ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄນຈີເຣຍ ອະນຸຍາດໃຫ້ ພັກຝ່າຍຄ້ານ ໂຮມຕົວເຂົ້າກັນ


ປ້າຍໂຄສະນາຫາສຽງຢູ່ຕາມທາງ ໃນວັນສຸດທ້າຍຂອງການຈົດຊື່ລົງທະບຽນເພື່ອເລືອກຕັ້ງ ໃນນະຄອນ Lagos ຊຶ່ງເປັນນະຄອນຫລວງດ້ານການຄ້າຂອງ ໄນຈີເຣຍ ໃນວັນທີ 5 ກຸມພາ 2011.
ປ້າຍໂຄສະນາຫາສຽງຢູ່ຕາມທາງ ໃນວັນສຸດທ້າຍຂອງການຈົດຊື່ລົງທະບຽນເພື່ອເລືອກຕັ້ງ ໃນນະຄອນ Lagos ຊຶ່ງເປັນນະຄອນຫລວງດ້ານການຄ້າຂອງ ໄນຈີເຣຍ ໃນວັນທີ 5 ກຸມພາ 2011.
ຄະນະກໍາມະການເລືອກຕັ້ງຂອງໄນຈີເຣຍ ໄດ້ອະນຸມັດ ໃຫ້ມີ
ການໂຮມຕົວເຂົ້າກັນ ລະຫວ່າງພັກຝ່າຍຄ້ານໃຫຍ່ສາມພັກ ຊຶ່ງເປັນການເຄື່ອນໄຫວທີ່ອາດເຮັດໃຫ້ມີການທ້າທາຍຢ່າງ​
ແຂງ​ຂັນຫຼາຍຂຶ້ນຕໍ່ພັກປະຊາທິປະ​ໄຕ​ປະຊາຊົນ ຫລື PDP
ຂອງປະທານາທິບໍດີ Goodluck Jonathan ໃນການເລືອກ
ຕັ້ງປະທານາທີບໍດີ ທີ່ຈະຈັດຂຶ້ນໃນປີ 2015 ນັ້ນ.

ຄະນະກໍາມະການດັ່ງກ່າວເວົ້າໃນວັນພຸດວານນີ້ວ່າ ບັນດາພັກ
ຝ່າຍຄ້ານມີເງື່ອນໄຂ “ຄົບຖ້ວນຕາມຂໍ້ກໍາໜົດຂອງກົດໝາຍທຸກ
ປະການ” ໃນການໂຮມຕົວກັນເຂົ້າເປັນພັກ All Progressive
Congress.

ແນວໂຮມໃໝ່ດັ່ງກ່າວ ປະກອບມີພັກລວມປະຊາຊົນໄນຈີເຣຍທັງໝົດຫລື ANPP, ພັກ ສະພາເພື່ອການປ່ຽນແປງ​ໄປ​ສູ່​ຄວາມກ້າວໜ້າ ຫລື CPC ແລະພັກສະພາເພື່ອດໍາເນີນ ການຂອງໄນຈີເຣຍ ຫລື ACN.

ຢູ່ໄນຈີເຣຍ ແມ່ນມີການແບ່ງແຍກກັນເກືອບເຄິ່ງຕໍ່ເຄິ່ງ ລະຫວ່າງຊາວມຸສລິມ ແລະຄຣິສ
ຕຽນ. ພັກ All Progressive Congress ແມ່ນລວມມີຊາວມຸສລິມທີ່ມີອິດທິພົນຈາກພາກ
ເໜືອຂອງປະເທດ ແລະຊາວຄຣິສຕຽນຈາກພາກໃຕ້ຂອງໄນຈີເຣຍ.

ພັກ PDP ທີ່ກໍາລັງປົກຄອງປະເທດຢູ່ໃນປັດຈຸບັນ ໄດ້ກໍາອໍານາດນັບແຕ່ປະເທດໄດ້ເລີ້ມ ຫັນປ່ຽນໄປສູ່ລະບອບປົກຄອງແບບມີປະຊາທິປະໄຕ ໃນປີ 1999 ເປັນຕົ້ນມາ. ແຕ່ວ່າ ພັກດັ່ງກ່າວພວມ​ປະ​ເຊີນ​ກັບຄວາມແຕກແຍກພາຍໃນພັກ ແລະໄພຂົ່ມຂູ່ຈາກຝ່າຍຄ້ານ ອີກດ້ວຍ.

ປະທານາທິບໍດີ Jonathan ຊຶ່ງເປັນຊາວຄຣິສຕຽນຈາກພາກໃຕ້ຂອງປະເທດ ບໍ່ໄດ້ກ່າວ ແຕ່ຢ່າງໃດວ່າ ທ່ານຈະລົງສະໝັກເລືອກຕັ້ງຄືນອີກ ໃນປີ 2014 ທີ່ຈະມາເຖິງນີ້ ຫລື​ບໍ່. ການລົງຄະແນນສຽງ​ໃນການເລືອກຕັ້ງທ່ານໃນປີ 2011 ແມ່ນມີການແບ່ງແຍກກັນ ໃນ ປະເທດໂດຍທີ່ທ່ານ Jonathan ຄອບງໍາໃນເຂດຊາວຄຣິສຕຽນຢູ່ ທາງພາກໃຕ້ ແລະ ທ່ານ Muhammadu Buhardi ຊຶ່ງເປັນຄູ່ແຂ່ງຂອງທ່ານ ໄດ້ຮັບໄຊຊະນະໃນເຂດພາກເໜືອ
ທີ່ມີຊາວມຸສລິມອາໄສຢູ່ນັ້ນ.
XS
SM
MD
LG