ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຜູ້​ທີ່​ມີສິ່ງທີ່​ເປັນສັນຍາລັກ ທີ່ບໍ່ສາມາດແລກປ່ຽນໄດ້ ຫລື NFT ມີວິທີໃໝ່ ເພື່ອສະແດງສິນຄ້າດິຈິຕອລ ທີ່​ເກັບ​ສະ​ສົມ​ໄວ້ໃຫ້ຄົນເບິ່ງໄດ້


NFT Owners Have New Ways to Show Off Digital Collections
please wait

No media source currently available

0:00 0:02:00 0:00

ເຈົ້າ​ຂອງສິ່ງທີ່ເປັນສັນຍາລັກບໍ່ສາມາດແລກປ່ຽນໄດ້ ຫລື NFT ມີວິທີໃໝ່ເພື່ອສະແດງໃຫ້ຄົນເຫັນສິນຄ້າ ດິຈິຕອລທີ່ເກັບສະສົມໄວ້ໄດ້

ໃນເມື່ອ​ກ່ອນ​ພວກ​ທີ່​ມັກໃຊ້ສິ່ງ​ທີ່​ເປັນ​ສັນ​ຍາ​ລັກ​ທີ່ບໍ່​ສາ​ມາດ​ແລກ​ປ່ຽນ​ໄດ້ ຫລື NFT ແມ່ນບໍ່​ມີວິທີທີ່​ຈະສະແດງໃຫ້ເຫັນ ສິນ​ຄ້າດິຈິຕອລທີ່​ເຂົາ​ເຈົ້າ​ເກັບສະ​ສົມໄວ້​ໃຫ້​ຄົນ​ເບິ່ງໄດ້​. Matt Dibble ໄດ້​ໄປ ເບິ່ງບໍລິສັດ ທີ່ນໍາເອົາ NFT ເຂົ້າໄປໃນໂລກຕົວ​ຈິງ​ທີ່​ຈັບ​ຕ້ອງ ຊຶ່ງ​ບົວ​ສະ​ຫວັນ ມີ​ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຕະຫຼາດສໍາລັບສິ່ງ​ຂອງ​ທາງດິຈິຕອລທີ່ສະ​ສົມ​ໄວ້ທີ່ເອີ້ນວ່າ ສິ່ງ​ທີ່​ເປັນ​ສັນ​ຍາ​ລັກ​ທີ່ບໍ່​ສາ​ມາດ​ແລກ​ປ່ຽນ​ໄດ້ ຫລື NFT ໄດ້ພຸ້ງຂຶ້ນຢ່າງ​ໄວວາ ເມື່ອບໍ່ດົນມານີ້.

ປາ​ກົດ​ການ​ໂດດ​ເດັ່ນຂອງການ​ແຂ່ງ​ຂັນ​ບານບ້ວງ, ສິນລະປະວິດີໂອຕົ້ນສະບັບ, ແມ່ນແຕ່ຂໍ້​ຄວາມ​ທີ່ຂຽນ​ລົງໃນ​ທວີດ​ເຕີ ໄດ້ຖືກໂຄ​ສະ​ນາ​ຂາຍ ເປັນ NFT ໄປ​ແລ້ວ.

ໂດຍ​ຖືກບັນທຶກໄວ້ໃນລະ​ບົບບ​ລັອກເຊ​ລ (blockchain) ການຊື້ສິ່ງ​ທີ່​ເປັນ​ສັນ​ຍາ​ລັກ​ທີ່ບໍ່​ສາ​ມາດ​ແລກ​ປ່ຽນ​ໄດ້ ຫລື NFT ໄດ້ປ່ຽນຟາຍລ໌ທີ່​ເປັນດິຈິຕອລໃຫ້​ກາຍເປັນບາງສິ່ງບາງຢ່າງທີ່ມີ​ເອ​ກະ​ລັກສະ​ເພາະ​ຂອງ​ມັນ ແລະມີທ່າ​ແຮງທີ່ຈະ ມີຄຸນຄ່າໄດ້.

ໃນປີ 2021 ​ເງິນທີ່ມີ​ມູນ​ຄ່າເທົ່າກັບຫຼາຍກວ່າ 40 ຕື້ໂດລາ ຖືກໃຊ້ເຂົ້າໃນ NFT, ອີງຕາມຜູ້​ວິ​ໄຈ​ດ້ານ​ຕ່ອງ​ໂສ້ສິນ​ຄ້າ (Chainalysis).

ນັ້ນແມ່ນເປັນເງິນຈໍານວນຫລວງຫລາຍ ສໍາລັບສິ່ງ​ຂອງ​ທາງດິຈິຕອລທີ່​ໄດ້​ລວບ ລວມ​ເອົາໄວ້ ທີ່ຜູ້ຊື້ບໍ່ສາມາດສະແດງອອກມາ​ໃຫ້​ຄົນ​ເຫັນໄດ້ຢ່າງງ່າຍໆ.

ສື່ສັງຄົມໄດ້ສັງ​ເກດ​ເຫັນບັນ​ຫາ​ນີ້. ຜູ້​ໃຊ້​ບໍ​ລິ​ການ​ລະ​ດັບສູງ​ສຸດຂອງທວີດ​ເຕີ (Twitter) ໃນ​ປັດ​ຈຸ​ບັນ​ສາ​ມາດ​ເອົາ​ NFT ທີ່​ເຂົາ​ເຈົ້າ​ເປັນ​ເຈົ້າ​ຂອງ​ ເຂົ້າ​ໄປໃນ​ກອບຫົກ​ຫລ່ຽມທີ່​ແຕກ​ຕ່າງ​ກັນ ເພື່ອ​ແທນ​ໃຫ້ຮູບ​ໂປ​ຣ​ຟາຍ​ລ໌ ​ຂອງ​ເຂົາ​ເຈົ້າໄດ້​.

ທ່ານ​ໂຈ ຊາ​ເວດ​ຣາ (Joe Saavedra) ເວົ້າວ່າ ພວກ​ໃຊ້ NFT ຄວນມີບ່ອນ ຂອງ​ຕົນໃນໂລກຕົວ​ຈິງ ທີ່ບໍ່​ແມ່ນ​ທາງ​ອອນ​ໄລ​ນ໌ນຳອີກ​ດ້ວຍ.

ທ່ານ​ໂຈ ຊາ​ເວດ​ຣາ, ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງບໍ​ລິ​ສັດອິນ​ຟີ​ນິດ​ທ໌ ອອບ​ເຈັກສ໌ (Infinite Objects) ກ່າວຜ່ານ Skype ວ່າ:

"ວິດີໂອແມ່ນວິທີການ ທີ່ພວກເຮົາເລົ່າເລື່ອງຕ່າງໆ ໃຫ້​ຄົນ​ເບິ່ງ​ຄົນ​ຟັງ ແລະສະນັ້ນການເກັບຮັກສາ ມັນໄວ້ ຢູ່ໃນແອັປຂອງທ່ານ ຫຼືໃນໂທລະສັບຂອງທ່ານ ຫຼືໃນ​ຕົວ​ໃຊ້​ຊອກ​ຫາ​ທາງເວັບໄຊທ໌ນັ້ນ ຂ້າ ພະເຈົ້າຄິດວ່າ, ມັນບໍ່​ໄດ້​ຮັບຄວາມຍຸຕິທໍາທີ່ມັນສົມຄວນໄດ້​ຮັບ​ເລີຍ."

ທ່ານຊາ​ເວດ​ຣາໄດ້ສ້າງຕັ້ງບໍ​ລິ​ສັດ Infinite Objects ຂຶ້ນ​ມາ ເພື່ອນຳເອົາວິດີ ໂອເຂົ້າໄປໃນເຮືອນ ແລະຫ້ອງການຂອງ​ຄົນໃນຮູບແບບໃໝ່.

ທ່ານໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ: "ມັນເປັນ​ໜ້າຕື່ນເຕັ້ນແທ້ໆ ເມື່ອຄິດກ່ຽວ​ກັບມັນວ່າ ​ເປັນເກືອບເໝືອນ​ກັບຮູບປັ້ນ."

ກອບຮູບຂອງບໍ​ລິ​ສັດ Infinite Objects ບໍ່ມີປຸ່ມເປີດ-ປິດ ຫຼືການຄວບຄຸມ ໃດໆ. ວິ​ດີ​ໂອອັນ​ດຽວ​ທີ່​ມັນ​ຈະ​ສະ​ແດງ​ໃຫ້ຄົນ​ເບິ່ງ ​ແມ່ນຕິດ​ມາ​ກັບ​ມັນ​ຢູ່​ຂ້າງ​ໃນຫັ້ນແລ້ວ​.

ມັນອາດ​ຈະແມ່ນ​ NFT ອັນ​ນຶ່ງ ຊຶ່ງ​ເປັນບາງສິ່ງບາງຢ່າງທີ່​ມາຈາກຄັງວາງ​ສະ​ແດງ​ຮູບ​ຂອງບໍ​ລິ​ສັດ Infinite Objects, ຫຼືອາດ​ຈະ​ເປັນ​ພຽງສັດລ້ຽງຂອງທ່ານ ທີ່ເບິ່ງແລ້ວງາມດີ ກໍ​ເປັນ​ໄດ້.

​ທ່ານ​ນາງ​ຣອກ​ຊີ ຟາ​ຕາ (Roxy Fata), ຫົວ​ໜ້າ​ເຈົ້າ​ໜ້າ​ທີ່ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບໍ​ລິ​ສັດນັ້ນກ່າວ​ຕໍ່ VOA ຜ່ານ​ທາງ Skype ວ່າ:
"ເມື່ອເຈົ້າເອົາມັນອອກຈາກກ່ອງ ເຄື່ອງນັ້ນກໍຈະເປີດຂຶ້ນຢູ່ໃນມືຂອງເຈົ້າເລີຍ. ວິດີໂອເລີ່ມສາຍ ຫຼັງຈາກເອົາ​ອອກ​ມາປະມານນຶ່ງວິນາທີ. ມັນໜ້າ​ອັດສະຈັນ ຫຼາຍແທ້ໆ.”

ກອບຮູບທີ່ມີສາມຂະຫນາດເປັນວິທີການນຶ່ງ ສໍາລັບນັກສິນລະປິນທາງດິຈິຕອລ ໃຊ້ເພື່ອເຮັດ​ການຕະ ຫຼາດສຳ​ລັບງານຝີ​ມືຂອງເຂົາເຈົ້າ ໃນແບບສະບັບທີ່ຈໍາກັດ ເຊັ່ນ​ດຽວ​ກັນ​ກັບຜູ້ຜະລິດຮູບພິມແບບດັ້ງເດີມ.

ທ່ານຊາ​ເວດ​ຣາກ່າວຜ່ານທາງ Skype ອີກວ່າ: "ພວກເຮົາກໍາລັງສ້າງມູນຄ່າສໍາລັບເນື້ອຫາໃນວິດີໂອ ໂດຍຜ່ານຄວາມຫາ​ຍາກ, ຄວາມດັ້ງ​ເດີມ ແລະຄວາມສາ​ມາດ​ເກັບ​ສະ​ສົມໄວ້​ໄດ້."

ການ​ທີ່​ມັນເປີດ​ໄວ້​ໃຫ້ເຫັນຢູ່ສະເໝີ ແລະເໜັງໄປມາຢູ່​ຕະ​ຫລອດເວ​ລາ ແມ່ນວິ ທີໃໝ່ສຳລັບຜູ້ທີ່ມັກ​ເບິ່ງ ທີ່ຈະຊື່ນຊົມກັບຮູບແບບສິນລະປະຂອງ ສັດຕະວັດທີ 21 ນີ້.

ອ່າ​ນ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Until recently, fans of NFTs have lacked ways to show off their digital collections. Matt Dibble looks at a company bringing NFTs into the physical world.

The market for digital collectibles known as NFTs has exploded recently. Basketball highlights, original video art, even tweets have been marketed as NFTs.

Recorded in a blockchain, NFT purchases turn digital files into something unique and potentially valuable.

In 2021, the equivalent of over $40 billion was spent on NFTs, according to Chainalysis.

That’s a lot of money for a digital collectible a buyer can’t easily show off.

Social media has taken notice. Users of Twitter’s premium service can now replace their profile picture with an NFT they own in a distinctive hexagonal frame.

NFTs should have a place in the offline world as well, says Joe Saavedra.

Joe Saavedra, Infinite Objects CEO via Skype:
“Video is how we tell stories and so keeping it locked up in your app, in an app, or on your phone or in a browser, I think, is just not doing it the justice it deserves.”

Saavedra founded Infinite Objects Twitter/Infinite Objects to bring video into homes and offices in a new way. He spoke to VOA via Skype.

Joe Saavedra, Infinite Objects CEO via Courtesy Skype:
“It's really exciting to think of it almost as a sculpture.”

An Infinite Object frame has no on-off switch or controls of any kind. The only video it will ever show comes already sealed inside.

It can be an NFT, something from the Infinite Objects gallery, or just your pet looking cute.

Roxy Fata, the company’s chief operating officer, spoke to VOA via Skype:
“When you take it out of the box, the unit turns on in your hand. The video starts playing after about a second. It’s very magical.”

The frames, which come in three sizes, are a way for digital artists to market their work in limited editions like traditional print makers.

Joe Saavedra, Infinite Objects CEO via Skype:
“We're creating value for video content through scarcity, authenticity and collectability.”

Always on and looping endlessly, it’s a new way for fans to appreciate this 21st century art form.

XS
SM
MD
LG