ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ ນິວຢອກ ຈະກວດສອບ ບໍລິສັດທີ່ຂາຍ ຜູ້ຕິດຕາມ ສື່ສັງຄົມປອມ


ແອັບພລີເຄຊັນ Twitter ຢູ່ໜ້າຈໍໂທລະສັບມືຖື ໄຟໂຟນ, ລັດ ຟິລາແດລເຟຍ. 26 ເມສາ, 2017.
ແອັບພລີເຄຊັນ Twitter ຢູ່ໜ້າຈໍໂທລະສັບມືຖື ໄຟໂຟນ, ລັດ ຟິລາແດລເຟຍ. 26 ເມສາ, 2017.

ໄອຍະການສູງສຸດຂອງລັດ ນິວຢອກ ທ່ານ ເອຣິກ ສນີເດີແມນ "Eric
Schneiderman" ໄດ້ເປີດການສືບສວນສອບສວນ ບໍລິສັດນຶ່ງ ທີ່ຖືກກ່າວຫາວ່າ ໄດ້
ຂາຍລາຍຊື່ຜູ້ຕິດຕາມປອມໃຫ້ບັນດາຜູ້ໃຊ້ສື່ສັງຄົມທັງຫຼາຍ.

ບໍລິສັດ ເດວູມີ "Devumi," ໄດ້ຂາຍລາຍຊື່ປອມ ຫຼື ໂປຣແກຣມຄັອມພິວເຕີ (Bots)
ຫຼາຍກວ່າ 200 ລ້ານຄົນ, ໃຫ້ແກ່ຄົນຜູ້ມີຊື່ສຽງ, ພວກດາລານັກກິລາ ແລະ ບັນດານັກ
ການເມືອງ, ອີງຕາມລາຍງານຂອງໜັງສືພິມ New York Times.

ທ່ານ ສນີເດີແມນ ໄດ້ຂຽນຂໍ້ຄວາມລົງໃນ Twitter ວ່າ ການປອມຕົວ ແລະ ຫຼອກ
ລວງ ແມ່ນສິ່ງທີ່ຜິດກົດໝາຍ ພາຍໃຕ້ກົດໝາຍຂອງລັດນິວຢອກ. ພວກເຮົາໄດ້ເປີດ
ການສືບສວນສອບສວນບໍລິສັດ Devumi ແລະ ການຂາຍອັນທີ່ປາກົດວ່າແມ່ນ
bots ທີ່ໃຊ້ໃນການລັກຂໍ້ມູນສ່ວນຕົວ.”

ໜັງສືພິມ Times ລາຍງານວ່າ ມີບັນຊີ bots ຢ່າງໜ້ອຍ 55,000​ ບັນຊີ ທີ່ມີຊື່, ຮູບ,
ບ້ານເກີດ ແລະ ຂໍ້ມູນອື່ນໆທີ່ໄດ້ມາຈາກຄົນໃນ Twitter. ຂໍ້ມູນໄດ້ຖືກລັກມາຈາກຄົນ
ໃນທົ່ວທຸກລັດຂອງ ສະຫະລັດ ແລະ ປະເທດອື່ນໆອີກຫຼາຍກວ່າສິບປະເທດ, ອີງຕາມ
ການກ່າວຂອງໜັງສືພິມ Times.

ທ່ານ ສນີເດີແມນ ໄດ້ກ່າວວ່າ ການແຜ່ຫຼາຍຂອງ bots ໝາຍຄວາມວ່າ ສຽງທີ່ແທ້ຈິງ
ຕ່າງໆ ມັກຈະຖືກປົກປິດໄວ້ໃນການສົນທະນາໃນສະທາລະນະ. ພວກຄົນທີ່ສາມາດ
ຊື້ລາຍຊື່ປອມໄດ້ຫຼາຍທີ່ສຸດ ແມ່ນຈະສາມາດຊື້ຊ່ອງທາງ ທີ່ອາດນຳໄປສູ່ອັນທີ່ປາ
ກົດວ່າ ແມ່ນອິດທິພົນຂອງເຂົາເຈົ້າ.”

ໃນສື່ສັງຄົມ, ຕົວເລກຜູ້ຕິດຕາມສູງ ໝາຍເຖິງອິດທິພົນ ແລະ ການຮັບຮູ້ທີ່ຫຼາຍຂຶ້ນ,
ເຊິ່ງສາມາດມີຜົນກະທົບຕໍ່ຄວາມຄິດເຫັນຂອງມະຫາຊົນ ແລະ ສະໜອງຜົນປະ
ໂຫຍດດ້ານການເງິນທີ່ສ້າງຜົນກຳໄລຢ່າງຫຼວງຫຼາຍ ໃຫ້ແກ່ເຈົ້າໃນບັນຊີ Twitter
ພວກນັ້ນ.

ໃນເວັບໄຊທ໌ ຂອງເຂົາເຈົ້າ, ບໍລິສັດ Devumi ໄດ້ມອບໂອກາດໃຫ້ລູກຄ້າຂອງເຂົາ
ເຈົ້າ ເພື່ອຊື້ຜູ້ຕິດຕາມຫຼາຍເຖິງ 500,000 ຄົນ ສຳລັບເວັບໄຊທ໌ສື່ສັງຄົມລວມມີ
Twitter, YouTube. Linkedin, Pinterest, ແລະ Vimeo, ດ້ວຍລາຄາເລີ່ມຕົ້ນ
ຖືກສຸດເຖິງ 12 ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG