ຄາດວ່າ ມີປະຊາຊົນຊາວໄນຈີເຣຍ 9 ລ້ານຄົນ ເປັນຄົນຫູໜວກ ຫຼືມີຄວາມພິການທາງການຮັບຟັງ, ແລະຫຼາຍຄົນ ກໍຮັບມືກັບການຈຳແນກທີ່ ຈຳກັດການເຂົ້າເຖິງດ້ານການສຶກສາ ແລະດ້ານວຽກເຮັດງານທຳ. ແຕ່ໂຄງການລິເລີ້ມນຶ່ງແມ່ນກຳລັງເຮັດວຽກເພື່ອການປ່ຽນແປງຕໍ່ສິ່ງເຫຼົ່ານັ້ນເຊັ່ນ ການສ້າງຄວາມເຂັ້ມແຂງໃຫ້ຄົນຫູໜວກມີທັກສະດ້ານເທັກໂນໂລຈີ ເພື່ອເພີ້ມໂອ ກາດໃນການປະກອບອາຊີບຂອງພວກເຂົາເຈົ້າ.
ນີ້ອາດຈະຄ້າຍຄືກັບຫ້ອງຮຽນປົກກະຕິທົ່ວໄປ, ແຕ່ຢູ່ທີ່ນີ້ ເທັກໂນໂລຈີການ ຊ່ວຍ ເຫຼືອເຊັ່ນ ຄໍາບັນຍາຍແບບໂຕຈິງ ແລະພາສາມື ແມ່ນຮູບແບບອັນ ສໍາຄັນຂອງການຮຽນການສອນ.
ເມື່ອສາມປີທີ່ຜ່ານມາ, ດຣ. ອາໂຣໂວໂລ ອາຢູລາ (Arowolo Ayoola) ໄດ້ເປີດໂຕໂຄງການລິເລີ້ມ ຄວາມພິການທາງການໄດ້ຍິນໃນດ້ານເທັກໂບໂລຈີ ຫຼື Deaf-In-Tech ເພື່ອສະໜອງຄວາມອາດສາມາດທາງດ້ານເທັກໂນໂລຈີ ໃນຄວາມຕ້ອງການຂອງຄົນພິການທາງຫູ, ລວມທັງການວິເຄາະຂໍ້ມູນ, ການຂຽນໂປຣແກຣມ Python, ການພັດທະນາຊັອບແວ ແລະ ການອອກ ແບບເວັບໄຊທ໌.
ດຣ. ອາໂຣໂວໂລ ອາຢູລາ, ຜູ້ກໍ່ຕັ້ງ Deaf-In-Tech ກ່າວວ່າ:
“ເທັກໂນໂລຈີ ເປັນເຄື່ອງປັບລະດັບ ແລະໃຫ້ທັກສະທາງດ້ານເທັກໂນໂລຈີ, ສ້າງຄວາມເຂັ້ມແຂງໃຫ້ຄົນຫູໜວກສາມາດເຮັດສິ່ງຕ່າງໆໄດ້ຫຼາຍຂຶ້ນ, ສາມາດເຮັດວຽກໄດ້, ເປັນທີ່ມອງເຫັນໃນການຈ້າງງານໄດ້ຫຼາຍກວ່າເກົ່າ.”
ໂຄງການ Deaf-In-Tech ຍັງຮ່ວມມືກັບຫຼາຍໆບໍລິສັດ ເພື່ອເຊື່ອມຕໍ່ບັນດາ ນັກສຶກສາກັບໂອກາດຕ່າງໆ ໃນການສ້າງວຽກເຮັດງານທໍາ.
ທ່ານ ອາຢູລາ ກ່າວວ່າ ໂຄງການດັ່ງກ່າວ ໄດ້ໃຫ້ໂອກາດທີ່ຈະປ່ຽນແປງຊີວິດແກ່ຄົນຫູໜວກຫຼາຍກວ່າ 1,000 ຄົນ, ໃນນັ້ນ ຫຼາຍຄົນປະສົບຄວາມສໍາເລັດ ໃນການເຮັດວຽກດ້ານເທັກໂນໂລຈີ.
ດຣ. ອາໂຣໂວໂລ ອາຢູລາ, ຜູ້ກໍ່ຕັ້ງ Deaf-In-Tech ກ່າວວ່າ:
“ໜ່ວຍງານຕິດຕາມກວດກາແຫ່ງຊາດ ສໍາລັບການເລືອກຕັ້ງປີ 2023, ຖືກສ້າງ ຕັ້ງຂຶ້ນໂດຍຊຸມຊົນຄົນຫູຫນວກ, ແລະໜ່ວຍງານດັ່ງກ່າວນີ້ ກໍມີຄວາມໂດດເດັ່ນ ຫຼາຍ, ນັ້ນ ແມ່ນສິ່ງທີ່ສະແດງໃຫ້ເຫັນຢູ່ໃນສື່ມວນຊົນແຫ່ງຊາດຂອງພວກເຮົາ ເປັນສ່ວນໃຫຍ່.”
ໄນຈີເຣຍ ເປັນຖິ່ນຖານທີ່ມີຄົນພິການປະມານ 25 ລ້ານຄົນ, ໃນນັ້ນ ມີ 9 ລ້ານຄົນເປັນຜູ້ທີ່ພົບກັບຄວາມຫຍຸ້ງຍາກໃນການໄດ້ຍິນ.
ການສໍາຫຼວດໂດຍກຸ່ມສິດທິຂອງຄົນພິການ, ເຊິ່ງເປັນສະມາຄົມ Inclusive Friends Association, ພົບວ່າ 90 ເປິເຊັນຂອງຄົນພິການໃນປະເທດ ໄນຈີເຣຍ ປະເຊີນກັບການຈຳແນກຈາກການສຶກສາ, ເທັກໂນໂລຈີ, ແລະ ການຈ້າງງານ, ສົ່ງຜົນເຮັດໃຫ້ພວກເຂົາເສຍປຽບທາງດ້ານເສດຖະກິດ.
ນີ້ ເຖິງແມ່ນຈະມີກົດໝາຍວ່າດ້ວຍຄວາມພິການແຫ່ງຊາດປີ 2019 ຂອງ ໄນຈີເຣຍກໍຕາມ, ເຊິ່ງຖືກອອກແບບມາ ເພື່ອສົ່ງເສີມຄວາມສາມັກຄີ.
ທ່ານ ວິກເຕີ ໂອຣິຊາ (Victor Oricha), ຈົບການສຶກສາດ້ານວິທະຍາສາດ ຄອມພິວເຕີ, ໄດ້ເຂົ້າຮ່ວມໂຄງການ Deaf-In-Tech ໃນປີທີ່ຜ່ານມາ ແລະ ປັດຈຸບັນ ເຮັດວຽກເປັນຄູສອນ.
ທ່ານ ວິກເຕີ ໂອຣິຊາ, ຄູສອນໃນໂຄງການ Deaf-in-Tech ກ່າວວ່າ:
“ຢູ່ທີ່ນີ້, ການເຂົ້າເຖິງແມ່ນມີຢູ່ແລ້ວ. ມີນາຍພາສາມື, ສະນັ້ນ ທຸກໆຄົນ ລວມທັງພະນັກງານ, ເຊິ່ງບາງຄົນເຂົ້າໃຈພາສາມື ແລະພວກເຂົາເຈົ້າກໍສາມາດ ສື່ສານກັບຂ້າພະເຈົ້າໄດ້. ສະນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກຍິນດີຫຼາຍໆ.”
ສໍາລັບນັກຮຽນຄືນາງ ເວໂຣນິກາ ຊັນເດ (Veronica Sunday), ເປົ້າໝາຍ ຂອງພວກເຂົາເຈົ້າ ແມ່ນການໃຊ້ທັກສະໃໝ່ຂອງພວກເຂົາ ເພື່ອຮັບປະກັນ ວຽກງານທີ່ມີຄ່າຈ້າງສູງ.
ນາງ ເວໂຣນິກາ ຊັນເດ, ນັກສຶກສາໃນໂຄງການ Deaf-In-Tech ກ່າວວ່າ:
“ຖ້າຂ້ອຍສາມາດໄດ້ວຽກເຮັດງານທໍາ, ແນ່ນອນຂ້ອຍບໍ່ຕິວ່າແມ່ນວຽກຫຍັງ. ນອກຈາກນັ້ນ, ມັນແມ່ນຄວາມຮູ້ພື້ນຖານທາງດ້ານເທັກໂນໂລຈີ, ດັ່ງນັ້ນ ຂ້ອຍຈຶ່ງສາມາດໃຊ້ມັນໄດ້ເພື່ອເຮັດວຽກໃນຂອບເຂດຂອງເທັກໂນໂລຈີ ຫຼື ໃຊ້ມັນເພື່ອທຸລະກິດການຂາຍຂອງຂ້ອຍ.”
ເພື່ອຂະຫຍາຍການເຂົ້າເຖິງການຝຶກອົບຮົມ, ທ່ານ ອາຢູລາ ໄດ້ເປີດເວທີ ຂອງການຮຽນຮູ້ທາງອອນໄລນ໌ທີ່ຮ້ອງວ່າ “Deaf Learn,” ທີ່ໄດ້ຮັບແຮງຜັກ ດັນຈາກເວທີທີ່ມີຊື່ວ່າ ອູເດມີ (Udemy) ແລະ ຄວາເຊຣາ (Coursera).
ດ້ວຍເງິນທຶນຫຼາຍກວ່າເກົ່າ, ລາວຫວັງວ່າ ຈະຂະຫຍາຍໂຄງການລິເລີ້ມດ້ານ Deaf-in-Tech ໄປຍັງເມືອງ ລາໂກສ (Lagos), ຫາປະເທດ ການາ, ແລະ ຣວານດາ (Rwanda) ໃນປີນີ້.
ໃນຂະນະທີ່ພາກສ່ວນດ້ານເທັກໂນໂລຈີຂອງໄນຈີເຣຍ ຂະຫຍາຍຕົວ, ໂຄງການລິເລີ້ມໂຄງການເຊັ່ນ Deaf-In-Tech ແມ່ນກໍາລັງທໍາລາຍສິ່ງກີດ ຂວາງ ແລະທ້າທາຍຄວາມເຊື່ອທີ່ບໍ່ເປັນທຳກ່ຽວກັບຄວາມພິການ, ໂດຍປະຕິ ບັດງານກັບຜູ້ຊ່ຽວຊານທີ່ເປັນຄົນຫູໜວກເທື່ອລະຄົນ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
An estimated nine million Nigerians are deaf or have hearing impairments, and many cope with discrimination that limits their access to education and employment. But one initiative is working to change that — empowering deaf people with tech skills to improve their career prospects. Timothy Obiezu reports from Abuja.
This may look like a regular classroom, but here, assistive technology such as real-time captions and sign language is the primary mode of instruction.
Three years ago, Dr. Arowolo Ayoola launched the Deaf-In-Tech initiative to equip deaf individuals with in-demand tech skills, including data analysis, Python programming, software development, and web design.
Dr. Arowolo Ayoola, Deaf-In-Tech Founder.
"Tech is a leveler and providing tech skills empowers the deaf person to be able to do more, to be able to work, become more visible for employment."
Deaf-In-Tech also partners with companies to connect students with job opportunities.
Ayoola says the program has provided life-changing opportunities to more than 1,000 deaf individuals, many of whom have launched successful careers in tech.
Dr. Arowolo Ayoola, Deaf-In-Tech Founder.
"The national monitoring dashboard for the 2023 election, it was built by the deaf community and that dashboard was outstanding. That's what was showed on most of our national media."
Nigeria is home to an estimated 25 million people with disabilities, including the nine million with hearing difficulties.
A survey by a disability rights group, the Inclusive Friends Association, found that 90% of Nigerians with disabilities face systemic exclusion from education, technology, and employment — leaving them economically disadvantaged.
This is despite Nigeria’s 2019 National Disability Act, which was designed to promote inclusion.
Victor Oricha, a computer science graduate, joined Deaf-In-Tech last year and now works as an instructor.
Victor Oricha, Deaf-in-Tech Instructor.
"Here, the access is there. There's a sign language interpreter so everyone, including the staff, some of them understand sign language and they can communicate with me. So I feel very welcomed."
For students like Veronica Sunday, the goal is to use their new skills to secure high-paying jobs.
Veronica Sunday, Deaf-In-Tech Student.
"If I can get a job, of course I don't mind. Also, it's technology-based knowledge so I can use it to work in a tech field or use it to sell my businesses."
To expand access to training, Ayoola launched an online learning platform called “Deaf Learn,” inspired by platforms like Udemy and Coursera.
With more funding, he hopes to extend the Deaf-in-Tech initiative to Lagos, Ghana, and Rwanda this year.
As Nigeria’s tech sector booms, initiatives like Deaf-In-Tech are breaking down barriers and challenging stereotypes about disability — one deaf professional at a time.
ຟໍຣັມສະແດງຄວາມຄິດເຫັນ