ກອງທັບເຮືອຂອງຈີນ ໃນອາທິດນີ້, ກໍາລັງເຂົ້າຈອດ ຢູ່ທ່າກຳປັ່ນ ໄນຈີເຣຍ ເຊິ່ງເປັນການຢ້ຽມຢາມ ພາກເວັນຕົກຂອງທະວີບອາຟຣິກາ ທີ່ບໍ່ຄ່ອຍເຫັນ, ບ່ອນທີ່ປັກກິ່ງ ກໍາລັງຊອກຫາທາງ ເພື່ອຂະຫຍາຍອິດທິພົນ ຂອງຕົນ. ເອກອັກຄະລັດຖະທູດຂອງຈີນປະຈໍາໄນຈີເຣຍກ່າວວ່າ ການຢ້ຽມຢາມ 5 ມື້ໃນຄັ້ງນີ້ ແມ່ນມີເປົ້າໝາຍເພື່ອສ້າງສາຍສໍາພັນທີ່ເລິກເຊິ່ງ ແລະຊ່ວຍຈັດການກັບບັນຫາໄພາຂົ່ມຂູ່ທາງທະເລໃນອ່າວກີນີ. ທິໂມທີ ໂອບີຊູ (Timothy Obiezu) ມີລາຍງານຈາກນະຄອນຫຼວງອາບູຈາ ປະເທດໄນຈີເຣຍ, ເຊິ່ງ ທິບສຸດາ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ກໍາປັ່ນລົບຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ແລ່ນໄປເຖິງນະຄອນລາໂກສ (Lagos) ເຊິ່ງເປັນສູນກາງທາງດ້ານເສດຖະກິດຂອງໄນຈີເຣຍ ໃນວັນອາທິດແລ້ວນີ້, ພ້ອມດ້ວຍທະຫານເຮືອອີກ 700 ຄົນ.
ກອງທັບເຮືອຂອງໄນຈີເຣຍ ແລະສະຖານທູດຈີນ, ໃນວັນຈັນແລ້ວນີ້ ກ່າວວ່າ ການຢ້ຽມຢາມດັ່ງກ່າວ ມີຄວາມໝາຍສໍາຄັນຕໍ່ສາຍພົວພັນທີ່ກໍາລັງເພີ້ມຂຶ້ນລະ ຫວ່າງ ປັກກິ່ງ ແລະອາຟຣິກາ, ໂດຍມີເປົ້າໝາຍໃນການດໍາເນີນງານກ່ຽວກັບໄພຂົ່ມຂູ່ທາງດ້ານຄວາມໝັ້ນຄົງທາງທະເລ ແລະການຮັກສາຄວາມປອດໄພຢູ່ໃນອ່າວກີນີ.
ນັກວິເຄາະທາງດ້ານຄວາມໝັ້ນຄົງ ທ່ານຈີດີ ໂອເມເຈ (Chidi Omeje) ກ່າວວ່າ ຍິນດີຕໍ່ການພັດທະນາ ແລະໂອກາດສຳລັບໄນຈີເຣຍ ແລະ ອາຟຣິກາ ໃນຄວາມສໍາຄັນກ່ຽວກັບບັນຫາທາງດ້ານຄວາມໝັ້ນຄົງ, ເຊິ່ງທ່ານກ່າວເປັນພາສາອັງກິດວ່າ:
“ມັນມີຄວາມສໍາຄັນຫຼາຍທີ່ປະເທດໄນຈີເຣຍ ຈະຕ້ອງມີສາຍພົວພັນດັ່ງກ່າວນີ້ ເນື່ອງຈາກວ່າ ພວກເຮົາບໍ່ສາມາດທີ່ຈະມີແຕ່ສາຍພົວພັນກັບແຕ່ບັນດາປະເທດຕາເວັນຕົກເທົ່ານັ້ນ, ພວກເຮົາຕ້ອງຂະຫຍາຍການເຂົ້າເຖິງຂອງພວກເຮົາ. ຈີນ ເປັນພາຄີທີ່ສໍາຄັນທີ່ສຸດຂອງໄນຈີເຣຍ. ພວກເຮົາຈໍາເປັນຕ້ອງມີການຮ່ວມມືທັງໝົດເທົ່າທີ່ພວກເຮົາສາມາດເຮັດໄດ້ ເພື່ອຕອບສະໜອງຕໍ່ຄວາມທ້າທາຍທາງດ້ານຄວາມໝັ້ນຄົງທີ່ຫຼາກຫຼາຍຢູ່ໃນທົ່ວປະເທດ ແລະພູມິພາກແຫ່ງນີ້.”
ຈີນ ໄດ້ລົງທຶນທາງດ້ານພື້ນຖານໂຄງລ່າງຢ່າງຫຼວງຫຼາຍຢູ່ໃນອາຟຣິກາ, ລວມທັງປະເທດໄນຈີເຣຍ ເປັນເວລາຫຼາຍປີ, ແລະໄນຈີເຣຍກໍເປັນນຶ່ງໃນຜູ້ສະໜອງ ນໍ້າມັນດິບໃຫ້ແກ່ ຈີນ.
ແຕ່ການຢ້ຽມຢາມດັ່ງກ່າວ ມີຂຶ້ນທ່າມກາງການຄາດການວ່າ ປັກກິ່ງ ພວມຊອກຫາຊ່ອງທາງ ທີ່ຈະສ້າງຖານທັບເຮືອຢູ່ໃນອ່າວກີນີ.
ໃນປີແລ້ວນີ້, ເຈົ້າໜ້າທີ່ທາງດ້ານຄວາມໝັ້ນຄົງຂອງ ສະຫະລັດ ກ່າວວ່າ ພວກ
ເຂົາເຈົ້າມີຄວາມກັງວົນວ່າ ຖານທັບດັ່ງກ່າວນີ້ ຈະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.
ທ່ານກາບີຣູ ອາດາມູ (Kabiru Adamu), ນັກວິເຄາະຈາກບໍລິສັດຈັດການຄວາມສ່ຽງທາງດ້ານຄວາມປອດໄພ Beacon ຍອມຮັບວ່າ ການຢ້ຽມຢາມດັ່ງກ່າວມານັ້ນ ອາດຈະມີຈຸດປະສົງທີ່ບໍ່ເປີດເຜີຍ, ເຊິ່ງທ່ານກ່າວເປັນພາສາອັງກິດວ່າ:
“ໃນການດໍາເນີນງານທາງການທູດ, ໂດຍປົກກະຕິ ມັກຈະມີວັດຖຸປະສົງທີ່ເປັນທາງການ ແລະວັດຖຸປະສົງທີ່ແອບແຝງ, ຄວາມໝັ້ນຄົງຈະໄດ້ຮັບການສົນທະ ນາຫາລືໃນລະຫວ່າງການຢ້ຽມຢາມ 5 ມື້. ຈີນ ມີຄວາມຕັ້ງໃຈທີ່ຈະສ້າງສໍານັກງານໃຫຍ່ຂອງສະຖານທູດຢູ່ໃນອາຟຣິກາຕາເວັນຕົກ ແລະນີ້ ອາດຈະເປັນການ ດໍາເນີນງານໂດຍຈີນ ເພື່ອໂນ້ມນ້າວໃຫ້ ໄນຈີເຣຍສະໜັບສະໜຸນຕໍ່ການຕັດສິນ ໃຈດັ່ງກ່າວ.”
ໃນປີ 2016, ຈີນ ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະສະໜັບສະໜຸນດ້ານເສດຖະກິດແກ່ ຊາວໂຕເມ (Sao Tome), ເຊິ່ງເປັນປະເທດນ້ອຍໆໃນທະວີບອາຟຣິກາ ໂດຍຕັ້ງຢູ່ໃນຂົງເຂດມະຫາສະໝຸດແອັດແລນຕິກ, ເປັນເວລາສັ້ນໆ ລຸນຫຼັງທີ່ພວກເຂົາເຈົ້າຕັດຂາດສາຍສໍາພັນກັບ ໄຕ້ຫວັນ.
ຊາວໂຕເມ, ຕັ້ງຢູ່ໃຈກາງອ່າວກີນີ, ເຮັດໃຫ້ປະເທດດັ່ງກ່າວນີ້ ກາຍເປັນສູນກາງໃນການຜະລິດນໍ້າມັນ ແລະອາຍແກສ.
ທ່ານອາດາມູ ກ່າວວ່າ ຈີນ ກໍາລັງພະຍາຍາມທີ່ຈະສ້າງຄວາມໝັ້ນຄົງທາງຊັບສິນຂອງຕົນຢູ່ໃນອາຟຣິກາ ດ້ວຍຄວາມເປັນໄປໄດ້ໃນການສ້າງຖານທັບຢູ່ພູມິພາກແຫ່ງນີ້, ເຊິ່ງ ທ່ານກ່າວວ່າ:
“ປັກກິ່ງ, ແນ່ນອນທີ່ສຸດ ທີ່ພວກເຂົາມີຄວາມສົນໃຈທີ່ຈະຂະຫຍາຍອິດທິພົນຂອງພວກເຂົາຢູ່ໃນອາຟຣິກາ ເພື່ອປົກປ້ອງຊັບສິນຂອງພວກເຂົາ, ພວກເຂົາ ເຈົ້າມີການລົງທຶນຂະໜາດໃຫຍ່ຢູ່ໃນບັນດາປະເທດອາຟຣິກາ ກ່ອນການລະ ບາດຂອງພະຍາດໂຄວິດ, ໃນຊ່ວງການລະບາດຂອງໂຄວິດ ແລະຫຼັງຈາກການລະບາດຂອງໂຄວິດ. ແນ່ນອນວ່າ ພວກເຂົາຕ້ອງການທີ່ຈະປົກປ້ອງການລົງທຶນຕ່າງໆເຫຼົ່ານັ້ນ ແລະນຶ່ງໃນບັນດາຊ່ອງທາງຕ່າງໆ ແມ່ນພວກເຂົາສາມາດເສີມສ້າງຄວາມເຂັ້ມແຂງກ່ຽວກັບສາຍສໍາພັນທາງດ້ານຄວາມໝັ້ນຄົງ ກັບບັນດາປະ ເທດຕ່າງໆໃນອາຟຣິກາ.”
ໃນເດືອນມັງກອນ, ໄນຈີເຣຍ ໄດ້ເປີດເມືອງທ່າກໍາປັ່ນນ້ຳເລິກ Lekki ຢູ່ທີ່ນະຄອນລາໂກສ, ເຊິ່ງສ້າງໂດຍບໍລິສັດລັດວິສາຫະກິດ Harbor Engineering ຂອງຈີນ.
ໃນເດືອນແລ້ວນີ້, ທ່າກໍາປັ່ນນ້ຳເລິກ Lekki Deep ກໍໄດ້ໃຫ້ກໍາປັ່ນຈາກຈີນ ທີ່ມີຄວາມຍາວ 300 ແມັດ ເຂົ້າຈອດ, ເຊິ່ງເປັນກໍາປັ່ນທີ່ໃຫຍ່ທີ່ສຸດ ນັບຕັ້ງແຕ່ມີການເປີດທ່າກໍາປັ່ນມາ.