ນາຍົກລັດຖະມົນຕີ ນິວ ຊີແລນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ຄະນະລັດຖະມົນຕີຂອງ
ເພິ່ນໄດ້ທຳການຕັດສິນໃຈ ກ່ຽວກັບ ການປະຕິຮູບກົດໝາຍໃນການນຳໃຊ້ປືນ, ລຸນ
ຫຼັງການສັງຫານໝູ່ທີ່ວັດອິສລາມສອງແຫ່ງໃນນະຄອນຫຼວງ ໄຄຣສເຈີຈ໌ ເມື່ອວັນສຸກ
ທີ່ຜ່ານມາ.
ທ່ານນາງ ຈາຊິນດາ ອາເດີນ ໄດ້ກ່າວວ່າ “ຂ້າພະເຈົ້າມີຈຸດປະສົງ ທີ່ຈະໃຫ້ລາຍລະ
ອຽດເພີ່ມເຕີມ ກ່ຽວກັບ ການຕັດສິນໃຈພວກນີ້ ຕໍ່ສື່ມວນຊົນ ແລະ ສາທາລະນະ
ກ່ອນຄະນະລັດຖະມົນຕີ ຈະປະຊຸມກັນອີກໃນວັນຈັນໜ້າ. ໝາຍຄວາມວ່າ ພາຍໃນ
10 ວັນຂອງການກໍ່ການຮ້າຍທີ່ເປັນຕາຢ້ານນີ້, ພວກເຮົາຈະປະກາດການປະຕິຮູບ
ເຊິ່ງຂ້າພະເຈົ້າເຊື່ອວ່າ, ຈະເຮັດໃຫ້ຊຸມຊົນຂອງພວກເຮົາປອດໄພຂຶ້ນກວ່າເກົ່າ.”
ນາຍົກລັດຖະມົນຕີໄດ້ກ່າວວ່າ “ພວກເຮົາໄດ້ທຳການຕັດສິນໃຈໃນຖະນະຄະນະລັດ
ຖະມົນຕີ, ພວກເຮົາເປັນນໍ້ານຶ່ງໃຈດຽວກັນ.”
ນາຍົກລັດຖະມົນຕີ ອາເດີນ ກ່າວວ່າ ທຸກໆສົບຂອງຜູ້ທີ່ເສຍຊີວິດ 50 ຄົນຢູ່ວັດອິສ
ລາມ ຈະຖືກສົ່ງຄືນໃຫ້ຄອບຄົວຂອງເຂົາເຈົ້າພາຍໃນວັນພຸດນີ້ ສະນັ້ນເຂົາເຈົ້າຈະ
ສາມາດນຳເອົາໄປຝັງຕາມປະເພນີຂອງຊາວ ມສຸລິມ.
ທ່ານນາງໄດ້ກ່າວວ່າ ຜູ້ຊ່ຽວຊານໃນການລະບຸຕົວຜູ້ເຄາະຮ້າຍຈາກໄພພິບັດ 6 ຄົນ
ໄດ້ເດີນທາງຈາກປະເທດ ອອສເຕຣເລຍ ເພື່ອຊ່ວຍໃນຂັ້ນຕອນການລະບຸຕົວ.
ຫົວໜ້າເຈົ້າໜ້າທີ່ສັນລະສູດສົບ ທ່ານນາງ ເດໂບຣາ ມາຊອລ ໄດ້ກ່າວວ່າ ຫ້ອງການ
ຂອງເພິ່ນ “ກຳລັງເຮັດວຽກໄວເທົ່າທີ່ຈະໄວໄດ້” ເພື່ອຮັບປະກັນ ວ່າ ຫ້ອງການຂອງ
ເພິ່ນ ຈະສົ່ງສົບ ຄືນໃຫ້ຄອບຄົວຢ່າງຖືກຕ້ອງ. ທ່ານນາງໄດ້ ກ່າວວ່າ “ມັນຈະບໍ່ມີ
ຫຍັງໂຫດຮ້າຍ” ເທົ່າກັບການສົ່ງສົບທີ່ຜິດໃຫ້ຄອບຄົວ.
ຮອງຕຳຫຼວດໜ່ວຍກວດກາ ທ່ານ ວອລລີ ໂຮມາຮາ ໄດ້ກ່າວໃນວັນອາທິດວານນີ້ວ່າ
ຫ້ອງການຂອງທ່ານ ໄດ້ພົບປະ ກັບບັນດາຜູ້ນຳຂອງຊຸມຊົນຊາວມຸສລິມ ເພື່ອຊ່ວຍ
ເຂົາເຈົ້າໃຫ້ເຂົ້າໃຈໃນຂັ້ນຕອນການສັນລະສູດສົບທີ່ຍາວນານ ສຳລັບການ ສືບ
ສວນສອບສວນດ້ານອາຊະຍາກຳ, ໃນເມື່ອມັນແມ່ນປະເພນີໃນສາສະໜາ ອິສລາມ
ທີ່ຈະຕ້ອງຝັງສົບພາຍໃນ 24 ຊົ່ວໂມງຫຼັງຈາກເສຍຊີວິດ.
ຊື່ຂອງຜູ້ເຄາະຮ້າຍແມ່ນບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ, ແຕ່ລາຍຊື່ເບື້ອງຕົ້ນແມ່ນ
ໄດ້ຖືກແຈ້ງໃຫ້ຍາດຕິພີ່ນ້ອງຊາບ.