລັງ​ຫັນໄປ​ມາ​ຊອກ​ຫາ​ສິ່ງ​ທີ່​ຜິດ​ປົກ​ກະ​ຕິໄດ້. Michelle Quinn, ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເລາະ​ໄປຕາມ​ລ໊ອກ​ຂອງບ່ອນ​ນັ່ງ​ຕ່າງໆ ຂອງ​ພະ​ນັກ​ງານຢູ່​ໃນ​ຫ້ອງ​ການ, ການມີ​ສະ​ຕິ​ຕະ​ຫລອດ, ກວດ​ເບິ່ງວ່າ​ມີ​ຫຍັງ​ຜິດ​ປົກ​ກ​ຕິ​ບໍ່. ນັ້ນຄື​ໜ້າ​ທີ່​ຂອງ​ຄົນ​ຍາມ​ຮັກ​ສາ​ຄວາມ​ປອດ​ໄພ, ລວມ​ທັງ​ຜູ້ນີ້​ນຳ.

ທ່ານ ແທ​ຣ​ວິ​ສ ດາຍ​ລ໌ (Travis Deyle) ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານ ຫລື CEO ແລະ​ຜູ້​ສ້າງເຄື່ອງໂຄ​ບໍ​ທ໌ (Cobalt) ຂຶ້ນ​ມານັ້ນ ເວົ້າ​ວ່າ
“ໂດຍພື້ນຖານແລ້ວ ມັນເປັນການປະສົມປະສານກັນລະຫວ່າງການກວດກາທີ່ດີຢ່າງໜ້າເຫລືອເຊື່ອ ໃສ່ກັບລົດ ທີ່ເຄື່ອນໄຫວໄປມາຢ່າງອັດຕະໂນມັດ ຜ່ານໄປທົ່ວເນື້ອທີ່ຕ່າງໆ ຢູ່ໃນຫ້ອງການຂອງທ່ານ. ມັນໄດ້ສ້າງໃຫ້ມີຕົວແບບຂອງສະພາບປົກກະຕິຂຶ້ນມາແລ້ວ ຈາກນັ້ນ ກໍຊອກຫາສະພາບທີ່ຜິດປົກກະຕິ. ມັນເຮັດເຊັ່ນນັ້ນໄດ້ ໂດຍການກວດກາທີ່ໃຊ້ສັນຍານໄປທົ່ວທັງໝົດ.”

ທ່ານ ແທ​ຣ​ວິ​ສ ດາຍ​ລ໌ (Travis Deyle) ໄດ້ປະ​ດິດ​ເຄື່ອງໂຄ​ບໍ​ທ໌ (Cobalt) ຂຶ້ນ​ມາ ຊຶ່ງ​ເບິ່ງ​ແລ້ວ​ເໝືອນ​ກັນ​ກັບ​ເຄື່ອງ​ເຟີ​ນີ​ເຈີ ​ໃນ​ຫ້ອງ​ການ ທີ່​ເຄື່ອນໄຫວ​ໄປ​ມາ​ໄດ້​. ຢູ່​ຂ້າງ​ລຸ່ມຂອງ​ມັນທີ່​ມີແຜ່ນ​ຜ້າ​ອ່ອນໆ ທີ່​ຫຸ້ມຢູ່​ທາງນອກນັ້ນແມ່ນ​ລະ​ບົບກວດ​ກາ​ຄວາມ​ປອດ​ໄພ ທີ່ປະ​ກອບ​ມີ​ເຄື່ອງ​ສັນ​ຍານກວດ​ກາ​ຢູ່​ຫລາຍກວ່າ 60 ໜ່ວຍເພື່ອ​ກວດ​ເບິ່ງ​ຄວາມ​ຮ້ອນ, ຄວາມ​ຊຸ່ມ, ຄວັນ ແລະ​ຄົນ. ສ່ວນ​ກ້ອງ​ຖ່າຍ​ຮູບທີ່ມີ​ຢູ່​ທົ່ວ​ທັງ​ໂຕ​ເຄື່ອງນັ້ນ​ ແມ່ນເປັນ​ຫູ​ເປັນ​ຕາກວດ​ເບິ່ງທຸກ​ຊອກ ທຸກ​ມຸມ. ສ່ວນ​ເຄື່ອງ​ໄມ​ໂຄ​ຣ​ໂຟນ ແມ່ນກວດ​ຫາສຽງທີ່​ຜິດ​ປົກ​ກະ​ຕິ.

ທ່ານ ດາຍ​ລ໌ ກ່າວ​ຕໍ່​ໄປ​ວ່າ“​ສ່ວນ​ສິ່ງ​ອື່ນໆ ທຸ​ກຢ່າງ​ໂດຍ​ພື້ນ​ຖານແລ້ວ ແມ່ນ​ຄື​ກັນ​ກັບລົດ​ທີ່​ຂັບ​ດ້ວຍ​ໂຕ​ມັນ​ເອງ ແບບ​ອັດ​ຕະ​ໂນ​ມັດ. ກ້ອງ​ຖ່າຍ​ຮູບ​ທີ່​ຖ່າຍ​ແບ​ບ​ເລິກໆ ແລະ​ເຄື່ອງກວດກາ​ໂດຍ​ໃຊ້​ສັນ​ຍານນັ້ນ ສາ​ມາດກວດ​ພົບ​ສິ່ງ​ກີດ​ຂວາງ​ຕ່າງໆ ເພື່ອ​ໃຫ້ຫຸ່​ນ​ຍົນ ຫລື ໂຣບອດ​ ສາ​ມາດເຄື່ອນ​ໄປ​ຜ່ານ​ເນື້ອ​ທີ່ຕ່າງໆ​ຢູ່​ໃນຫ້ອງ​ໄດ້.”

ໃນ​ຂະ​ນະ​ທີ່​ມັນ​ເຄື່ອນໄຫວ​ໄປມາ​ຢູ່ນັ້ນ, ເຄື່ອງໂຄ​ບໍ​ທ໌ (Cobalt) ໄດ້​ສ້າງ​ຕົວແບບຂອງເນື້ອ​ທີ່​ເປົ່າ​ຫວ່າງ​ຢູ່ໃນຫ້ອງ​ຂຶ້ນ​ມາ. ແລ້ວ​ຫຸ່ນ​ຍົນ ​ກໍ​ຊອກ​ຫາ​ສິ່ງ​ທີ່​ຜິດ​ປົກ​ກະ​ຕິ, ຄົນ​ແປກ​ໜ້າ​ຢູ່​ໃນ​ຫ້ອງ​ການ, ຊອກ​ຫາ​ສິ່ງ​ທີ່​ເຟືອດລົງ, ເບິ່ງວ່າ​ມີ​ປະ​ຕູ​ ຫລື​ປ່ອງ​ຢ້ຽມ​ເປີດໄວ້​ຢູ່ຫລືບໍ່. ມັນ​ຍັງ​ກວດ​ເບິ່ງ​ ອາຍ​ກາກບອນໄດ​ອອກ​ໄຊ, ອາຍ​ກາກບອນໄດ​ອອກ​ໄຊ​ດ໌​ຮົ່ວ ແລະ​ຮູ້​ຈັກ​ອີກ ຖ້າ​ຫາກວ່າ ສັນ​ຍານ​ອິນ​ເຕີ​ເນັດ ຫລື Wifi ຫລຸດ​ໄປ.

ຖ້າ​ຫາກ​ເຄື່ອງໂຄບໍ​ທ໌ (Cobalt) ສັງເກດ​ເຫັນ​ວ່າ​ມີ​ຫຍັງ​ຜິດແປກໄ​ປ, ມັນ​ກໍ​ຈະ​ຕິດ​ຕໍ່​ໄປ​ຫາ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ທີ່ບໍ່​ໄດ້​ຢູ່​ທີ່ນັ້ນຜູ້ທີ່​ມາ​ເບິ່ງ​ຢູ່​ໃນ​ໜ້າ​ຈໍ​ຄອມ​ພີວ​ເຕີ​ ເພື່ອ​ແກ້​ໄຂ​ບັນ​ຫານັ້ນ ຊຶ່ງມື້ນີ້​ແມ່ນ ໂບວກດອນ.
“ສະບາຍດີ ແທຣວິສດ ຂໍໃຫ້ເຈົ້າເຂົ້າມາເບິ່ງໃຫ້ຂ້ອຍໄດ້ບໍ່?

“ໄດ້ແນ່ນອນ”

“ຂອບ​ໃຈ”

ທ່ານ ແທ​ຣ​ວິ​ສ ດາຍ​ລ໌ ໃຫ້​ຄຳ​ເຫັນ​ອີກວ່າ
“ທຸກໆຄັ້ງທີ່ພວກເຂົາເຈົ້າມີການຕິດຕໍ່ສື່ສານກັບລະບົບນີ້ ມັນກໍຈະຮຽນຮູ້ຈາກການຕິດຕໍ່ສື່ສານເຫລົ່ານັ້ນ. ໃນຂະນະທີ່ຫຸ່ນຍົນກວດໄປທົ່ວບໍລິເວນນີ້ ມັນກໍຈະເລີ້ມເວົ້າວ່າ ຂ້ອຍເຫັນຄົນຜູ້ນຶ່ງ, ອາດຈະເປັນຄົນລັກເຂົ້າມາ. ມັນສັນຍານບອກໃຫ້ໂບວກດອນຜູ້ທີ່ສາມາດນັ່ງຢູ່ທີ່ນັ້ນ ແລະກໍລົບລ້າງສັນຍານເຕືອນໄພທີ່ຫລົງເຮັດຜິດນັ້ນໄດ້ ໃຫ້ລາວຮູ້ຈັກ.”

ຜູ້​ຍາມຮັກ​ສາ​ຄວາມ​ປອດ​ໄພໃນ​ອະ​ນາ​ຄົດ ອາດ​ຈະ​ເປັນ​ສິ່ງ​ໃດ ສິ່ງ​ນຶ່ງ​ຄ້າຍ​ກັບ ເຄື່ອງໂຄບໍ​ທ໌ (Cobalt) ຊຶ່ງ​ເປັນ​ເຄື່ອງ​ຈັກ​ທີ່​ເລາະ​ໄປ​ທົ່ວຫ້ອງ​ໂຖງ​ຕ່າງໆ ຢູ່​ໃນເວລາ​ເຂົ້າ​ການ ແຕ່​ວ່າ ກໍອີງອາ​ໄສໃສ່ຄວາມ​ສະ​ຫລາດຂອງ​ຄົນ ໃນ​ເວ​ລາ​ທີ່​ມັນ​ຕ້ອງ​ການຄວາມ​ຊ່ວຍ​ເຫລືອ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG