ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຈັດຕັ້ງສາກົນ ບໍ່ເຊື່ອໝັ້ນ ຄະນະສະເພາະກິດ ທີ່ລັດຖະບານ ລາວ ຈັດຕັ້ງໃຫ້ຮັບຜິດຊອບ ການກວດກາເຂື່ອນໃນ ລາວ


ອາສາສະໝັກຄົນນຶ່ງລຸຍນໍ້າຜ່ານຖະໜົນທີ່ຖືກນໍ້າຖ້ວມໃນເມືອງ ສະໜາມໄຊ, ແຂວງ ອັດຕະປື,​ 26 ກໍລະກົດ. / AFP PHOTO / NHAC NGUYEN
ອາສາສະໝັກຄົນນຶ່ງລຸຍນໍ້າຜ່ານຖະໜົນທີ່ຖືກນໍ້າຖ້ວມໃນເມືອງ ສະໜາມໄຊ, ແຂວງ ອັດຕະປື,​ 26 ກໍລະກົດ. / AFP PHOTO / NHAC NGUYEN

ບັນດາອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງ ບໍ່ມີຄວາມເຊື່ອ
ໝັ້ນຄະນະສະເພາະກິດທີ່ລັດຖະບານ ລາວ ຕັ້ງໃຫ້ຮັບຜິດຊອບເລື່ອງການກວດສອບ
ທຸກໂຄງການເຂື່ອນໄຟຟ້າໃນທົ່ວປະເທດ ລາວ.

ທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການ ເຄືອຂ່າຍພະລັງງານເພື່ອລະບົບນິ
ເວດທຳມະຊາດໃນ ລຸ່ມແມ່ນໍ້າຂອງ ໄດ້ໃຫ້ການຢືນຢັວ່າການເຄື່ອນໄຫວຂອງບັນດາ
ອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງ ແລະ ສາກົນໃນປັດຈຸ
ບັນນີ້ມີເປົ້າໝາຍເພື່ອຮຽກຮ້ອງຂໍໃຫ້ລັດຖະບານ ລາວ ພິຈາລະນາທົບທວນຄືນ ກ່ຽວ
ກັບ ໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເພາະນອກຈາກຈະເປັນໂຄງ
ການທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະ
ຊາຊົນ ລາວ ບັນດາເຜົ່າຢູ່ໃນແຂວງອັດຕະປືຢ່າງກວ້າງຂວາງແລ້ວ ກໍຍັງເປັນໂຄງ
ການທີ່ບໍ່ໄດ້ສ້າງຜົນປະໂຫຍດຢ່າງຄຸ້ມຄ່າໃນທາງເສດຖະກິດໃຫ້ແກ່ປະເທດ ລາວ
ອີກດ້ວຍ ເນື່ອງຈາກວ່າພະລັງງານໄຟຟ້າສຳຮອງທີ່ເກີນຄວາມຕ້ອງການຂອງ ໄທ
ເຖິງ 39 ເປີເຊັນໃນເວລານີ້ ເຮັດໃຫ້ ໄທ ບໍ່ຈຳເປັນຈະຕ້ອງຮັບຊື້ໄຟຟ້າຈາກເຂື່ອນເຊ
ປຽນ-ເຊນໍ້ານ້ອຍຂອງ ລາວ ແຕ່ຢ່າງໃດ ຊຶ່ງລວມເຖິງໂຄງການເຂື່ອນອື່ນໆທີ່ກຳລັງກໍ່
ສ້າງຢູ່ໃນ ລາວ ອີກດ້ວຍ ດັ່ງທີ່ທ່ານ ວິທູນ ໄດ້ໃຫ້ການຢືນຢັນວ່າ

"ເຂື່ອນນີ້ນະກຳລັງຜະລິດແຕ່ 410 MW ເມື່ອທຽບກັບກຳລັງໄຟຟ້າສຳຮອງທີ່ ໄທ ມີ
ຂະນະນີ້ຢູ່ປະມານ 12,000 MW ພາຍໃຕ້ກຳລັງຜະລິດລວມ 42,000 MW ຂ້າພະ
ເຈົ້າຄິດວ່າບໍ່ມີຄວາມໝາຍເລີຍ ບໍ່ພຽງແຕ່ເຂື່ອນນີ້ເຂື່ອນດຽວ ໄຟທີ່ເຮົານຳເຂົ້າຈາກ
ລາວ ທັງລະບົບໃນຂະນະນີ້ ບໍ່ໄດ້ມີຄວາມໝາຍວ່າ ຖ້າຂາດໄປແລ້ວ ຈະເຮັດໃຫ້ປະ
ເທດ ໄທ ໄຟດັບ ຫຼື ຂາດໄຟ."

ທ່ານ ວິທູນ ຢືນຢັນດ້ວຍວ່າ ບັນດາອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມ
ແມ່ນໍ້າຂອງ ແລະ ສາກົນ ໄດ້ສະແດງການຄັດຄ້ານຕໍ່ໂຄງການເຂື່ອນເຊປຽນ-ເຊນໍ້າ
ນ້ອຍມາໂດຍຕະຫຼອດ ເພາະເຊື່ອວ່າຈະສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳ
ມະຊາດໃນ ລາວ ຢ່າງກວ້າງຂວາງ ໂດຍການຜະລິດໄຟຟ້າດ້ວຍການຜັນນໍ້າຈາກເຊ
ປຽນລົງໄປຍັງເຊນໍ້ານ້ອຍ ແລ້ວກໍປ່ອຍລົງເຊກອງ ໄປສູ່ແມ່ນໍ້າຂອງຕາມລຳດັບນັ້ນ
ເປັນການເພີ່ມປະລິມານນໍ້າຈາກລະດັບທຳມະຊາດຂອງແມ່ນໍ້າແຕ່ລະສາຍທີ່ມີລະບົບ
ນິເວດວິທະຍາແຕກຕ່າງກັນ ຫາກແຕ່ການຄັດຄ້ານກໍບໍ່ເປັນຜົນ ຈຶ່ງເຮັດໃຫ້ບໍ່ໝັ້ນໃຈຕໍ່
ຂະບວນການກວດສອບເຂື່ອນໃນ ລາວ ອີກດ້ວຍ.

ທາງດ້ານທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ
ແລະ ໂຄສົກຄະນະລັດຖະບານ ລາວ ຖະແຫຼງຢືນຢັນວ່າ ລັດຖະບານ ລາວ ໄດ້ມອບ
ໝາຍໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນພາກສ່ວນທີ່ຈະຕ້ອງສ້າງຕັ້ງໜ່ວຍງານ
ຮັບຜິດຊອບໃນການສຶກສາ ແລະ ຄົ້ນຄວ້າຄວາມປອດໄພຂອງເຂື່ອນທຸກໂຄງການໃນ
ລາວ ໂດຍເຊີນຄະນະຊ່ຽວຊານຈາກຕ່າງປະເທດເຂົ້າຮ່ວມດ້ວຍ ເພື່ອເຮັດໃຫ້ມາດຕະ
ການກວດສອບດັ່ງກ່າວເປັນທີ່ຍອມຮັບຂອງສາກົນ ດັ່ງທີ່ທ່ານ ຈະເລີຍ ໄດ້ໃຫ້ການຢືນ
ຢັນວ່າ

"ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນຄົ້ນຄວ້າສ້າງຕັ້ງໜ່ວຍງານຮັບຜິດຊອບ
ສຶກສາ ຄົ້ນຄວ້າຄວາມປອດໄພຂອງເຂື່ອນ ໂດຍເຊີນນັກຊ່ຽວຊານສາກົນມາເຂົ້າຮ່ວມ
ນຳ ແລະ ໃຫ້ດຳເນີນການກວດກາສະພາບໂຄງການເຂື່ອນໄຟຟ້າທັງຫມົດຢູ່ໃນ ສປປ
ລາວ ເປັນຕົ້ນແມ່ນໂຄງການທີ່ໄດ້ດຳເນີນງານແລ້ວ ແລະ ກຳລັງສ້າງຢູ່ ເພື່ອເຮັດໃຫ້
ວຽກງານດັ່ງກ່າວໄດ້ດຳເນີນຢ່າງມີປະສິດທິຜົນ."

ສ່ວນທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກໍ
ຢືນຢັນວ່າ ລັດຖະບານ ລາວ ໄດ້ມີມະຕິຕົກລົງໃຫ້ຕັ້ງຄະນະສະເພາະກິດ ເພື່ອດຳເນີນ
ການກວດກາ ແລະ ກວດສອບທຸກໂຄງການເຂື່ອນໄຟຟ້າໃນທົ່ວປະເທດ ໃນໂອກາດ
ກອງປະຊຸມສະໄໝສາມັນຂອງລັດຖະບານ ລາວ ໂດຍການເປັນປະທານຂອງທ່ານ
ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເມື່ອວັນທີ 7 ສິງຫາ 2018 ທີ່ຜ່ານມາ ໂດຍໄດ້
ມອບໝາຍໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບກັບກະຊວງຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງວິທະຍາສາດ ແລະ ເທັກໂນໂລຈີ
ແລະ ບັນດາຜູ້ຊ່ຽວຊານຈາກສາກົນ.

ຄະນະສະເພາະກິດດັ່ງກ່າວນີ້ ຈະດຳເນີນການກວດກາ ແລະ ກວດສອບທັງໂຄງການ
ເຂື່ອນໄຟຟ້າທີ່ສ້າງສຳເລັດແລ້ວ ແລະ ທີ່ກຳລັງກໍ່ສ້າງຢູ່ໃນປັດຈຸບັນນີ້ ໂດຍແນໃສ່ການ
ສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມເພື່ອຮັບປະກັນການບໍລິຫານນໍ້າ ແລະ ຄວບຄຸມມາດ
ຕະຖານການກໍ່ສ້າງ.

ທ່ານ ຄຳມະນີ ຢືນຢັນດ້ວຍວ່າ ຄະນະສະເພາະກິດຊຸດນີ້ ຍັງມີອຳນາດອອກຄຳສັ່ງໃຫ້
ມີການປັບປຸງແກ້ໄຂການອອກແບບ ແລະ ການກໍ່ສ້າງເຂື່ອນທີ່ໄດ້ມາດຕະຖານສາກົນ
ຢ່າງແທ້ຈິງ ລວມທັງຍັງມີອຳນາດອອກຄຳສັ່ງໃຫ້ໂຈະຊົ່ວຄາວໃນການພິຈາລະນາອະ
ນຸມັດບັນດາໂຄງການເຂື່ອນໃໝ່ອີກດ້ວຍ.

XS
SM
MD
LG