ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນິວ ຊີ​ແລ​ນ ຈະ​ເລີ່ມ​ສົ່ງ​ສົບ ​ຈາກ​ການຍິງ​ກັນ ​ຢູ່​ວັດ​ອິ​ສ​ລາມ ໃຫ້​ຄອບ​ຄົວ


ແມ່​ຍິງ​ສອງ​ຄົນ​ກອດ​ກັນ​ໃກ້​ກັບ ວັດ​ອິ​ສ​ລາມ ມາ​ສ​ຈິດ ອາ​ລ ນົວ ໃນ​ນະ​ຄອນຫຼວງ ໄຄ​ຣ​ສ໌​ເຊີດ​ຈ​໌, ນິວ ຊີ​ແລນ. 17 ມີ​ນາ, 2019.
ແມ່​ຍິງ​ສອງ​ຄົນ​ກອດ​ກັນ​ໃກ້​ກັບ ວັດ​ອິ​ສ​ລາມ ມາ​ສ​ຈິດ ອາ​ລ ນົວ ໃນ​ນະ​ຄອນຫຼວງ ໄຄ​ຣ​ສ໌​ເຊີດ​ຈ​໌, ນິວ ຊີ​ແລນ. 17 ມີ​ນາ, 2019.

ຕຳຫຼວດ​ໜ່ວຍກວດ​ກາ​ພິ​ເສດຂອງ ນິວ ຊີ​ແລນ ທ່ານ ໄມ​ຄ໌ ບຸ​ຊ ໄດ້​ກ່າວ​ໃນ​ວັນ​ອາ​ທິດ
ມື້ນີ້ວ່າ ສົບຂອງ “ຜູ້ເຄາະຮ້າຍຢ່າງໜ້ອຍນຶ່ງຄົນ” ໃນການຍິງສັງຫານໝູ່ທີ່ວັດອິສ
ລາມສອງແຫ່ງ ຈະຖືກສົ່ງມອບໃຫ້ສະມາຊິກຄອບຄົວຂອງເຂົາເຈົ້າ ໃນຕອນຄ່ຳຂອງ
ວັນອາທິດມື້ນີ້.

ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ສັນ​ນະ​ສູດ​ສົບ ທ່ານ​ນາງ ເດ​ໂບ​ຣາ ມາ​ຊອ​ລ ໄດ້​ກ່າວ​ວ່າ ຫ້ອງ​ການ
ຂອງລາວແມ່ນ “ກຳລັງເຮັດວຽກໄວເທົ່າທີ່ຈະໄວໄດ້” ເພື່ອຮັບປະກັນວ່າ ຫ້ອງການ
ຂອງລາວ ຈະສົ່ງຄືນສົບໃຫ້ຄອບຄົວຢ່າງຖືກຕ້ອງ. ທ່ານນາງໄດ້ກ່າວວ່າ “ມັນຈະບໍ່ມີ
ຫຍັງໂຫດຮ້າຍ” ເທົ່າກັບການສົ່ງສົບທີ່ຜິດໃຫ້ຄອບຄົວ.

ຮອງ​ຕຳຫຼວດ​ໜ່ວຍກວດ​ກາ ທ່ານ ວອ​ລ​ລີ ໂຮ​ມາ​ຮາ ໄດ້​ກ່າວ​ໃນ​ວັນ​ອາ​ທິດມື້ນີ້​ວ່າ
ຫ້ອງການຂອງທ່ານ ໄດ້ພົບປະກັບບັນດາຜູ້ນຳຂອງຊຸມຊົນຊາວມຸສລິມ ເພື່ອຊ່ວຍ
ເຂົາເຈົ້າໃຫ້ເຂົ້າໃຈໃນຂັ້ນຕອນການສັນນະສູດສົບທີ່ຍາວນານ ສຳລັບການສືບສວນ
ສອບສວນດ້ານອາຊະຍາກຳ, ໃນເມື່ອມັນແມ່ນປະເພນີໃນສາສະໜາມອິສລາມ ທີ່
ຈະຕ້ອງຝັງສົບພາຍໃນ 24 ຊົ່ວໂມງຫຼັງຈາກເສຍຊີວິດ.

ລັດ​ຖະ​ບານ​ຫວັງ​ວ່າຈະ​ມອບ​ຄືນ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ທຸກ​ຄົນ ໃຫ້​ຄອບ​ຄົວ​ຂອງ​ເຂົາ​
ເຈົ້າພາຍໃນວັນພຸດນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ
ມື້ນີ້ວ່າ ເພິ່ນແມ່ນນຶ່ງໃນ 30 ຄົນຜູ້ທີ່ໄດ້ຮັບຄຳປະກາດຍາວ 74 ໜ້າຂອງພວກຊາດ
ນິຍົມຄົນຜິວຂາວ ທີ່ສົ່ງທາງອີເມລໃຫ້ໂດຍຜູ້ຕ້ອງສົງໄສການຍິງສັງຫານ ທ້າວ
ເບຣັນເທິນ ທາແຣັ້ນ 9 ນາທີກ່ອນການໂຈມຕີກໍ່ການຮ້າຍຂອງລາວ ໃນວັດອິສລາມ
ສອງແຫ່ງຂອງ ນິວ ຊີແລນ. ລາວໄດ້ກ່າວປະນາມຊາວມຸສລິມ ແລະ ໄດ້ເອີ້ນຜູ້ຍົກ
ຍ້າຍຖິ່ນຖານໃນການປະກາດນັ້ນວ່າ “ຜູ້ບຸກລຸກ.”

ທ່ານ​ນາງ​ໄດ້​ເວົ້າ​ວ່າ, ແນວ​ໃດ​ກໍ​ຕາມ, “ທ່ານ​ນາງບໍ່​ໄດ້​ຮັບ​ມັນ​ໂດຍ​ກົງ” ແລະ ເອ​ກະ​
ສານດັ່ງກ່າວບໍ່ໄດ້ບອກສະຖານທີ່ສຳລັບການໂຈມຕີ.

ທ່ານ​ນາງ ອາ​ເດີນ ໄດ້​ກ່າວ​ວ່າ ທ້າວ ທາ​ແຣັ້ນ ອາ​ຍຸ 28 ປີ, ສັນ​ຊາດ ອອ​ສ​ເຕ​ຣ​ເລຍ
ແລະ ອ້າງຕົນເອງວ່າເປັນຊາດນິຍົມຄົນຜິວຂາວ ຜູ້ທີ່ຖືກກ່າວຫາຄາດຕະກຳ ໃນ
ການເຊື່ອມໂຍງກັບການຍິງກັນນັ້ນ “ຈະໄດ້ປະເຊີນກັບລະບົບຍຸຕິທຳຂອງ ນິວ ຊີ
ແລນ ຢ່າງແນ່ນອນ.”

ກ່ອນ​ໜ້ານີ້ ທ່ານ​ນາງ ອາ​ເດີນ ໄດ້​ເອີ້ນ​ການ​ສັງ​ຫານ​ໝູ່​ວ່າ “ການກໍ່​ຄວາມ​ຮຸນ​ແຮງ​
ເກີນຂອບ​ເຂດ”. ທ່ານນາງໄດ້ກ່າວວ່າ ມືປືນມີປືນຫ້າກະບອກ, ສອງກະບອກແມ່ນ
ປືນເຄິ່ງອັດຕະໂນມັດ. ປືນທຸກກະບອກແມ່ນໄດ້ມາຢ່າງຖືກຕ້ອງຕາມກົດໝາຍ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຢືນ​ຢັນຫຼາຍ​ຄັ້ງ​ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງນ​ຂ່າວ ເມື່ອ
ຕອນບ່າຍຂອງວັນອາທິດມື້ນີ້ວ່າ “ມັນຈະມີການປ່ຽນແປງໃນກົດໝາຍ ກ່ຽວກັບ ປືນ
ຂອງພວກເຮົາ.”

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ການ​ຍິງ​ສັງ​ຫານ​ໝູ່​ ທີ່​ວັດ​ອິ​ສ​ລາມ​ຂອງ​ ນິວ​ ຊີ​ແລນ
ສອງແຫ່ງເມື່ອວັນສຸກທີ່ຜ່ານມາ ໄດ້ເພີ່ມຂຶ້ນເປັນ 50 ຄົນ ຫຼັງຈາກພະນັກງານສຸກ
ເສີນໄດ້ພົບສົບຂອງອີກຄົນນຶ່ງຢູ່ຈຸດເກີດເຫດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG