ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຟໄໝ້ ຕຶກແຫ່ງນຶ່ງ ໃນນະຄອນນິວຢອກ ເຮັດໃຫ້ 12 ຄົນ ເສຍຊີວິດ


ພວກດັບເພີ່ງກຳລັງຕໍ່ສູ້ກັບການມອດໄຟຢູ່ຕືກ ໃນເຂດບຣອງສ໌ ໃນນະຄອນນິວຢອກ ວັນທີ 28 ທັນວາ 2017.
ພວກດັບເພີ່ງກຳລັງຕໍ່ສູ້ກັບການມອດໄຟຢູ່ຕືກ ໃນເຂດບຣອງສ໌ ໃນນະຄອນນິວຢອກ ວັນທີ 28 ທັນວາ 2017.

ໄຟ​ໄໝ້ຕຶກອາພາດ​ເມັນ​ຫລັງ​ນຶ່ງ​ໃນເຂດ​ເທດສະບານ​ນ້ອຍໆ ຢູ່ທາງ​ພາ​ກ​ເໜືອ​ສຸດ​ຂອງ
​ນະຄອນ​ນິວຢອກ ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ສິບກວ່າ​ຄົນ.

​ທ່ານ​ບີວ​ລ ​ເດີ ບລາສຊິ​ໂອ ເຈົ້າ​ເມືອງຂອງ​ເຂດ​ເທ​ດສະບາ​ນດັ່ງກ່າວ​ເວົ້າວ່າ ​ໄຟໄໝ້ຢູ່​
ຄຸ້ມ​ບຣອງສ໌ ​ໄດ້​ເຮັດ​ໃຊ້​ຊາວ​ນະຄອນ​ນິວຢອກ 12 ຄົນ​ເສຍ​ຊີວິດ “ຊຶ່ງລວມທັງ​ເດັກນ້ອຍ
​ອາຍຸ​ນຶ່ງ​ປີຄົນ​ນຶ່ງ.”

ທ່ານ​ເຈົ້າ​ເມືອງ​ກ່າວ​ອີກວ່າ “ພວກ​ເຮົາອາດຈະ​ສູນ​ເສຍ​ຄົນ​ອື່ນໆ​ອີກດ້ວຍ.”

ທ່ານ​ດາ​ນຽນ ນິ​ໂກຣ ຄະນະ​ກຳມາ​ທິການດ້ານ​ດັບ​ເພີງ ພັນ​ລະນາວ່າ ​ໄຟ​ທີ່​ເລີ້ິມ​ໄໝ້​ໃນ
​ຕອນ​ແລງ​ວັນ​ພະຫັດວານ​ນີ້ ​ເປັນໄຟໄໝ້ “ຄັງ​ໃຫຍ່​ສຸດ​ໃນປະຫວັດສາດ” ​ເພາະ​ວ່າ ມີ​ຈຳນວນຄົນ​ເສຍ​ຊີວິດ ທີ່​ຫລາຍ.

ພວກດັບເພີ່ງ ກຳລັງຕໍ່ສູ້ກັບໄຟໄໝ້ທີ່ຄຸ້ມບຣອງສ໌ ໃນນະຄອນນິວຢອກ ວັນທີ 28 ທັນວາ 2017.
ພວກດັບເພີ່ງ ກຳລັງຕໍ່ສູ້ກັບໄຟໄໝ້ທີ່ຄຸ້ມບຣອງສ໌ ໃນນະຄອນນິວຢອກ ວັນທີ 28 ທັນວາ 2017.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ພວກ​ດັບ​ເພີງ​ປະມານ 170 ຄົນ​ ໄດ້​ຕໍ່ສູ້​ມອດ​ໄຟດັ່ງກ່າວ ​ແລະ
ກໍ​ຊ່ວຍ​ພວກ​ທີ່ອາ​ໄສຢູ່​ໃນ​ຕຶກຫລົບ​ໜີອອກ​ໄປ.

​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ ​ເທື່ອ​ວ່າ​ແມ່ນ​ຫຍັງ​ຄືສາ​ເຫດ​ຂອງ​ໄຟ​ໄໝ້ຢູ່ໃນ​ຕອນ​ຄໍ່​າຄືນ​ທີ່​ມີ​ອາ
ກາດ​ໜາວ​ຈັດ​ຢູ່​ຕຶກ​ຫ້າ​ຊັ້ນ ຊຶ່ງ​ເປັນ​ຕຶກ​ທີ່ຄົນ​ຕ້ອງ​ໄດ້​ຍ່າງ​ຂຶ້ນ​ລົງ​ເອົາ​ ຍ້ອນ​ບໍ່ມີ​ລິ​ຟ
ນັ້ນ​ເທື່ອ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ຢ່າງ​ໜ້ອຍມີ​ສີ່​ຄົນທີ່​ໄດ້​ຮັບ​ບາດ​ເຈັບ​ໜັກ​ຈາກ​ການ​ຖືກ​ໄຟ​ໄໝ້ ທີ່
ຢູ່່​ຫ່າງ​ຈາກ​ສວນສັດບຣອງສ໌ ທີ່​ມີ​ຊື່ສຽງ​ໂດ່​ງດັງ​ລະດັບ​ໂລກ​ແຫ່ງ​ນຶ່ງ​ບລອກທີ່​ຮູ້​ກັນ​ດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Bronx Fire
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG