ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການແມ່ນໍ້າສາກົນວ່າ ລາວບໍ່ປະຕິບັດຕາມ ຂໍ້ຕົກລົງຂອງ MRC


ການຫາປາຂອງຊາວບ້ານ ເພື່ອເອົາໄປຂາຍທີ່ຄອນພະເພັງ
ການຫາປາຂອງຊາວບ້ານ ເພື່ອເອົາໄປຂາຍທີ່ຄອນພະເພັງ
ອົງການແມ່ນໍ້າສາກົນກ່າວຫາລັດຖະບານລາວແລະກຸ່ມບໍລິສັດ
ລົງທຶນໃນໂຄງການເຂື່ອນດອນສະຫົງໄດ້ດໍາເນີນການໂດຍຂັດ
ຕໍ່ຂໍ້ຕົກລົງຂອງຄະນະກໍາມາທິການແມ່ນໍ້າຂອງ ຫຼື MRC

ທ່ານນາງ Ame Trandem ຜູ້ອໍານວຍການປະຈໍາພູມິພາກ
ເອເຊຍຕາວັນອອກສຽງໃຕ້ຂອງອົງການແມ່ນໍ້າສາກົນ (Inter-
national Rivers) ໃຫ້ການຢືນຢັນວ່າ ຄະນະຂອງອົງການ
ແມ່ນໍ້າສາກົນ ໄດ້ເດີນທາງໄປເກັບກໍາຂໍ້ມູນພາກສະໜາມ ຢູ່
ເຂດຄອນພະເພັງໃນແຂວງຈໍາປາສັກໃນຊ່ວງ 2 ອາທິດກ່ອນ
ໜ້ານີ້ ພົບວ່າທາງການລາວແລະກຸ່ມບໍລິສັດ Mega First
ຈາກມາເລເຊຍ ຊຶ່ງເປັນຜູ້ລົງທຶນໃນໂຄງການກໍ່ສ້າງເຂື່ອນ
ດອນສະຫົງ ເທິງແນວແມ່ນໍ້າຂອງໃນເຂດຄອນພະເພັງຂອງ
ລາວນັ້ນ ຍັງສືບຕໍ່ການດໍາເນີນງານໃນດ້ານຕ່າງໆ ເພື່ອຮອງຮັບການກໍ່ສ້າງເຂື່ອນດັ່ງ
ກ່າວ ຢູ່ເລື້ອຍມາ.

ທັງນີ້ໂດຍບໍ່ວ່າຈະເປັນການປັກຫຼັກໝາຍເຂດທີ່ຈະສ້າງຖະໜົນແລະຂົວ ເພື່ອເຊື່ອມຕໍ່
ເຂົ້າໄປຍັງເຂດກໍ່ສ້າງເຂື່ອນ ການອອກຄໍາສັ່ງໃຫ້ປະຊາຊົນພາກັນຮື້ຖອນຫຼີ່ ແລະອຸບປະ
ກອນດັກປາທຸກຊະນິດອອກໄປຈາກເຂດກໍ່ສ້າງເຂື່ອນ ໂດຍທີ່ບໍ່ໄດ້ນໍາສະເໜີແຜນການ
ຕໍ່ຄະນະກໍາມາທິການແມ່ນໍ້າຂອງ MRC ນັ້ນແຕ່ຢ່າງໃດ. ນອກຈາກຈະເປັນການຝ່າຝືນ
ຕໍ່ຂໍ້ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງ ທີ່ລັດຖະບານລາວໄດ້ຕົກລົງຮ່ວມ
ກັນກັບລັດຖະບານໄທ ກໍາປູເຈຍ ແລະຫວຽດນາມ ນັບແຕ່ປີ 1995 ເປັນຕົ້ນມານັ້ນແລ້ວ
ກໍຍັງເປັນການດໍາເນີນໂຄງການ ທີ່ຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ
ແລະສັດນໍ້າໃນຕອນລຸ່ມຂອງແມ່ນໍ້າຂອງ ຢ່າງກວ້າງຂວາງອີກດ້ວຍ.

ທ່ານນາງ Ame Trandem ໄດ້ອະທິບາຍວ່າ ເຂດກໍ່ສ້າງເຂື່ອນດອນສະຫົງເປັນພື້ນທີ່
ທີ່ມີຄວາມສໍາຄັນຢ່າງຍິ່ງ ສໍາລັບການອົບພະຍົບໄປມາຂອງສັດນໍ້າ ທີ່ຢູ່ລະຫວ່າງເຂດ
ຄອນພະເພັງກັບທະເລສາບໃຫຍ່ ໃນພາກເໜືອຂອງກໍາປູເຈຍ ເພາະສະນັ້ນການກໍ່ສ້າງ ເຂື່ອນດອນສະຫົງດັ່ງກ່າວ ຈຶ່ງຖືເປັນການປິດກັ້ນເສັ້ນທາງອົບພະຍົບ ທີ່ສໍາຄັນທີ່ສຸດ ຂອງສັດນໍ້າໃນແມ່ນໍ້າຂອງນັ້ນເອງ.

ເຮືອຫາປາຂອງຊາວປະມົງທີ່ດອນໂຂງ
ເຮືອຫາປາຂອງຊາວປະມົງທີ່ດອນໂຂງ

ທາງດ້ານທ່ານນາງພຽນພອນ ດີເທດ ຜູ້ປະສານງານຂອງ
ອົງການແມ່ນໍ້າສາກົນໃນໄທ ກໍໄດ້ໃຫ້ການຢືນຢັນວ່າ ໃນ
ເວລານີ້ ບັນດາອົງການອະນຸລັກສິ່ງແວດລ້ອມທໍາມະຊາດ
ໃນລຸ່ມແມ່ນໍ້າຂອງແລະລະດັບສາກົນ ກໍາລັງຕຽມການ
ເຄື່ອນໄຫວເພື່ອຄັດຄ້ານການກໍ່ສ້າງເຂື່ອນເທິງແນວແມ່ນໍ້າ
ຂອງອີກເທື່ອໃໝ່ ໂດຍມີເປົ້າໝາຍທີ່ຈະຊຸກຍູ້ໃຫ້ບັນຫາຂັດ
ແຍ້ງກ່ຽວກັບການກໍ່ສ້າງເຂື່ອນເທິງ ແນວແມ່ນໍ້າຂອງໃຫ້ເປັນ
ປະເດັນບັນຫາໃນລະດັບພູມີພາກຂອງອາຊ່ຽນ.

ທັງນີ້ ໂດຍທ່ານນາງພຽນພອນ ໄດ້ໃຫ້ການອະທິບາຍວ່າ ສາເຫດທີ່ເຮັດໃຫ້ຕ້ອງມີການ ຍົກລະດັບຂອງການເຄື່ອນໄຫວຈາກສະເພາະໃນເຂດລຸ່ມແມ່ນໍ້າຂອງ ໄປສູ່ລະດັບອາ
ຊ່ຽນນັ້ນ ກໍຍ້ອນວ່າການເຈລະຈາກຕໍ່ຮອງຜົນປະໂຫຍດຕ່າງໆ ຕາມການຕົກລົງວ່າ ດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງ ລະຫວ່າງປະເທດສະມາຊິກໃນ MRC ບໍ່ສາ
ມາດທີ່ຈະບັງຄັບໃຊ້ໄດ້ຢ່າງແທ້ຈິງ ໂດຍຈະເຫັນໄດ້ຈາກການກໍ່ສ້າງເຂື່ອນໄຊຍະບູລີ
ເທິງແນວແມ່ນໍ້າຂອງໃນລາວ ທີ່ຍັງບໍ່ທັນໄດ້ຮັບສັນທາມະຕິຈາກສະມາຊິກ MRC
ດ້ວຍກັນ ແຕ່ຢ່າງໃດເທື່ອ ແຕ່ທາງການລາວແລະກຸ່ມລົງທຶນໃນໂຄງການ ກໍໄດ້ລົງມືກໍ່
ສ້າງນັບແຕ່ທ້າຍປີ 2012 ເປັນຕົ້ນມາແລ້ວ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຄືອຂ່າຍອົງການ
ອະນຸລັກໄດ້ຕັດສິນໃຈ ທີ່ຈະຍົກລະດັບການເຄື່ອນໄຫວດັ່ງກ່າວ ແລະຈະໃຊ້ໂຄງການ
ເຂື່ອນໄຊຍະບູລີເປັນກໍລະນີຕົວຢ່າງອີກດ້ວຍ ດັ່ງທີ່ທ່ານນາງພຽນພອນໄດ້ໃຫ້ການຢືນ
ຢັນວ່າ:

ພາບຈໍາລອງຂອງເຂື່ອນໄຊຍະບູລີທີ່ອອກແບບໃໝ່
ພາບຈໍາລອງຂອງເຂື່ອນໄຊຍະບູລີທີ່ອອກແບບໃໝ່

“ເລື່ອງເຂື່ອນໄຊຍະບຸລີ ຫຼືເຂື່ອນແມ່ນໍ້າຂອງນີ້ ເປັນ
ປະເດັນຄວາມຂັດແຍ້ງໃນພູມີພາກທີ່ຕົກລົງກັນບໍ່ໄດ້
ແລະກໍຍັງມີ Mekong Agreement ອັນນີ້ ອາດຈະ
ໃຊ້ບໍ່ໄດ້ ເຮົາຈະຕ້ອງຍົກລະດັບໄປເຖິງອາຊ່ຽນວ່າ
ອາຊ່ຽນນີ້ຄວນຈະຕ້ອງມີການວາງມາດຕະຖານສິ່ງ
ແວດລ້ອມຫຼາຍຍິ່ງຂຶ້ນ ເພາະວ່າອາຊ່ຽນ ນີ້ ເຮົາສົ່ງ
ເສີມການຄ້າຂາຍ ການສົ່ງອອກ ການລົງທຶນຂ້າມ
ປະເທດ ແຕ່ວ່າ ກັບບໍ່ມີກົນໄກການດູແລຜົນກະທົບ
ດ້ານສັງຄົມ ແລະສິ່ງແວດລ້ອມເລີຍ.”


ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງໃຫ້ສໍາເລັດ ແລະເລີ່ມສົ່ງກະແສໄຟຟ້າ
ຂາຍໃຫ້ ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ນັບແຕ່ປີ 2019 ເປັນຕົ້ນໄປ ຊຶ່ງກໍ
ຈະເຮັດໃຫ້ກຸ່ມລົງທຶນມີລາຍຮັບຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ທີ່ຜະລິດໄດ້
ເຖິງ 1,285 ເມກາວັດນັ້ນ ຄິດເປັນມູນຄ່າລວມ ຫຼາຍກວ່າ 13,000 ລ້ານໂດລາ ໃນຕະຫຼອດ
ໄລຍະສໍາປະທານ 29 ປີ ໂດຍລັດຖະບານລາວກໍຈະໄດ້ສ່ວນແບ່ງຄິດເປັນມູນຄ່າລວມ ເຖິງ 3,900 ລ້ານໂດລາໃນຕະຫຼອດໄລຍະສໍາປະທານດັ່ງກ່າວ.
XS
SM
MD
LG