ນັກຮຽນຍິງໄນຈີເຣຍ ຈຳນວນນຶ່ງ ທີ່ສາມາດຫລົບໜີ ຈາກພວກ
ກໍ່ການຮ້າຍ Boko Haram ທີ່ລັກພາໂຕເຂົາເຈົ້າໄປນັ້ນ ໄດ້
ອອກມາເລົ່າ ເຫດການອັນໜ້າຢ້ານກົວ ຂອງພວກເຂົາເຈົ້າ ຊຶ່ງ
ຍັງດຳເນີນຢູ່ຕໍ່ມາ ສຳຫຼັບເພື່ອນນັກຮຽນ ຂອງພວກເຂົາເຈົ້າ
ຈຳນວນ ຫຼາຍຮ້ອຍຄົນ.
ນັກຮຽນຄົນນຶ່ງທີ່ໜີມາໄດ້ ເວົ້າໃນພາສາ Hausa ວ່າ:
“ພວກເຮົາໄປຮອດເຂດປ່າແຫ່ງນຶ່ງ ແລ້ວເວົ້ານຳກັນວ່າ ໃນເມື່ອພວກນັກຮຽນ
ຄົນອື່ນໆ ໄດ້ພາກັນໂດດອອກ ຈາກລົດກະບະໄປ ພວກເຮົາຄວນໂດດອອກ
ເຊັ່ນກັນເຖິງແມ່ນວ່າ ພວກເຮົາຈະຖືກ ພວກມັນຂ້າຕາຍກໍຕາມ ເພາະພວກເຮົາ
ບໍ່ຮູ້ວ່າ ພວກມັນຈະພາພວກເຮົາໄປໃສ. ຂ້ອຍແລະນັກຮຽນຍິງຄົນນຶ່ງ ໂດດລົງ
ຈາກລົດພ້ອມກັນ ແລ້ວກໍພາກັນແລ່ນ."
ນັກຮຽນອີກຄົນນຶ່ງ ເວົ້າວ່າ:
“ພວກມັນເລືອກເອົາ ນັກຮຽນຈຳນວນນຶ່ງ ຢູ່ໃນກຸ່ມຂອງພວກເຮົາ ເພື່ອໃຫ້ໄປ
ຫານ້ຳ ແລະ ຄົວກິນໃຫ້ພວກເຮົາ. ຂ້ອຍກົ້ມລົງທຳທ່າສິກິນ ແຕ່ສັນຊາດຕະ
ຍານເຕືອນໃຫ້ຂ້ອຍແລ່ນ. ຂ້ອຍກັບນັກຮຽນຄົນນຶ່ງ ກໍແລ່ນເປີດເລີຍ.”
ພວກນັກຮຽນຍິງເຫຼົ່ານີ້ ໄດ້ໄປຮ່ວມກັບຄອບຄົວ ຂອງເພື່ອນນັກຮຽນ ຂອງພວກເຂົາ ຢູ່ລັດ
Borno ໃນວັນເສົາວານນີ້ ຊຶ່ງພໍ່ແມ່ ຂອງພວກນັກຮຽນທັງຫຼາຍ ພາກັນກ່າວ ຄຳຮຽກຮ້ອງ
ທີ່ເຕັມໄປດ້ວຍຄວາມຮູ້ສຶກ ເປັນຫ່ວງເປັນໄຍ ເຖິງເຈົ້າໜ້າທີ່ ໃຫ້ພະຍາຍາມຕື່ມອີກ ເພື່ອ
ຊ່ວຍກູ້ເອົາ ພວກນັກຮຽນຍິງ ທີ່ຫາຍໄປ ເກືອບຮອດນຶ່ງເດືອນ ແລ້ວນັ້ນ ກັບຄືນມາ.
ແມ່ຂອງນັກຮຽນຍິງຄົນນຶ່ງທີ່ຖືກລັກພາໂຕໄປ ເວົ້າໃນພາສາ Hausa ວ່າ:
“ມື້ວັນຈັນ ທີ່ເຫດການລັກພາໂຕເກີດຂຶ້ນນັ້ນ ພວກເຮົາຄິດວ່າ ຈະມີການສົ່ງທະ
ຫານໄປຊອກຫາພວກລູກໆ ຂອງພວກເຮົາ. ຖ້າຫານມີການສົ່ງທະຫານອອກ
ໄປຊອກຫາ ແນ່ນອນ ພວກລູກໆ ຂອງເຮົາ ກໍຕ້ອງໄດ້ກັບຄືນມາແລ້ວ ຢ່າງບໍ່
ຕ້ອງສົງໃສ ແຕ່ມັນບໍ່ເປັນຈັ່ງຊັ້ນ ມາບັດນີ້ ມັນຜ່ານມາແລ້ວ 3 ອາທິດ.”
ອົງການນິລະໂທດກຳສາກົນ ກ່າວວ່າ ກອງກຳລັງຮັກສາຄວາມປອດໄພຂອງ ໄນຈີເຣຍ
ບໍ່ໄດ້ດຳເນີນການໃດໆ ເຖິງແມ່ນໄດ້ຮັບ ຄຳເຕືອນ ລ່ວງໜ້າ ເຖິງ 4 ຊົ່ວໂມງກວ່າໆ
ກ່ອນທີ່ກຸ່ມຫົວຮຸນແຮງອິສລາມ Boko Haram ຈະທຳການໂຈມຕີ ໂຮງຮຽນທີ່ເມືອງ
Chibok ໃນຄ່ຳຄືນ ຂອງວັນທີ 14 ເມສາຜ່ານມາ.
ສະຫະລັດແມ່ນນຶ່ງ ໃນບັນດາຫລາຍໆ ປະເທດ ລວມທັງອັງກິດ ທີ່ສົ່ງຊ່ຽວຊານ ແລະ
ກຳລັງຄົນ ໄປຊ່ວຍໃນການຊອກຫາພວກນັກຮຽນຍິງທັງຫຼາຍ.
ຕຳຫຼວກໄນຈີເຣຍ ໄດ້ປະກາດ ສະເໜີໃຫ້ລາງວັນ ເງິນຈຳນວນ 300,000 ໂດລາ ສຳລັບ
ຂ່າວຂໍ້ມູນ ທີ່ນຳໄປສູ່ບ່ອນກັກໂຕນັກຮຽນ ແລະ ການຊ່ວຍກູ້ເອົາ ພວກນັກຮຽນຄືນມາ.
Some of the Nigerian school girls who managed to escape from their Boko Haram kidnappers are speaking out about the frightening incident that continues for hundreds of their schoolmates.
" We reached a forest and we said to ourselves since other girls were jumping off the truck we better jumped even if they were going to kill us because we didn't know where they were taking us to. I and this girl jumped out and started to run".
"They picked some girls among us who fetched water and cooked for us. I bent down as if I was going to eat but my instinct told me to run and I and another girl bolted"
The girls joined families of their classmates in Borno state on Saturday, as parents made more emotional appeals to authorities to do more in rescuing the girls, missing now nearly a month.
Mother of Abducted girl:
"The very Monday the kidnapping happened we thought soldiers were going to to be sent to go after our daughters. Had soldiers been deployed, quite sure, no doubt our daughters would have been returned, but did not happen. It has now been three weeks."
Amnesty International says Nigerian security forces failed to act on warnings that began coming in more than four hours before Boko Haram attacked the school in Chibok late on April 14.
Nigerian President Goodluck Jonathan has said the kidnappers have no hiding place, but their whereabouts remain a mystery.
Boko Haram's leader has said the group intends to "sell" the girls.
The U.S. is among a host of countries including Britain, lending expertise and manpower to help in finding the girls.
Nigerian police have offered a $300,000 reward for information leading to the location and rescue of the students.