ພວກນັກສຶກສາຂອງນິວຊີແລນ ໄດ້ພັດທະນາວັດຖຸທີ່ສາມາດຢູ່ໄດ້ຢ່າງຍືນຍົງ ເຮັດມາຈາກພວກໃບກະລ່ຳປີ ແລະເສັ້ນໃຍຕົ້ນປໍ ຫຼື ແຟລັກສ໌ ທີ່ອາດຖືກນຳໃຊ້ ເຮັດເເປັນ ສະກີ ເຮືອຄາແຢກ ແລະແປ້ນສະເກັດ ເປັນຕົ້ນ. ແຜນການຂອງພວກເຂົາເຈົ້ານັ້ນ ແມ່ນຈະນຳໃຊ້ພວກມັນ ມາປ່ຽນແທນເສັ້ນໃຍແກ້ວ ແລະເສັ້ນໃຍກາບອນ ທີ່ນຳໃຊ້ທົ່ວໄປໃນປັດຈຸບັນນີ້. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ພວກແປ້ນສະເກັດ ຫຼື Skateboards ຕ້ອງມີຄວາມທົນທານ. ນັກສຶກສາສອງຄົນຢູ່ທີ່ມະຫາວິທະຍາໄລ ແຄນເຕີເບີຣີ ຂອງນິວຊີແລນ ທ້າວ ເບນ ສແກລສ໌ ແລະທ້າວວີລລຽມ ເມີຣໂຣລ ເຊື່ອວ່າ ພວກເຂົາສາມາດເຮັດໃຫ້ມັນທົນທານຫຼາຍກວ່ານັ້ນອີກ ໂດຍນຳໃຊ້ເສັ້ນໃຍຈາກພວກພືດດັ່ງກ່າວ.
ຫຼັງຈາກໄດ້ທຳການທົດລອງຢູ່ໃນຫ້ອງທຳງານ ຢູ່ບ່ອນຈອດລົດຫຼືກາລ້າຂອງພວກເຂົາເຈົ້າແລ້ວ ພວກເຂົາກໍສ້າງວັດຖຸໃໝ່ທີ່ປະສົມປະສານດ້ວຍຕົ້ນໄມ້ທຳມະຊາດ ຂຶ້ນມາ.
ທ້າວສແກລສ໌ ຜູ້ທີ່ມີອາຍຸ 21 ປີ ແລະເປັນນັກສຶກສາໃນດ້ານການອອກແບບຜະລິດຕະພັນ ກ່າວວ່າ ແບບທຳອິດຂອງພວກເຂົານັ້ນ ແມ່ນເບິ່ງຄືວ່າດີຫຼາຍ.
ທ້າວສະແກລສ໌ ເວົ້າວ່າ “ຕົ້ນແບບ ແມ່ນແປ້ນສະເກັດທີ່ເຮັດດ້ວຍຕົ້ນຮາຣາຄີຄີປະສົມປະສານກັບຕົ້ນໄມ້ອື່ນ. ສະນັ້ນ ມັນມີເສັ້ນໃຍຕົ້ນຮາຣາຄີຄີ 25 ເປີເຊັນ ແລະ ສານໂພລີລັກຕິກ ອາຊິດ ທີ່ໄດ້ຖືກນຳມາໝຸນໃຊ້ 75 ເປີເຊັນ ຊຶ່ງເປັນຢາງພລາສຕິກ ສະກັດອອກມາຈາກແປ້ງສາລີ. ມັນເປັນການນຳໃຊ້ໂດຍທົ່ວໄປໃນເຄື່ອງພິມສາມມິດຕິ ຫຼື 3D ແລະພວກເຮົາໄດ້ພົບເຫັນວ່າ ມັນເປັນວັດຖຸທີ່ເໝາະສົມດີ ສຳລັບແປ້ນສະເກັດ ເພາະວ່າ ມັນຮັບເອົາການກະທົບ ແລະ ກະ
ແທກທັງຫຼາຍໄດ້ຫຼາຍກວ່າ ແປ້ນສະເກັດທີ່ເຮັດດ້ວຍເສັ້ນໃຍກາບອນ ຫຼື ແປ້ນສະເກັດໄມ້ແບບທຳມະດາ.”
ເສັ້ນໃຍໄດ້ຖືກແຍກອອກມາຈາກຕົ້ນຮາຣາຄີຄີ ຊຶ່ງເປັນຕົ້ນໄມ້ເກີດຢູ່ນິວຊີແລນໂດຍສະເພາະ ແລະປົນໃສ່ກັບຢາງແປກຫຼາຍຊະນິດ. ພວກໃບໄມ້ຈາກຕົ້ນກະລ່ຳປີ ຊຶ່ງຄ້າຍຄືກັບຕົ້ນປາມນັ້ນ ຍັງເປັນສ່ວນປະສົມທີ່ສຳຄັນນຳດ້ວຍ.
ແຜນການແມ່ນນຳໃຊ້ພວກວັດຖຸທີ່ຍືນຍົງທັງຫຼາຍເຫຼົ່ານີ້ ເພື່ອເຮັດສະກີ ແປ້ນຫຼິ້ນຫິມະ ແລະເຮືອກາແຢກ ຊຶ່ງໃນປັດຈຸບັນນີ້ ໄດ້ຖືກຜະລິດໂດຍເສັ້ນໃຍແກ້ວ ແລະເສັ້ນໃຍກາບອນ.
ພວກນັກສຶກສາມະຫາວິທະຍາໄລ ໄດ້ດຶງດູດຄວາມສົນໃຈ ຈາກພວກທີ່ອາດຈະມາເປັນຄູ່ຮ່ວມທຸລະກິດ ໃນປະເທດອື່ນໆ.
ທ້າວສແກລສ໌ ເວົ້າວ່າ “ພວກບໍລິສັດທັງຫຼາຍມີຫຼາຍຮູບແບບ ຢູ່ໃນຢູໂຣບ ທີ່ເຮັດເຮືອ ຕະຫຼອດເຖິງ ສະກີ ແລະຕໍ່ຈາກນັ້ນ ມີບໍລິສັດເລີ້ມຕົ້ນໃໝ່ຢູ່ຕ່າງປະ ເທດໜ້ອຍນຶ່ງ ຜູ້ທີ່ກຳລັງຊອກຫາຮູບແບບ ໃນດ້ານອຸດສາຫະກຳການຂົນສົ່ງສຳລັບສ່ວນຕົວ ຄືກັບ ລົດຖີບໄຟຟ້າ ຫຼື e-bike ແລະ ສິ່ງຕ່າງໆແບບນັ້ນ ແລະພວກເຂົາກຳລັງຊອກຫາເພື່ອນຳໃຊ້ວຸດຖຸທີ່ສາມາດຍືນຍົງ ທີ່ຈະບໍ່ພຽງແຕ່ສະໜອງວັດຖຸອັນນັ້ນແກ່ອຸດສາຫະກຳທັງຫຼາຍທີ່ຄ້າຍແບບນັ້ນ. ສະນັ້ນ ພວກເຂົາຢາກນຳໃຊ້ວັດຖຸຂອງພວກເຮົາ ເມື່ອໃດທີ່ພວກເຮົາມີມັນ ພ້ອມແລ້ວ ຊຶ່ງຫວັງວ່າ ຈະແມ່ນໃນໄວໆນີ້.”
ຖ້າພວກເຂົາປະສົບຜົນສຳເລັດ ພວກນັກສຶກສາ ອາດຈະສ້າງຄວາມເຂັ້ມແຂງຄືນໃໝ່ໃນອຸດສາຫະກຳດ້ານເສັ້ນໃຍຕົ້ນແຟລັກສ໌ ຂອງນິວຊີແລນ ແລະຟື້ນຟູໃນວິທີການນຳໃຊ້ ໂດຍພວກຊົນເຜົ່າພື້ນເມືອງ ມາວຣີ (Maori) ກ່ອນໜ້າຈະເປັນຫົວເມືອງຂຶ້ນ ຂອງພວກລ່າອານານິຄົມຢູໂຣບ.
New Zealand students have developed sustainable materials made from cabbage tree leaves and flax that could soon be used to make high-performance skis, kayaks and skateboards. Their plan is to use them to replace traditional fiberglass and carbon fiber. From Sydney, Phil Mercer reports.
Skateboards need to be tough. Two students at New Zealand’s University of Canterbury, Ben Scales and William Murrell, believe they can make them even more durable by using fiber from plants.
After experimenting in their garage workshops, they created new, natural composite materials.
Scales, who is 21 and studies product design, says their first version is looking good.
((Scales - Act))
“The prototype is a harakeke bio-composite skateboard. So, it is 25 percent harakeke fiber and 75 percent recycled polylactic acid, which is a plastic derived from corn starch. It is commonly used in 3D printing, and we have found it to be (a) quite well-suited material to a skateboard because it absorbs the bumps and shocks a lot more than, say, a carbon-fiber skateboard or a conventional wood skateboard.”
((End - Act))
The fiber is extracted from the Harakeke plant, which is a native New Zealand flax, and mixed with various resins. Leaves from the cabbage tree, which is similar to a palm tree, are also a key ingredient.
The plan is to use these sustainable materials to make skis, snowboards and kayaks, which are currently manufactured from fiberglass and carbon fiber.
The university students have attracted interest from potential business partners in other countries.
((Scales - Act))
“They range in companies in Europe that make boats to skis, and then a few startups overseas who are looking to sort of shape the personal transport industry with e-bikes and things like that, and they are looking to use sustainable materials that just are not offered in industries like that. So, they are wanting to use our material once we have gotten it ready, which will hopefully be soon.”
((End - Act))
If they’re successful, the students could reinvigorate New Zealand’s flax fiber industry, and revive practices used by indigenous Māori before European colonization.