ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດນິວຊີແລນ ຍົກເລີກບາງຂໍ້ບັງຄັບໃນການສັກຢາວັກຊີນ ທີ່ເປັນບັນຫາໂຕ້ແຍ້ງ


ນາຍົກລັດຖະມົນຕີຂອງປະເທດ ນິວຊີແລນ ທ່ານນາງຈາຊິນດາ ອາຣ໌ເດີນ ສະແດງລັກສະນະທ່າທີ ໃນລະຫວ່າງການຖະແຫຼງຂ່າວ ທີ່ສະພາ, ໃນນະຄອນຫຼວງວິລລິງຕັນ, ປະເທດນິວຊີແລນ, ເມື່ອວັນທີ 23 ມີນາ 2022. ປະເທດນິວຊີແລນ ຈະຍົກເລີກຫຼາຍໆຂໍ້ບັງຄັບ ຂອງການລະບາດໃຫຍ່ ພາຍໃນສອງອາທິດຂ້າງໜ້ານີ້.
ນາຍົກລັດຖະມົນຕີຂອງປະເທດ ນິວຊີແລນ ທ່ານນາງຈາຊິນດາ ອາຣ໌ເດີນ ສະແດງລັກສະນະທ່າທີ ໃນລະຫວ່າງການຖະແຫຼງຂ່າວ ທີ່ສະພາ, ໃນນະຄອນຫຼວງວິລລິງຕັນ, ປະເທດນິວຊີແລນ, ເມື່ອວັນທີ 23 ມີນາ 2022. ປະເທດນິວຊີແລນ ຈະຍົກເລີກຫຼາຍໆຂໍ້ບັງຄັບ ຂອງການລະບາດໃຫຍ່ ພາຍໃນສອງອາທິດຂ້າງໜ້ານີ້.

ປະເທດນິວຊີແລນກ່າວວ່າ ຕົນມີແຜນທີ່ຈະຍົກເລີກບາງຂໍ້ບັງຄັບໃນການສັກຢາວັກຊີນ ທີ່ເປັນ​ບັນ​ຫາ​ໂຕ້ແຍ້ງ ພາຍໃຕ້ການປ່ຽນແປງຂອງກົດລະບຽບໂຄວິດ-19. ນາຍົກລັດຖະມົນຕີ ທ່ານນາງຈາຊິນດາ ອາຣ໌ເດີນ (Jacinda Ardern) ກ່າວວ່າ ມັນຄື “ການເລີ້ມຕົ້ນໃໝ່” ສໍາລັບປະເທດຂອງພວກເຮົາ, ເຖິງແມ່ນວ່າຈະມີການຕິດເຊື້ອພະຍາດ ສາຍພັນໂອໄມຄຣອນ ເພີ້ມຂຶ້ນກໍຕາມ. ຟີລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ, ເຊິ່ງທິບສຸດາຈະນໍາເອົາຍລາລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກົດຂໍ້ບັງຄັບໃນການສັກຢາວັກຊີນປ້ອງກັນໂຄວິດ-19 ສໍາລັບພວກນາຍຄູ, ຕໍາຫຼວດ, ແລະບັນດາສະມາຊິກທະຫານຂອງປະເທດ ນິວຊີແລນ ຈະສິ້ນສຸດລົງພາຍໃນເດືອນໜ້ານີ້. ການຄັດຄ້້ານຕໍ່ການສັກຢາທີ່ຖືກບັງຄັບນັ້ນ ໄດ້ກໍ່ໃຫ້ເກີດຄວາມນອງນັນຂຶ້ນມາ ແລະບາງຄັ້ງ ກໍມີການປະທ້ວງທີ່ຮຸນແຮງເກີດຂຶ້ນເປັນເວລາສາມອາທິດຢູ່ທາງນອກຂອງສະພາ ໃນນະຄອນຫຼວງວິລລິງຕັນ.

ນາຍົກລັດຖະມົນຕີຈາຊິນດາ ອາຣ໌ເດີນ ກ່າວໃນມື້ວັນຈັນແລ້ວນີ້ທີ່ນະຄອນຫຼວງ ວີລລິງຕັນ ວ່າ ອີງຕາມຄໍາແນະນໍາຂອງນັກຊ່ຽວຊານ ແລະການຄາດຫວັງນັ້ນ ຄື້ນຂອງກໍລະນີສາຍພັນໂອໄມຄຣອນກໍຈະຜ່ານໄປໃນອີກບໍ່ດົນແລະບໍ່ແມ່ນການປະທ້ວງ ທີ່ຈະກໍ່ໃຫ້ເກີດການປ່ຽນແປງໃນແນວທາງຂອງນະໂຍບາຍ. ຢ່າງໃດກໍຕາມ, ພວກພະນັກງານຢູ່ໃນພາກສ່ວນສາທາລະນະສຸກ, ຜູ້ທີ່ເບິ່ງແຍງຄົນສູງອາຍຸເຫຼົ່ານັ້ນ ແລະພາກສ່ວນທີ່ຢູ່ໃນຄຸກແມ່ນຍັງຄົງຕ້ອງໄດ້ຮັບການສັກຢາຢ່າງຕໍ່ເນື່ອງເຖິງສອງຄັ້ງ.

ປັດຈຸບັນນີ້, 95 ເປີເຊັນ ຂອງປະຊາຊົນຊາວນິວຊີແລນຜູ້ທີ່ມີສິດ ແມ່ນໄດ້ຮັບການສັກຢາວັກຊີນ ຄົບຖ້ວນແລ້ວ 95 ເປີເຊັນ. ລັດຖະບານເຊື່ອວ່າ ດ້ວຍຈໍານວນຂອງຜູ້ທີ່ໄດ້ຮັບການສັກຢາເປັນໂຕເລກທີ່ສູງ ແມ່ນສາມາດເພີ້ມພູມຄຸ້ມກັນຕໍ່ພະຍາດໂຄວິດ-19, ແລະນັ້ນ ມັນຈະຊ່ວຍປົກປ້ອງປະຊາຊົນ ຊາວນິວຊີແລນ ໄດ້.

ແຕ່ກໍມີບາງຄົນເຊື່ອວ່າ ການດໍາເນີນງານດັ່ງກ່າວນັ້ນ ອາດຈະເກີດຂຶ້ນໄວເກີນໄປ. ທ່ານໄມໂຄລ ເບກເກີ້ (Michael Baker), ນັກລະບາດວິທະຍາ ແຫ່ງມະຫາວິທະຍາໄລ ໂອຕາໂກ (Otago) ກ່າວວ່າ ຖ້າກັບຄືນມາໃຊ້ມາດຕະການ ຈໍາກັດຕ່າງໆຄືດັ່ງການລະບາດຄັ້ງໃຫຍ່ ລວມມີກົດຂໍ້ບັງຄັບໃນການໃສ່ໜ້າກາກ ແລະເພີ້ມຂໍ້ຈໍາກັດ ໃນການເວັ້ນໄລຍະຫ່າງ ສໍາລັບຄາເຟ (Cafes) ແລະຮ້ານອາຫານຕ່າງໆ, ອາດຈະກໍ່ໃຫ້ເກີດຄື້ນທີ່ສອງ ຂອງສາຍພັນໂອໄມຄຣອນໄດ້.

ເຖິງວ່າຈະເປັນການເຕືອນຫຼາຍໆຢ່າງ, ທ່ານ​ນາງອາຣ໌ເດີນ ກ່າວວ່າ ກົດຂໍ້ບັງ ຄັບເຫຼົ່ານັ້ນ ຈະຍຸຕິລົງໃນວັນທີ 4 ເມສາທີ່ຈະມາເຖິງນີ້.

ເຊິ່ງທ່ານໄດ້ກ່າວວ່າ:

“ລັດຖະບານ ຈະບໍ່ກໍານົດກົດຂໍ້ບັງຄັບຕ່າງໆສໍາລັບລະບົບການສຶກສາ, ຕໍາຫຼວດ ແລະພະນັກງານທັງຫຼາຍທີ່ເຮັດໜ້າທີ່ປ້ອງກັນປະເທດ. ພວກເຮົາຍັງຄົງຈະດໍາເນີນຕໍ່ໄປກັບພະນັກງານທາງການແພດ, ເຈົ້າໜ້າທີ່ເບິ່ງແຍງຜູ້ອາວຸໂສ, ພະນັກ ງານທີ່ເຮັດວຽກຢູ່ໃນຄຸກ, ຕາມຊາຍແດນແລະເຈົ້າໜ້າທີ່ຈັດການ ການແຍກໂຕ ແລະກັກໂຕ ຫຼື (MIQ), ເຫດຜົນຂອງແຕ່ລະກໍລະນີແມ່ນແຈ່ມແຈ້ງດີ. ພະນັກ ງານເຫຼົ່ານີ້ ເປັນທັງພະນັກງານສະໜັບສະໜຸນຕໍ່ກຸ່ມທີ່ມີຄວາມສ່ຽງ ຫຼືວ່າ ພວກເຂົາເຈົ້າເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີຄວາມສ່ຽງສູງທີ່ສຸດ ເຊິ່ງໂຄວິດສາ ມາດແຜ່ກະຈາຍຢ່າງໄວວາ ຫຼື ມີຄວາມສ່ຽງຕໍ່ໄວຣັສສາຍພັນໃໝ່ສູງ.”

ຊາຍແດນລະຫວ່າງປະເທດຂອງນິວຊີແລນ, ເຊິ່ງໄດ້ປິດມາແລ້ວເປັນເວລາຫຼາຍ ກວ່າ 2 ປີ ແມ່ນມີກໍານົດທີ່ຈະກັບມາເປີດຄືນ ໃນອີກສາມອາທິດຂ້າງໜ້ານີ້.

ປະຊາຊົນຊາວອອສເຕຣເລຍ ຈະໄດ້ຮັບອະນຸຍາດໃຫ້ເຂົ້າມາພາຍໃນປະເທດໄດ້ ໂດຍບໍ່ຕ້ອງກັກຫຼືແຍກໂຕ ເຊິ່ງຈະເລີ້ມໃນວັນທີ 13 ເມສາທີ່ຈະມາເຖິງນີ້. ນັກ ທ່ອງທ່ຽວຈາກ 60 ປະເທດຕ້ອງໄດ້ຮັບການສັກຢາວັກຊີນ ສອງເຂັມ ລວມທັງສະຫະລາດຊະອານາຈັດອັງກິດ ແລະສະຫະລັດ ທີ່ຈະຕາມມາໃນຕົ້ນເດືອນພຶດ ສະພາ ນີ້.

ນິວຊີແລນ ມີປະຊາກອນຢູ່ມານ 5 ລ້ານຄົນ, ເຊິ່ງເປັນປະເທດທີ່ມີກົດຂໍ້ບັງຄັບບາງອັນ ກ່ຽວກັບໄວຣັສໂຄໂຣນາທີ່ເຂັ້ມງວດທີ່ສຸດໃນໂລກ.

ລັດຖະບານໄດ້ບັນທຶກວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 538,000 ກໍລະນີ ແລະມີຜູ້ເສຍຊີວິດ 184 ຄົນ ນັບຕັ້ງແຕ່ເລີ້ມມີການລະບາດຄັ້ງໃຫຍ່.

New Zealand says it plans to scrap some of its controversial vaccination mandates under sweeping changes to COVID-19 rules. Prime Minister Jacinda Ardern said it was “a new beginning” for the country despite a recent surge in omicron infections. From Sydney, Phil Mercer reports.

Mandatory COVID-19 vaccinations will end next month for teachers, police officers and members of New Zealand’s military. Opposition to compulsory vaccine shots did provoke noisy, and at times violent, demonstrations for three weeks outside the parliament in Wellington.

Prime Minister Jacinda Ardern said Monday in Wellington that expert advice and an expectation that the current wave of omicron cases will soon pass — and not the protests — had prompted the change in policy. However, workers in the health sector, those caring for the elderly and the prison sector must continue to be double-vaccinated.

Today, 95% of eligible New Zealanders are fully vaccinated. The government believes high rates of vaccination and increasing natural immunity to COVID-19 will help to protect New Zealanders.

Some believe the move might occur too soon. Michael Baker is an epidemiologist at the University of Otago. He said winding back pandemic restrictions, including mask mandates and increasing capacity limits for cafes and restaurants, could cause a second omicron wave.

Despite such warnings, Ardern said some vaccine mandates will end on April 4.

ARDERN ACT

“The government will not require mandates to be in place for education, police and defense workers. We will continue their use for health, aged care workers, corrections staff and border and MIQ (managed isolation and quarantine) workers. The rationale in each case is clear. These are either workers supporting our most vulnerable or they work in high-risk environments where [COVID] spread would be rapid or the exposure to new variants is high.”

New Zealand’s international borders, which were closed more than two years ago, will start to reopen in three weeks’ time.

Australians will be permitted to enter without needing to quarantine or isolate from April 13. Double-vaccinated tourists from about 60 countries, including Britain and the United States, will follow in early May.

New Zealand has a population of about 5 million. It has had some of the world’s toughest coronavirus restrictions.

The government has recorded 538,000 COVID-19 infections and 184 deaths since the pandemic began.

XS
SM
MD
LG