ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວຊີແລນ ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ສາ​ກົນ ໃນການ​ສົ່ງ​​ກຳ​ລັງ ຮັກ​ສາ​ຄວາມສະ​ຫງົບ ໄປ​ປະ​ຈຳ​ຢູ່​ໝູ່​ເກາະ​ ໂຊ​ໂລມອນ


ຜູ້​ຄົນ​ໃນ​ທ້ອງ​ຖິ່ນ​ພາ​ກັນ​ຢູ່ນອກ​ຮ້ານ​ຄ້າ​ທີ່​ປິດ​ໄວ້ ໃນ​ນະ​ຄອນ​ຫລວງ ໂຮເນຍຣາ ຂອງ​ໝູ່​ເກາະ ໂຊ​ໂລມອນ, ວັນ​ທີ 6, 2021.
ຜູ້​ຄົນ​ໃນ​ທ້ອງ​ຖິ່ນ​ພາ​ກັນ​ຢູ່ນອກ​ຮ້ານ​ຄ້າ​ທີ່​ປິດ​ໄວ້ ໃນ​ນະ​ຄອນ​ຫລວງ ໂຮເນຍຣາ ຂອງ​ໝູ່​ເກາະ ໂຊ​ໂລມອນ, ວັນ​ທີ 6, 2021.

ຕຳຫຼວດນິວຊີແລນທີ່ຖືກ​ສົ່ງໄປ​ປະ​ຕິ​ບັດໜ້າທີ່ຊົ່ວ​ຄາວຢູ່ໝູ່ເກາະໂຊ​ໂລມອນ (Solomon) ໄດ້ເລີ່ມທຳ​ການລາດຕະເວນຫຼັງຈາກເກີດຄວາມວຸ້ນ​ວາຍໃນ ເດືອນແລ້ວນີ້. ຄວາມ​ຮຸນ​ແຮງ​ຢູ່​ຕາມ​ຖະໜົນ​ຫົນທາງ​ໄດ້​ຜ່ອນຄາຍ​ລົງ, ​ແຕ່​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ໝູ່​ເກາະໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາຊີ​ຟິກີຕອນ​ໃຕ້ແຫ່ງນັ້ນ​ກັບ ​ຈີນ ​ແລະ​ໄຕ້​ຫວັນ​ແມ່ນຍັງ​ສືບ​ຕໍ່​ມີຢູ່​. Phil Mercer ມີ​ລາຍ​ງານຈາກນະຄອນ Sydney, ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ບັນ​ດາເຈົ້າ​ໜ້າ​ທີ່​ຕຳຫຼວດ​ ແລະ​ທະ​ຫານ​ຂອງນິວ​ຊີ​ແລນ ໄດ້​ເຂົ້າ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຄົນ​ອື່ນໆ​ ຈາກ​ອອ​ສ​ເຕ​ຣ​ເລຍ, ປາ​ປົວ​ນິວ​ກີ​ນີ ແລະ​ຟີ​ຈີ ໃນ ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຢູ່ໃນ​ໝູ່​ເກາະໂຊ​ໂລ​ມອນ (Solomon). ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ສົ່ງ​ໄປປະ​ຕິ​ບັດ​ງານຢູ່​ທີ່ນັ້ນ ຫລັງ​ຈາກ​ໄດ້​ມີ​ການ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ​ ໂດຍ​ລັດ​ຖະ​ບານ​ຂອງ​ໝູ່​ເກາະດັ່ງ​ກ່າວ.

ນະຄອນຫຼວງໂຮ​ເນຍ​ຣາ (Honiara) ສ່ວນຫຼາຍແລ້ວແມ່ນມີ​ຄວາມ​ງຽບສະຫງົບ ຫຼັງຈາກເກີດການກໍ່ຄວາມວຸ້ນວາຍ ແລະການ​ປຸ້ນ​ສະ​ດົມໃນເດືອນແລ້ວນີ້. ທຸ​ລະ​ກິດ​ຫຼາຍ​ແຫ່ງ​ໃນ​ເຂດ​ຄຸ້ມເມືອງ​ຈີນໄດ້​ຖືກ​ທຳລາຍ, ​ແລະ​ຢ່າງ​ໜ້ອຍ 3 ຄົນ​ເສຍ​ຊີວິດໄປ.

ຄວາມ​ວຸ້ນ​ວາຍ​ໄດ້ກະ​ຕຸ້ນໃຫ້​ມີ​ເຫດ​ການ​ຕ່າງໆ. ການ​ປະ​ທ້ວງ​ທີ່ສ່ວນ​ໃຫຍ່​ຖືກ​ນຳ​ພາ​ໂດຍ​ຊາວ​ບ້ານ​ທີ່​ອາ​ໄສ​ຢູ່​ໃນແຂວງມາ​ລາຍ​ຕາ (Malaita) ​ທີ່​ມີ​ຄວາມ​ໂກດ​ແຄ້ນ​ຍ້ອນຄິດ​ວ່າ ມີ​ການຂາດ​ຄວາມ​ຮັບ​ຜິດ​ຊອບ ​ແລະ​ຄວາມ​ໂປ່ງ​ໃສ​ຂອງ​ເຈົ້າ​ໜ້າ​ທີ່ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ. ພວກນັກວິເຄາະກ່າວວ່າ ການລະບາດຂອງໄວ ​ຣັ​ສ​ໂຄ​ໂຣ​ນາ ໄດ້ເຮັດໃຫ້ຄວາມບໍ່ສະເຫມີພາບຍິ່ງເລິກລົງໄປ​ອີກ. ອິດທິພົນທາງດ້ານພູມສາດການເມືອງທີ່ກວ້າງຂວາງ ກໍຍັງກະ​ຕຸ້ນໃຫ້ເກີດຄວາມບໍ່ສະຫງົບ ​ເຊັ່ນ​ກັນ.

ການຕັດສິນໃຈຂອງນາຍົກລັດຖະມົນຕີມາ​ນາ​ເຊ ໂຊ​ກາ​ວາ​ເຣ (Manasseh Sogavare) ທີ່ຈະປ່ຽນຄວາມ​ຈົງ​ຮັກ​ພັກ​ດີ​ດ້ານການທູດຈາກໄຕ້ຫວັນມາເປັນ ຈີນໃນປີ 2019 ນັ້ນ ຍັງສືບຕໍ່ເຮັດໃຫ້ເກີດຄວາມເຄັ່ງຕຶງ. ໃນວັນຈັນຜ່ານມານີ້, ທ່ານໂຊ​ກາ​ວາ​ເຣ (Sogavare) ໄດ້ລອດພົ້ນຈາກການລົງຄະແນນສຽງບໍ່ໄວ້​ວາງໃຈໂດຍບັນດາສະມາຊິກລັດ​ຖະສະພາ.

ໃນ​ການກ່າວໃຫ້​ຄຳ​ເຫັນ​ຢູ່ໃນ​ລັດຖະສະພາ​ນັ້ນ, ທ່ານແມັດ​ທີວ ເວ​ລ (Matthew Wale), ຜູ້ນຳ​ຝ່າຍ​ຄ້ານ, ​ໄດ້​ກ່າວ​ຫາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ວ່າໄດ້​ຮັບ​ອິດ​ທິ​ພົນ ຈາກ​ຈີນ​ຫລາຍ​ເກີນໄປ.​

ທ່ານ​ເວ​ລກ່າວ​ດັ່ງ​ນີ້: “ທ່ານ​ຮັບ​ໃຊ້​ໃຫ້​ແກ່ປະເທດມະຫາອຳນາດ. ມັນເປັນເລື່ອງທີ່ຂີ້ຮ້າຍຫລາຍ ທີ່ທຸລະກິດທັງຫຼາຍໄດ້ຖືກ​ປຸ້ນ​ສະ​ດົ​ມ ແລະທໍາລາຍ, ແຕ່ມັນທຽບບໍ່ໄດ້ເລີຍ, ທ່ານປະທານ, ໃນການປຽບທຽບກັບການປຸ້ນ​ສະ​ດົມທີ່ເກີດຂຶ້ນຢູ່ໃນຂັ້ນເທິງສຸດ ໂດຍທີ່ຊາວເກາະໂຊ​ໂລ​ມອນທໍາມະດາສ​າ​ມັນ​ເປັນ​ຜູ້​ໄດ້​ຮັບ​ຄວາມ​ເສຍ​ຫາຍ.”

ໃນທາງກົງກັນຂ້າມ, ທ່ານໂຊ​ກາ​ວາ​ເຣ (Sogavare) ກັບ​ກ່າວ​ອ້າງວ່າ ພວກ​ຕຳ​ໜິ​ທ່ານ​ ເປັນພວກຮັບ​ໃຊ້​ແກ່​ໄຕ້​ຫວັນ.

ທ່ານ​ກ່າວ​ດັ່ງ​ນີ້: "ປະຊາຊົນຜູ້ບໍລິສຸດຂອງ​ເກາ​ະມາ​ລາຍ​ຕາ (Malaita) ໄດ້ຖືກຕົວະຍົວະ ໂດຍພວກຕົວແທນເຫລົ່າ​ນີ້ຂອງໄຕ້ຫວັນ."

ຄວາມ​ຮຸນ​ແຮງ​ລະຫວ່າງ​ຊາວ​ເມືອງກວາດອ​ລ​ຄາແນ​ລ (Guadalcanal) - ຊຶ່ງ​ເປັນເກາະ​ທີ່​ຈະເລີນ​ຮຸ່ງ​ເຮືອງ​ເປັນ​ທີ່​ຕັ້ງ​ຂອງ​ນະຄອນຫຼວງໂຮ​ເນຍ​ຣາ ແລະ​ພວກ ຍົກ​ຍ້າຍຖິ່ນ​ຖານ​ຈາກ​ເກາ​ະມາ​ລາຍ​ຕາ (Malaita) ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ແຊກ​ແຊງ​ຂອງ​ກຳລັງ​ທີ່​ນຳພາ​ໂດຍ​ອອ​ສ​ເຕ​ຣ​ເລຍ ໃນ​ປີ 2003. ການ​ປະ​ຕິ​ບັດ​ງານ​ໃນ​ການຮັກສາ​ສັນຕິພາບ​ໄດ້​ແກ່ຍາວມາ​ຮອດ​ປີ 2017.

ປະ​ເທດໃນ​ຂົງ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕອນໃຕ້ແຫ່ງນັ້ນ​ມີ​ປະ​ຊາ​ຊົນ​ປະ​ມານ 700,000 ຄົນ, ສ່ວນ​ໃຫຍ່​ແມ່ນ​ຊົນ​ເຜົ່າຂອງເມ​ລາ​ເນ​ເຊຍ (Melanesian). ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ການ​ດຳ​ເນີນຄວາມ​ພະຍາຍາມ​ຮັກສາ​ສັນຕິພາບ​ທີ່​ນຳພາ​ໂດຍ​ອອສ​ເຕຣ​ເລຍ​ໃນ​ປັດຈຸບັນນີ້ ຈະ​ແກ່ຍາວ​ໄປຮອດດົນ​ປານ​ໃດ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG