ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຂຸນສານ ສຫລ ພົບວ່າ ຜູ້ຊາຍ ເຊື້ອສາຍບອສເນຍ ມີຄວາມຜິດ (ວີດີໂອ)


ຮູບແຕ້ມນາຍ Adis Medunjanin ຜູ້ຖືກຄະນະຂຸນສານລັດຖະບານກາງ
ຕັດສິນວ່າກະທໍາຜິດ ໃນຂໍ້ຫາວາງແຜນລະເບີດລົດໄຟໃຕ້ດິນ ທີ່ນີວຢ໊ອກ
ຮູບແຕ້ມນາຍ Adis Medunjanin ຜູ້ຖືກຄະນະຂຸນສານລັດຖະບານກາງ ຕັດສິນວ່າກະທໍາຜິດ ໃນຂໍ້ຫາວາງແຜນລະເບີດລົດໄຟໃຕ້ດິນ ທີ່ນີວຢ໊ອກ

ຂຸນ​ສານ​ລັດຖະບານ​ກາງຄະນະ​ນຶ່ງຕັດສິນ​ວ່າຜູ້ຊາຍເຊື້ອສາຍ Bosnian ຄົນ​ນຶ່ງ ມີ​ຄວາມຜິດ​ ​ໃນ​ຂໍ້​ຫາ​ພະຍາຍາມ​ວາງລະ​ເບີດ​ລົດ​ໄຟ​ໃຕ້​ດິນ​ຂອງ​ນະຄອນນີວຢ໊ອກ ​ເມື່ອ​ປີ 2009 ​ໃຫ້​ແກ່​ກຸ່ມ​ອາລຄາ​ອີ​ດາ

ນາຍ Adis Medunjanin ປະ​ເຊີນ​ກັບ​ໂທດຈໍາ​ຄຸກ​ຕະຫລອດ​ຊີວິດ ​ເວລາ​ຜູ້ກ່ຽວ​ຖືກຕັດສິນ​ໂທດ​ເມື່ອ​ວັນ​ທີ່ 7 ​ເດືອນ​ກັນຍາທ້າຍ​ປີນີ້.

ຂຸນ​ສານ​ພົບ​ເຫັນ​ວ່າ​ຜູ້ກ່ຽວ​ມີ​ຄວາມ​ຜິດ​ເກົ້າກະທົງ​ໃນການ​ກໍ່​ການ​ຮ້າຍ​ໂຮມ​ທັງ​ວາງ​ແຜນ​ສັງຫານ​ທະຫານ​ອາ​ເມຣິກັນໃນ​ອັຟກາ​ນີສຖານ​ແລະ​ການຄົບ​ຄ້າ​ສະມາຄົມ​ກັບ​ກຸ່ມ​ອາລຄາ​ອີ​ດາ ນັ້ນ.

ພວກທະນາຍ​ຂອງນາຍ Medunjanin ບອກ​ສານ​ວ່າ ຜູ້ກ່ຽວ​ໄດ້​ຍົກ​ເລີກ​ແຜນການວາງ​ລະ​ເບີດ​ໂຈມ​ຕີ​ລະບົບ​ລົດ​ໄຟໃຕ້​ດິນທີ່ມີ​ຄົນ​ສັນຈອນ​ໄປມາ​ຫລາຍ​ທີ່ສຸດ​ຂອງ​ປະ​ເທດ​ນັ້ນ. ພວກ​ທະນາຍຄວາມ​ຍອມຮັບ​ວ່າ​ຜູ້ກ່ຽວ​ໄດ້ ​ເດີນທາງ​ໄປ​ປາ​ກີ​ສຖານ​ເພື່ອເຂົ້າຮ່ວມ​ກັບ​ກຸ່ມ​ຕາ​ລິ​ບານ ​ແຕ່​ກໍ​ກ່າວ​ວ່າ ຜູ້ ກ່ຽວ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ຈະ​ເຂັ່ນຂ້າແລະ​ທໍາລາຍສິ່ງ​ໃດໆ​ໃນນະຄອນ​ນີວຢ໊ອກ ​ເລີຍ.

​ແຕ່​ບັນດາ​ໄອ​ຍະ​ການລັດຖະບານ​ກາງ ​ໂຕ້​ແຍ້​ງວ່າ ນາຍ Medunjanin ​ແລະ​ຈໍາ​ເລຍ​ຮ່ວມ​ງານ​ອີກ​ສອງ​ຄົນ​ນັ້ນ​ໄດ້​ຮັບ​ການ​ເຝິກ​ແອບ​ປະຕິບັດ​ການ ທີ່​ຄ້າຍ​ກຸ່ມ​ອາລ ຄາ​ອີ​ດາ ​ແຫ່ງນຶ່ງ ບ່ອນ​ທີ່​ພວກ​ເຂົາ​ເຈົ້າຖືກຂໍ​ຮ້ອງ​ໃຫ້ທໍາ ການ​ໂຈມ​ຕີ​ດ້ວຍລະ​ເ​ບີ​ດສະຫລະ​ຊີບ​ຢູ່​ໃນ​ສະຫະລັດ.

​ເປົ້າໝາຍ​ອື່ນໆ​ອີກ ​ທີ່​ພວກ​ເຂົາ​ເຈົ້າ​ແນ​ໃສ່ນັ້ນ ​ແມ່ນ​ມີໂຮມ​ທັງ​ຕະຫຼາດຊື້​ຂາຍ​ຮຸ້ນ ສະຖານີ​ລົດ​ໄຟ ​ແລະຈະຕຸ​ລັດ Times Square ທີ່​ມີຊື່​ສຽງ​ໃນ ນະຄອນ​ນີວຢ໊ອກ.

​ຈໍາ​ເລີຍອີກ​ສອງ​ຄົນ​ໄດ້​ຍອມຮັບ​ຜິດ​ຕໍ່​ສານ ​ແລະ​ໃຫ້​ຄວາມ​ຮ່ວມ​ມື​ເ​ປັນ​ຢ່າງ ດີ​ກັບລັດຖະບານ​ຂະນະ​ລໍຖ້າ​ຄໍາ​ພິພາກສາ.

XS
SM
MD
LG