ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ທັນວາ ໒໐໒໕

ຜູ້ນໍາຂອງນິວຊີແລນ ​ຈະເດີນທາງໄປຢ້ຽມຢາມຈີນ


ແຟ້ມພາບ-ທ່ານຄຣິສ ຮິບກິນສ໌ ກ່າວຕໍ່ພວກນັກຂ່າວ ຢູ່ດ້ານນອກຫໍລັດຖະສະພາ ໃນນະຄອນຫຼວງວິລລິງຕັນ, ນິວຊີແລນ, ວັນທີ 21 ມັງກອນ 2022. ໃນເວລາທີ່ຮູບດັ່ງກ່າວນີ້ຖືກຖ່າຍ,​ທ່ານໄດ້ກາຍມາເປັນນາຍົກລັດຖະມົນຕີຂອງ ນິວຊີແລນ ແລ້ວ.
ແຟ້ມພາບ-ທ່ານຄຣິສ ຮິບກິນສ໌ ກ່າວຕໍ່ພວກນັກຂ່າວ ຢູ່ດ້ານນອກຫໍລັດຖະສະພາ ໃນນະຄອນຫຼວງວິລລິງຕັນ, ນິວຊີແລນ, ວັນທີ 21 ມັງກອນ 2022. ໃນເວລາທີ່ຮູບດັ່ງກ່າວນີ້ຖືກຖ່າຍ,​ທ່ານໄດ້ກາຍມາເປັນນາຍົກລັດຖະມົນຕີຂອງ ນິວຊີແລນ ແລ້ວ.

ນາຍົກລັດຖະມົນຕີນິວຊີແລນ ທ່ານຄຣິສ ຮິບກິນສ໌ (Chris Hipkins) ກ່າວໃນວັນຈັນວານນີ້ວ່າ ທ່ານຈະນໍາພາຄະນະຜູ້ແທນໄປຈີນ, ເຊິ່ງເປັນຄັ້ງທໍາອິດ ນັບຕັ້ງແຕ່ການລະບາດໃຫຍ່ ຂອງພະຍາດໂຄວິດ-19. ສອງປະເທດດັ່ງ ກ່າວນີ້ ໄດ້ສ້າງຕັ້ງສາຍສໍາພັນທາງດ້ານການຄ້ານໍາກັນ. ຂໍ້ຕົກລົງການຄ້າເສລີລະຫວ່າງ ນິວຊີແລນ-ຈີນ ມີຜົນບັງຄັບໃຊ້ໃນເດືອນຕຸລາ ປີ 2008. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:03:03 0:00
ລິງໂດຍກົງ

ການສົ່ງອອກສິນຄ້າຂອງ ນິວຊີແລນ ໄປ ຈີນ ມີມູນຄ່າຫຼາຍກວ່າ 12.8 ຕື້ໂດລາ ຫຼືນຶ່ງສ່ວນສີ່ຂອງລາຍຮັບປະເທດຈາກການສົ່ງອອກສິນຄ້າ, ອີງຕາມລາຍງານຈາກຂໍ້ມູນຂອງລັດຖະບານ.

ນາຍົກລັດຖະມົນຕີຂອງນິວຊີແລນ ທ່ານຄຣິສ ຮິນກິນສ໌ ກ່າວວ່າ ຄວາມສໍາພັນສອງຝ່າຍກັບ ຈີນ ເປັນນຶ່ງໃນ “ລໍາດັບຄວາມສໍາຄັນທີ່ສຸດ, ກວ້າງຂວາງ ແລະຊັບຊ້ອນທີ່ສຸດ” ຂອງປະເທດທ່ານ.

ທ່ານຮິບກິນສ໌ ຈະເດີນທາງໄປສາມເມືອງຂອງ ຈີນ ໃນການຢ້ຽມຢາມຢ່າງເປັນທາງການ ພາຍໃນທ້າຍເດືອນນີ້.

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ແວ​ລ​ລິງ​ຕັນ​ວ່າ ມັນ​ຈະ​ເປັນ​ການ​ຢ້ຽມ​ຢາມ​ທີ່​ສຳ​ຄັນ.

“ໃນມື້ນີ້ ຂ້າພະເຈົ້າຍັງບໍ່ສາມາດປະກາດໄດ້ວ່າ ຂ້າພະເຈົ້າຈະນໍາພາຄະນະຜູ້ແທນທີ່ສໍາຄັນທາງການຄ້າໄປ ຈີນ ພາຍໃນທ້າຍເດືອນນີ້ ໂດຍຈະຢຸດແວ່ຢູ່ນະຄອນຫຼວງປັກກິ່ງ, ນະຄອນທຽນຈິນ ແລະນະຄອນຊຽງໄຮ້, ເຊິ່ງຈະເປັນການໄປຢ້ຽມຢາມ ຈີນ ຄັ້ງທໍາອິດຂອງລະດັບລັດຖະມົນຕີ ນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19 ເລີ້ມຕົ້ນຂຶ້ນຢູ່ໃນທົ່ວໂລກ ແລະນາຍົກລັດ ຖະມົນຕີຂອງນິວຊີແລນ ໄດ້ນໍາພາຄະນະຜູ້ແທນການຄ້າໄປປະເທດດັ່ງກ່າວ ນັບຕັ້ງແຕ່ປີ 2016 ເປັນ​ຕົ້ນ​ມາ.”

ທ່ານຮິບກິນສ໌ ກ່າວວ່າ ບັນດາຄະນະຜູ້ແທນທາງການຄ້າ ອາດຈະລວມມີທັງ​ດ້ານການສຶກສາ ແລະອຸດສາຫະກໍາການທ່ອງທ່ຽວນໍາດ້ວຍ.

ກ່ອນການລະບາດໃຫຍ່ຂອງພະຍາດ COVID-19, ຈີນ ເປັນແຫຼ່ງຊັບພະຍາ ກອນນັກທ່ອງທ່ຽວໃຫຍ່ເປັນອັນດັບສອງຂອງ ນິວຊີແລນ ຮອງຈາກ ອອສເຕຣເລຍ. ໃນເດືອນມັງກອນ ປີ 2023 ຖືກຈັດຢູ່ໃນອັນດັບທີ 7, ອີງຕາມສະຖິຕິຢ່າງເປັນທາງການ, ແຕ່ການຟື້ນໂຕ​ຄືນຢູ່ໃນພາກສ່ວນດັ່ງກ່າວ ແມ່ນຄາດການວ່າ ນິວຊີແລນຕ້ອງໄດ້ເປີດຊາຍ​ແດນ​ຂອງ​ຕົນຄືນໃໝ່.

ທ່ານຮິບກິນສ໌ ຍັງໄດ້ກ່າວອີກວ່າ ທ່ານມີຄວາມກະຕືລືລົ້ນສໍາລັບນິວຊີແລນ ເພື່ອການຄ້າຂາຍທີ່ຫຼາກຫຼາຍກັບ ຈີນ, ເຊິ່ງ ທ່ານໄດ້ກ່າວວ່າ:

“ການສົ່ງອອກຂອງສິນຄ້າແບບດັ້ງເດີມເຊັ່ນ ອາຫານປະເພດນົມ-ເນີຍ, ຊີ້ນ ແລະສິນຄ້າປະເພດໄມ້ ແມ່ນມີຄວາມໝາຍສໍາຄັນທີ່ໜ້າເຫຼືອເຊື່ອ, ແຕ່ກໍມີຄວາມສໍາຄັນຫຼາຍ ທີ່ພວກເຮົາຈະຕ້ອງໃຫ້ການສະໜັບສະໜຸນພາກສ່ວນທີ່ເກີດຂຶ້ນມາໃໝ່ເຊັ່ນກັນ ເຊັ່ນວ່າ: ເກມ, ການແພດ ແລະພາກສ່ວນທາງດ້ານສຸຂະພາບຂອງຮ່າງກາຍ ແລະຈິດໃຈ.”

ທ່ານຮິບກິນສ໌ ຍັງບໍ່ໄດ້​ໃຫ້​ການຢືນຢັນວ່າ ທ່ານຈະພົບກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ຫຼືບໍ່. ແຕ່ທ່ານໄດ້ເນັ້ນຢໍ້າວ່າ ທ່ານຈະຍົກບັນຫາກ່ຽວກັບຄວາມກັງວົນທາງດ້ານສິດທິມະນຸດຂຶ້ນມາສົນທະນາ ກັບເຈົ້າໜ້າທີ່ຂອງຈີນ ໃນເວລາທີ່ເໝາະສົມ. ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປັກ​ກິ່ງ ຊ່ວຍ​ຍຸ​ຕິ​ “ການ​ເຮັດ​ສົງ​ຄາມ​ທີ່​ຜິດ​ກົດ​ໝາຍ​ແລະ​ບໍ່​ເປັນ​ທຳ” ຂອງ​ຣັດ​ເຊຍ ຢູ່​ໃນ​ຢູ​ເຄ​ຣນ.

ນາຍົກລັດຖະມົນຕີຂອງນິວຊີແລນ, ເຊິ່ງເປັນຜູ້ນໍາຂອງລັດຖະບານທີ່​ເປັນ​ກາງ ອ່ຽງຊ້າຍໃນນະຄອນຫຼວງວິລລິງຕັນກ່າວວ່າ ທ່ານຍັງຈະເຂົ້າຮ່ວມກອງປະຊຸມຂອງອົງການ NATO ໃນນະຄອນຫຼວງວິລນຽສ ຂອງລີທົວເນຍ ໃນເດືອນກໍ ລະກົດນີ້ອີກດ້ວຍ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG