ໃນວັນອາທິດວານນີ້ ສະມາຊິກສະພາສູງທີ່ສໍາຄັນ ຂອງສະຫະລັດ ໄດ້ຮຽກຮ້ອງໃຫ້
ທໍານຽບຂາວ ໃຫ້ເວົ້າຢ່າງລະອຽດຫລາຍກວ່າເກົ່າ ກ່ຽວກັບການພົວພັນຂອງທະຫານ
ໃນໄນເຈີ ພາຍຫລັງທີ່ທະຫານສະຫະລັດ ສີ່ຄົນ ໄດ້ເສຍຊີວິດຍ້ອນຖືກລອບຍິງໃນ
ຕອນຕົ້ນເດືອນນີ້.
ໃນການໃຫ້ຄໍາສໍາພາດຢູ່ໃນລາຍການຂ່າວ "Meet the Press" ຫລືລາຍການ
“ພົບກັບນັກຂ່າວ” ຂອງ NBC ນັ້ນ, ທ່ານ Lindsey Graham ສະມາຊິກສະພາສູງ
ຈາກພັກຣີພັບລິກກັນ ແລະທ່ານ Charles Schumer ຜູ້ນໍາພັກເດໂມແຄຣັດ ໃນ
ສະພາສູງ ເວົ້າວ່າພວກທ່ານສະໜັບສະໜຸນ ທ່ານ John McCain ສະມາຊິກສະ
ພາສູງຈາກພັກຣີພັບລິກກັນທີ່ພະຍາຍາມຢາກຮູ້ລາຍລະອຽດຂອງການໂຈມຕີ
ພ້ອມທັງລະດັບຂອງພາລະກິດຂອງສະຫະລັດ ໃນການຕ້ານຢັນ ກັບພວກລັດ
ອິສລາມຢູ່ໃນປະເທດຢູ່ເຂດຕາເວັນຕົກຂອງທະວີບອາຟຣິກກາແຫ່ງນັ້ນ ໃນອາ
ທິດແລ້ວນີ້. ທັງທ່ານ Graham ແລະ ທ່ານ Schumer ຕ່າງກໍເວົ້າວ່າ ພວກທ່ານ
ບໍ່ຮູ້ຈັກວ່າ ສະຫະລັດມີທະຫານເປັນຈໍານວນຫລວງຫລາຍປານນັ້ນ ໃນໄນເຈີ.
ທ່ານ Graham ເວົ້າວ່າ "ຂ້າພະເຈົ້າບໍ່ຮູ້ວ່າ ມີທະຫານຫຼາຍເຖິງ 1,000 ຄົນ ຢູ່ໃນ
ໄນເຈີ." "ອັນນີ້ແມ່ນສົງຄາມທີ່ບໍ່ມີມື້ສິ້ນສຸດ ໂດຍທີ່ບໍ່ມີຂອບເຂດ ແລະກໍານົດໃນ
ດ້ານເວລາ ແລະພູມຖານ. ທ່ານຕ້ອງໄດ້ບອກໃຫ້ຂ້າພະເຈົ້າຮູ້ຫລາຍກວ່ານີ້.”
ທ່ານ Graham ກ່າວເພີ້ມອີກວ່າ "ພວກເຮົາບໍ່ຮູ້ຢ່າງຊັດເຈນເລີຍວ່າ ພວກເຮົາຢູ່ໃນ
ລະດັບໃດຂອງໂລກໃນດ້ານການທະຫານ ແລະພວກເຮົາກໍາລັງເຮັດຫຍັງຢູ່." "ສະນັ້ນ
ທ່ານ John McCain ກໍາລັງຈະສ້າງລະບົບໃໝ່ຂຶ້ນມາ ເພື່ອໃຫ້ພວກເຮົາແນ່ໃຈວ່າ
ພວກເຮົາສາມາດຕອບຄໍາຖາມທີ່ວ່າ ເປັນຫຍັງພວກເຮົາຈຶ່ງໄດ້ໄປຢູ່ທີ່ນັ້ນ ພວກເຮົາ
ຈຶ່ງຈະຮູ້ໄດ້ວ່າມີທະຫານຢູ່ຫັ້ນຈັກຄົນ ແລະຈະຮູ້ໄດ້ວ່າມີໃຜແດ່ ທີ່ຖືກສັງຫານຢູ່ຫັ້ນ
ທີ່ພວກເຮົາບໍ່ຮູ້ ກ່ຽວກັບເລື່ອງນີ້ໄດ້ຢູ່ໃນໜັງສືພິມ.
ທ່ານ Graham ຍັງເວົ້າອີກວ່າ " ຂ້າພະເຈົ້າສາມາດບອກກ່ຽວກັບເລື່ອງນີ້ ໃຫ້ຄອບ
ຄົວຂອງທະຫານຮູ້ໄດ້." "ພວກເຂົາເຈົ້າໄປທີ່ນັ້ນ ເພື່ອປ້ອງກັນອາເມຣິກາ. ພວກເຂົາ
ເຈົ້າໄປທີ່ນັ້ນ ເພື່ອຊ່ວຍພັນທະມິດຂອງສະຫະລັດ. ພວກເຂົາເຈົ້າໄປບ່ອນຫັ້ນ ເພື່ອ
ປ້ອງກັນບໍ່ໃຫ້ມີແຜນການອັນອື່ນອີກໂຈມຕີອາເມຣິກາ ແລະພັນທະມິດຂອງພວກເຮົາ."
ທ່ານ Schumer ເວົ້າວ່າ "ພວກເຮົາຕ້ອງໄດ້ຕິດຕາມເບິ່ງສິ່ງນີ້ ຢ່າງລະອຽດຖີ່ຖ້ວນ.
ນີ້ແມ່ນໂລກໃໝ່ ທີ່ມີຄວາມກ້າຫານ. ມັນບໍ່ມີການສ້າງແຜນການ ໃນການຕໍ່ສູ້ເລີຍ."
ທ່ານກ່າວເພີ້ມອີກວ່າ ທ່ານຈະເຫັນດີໃຫ້ມີການກວດເບິ່ງຄືນການອະນຸມັດ ໃນປັດຈຸບັນ
ຂອງລັດຖະສະພາ ທີ່ໃຫ້ມີການດໍາເນີນການທາງທະຫານຢູ່ຕ່າງປະເທດ ທີ່ວາງອອກມາ
ໄດ້ 16 ປີແລ້ວ ຊຶ່ງເປັນຂໍ້ຕົກລົງ ທີ່ສ້າງຂຶ້ນມາ ເນື່ອງຈາກມີການໂຈມຕີຂອງພວກກໍ່
ການຮ້າຍຕໍ່ສະຫະລັດ ໃນປີ 2001.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອເພີ້ມກ່ຽວກັບຂ່າວນີ້