ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວຊີແລນ ເປີດບໍ່ຖ່ານຫີນຄືນ ເກືອບເກົ້າປີ ລຸນຫລັງ ອຸບັດເຫດ ຄົນເສຍຊີວິດ


ແປວໄຟພວມລຸກໃໝ້ຢູ່ ຕັ້ງແຕ່ສົ້ນສຸດຂອງບໍ່ຖ່ານຫີນ Pike River coal mine ຢູ່ໃກ້ໆ Greymouth ທາງຝັ່ງຕາເວັນຕົກຂອງ ນິວຊີແລນ ວັນທີ 30 ພະຈິກ 2010.
ແປວໄຟພວມລຸກໃໝ້ຢູ່ ຕັ້ງແຕ່ສົ້ນສຸດຂອງບໍ່ຖ່ານຫີນ Pike River coal mine ຢູ່ໃກ້ໆ Greymouth ທາງຝັ່ງຕາເວັນຕົກຂອງ ນິວຊີແລນ ວັນທີ 30 ພະຈິກ 2010.

ທີມງານກູ້ໄພ ໄດ້ເຂົ້າໄປໃນບໍ່ຖ່ານຫີນແຫ່ງນຶ່ງເປັນເທື່ອທຳອິດໃນປະເທດນິວຊີ
ແລນ ນັບຕັ້ງແຕ່ພວກກຳມະກອນ 29 ຄົນ ໄດ້ເສຍຊີວິດໃນການລະເບີດໃນປີ 2010
ເປັນຕົ້ນມາ. ຄອບຄົວຂອງພວກໄດ້ຮັບເຄາະ ໄດ້ເປັນສັກຂີພິຍານ ຂອງການເຂົ້າຄືນ
ໄປ “ທີ່ເປັນສັນຍາລັກອັນນັ້ນ” ໃນບໍ່ຖ່ານຫີນ Pike River ແຫ່ງນັ້ນ. ຖ້າພົບເຫັນຫລັກ
ຖານໃດໆ ທີ່ເປັນສາເຫດຂອງການລະເບີດດັ່ງກ່າວ ກໍແມ່ນຈະຖືກນຳສົ່ງໃຫ້ຕຳຫລວດ.
ຟຽນ ເມີເຊີ້ ສົ່ງລາຍງານເລື້ອງນີ້ມາຈາກ ຊິດນີ ດັ່ງສາລີຈະມີລາຍລະອຽດມາສະ​ເໜີ
ທ່ານໃນອັນດັບຕໍ່ໄປ.

ລຸນຫລັງການລະເບີດແລ້ວ ຜູ້ຊາຍ 29 ຄົນ ກໍໄດ້ເສຍຊີວິດ ຢູ່ບໍ່ຖ່ານຫີນ Pike River ໃນເດືອນພະຈິກ ປີ 2010. ສົບຂອງພວກດັ່ງກ່າວ ບໍ່ເຄີຍໄດ້ຖືກນຳອອກມາເລີຍ.

ອົງການຊອກຄົ້ນ Pike River ກ່າວວ່າ ພວກຄອບຄົວຂອງບຸກຄົນດັ່ງກ່າວ ໄດ້ພາກັນ
ໂຮ່ຮ້ອງດີໃຈ ເວລາເຫັນພວກທີມງານພິເສດອອກມາຈາກບໍ່ຖ່ານຫີນ ດັ່ງກ່າວ ຫລັງ
ຈາກໄດ້ເຂົ້າໄປ ເປັນເທື່ອທຳອິດ ນັບຕັ້ງແຕ່ໂສກນາດຕະກຳດັ່ງໄດ້ເກີດຂຶ້ນ ເມື່ອເກືອບ
ເກົ້າປີກ່ອນ. ສຳລັບພວກນັກຊ່ຽວຊານຊອກຄົ້ນເຫລົ່ານີ້ແລ້ວ ວຽກງານອີກຫລາຍເດືອນ
ຍັງຂວາງໜ້າຢູ່.

ການກັບຄືນເຂົ້າໄປໃນວັນອັງຄານນີ້ເປັນເຫດການທີ່ບໍ່ດົງດັງ ສຳລັບພວກຄອບຄົວ ລຸນ
ຫລັງທີ່ພວກເຂົາເຈົ້າໄດ້ຮ້ອງຂໍວ່າ ໃຫ້ເປັນເລື້ອງສ່ວນຕົວ.

ທ່ານນາງ ເຈຊິນດາ ອາເດີມ ນາຍົກລັດຖະມົນຕີນິວຊີແລນກ່າວວ່າ:

“ຕາມຄຳຂໍຮ້ອງຂອງຄອບຄົວແລ້ວ ພວກເຮົາປ່ອຍໃຫ້ເປັນໜ້າທີ່ຂອງອົງການທີ່ຈະປະ
ກາດ ແລ້ວບໍລິຫານການນຳເອົາອອກມາ ຊິ້ນສ່ວນສຸດທ້າຍຂອງຄອນກຣີດ ທີ່ເປັນສັນ
ຍາລັກຂອງການກັບຄືນເຂົ້າໄປ ໃນບໍ່ຖ່ານຫີດັ່ງກ່າວ. ນັ້ນຄືສິ່ງທີ່ພວກເຮົາໄດ້ປະໄວ້
ໃຫ້ພວກເຂົາເຈົ້າເຮັດ. ຕາມຄຳຮ້ອງຂໍຂອງຄອບຄົວແລ້ວ ນີ້ຈະບໍ່ເປັນເຫດການຂອງ
ມະຫາຊົນ ແຕ່ແນ່ນອນຈະເປັນສິ່ງທີ່ຕ້ອງແຈ້ງໃຫ້ຄອບຄົວຊາບ. ແຕ່ວ່າ ການກັບຄືນ
ເຂົ້າໄປ ຂ້າພະເຈົ້າຄິດວ່າ ມັນເໝາະສົມ ທີ່ຈະເປັນສິ່ງສຳລັບພວກຄອບຄົວ.”

ມັນກິນເວລານຶ່ງປີ ສຳລັບອົງການຊອກຄົ້ນ Pike River ເພື່ອຫ້າງຫາ ໃນການເຂົ້າໄປ
ຄືນ. ມັນຕ້ອງໄດ້ຕັດຄອນກຣີດທີ່ອັດປາກອຸໂມງເຂົ້າໄປ ລຸນຫລັງໄພຫາຍະນະປີ 2010 ທັງໄດ້ເຮັດໃຫ້ອຸໂມງມີລົມລ່ວງສຳລັບຫາຍໃຈນຳ.

ພາລະກິດໃນເມຶ່ອກ່ອນ ທີ່ຈະເຂົ້າໄປໃນບໍ່ ຢູ່ເກາະໃຕ້ ໄດ້ມີການຊັກຊ້າ. ເມື່ອສອງອາ
ທິດກ່ອນ ຄວາມພະຍາຍາມເທື່ອຫລ້າສຸດໄດ້ລົ້ມແຫລວ ເມື່ອໄດ້ພົບເຫັນວ່າ ປະລິມານ
ອັອກຊີເຈັນ ມີຫລາຍຜິດປົກກະຕິ.

ລາຍງານເວົ້າວ່າ ລັດຖະບານນິວຊີແລນ ໄດ້ໃຊ້ຈ່າຍເງິນ 23 ລ້ານ 5 ແສນໂດລາສະ
ຫະລັດ ເພື່ອກັບຄືນເຂົ້າໄປໃນບໍ່ດັ່ງກ່າວ ເພື່ອສັນລະສູດເບິ່ງວ່າ ມີຫຍັງເກີດຂຶ້ນ ໃນມື້
ຫາຍະນະນັ້ນ. ພວກຍາດພີ່ນ້ອງທີ່ໄດ້ຮັບຄວາມໂສກເສົ້າ ໄດ້ຮັບການບອກເລົ່າຈາກ
ລັດຖະບານຊຸດກ່ອນວ່າ ມັນເປັນອັນຕະລາຍເກີນໄປທີ່ຈະກັບຄືນເຂົ້າໄປ ເພື່ອນຳເອົາ
ຊາກສົບພວກກຳມະກອນບໍ່ຖ່ານຫີນອອກມາ.

ການຄົ້ນຄວ້າພົບເຫັນວ່າ ລະບົບຄວາມປອດໄພ ຢູ່ໃນສະຖານທີ່ດັ່ງກ່າວ ແມ່ນບໍ່ພຽງ
ພໍ ແລະລາຍງານທີ່ວ່າປະລິມານແກັສ ເມເທນ ມີຫລາຍເກີນໄປ “ກໍບໍ່ໄດ້ຮັບການເອົາ
ຫົວຊາ.”

ພວກເຄາະຮ້າຍສ່ວນຫລາຍເປັນຄົນນິວຊີແລນ ແຕ່ກໍມີພວກໄປຈາກ ອອສເຕຣເລຍ
ແລະອັງກິດນຳ. ຜູ້ທີ່ໜຸ່ມກວ່າໝູ່ ທີ່ໄດ້ຕາຍໄປ ຊື່ວ່າ Joseph Dunbar. ລາວຫາກໍ
ເຖິງ 17 ປີ ໃນມື້ນຶ່ງ ກ່ອນເກີດເຫດໂສກນາດຕະກຳນັ້ນ ແລະໄດ້ເສຍຊີວິດໃນຕອນ
ທຳອິດ ທີ່ແມ່ນຜຽນຂອງລາວລົງໄປເຮັດວຽກຢູ່ໃຕ້ດິນ.

ຄວາມຫາຍະນະໃນວຽກງານບໍ່ແຮ່ ໃນປີ 2010 ເປັນອັນທີ່ຮ້າຍແຮງທີ່ສຸດຂອງນິວຊີ
ແລນໃນຮອບເກືອບນຶ່ງສັດຕະວັດ.

A New Zealand coal mine that has been sealed shut since 29 workers were killed in an explosion more than eight years ago reopened Tuesday.

Mining experts entered the Pike River Mine to begin a search for the men’s remains and any evidence that could explain what caused a buildup of flammable methane gas that is blamed for the November 2010 disaster that initially trapped 31 miners. Two of the workers managed to escape after the explosion.

Prime Minister Jacinda Ardern heeded the demands of the families of the 29 dead workers to reopen the South Island after she took office in 2017. Andrew Miller, the special minister appointed by Ardern to lead the reentry efforts at Pike River said, “New Zealand is not a country where 29 people can die at work without real accountability. And that is why today we have fulfilled our promise.”

An official inquiry determined that mine’s operators had allowed the miners to operate in unsafe conditions. Labor violation charges were filed against Peter Whittall, the mine’s chief executive, but were later dropped, and no criminal charges were filed in connection with the tragedy.

XS
SM
MD
LG