ປະທານາທິບໍດີມູຮໍາມາດູ ບູຮາຣີ (Muhammadu Buhari) ຂອງໄນຈີເຣຍມີກໍານົດວ່າ
ຈະພົບປະກັບປະທານາທິບໍດີດໍໂນລທຣໍາຂອງສະຫະລັດ ຢູ່ໃນນະຄອນຫຼວງວໍຊິງຕັນໃນວັນຈັນມື້ນີ້.
ຄາດກັນວ່າ ຜູ້ນໍາທັງສອງທ່ານ ຈະສົນທະນາຫາລືກັນ ກ່ຽວກັບໄພຂົ່ມຂູ່ຂອງການກໍ່ການຮ້າຍ ແລະການເຕີບໂຕທາງເສດຖະກິດຂອງປະເທດທີ່ມີພົນລະເມືອງຫລາຍທີ່ສຸດຂອງທະວີບອາຟຣິກາແຫ່ງນັ້ນ ທີ່ມີຈໍານວນຫລາຍເກືອບຮອດ 200 ລ້ານຄົນ.
ປະເທດໄນຈີເຣຍ ໄດ້ຖືກກຸ່ມໂບໂກຮາຣາມ ທີ່ໄດ້ເລີ້ມທໍາການກະບົດໃນ 9 ປີກ່ອນ ທີ່ແນໃສ່ສ້າງປະເທດລັດອິສລາມຂຶ້ນນັ້ນ ລົບກວນຮາວີຕະຫລອດມາ. ມີຫລາຍພັນຄົນ ຖືກຂ້າຕາຍ ແລະມີນັກຮຽນຍິງຫລາຍຮ້ອຍຄົນຖືກລັກພາຕົວໄປໃນຂະນະ ທີ່ກຸ່ມດັງກ່າວ ໄດ້ສ້າງຊື່ສຽງອັນບໍ່ດີ ແລະແຜ່ຂະຫຍາຍອອກໄປຫາບັນດາປະເທດເພື່ອນບ້ານ ຊຶ່ງໄດ້ເຮັດໃຫ້ ມີການນາບຂູ່ ທີ່ຮ້າຍແຮງທີ່ສຸດອັນນຶ່ງ ຕໍ່ຂົງເຂດຊາແຮລ (Sahel) ຂອງເຂດຕາເວັນຕົກຂອງທະວີບອາຟຣິກາ ໃນຊຸມປີຜ່ານມານີ້.
ໃນປີກາຍນີ້, ຄະນະລັດຖະບານຂອງທ່ານທຣໍາ ໄດ້ອະນຸມັດ ໃຫ້ຂາຍເຮືອບິນສູ້ລົບແລະ
ອຸປະກອນ ທີ່ມີເທັກໂນໂລຈີສູງ ໃນມູນຄ່າ 600 ລ້ານໂດລາ ເພື່ອສະໜັບສະໜຸນການ
ປະຕິບັດງານຂອງກອງທັບຂອງໄນຈີເຣຍ ເພື່ອຕ້ານກັບກຸ່ມໂບໂກ ຮາຣາມ ແລະພວກ
ກໍ່ການຮ້າຍລັດອິສລາມ ແລະເພື່ອຕິດຕາມກວດກາເບິ່ງການລັກລອບຄ້າຢາເສບຕິດ,
ອາວຸດ ແລະຄ້າມະນຸດ.
ຂໍ້ຕົກລົງດັ່ງກ່າວ ຖືກຢຸດສະງັກໄວ້ ໃນສະໄໝຂອງລັດຖະບານທ່ານໂອບາມາ ໃນຂະນະທີ່ມີຄວາມເປັນຫ່ວງ ຕໍ່ບັນຫາລະເມີດສິດທິມະນຸດ ຢູ່ໃນປະເທດທີ່ຢູ່ໃນເຂດຕາເວັນຕົກ
ຂອງທະວີບອາຟຣິກາ ແຫ່ງນັ້ນ.
ໃນຂະນະທີ່ທ່ານ ບູຮາຣີ (Buhari) ກໍາລັງປະເຊີນກັບການປ່ອນບັດເລືອກຕັ້ງຄືນໃໝ່ຢູ່ນັ້ນ ທ່ານມີຄວາມຫວັງວ່າ ຈະສາມາດໂນ້ມນ້າວສະຫະລັດ ໃຫ້ສະໜັບສະໜຸນທາງການທະຫານແກ່ປະເທດດັ່ງກ່າວເພີ້ມອີກ ເພື່ອໃຫ້ທ່ານສາມາດເຮັດໃຫ້ໄດ້ຕາມຄໍາສັນຍາ
ຂອງທ່ານ ທີ່ໃຫ້ໄວ້ ໃນເວລາໂຄສະນາຫາສຽງທີ່ເວົ້າວ່າ ຈະກໍາຈັດພວກໂບໂກຮາຣາມ
ໃຫ້ໝົດໄປນັ້ນ.
ພ້ອມກັນນັ້ນ ເພື່ອຊອກຫາທາງເພີ້ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃຫ້ຫລາຍຂຶ້ນ
ກວ່າເກົ່ານັ້ນ ທ່ານບູຮາຣີ ແລະທ່ານທຣໍາ ຍັງຈະໄດ້ "ປຶກສາຫາລືກັນເພື່ອຫາທາງເພີ້ມ
ທະວີການເປັນພາຄີທາງຍຸດທະສາດ ລະຫວ່າງສອງປະເທດ ແລະຄວາມກ້າວໜ້າຂອງ
ບູລິມະສິດຮ່ວມ ເຊັ່ນການສົ່ງເສີມເຮັດໃຫ້ເສດຖະກິດຂະຫຍາຍຕົວ ເປັນຕົ້ນ'' ອີງຕາມ
ຄໍາເວົ້າຂອງໂຄສົກປະທານາທິບໍດີໄນຈີເຣຍ ທ່ານເຟມີ ອາເດຊີນາ (Femi Adesina)
ຢູ່ໃນຖະແຫລງການສະບັບນຶ່ງ.