ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອໍເຕກາ ມຸ່ງໜ້າໄປສູ່ ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີອີກ ທີ່ນີກາຣາກົວ


ປະທານາທິບໍດີ Daniel Ortega ແຫ່ງນີກາຣາກົວ.
ວັນທີ 7 ພະຈິກ 2011.
ປະທານາທິບໍດີ Daniel Ortega ແຫ່ງນີກາຣາກົວ. ວັນທີ 7 ພະຈິກ 2011.

ປະທານາທິບໍດີ Daniel Ortega ປາກົດ​ວ່າ​ຈະ​ມຸ້ງ​ໜ້າ​ໄປ​ສູ່​ການ​ໄດ້ຮັບ​ໄຊຊະນະ​ຢ່າງ
ຖ້ວມ​ລົ້ນ​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ​ເພື່ອ​ໃຫ້​ໄດ້ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ເປັນ​
ສະ​ໄໝ​ທີ​ສາມ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກໍາກັບ​ການ​ເລືອກ​ຕັ້ງ​ກ່າວ​ວ່າ ປະທານາທິບໍດີ​ ​ໄວ 65 ປີ​ ທີ່​ປົກຄອງ
​ປະເທດ​ໃນ​ປັດຈຸບັນ ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຫລາຍ​ກວ່າ 60 ສ່ວນ​ຮ້ອຍ​ຂອງ​ຈໍາ
ນວນ​ບັດ​ເລືອກ​ຕັ້ງ​ທັງ​ໝົດ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ການພຽງພໍ​ເພື່ອ​ຫລີກ​ລ່ຽງ​ການ​
ເລືອກຕັ້ງ​ຮອບ​ສອງ​ຫລືຮອບຕັດສິນ​ຊີ້​ຂາດ ຈາກ​ຈໍານວນ​ບັດ​ເລືອກ​ຕັ້ງ ​ທີ່​ນັບ​ໄປ​ແລ້ວ
ປະມານ 1 ສ່ວນ 3 ຂອງ​ບັດທັງ​ໝົດ​ນັ້ນ.

ພວກ​ນັກ​ສັງ​ເກດ​ການ​ນາໆ​ຊາດ ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ບັນຫາ​ເລັກ​ນ້ອຍໃນ​ການ​ເຂົ້າ​ຫາ​
ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​.

ທ່ານ Ortega ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ພວກ​ປະຊາຊົນ Nicaragua ທີ່ທຸກ​ຈົນ
ຫລາຍ​ຄົນ​ຍ້ອນ​ໂຄງການ​ປະຊາ​ສົງ​ເຄາະຂອງ​ທ່ານ​ທີ່ໄດ້​ຮັບການ​ຊ່ອຍ​ເຫລືອດ້ານ​ການ​
ເງິນຈາກປະທານາທິບໍດີ Hugo Chavez ​ແຫ່ງ Venezuela ຊຶ່ງ​ເປັນ​ພັນທະ​ມິດ​ຫົວ​
ສັງຄົມນິຍົມ​ທີ່​ໃກ້ຊິດ​ຂອງ​ປະທານາທິບໍດີ Nicaragua ນັ້ນ. ຄະ​ແນນນິຍົມຂອງ​ທ່ານ
ນັ້ນ​ກໍ​ໄດ້​ຮັບ​ການຊຸກ​ຍູ້​ໃຫ້​ສູງ​ຂຶ້ນ ​ຍ້ອນ​ການສະໜັບສະໜຸນ​ຂອງ​ທ່ານ​ຕໍ່ນະ​ໂຍບາຍ
​ເສດຖະກິດ​ຕະຫຼາດ​ເສລີນັ້ນ.

ທ່ານ Ortega ຊຶ່ງ​ເທື່ອ​ນຶ່ງ​ເຄີຍ​ເຂົ້າ​ຮ່ວມ​ໃນ​ການ​ປະຕິວັດ Sandinista ​ແມ່ນ​ຈະ​ໄດ້​
ເປັນ​ປະທານາທິບໍດີ Nicaragua ຄົນ​ທໍາ​ອິດ​ທີ່​ຈະ​ດໍາລົງ​ຕໍາ​ແໜ່​ງ 2 ສະ​ໄໝ​ຊ້ອນ ນັບ
ແຕ່​ການ​ປົກຄອງ​ປະ​ເທດ​ແບບ​ຜະ​ເດັດ​ການ​ຂອງ​ທ່ານ Somoza ​ໄດ້​ຍຸດຕິ​ລົງ​ໃນ​ປີ
1979 ​ເປັນຕົ້ນ​ມາ.

ທ່ານ Ortega ​ໄດ້​ຂຶ້ນ​ຄອງ​ອໍານາ​ດ​ໃນ​ປີ 1984 ຫລັງ​ຈາກ​ນໍາພາ​ຂະ​ບວນການ​ນຶ່ງ​ທີ່​
ໄດ້ໂຄ່ນ​ລົ້ມ​ຈອມ​ຜະ​ເດັດ​ການ Anatasio Somoza ລົງຈາກ​ອໍານາດ​. ທ່ານ Ortega
ໄດ້​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຄືນ​ອີກສະ​ໄໝ​ນຶ່ງ ໃນ​ປີ 1990 ​ແຕ່​ໄດ້​ກັບ​ຄືນ​ມາ​ມີ​ອໍານາດ​
ອີກ ​ໃນ​ປີ 2006.

XS
SM
MD
LG