ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກອະນຸລັກ ກ່າວວ່າ ການສ້າງເຂື່ອນ ດອນສະໂຮງ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ


ພາບຖ່າຍ ທາງອາກາດ ເຂດລຸ່ມແມ່ນ້ຳຂອງ ສະຖານທີ່ກໍ່ສ້າງ
ເຂື່ອນໄຟຟ້າ ພະລັງນ້ຳ ດອນສະໂຮງ ທີ່ແຂວງຈຳປາສັກ ຢູ່ທາງ
ພາກໃຕ້ຂອງລາວ.
ພາບຖ່າຍ ທາງອາກາດ ເຂດລຸ່ມແມ່ນ້ຳຂອງ ສະຖານທີ່ກໍ່ສ້າງ ເຂື່ອນໄຟຟ້າ ພະລັງນ້ຳ ດອນສະໂຮງ ທີ່ແຂວງຈຳປາສັກ ຢູ່ທາງ ພາກໃຕ້ຂອງລາວ.

ນັກອະນຸລັກ ຢືນຢັນວ່າ ການກໍ່ສ້າງເຂື່ອນດອນສະໂຮງ ເທິງແລວແມ່ນ້ຳຂອງ ທີ່ແຂວງ ຈຳປາສັກ ແລະ ໃນເຂດປະເທດຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ຢ່າງ ກວ້າງຂວາງ.

ທ່ານທີຣະພົງ ໂພໝັ້ນ ຜູ້ອຳນວຍການເຄືອຂ່າຍອະນຸລັກ ແມ່ນ້ຳໃນເຂດລຸ່ມແມ່ນ້ຳຂອງ ຢືນຢັນວ່າ ໂຄງການກໍ່ສ້າງເຂື່ອນເທິງແລວແມ່ນ້ຳຂອງ ທັງໃນລາວ ແລະ ຈີນ ໄດ້ສົ່ງຜົນ ກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັດນ້ຳຢ່າງໜັກ ທັງຍັງໄດ້ສົ່ງຜົນກະທົບຕໍ່ ເນື່ອງເຖິງສະພາບຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດລຸ່ມແມ່ນ້ຳຂອງ ຢ່າງກວ້າງ ຂວາງອີກດ້ວຍ.

ເວທີກອງປະຊຸມ ມະຫາຊົນ ໃນຂົງເຂດ ວ່າດ້ວຍ ໂຄງການກໍ່ສ້າງເຂື່ອນໄຟຟ້າ ດອນສະໂຮງ ຢູ່ໃນ ສປປ ລາວ ທີ່ມີບັນດາອົງການຈັດຕັ້ງ ຫຼາຍພາກສ່ວນ ລວມທັງ ລັດຖະບານ ແລະຜູ້ຕາງໜ້າອົງການຊຸມຊົນທ້ອງຖິ່ນ ຂອງ 3 ປະເທດທີ່ຕິດກັບແມ່ນ້ຳຂອງ ເຂົ້າຮ່ວມ ເພື່ອປຶກສາຫາລື ຜົນກະທົບຂອງການສ້າງເຂື່ອນ ເມື່ອປີ 2014.
ເວທີກອງປະຊຸມ ມະຫາຊົນ ໃນຂົງເຂດ ວ່າດ້ວຍ ໂຄງການກໍ່ສ້າງເຂື່ອນໄຟຟ້າ ດອນສະໂຮງ ຢູ່ໃນ ສປປ ລາວ ທີ່ມີບັນດາອົງການຈັດຕັ້ງ ຫຼາຍພາກສ່ວນ ລວມທັງ ລັດຖະບານ ແລະຜູ້ຕາງໜ້າອົງການຊຸມຊົນທ້ອງຖິ່ນ ຂອງ 3 ປະເທດທີ່ຕິດກັບແມ່ນ້ຳຂອງ ເຂົ້າຮ່ວມ ເພື່ອປຶກສາຫາລື ຜົນກະທົບຂອງການສ້າງເຂື່ອນ ເມື່ອປີ 2014.

ໂດຍກໍລະນີບັນຫາທີ່ເກີດຂຶ້ນທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດ ໃນຕະຫຼອດລະຍະ ກວ່າ 10 ປີ ມານີ້ ກໍຄືກະແສນ້ຳທີ່ໄຫລແຮງຂຶ້ນ ແລະ ລະດັບນ້ຳປັບຂຶ້ນລົງຕະຫຼອດເວລາ ຕາມການ ປ່ອຍນ້ຳ ຂອງເຂື່ອນໃນຈີນ ທີ່ກໍ່ສ້າງເສັດແລ້ວ 5 ໂຄງການ ຈາກເປົ້າໝາຍທີ່ວາງໄວ້ 8 ໂຄງການ ກໍໄດ້ເປັນສາເຫດ ເຮັດໃຫ້ເກີດບັນຫາຕາຝັ່ງເຈື່ອນ ທັງໃນເຂດລາວ ແລະ ໄທ ຊຶ່ງໄດ້ສົ່ງຜົນກະທົບຕໍ່ພື້ນທີ່ກະເສດ ແລະ ທີ່ຢູ່ອາໄສຂອງປະຊາຊົນລາວ ແລະ ໄທ ຢ່າງ ກວ້າງຂວາງດ້ວຍ ດັ່ງທີ່ທ່ານທີຣະພົງ ຢືນຢັນວ່າ:

“ການພັງທະລາຍຂອງຕະລິ່ງແຄມຝັ່ງແມ່ນ້ຳຂອງເກີດຂຶ້ນຢ່າງຊັດເຈນ ໃນປະເທດໄທ ໃນພາກເໜືອ ແລ້ວກໍເຈັດຈັງຫວັດ ໃນພາກອີສານຂອງໄທ ແລ້ວກໍລວມທັງປະເທດ ລາວ ສວນຜັກ ຫຼື ວ່າການກະເສດ ແຄມຝັ່ງແມ່ນ້ຳຂອງນັ້ນ ກໍຈະຖືກທຳລາຍໄປດ້ວຍ ແລ້ວກໍລວມໄປເຖິງ ບ້ານເຮືອນຂອງຊາວບ້ານ ທີ່ຢູ່ແຄມຝັ່ງ ກໍຈະຖືກພັງທະລາຍ ແລ້ວກໍຕ້ອງຍ້າຍໄປດ້ວຍ.”

ແຕ່ຢ່າງໃດກໍຕາມ ທ່ານບຸນຖອງ ດີວິໄຊ ເຈົ້າແຂວງໆ ຈຳປາສັກ ໄດ້ຢືນຢັນວ່າ ໂຄງການ ເຂື່ອນດອນສະໂຮງ ມີຜົນກະທົບຕໍ່ສະພາບແວດລ້ອມ ທຳມະຊາດ ໃນລະດັບຕ່ຳ ແລະ ມີປະຊາຊົນພຽງ 14 ຄອບຄົວເທົ່ານັ້ນ ທີ່ຈະຖືກຍົກຍ້າຍອອກໄປຈາກເຂດກໍ່ສ້າງ ໂດຍກຸ່ມ ຜູ້ລົງທຶນ ຈະໄດ້ປຸກເຮືອນຢູ່ ຢ່າງຖາວອນໃຫ້ ພ້ອມທັງສົ່ງເສີມວິຊາຊີບ ເພື່ອໃຫ້ປະຊາຊົນ ມີອາຊີບຄົງທີ່ ແລະ ມີລາຍຮັບທີ່ໝັ້ນຄົງອີກດ້ວຍ.

ທາງດ້ານທ່ານຫຸມພອນ ບຸລິຍະຜົນ ຕາງໜ້າບໍລິສັດຜູ້ພັດທະນາເຂື່ອນໄຟຟ້າດອນ ສະໂຮງ ຖະແຫລງວ່າ ການອ່ວຍແລວນ້ຳ ເພື່ອເປີດທາງໃຫ້ແກ່ການກໍ່ສ້າງເຂື່ອນດອນ ສະໂຮງ ມີຂຶ້ນໃນຕົ້ນເດືອນມັງກອນ 2016 ໂດຍເປັນການກໍ່ສ້າງເຂື່ອນກັ້ນນ້ຳຊົ່ວຄາວ ທີ່ຍາວ 400 ແມັດ ກວ້າງ 10 ແມັດ ແລະ ຫລັງຈາກນັ້ນ ກໍຈະດຳເນີນການກໍ່ສ້າງໃນສ່ວນ ອື່ນໆ ໃຫ້ສຳເລັດ ແລະ ເລີ້ມຜະລິດໄຟຟ້າ ໃນປີ 2019.

ໂຄງການເຂື່ອນດອນສະໂຮງ ເປັນການຮ່ວມລົງທຶນ ລະຫວ່າງ ບໍລິສັດ Mega First Corporation ຈາກປະເທດມາເລເຊຍ ກັບ ລັດວິສາຫະກິດໄຟຟ້າລາວ ດ້ວຍສັດສ່ວນ 80 ເປີເຊັນ ຕໍ່ 20 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ 500 ລ້ານໂດລາ ໂດຍມີ ຂະໜາດກຳລັງຕິດຕັ້ງ 260 ເມກາວັດ ທີ່ສາມາດຜະລິດໄຟຟ້າໄດ້ ສະເລ່ຍ 2,028 ລ້ານ ກິໂລວັດ/ໂມງ/ປີ ໂດຍທັງໝົດ ຈະຕອບສະໜອງໃຫ້ແກ່ການຊົມໃຊ້ພາຍໃນລາວ.

ທາງການລາວໄດ້ວາງແຜນການ ທີ່ຈະກໍ່ສ້າງເຂື່ອນເທິງແລວແມ່ນ້ຳຂອງ ຈຳນວນ 9 ໂຄງການ ໂດຍທີ່ໄດ້ລົງມືກໍ່ສ້າງ ແລະຄືບໜ້າໄປແລ້ວ ກວ່າ 50 ເປີເຊັນ ຂອງແຜນການ ກໍຄື ເຂື່ອນໄຊຍະບູລີ ສ່ວນໂຄງການເຂື່ອນດອນສະໂຮງ ກໍຖືເປັນໂຄງການທີ 2 ທີ່ໄດ້ ເລີ້ມລົງມືກໍ່ສ້າງແລ້ວ.

ທາງດ້ານທ່ານ Peter Hawkins ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ທຳມະຊາດ ຂອງບໍລິສັດ Mega First ຈາກມາເລເຊຍ ຜູ້ລົງທຶນໃນໂຄງການ ກໍໄດ້ໃຫ້ການຢືນຢັນວ່າ ໂຄງການ ເຂື່ອນດອນສະໂຮງ ຈະບໍ່ສົ່ງຜົນກະທົບຕໍ່ການສັນຈອນຂອງປາ ທີ່ເດີນທາງໄປ-ມາ ໃນ ເຂດລະຫວ່າງລາວ ກັບ ກຳປູເຈຍ ຫວຽດນາມ ແລະ ໄທ ຢ່າງແນ່ນອນ.

ໃນຂະນະທີ່ທ່ານສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນດອນສະໂຮງນີ້ ຈະເຮັດໃຫ້ພະລັງງານ ໄຟຟ້າ ສຳລັບການຊົມໃຊ້ພາຍໃນລາວ ເພີ້ມຂຶ້ນ ແລະ ທາງການລາວ ກໍຈະມີລາຍຮັບ ຈາກການຂາຍພະລັງງານໄຟຟ້າ ໃນມູນຄ່າ ສະເລ່ຍເຖິງ 40 ລ້ານໂດລາຕໍ່ປີ ຫຼື 1,000 ລ້ານໂດລາ ໃນຕະຫຼອດອາຍຸສຳປະທານ 25 ປີ ໃນໂຄງການນີ້.

XS
SM
MD
LG