ພວກເຈົ້າໜ້າທີ່ນີວຊີແລນ ໄດ້ຕັ້ງຂໍ້ຫາຕໍ່ຜູ້ທີ່ຢືນຢັນຕົນເອງວ່າເປັນຊາວຜິວຂາວທີ່ດີເລີດທີ່ໄດ້ສັງຫານຊີວິດຂອງພວກໄປສວດມົນ 51 ຄົນຢູ່ໃນວັດສາດສະໜາອິສລາມ ໃນເດືອນມີນາທີ່ຜ່ານມານັ້ນວ່າ ທໍາການກໍ່ການຮ້າຍ.
ຂໍ້ກ່າວຫາກະທົງດຽວ ທີ່ຖືກຍື່ນຟ້ອງຕໍ່ທ້າວເບຣນທັນ ແທແຣນທ໌ (Brenton Tarrant) ຊາວອອສເຕຣເລຍນັ້ນ ເປັນການກ່າວຫາອັນທຳອິດຢູ່ພາຍໃຕ້ກົດໝາຍປາບປາມການກໍ່ການຮ້າຍ ຂອງນີວຊີແລນ, ທີ່ໄດ້ຮັບຜ່ານໃນປີ 2002 ນັ້ນ ທ້າມກາງການໂຈມຕີແບບກໍ່ການຮ້າຍທີ່ນຳພາໂດຍເຄືອຂ່າຍ ອາລ-ຄາຍດາ (al-Qaida) ຢູ່ນະຄອນນິວຢອກ ແລະວໍຊິງຕັນ ໃນປີກ່ອນນັ້ນ. ພວກໄອຍະການ ຍັງໄດ້ກ່າວຫາຜູ້ກ່ຽວອີກນຶ່ງກະທົງວ່າເປັນຄາດຕະກຳຄົນໄປສວດມົນພາວະນາອີກຄົນນຶ່ງ ທີ່ເສຍຊີວິດຢູ່ໂຮງໝໍໃນຕົ້ນເດືອນນີ້ ພ້ອມກັບອີກສອງກະທົງທີ່ພະຍາຍາມສັງຫານຄົນ, ຊຶ່ງເຮັດໃຫ້ຈຳນວນຄົນນັ້ນລວມກັນເປັນ 40 ຄົນ.
ມີສະມາຊິກຄອບຄົວຂອງພວກໄດ້ຮັບເຄາະຮ້າຍ ແລະລອດຊີວິດຈາກເຫດການ ນັ້ນ ຫລາຍເຖິງ 200 ຄົນໄດ້ຮັບຂ່າວກ່ຽວກັບຂໍ້ກ່າວຫາໃໝ່ດັ່ງກ່າວ ຢູ່ໃນກອງປະຊຸມສ່ວນຕົວກັບຕຳຫລວດ.
ທ້າວແທແຣນທ໌ (Tarrant) ອາຍຸ 28 ປີຄົນນັ້ນ ໄດ້ອອກຖ່າຍທອດສົດສຳລັບການຍິງສັງຫານໃນວັນທີ 15 ມີນາຜ່ານມາ ທີ່ວັດ al-Noor ແລະ Linwood ໂດຍຜ່ານທາງ Facebook ໂດຍຕັ້ງກ້ອງຖ່າຍວີດິໂອໄວ້ເທິງຫົວ.
ຜູ້ກ່ຽວກຳລັງຖືກຂັງໄວ້ໃນຄຸກທີ່ມີການປ້ອງກັນຢ່າງສູງສຸດໃນເວລານີ້ ຢູ່ບ່ອນທີ່ລາວຖືກສັ່ງໃຫ້ກວດໂຣກຈິດ ເພື່ອຈະຕັດສິນໄດ້ວ່າ ລາວເປັນໂຣກເສັ້ນປະສາດຫລືບໍ່ ເພື່ອຈະຢືນໃນການດຳເນີນການໄຕ່ສວນໄດ້. ວັນທີ່ລາວຈະໄປປາກົດໂຕທີ່ສານຄັ້ງຕໍ່ໄປ ແມ່ນວັນທີ 14 ມິຖຸນາ.