ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຄອມພິວເຕີ ອາດແຜ່ລາມຫຼາຍ ກວ່າເກົ່າ ໃນສັບປະດາ ເຮັດວຽກໃໝ່


ຜູ້ຊາຍຄົນໜຶ່ງພິມໜັງສືຢູ່ຄອມພິວເຕີ ທີ່ສະແດງໃຫ້ເຫັນລະຫັດ ຄອມພິວເຕີ.
ຜູ້ຊາຍຄົນໜຶ່ງພິມໜັງສືຢູ່ຄອມພິວເຕີ ທີ່ສະແດງໃຫ້ເຫັນລະຫັດ ຄອມພິວເຕີ.

ການໂຈມຕີທາງຄອມພິວເຕີທີ່ໄດ້ເຂົ້າຄວບຄຸມຄອມພິວເຕີຫຼາຍໜ່ວຍໃນ 150 ປະເທດ ອາດແຜ່ລາມຕໍ່ໄປໃນວັນຈັນມື້ນີ້, ໃນຂະນະທີ່ປະຊາຊົນກັບຄືນມາເຮັດວຽກໃນສັບປະ
ດາໃໝ່ ແລະ ໃຊ້ຄອມພິວເຕີທີ່ອາດບໍ່ໄດ້ປັບປຸງລະບົບປ້ອງກັນຄວາມປອດໄພ.

ອົງການຕຳຫຼວດ ຢູໂຣບ ໄດ້ກ່າວໃນວັນອາທິດວານນີ້ວ່າ ການໂຈມຕີດັ່ງກ່າວໄດ້ສົ່ງຜົນ
ກະທົບໃຫ້ອົງການຈັດຕັ້ງຕ່າງໆຫຼາຍກວ່າ 100,000 ແຫ່ງ ດ້ວຍອັນທີ່ເອີ້ນວ່າ
Ransomeware ຫຼື ເຄື່ອງມືຮຽກຄ່າໄຖ່, ເຊິ່ງມັນຈະລັອກເອກະສານຕ່າງໆໃນຄອມພິວ
ເຕີໄວ້ ຈົນກວ່າວ່າຄ່າໄຖ່ຈະຖືກຊຳລະ.

ຜູ້ນວຍການຕຳຫຼວດ ຢູໂຣບ ທ່ານ Rob Wainwright ໄດ້ກ່າວຕໍ່ໂທລະພາບ ITV ວ່າ “ຂ້າພະເຈົ້າເປັນຫ່ວງ ກ່ຽວກັບ ຕົວເລກທີ່ຈະສືບຕໍ່ເພີ່ມຂຶ້ນເມື່ອຄົນເລີ່ມໄປເຮັດວຽກ
ແລະ ເປີດຄອມພິວເຕີຂອງພວກເຂົາເຈົ້າໃນວັນຈັນມື້ນີ້.”

ຜູ້ຊ່ຽວຊານດ້ານຄວາມປອດໄພຄອມພິວເຕີ ໄດ້ໃຫ້ການຮັບປະກັນຕໍ່ຜູ້ໃຊ້ຄອມພິວເຕີ
ສ່ວນບຸກຄົນວ່າ ຜູ້ໃດທີ່ປັບປຸງລະບົບການປະຕິບັດງານຂອງພວກເຂົາເຈົ້າ ຄອມພິວເຕີ
ຂອງພວກເຂົາເຈົ້າກໍຈະຢູ່ໃນສະພາບທີ່ປອດໄພພໍສົມຄວນ. ແຕ່ໄດ້ຮຽກຮ້ອງບັນດາບໍລິ
ສັດ ແລະ ລັດຖະບານຕ່າງໆໃຫ້ຮັບປະກັນວ່າ ພວກເຂົາເຈົ້າລົງລະບົບປະຕິບັດງານຮັກ
ສາຄວາມປອດໄພ ຫຼື ປັບປຸງລະບົບໃໝ່.

ພວກຜູ້ຊ່ຽວຊານໄດ້ແນະນຳວ່າ ຜູ້ໃດທີ່ເຄືອຂ່າຍຂອງພວກເຂົາເຈົ້າໄດ້ຖືກປິດໂດຍ
ການໂຈມຕີຮຽກຄ່າໄຖ່ນັ້ນ ບໍ່ຄວນຈ່າຍເງິນເຊິ່ງມີມູນຄ່າເທົ່າກັບ 300 ໂດລາ ຈ່າຍໃນ
ສະກຸນເງິນທາງດິຈິຕອລ Bitcoin.

ແນວໃດກໍຕາມ, ພວກເຈົ້າຂອງເຄື່ອງມືຮຽກຄ່າໄຖ່ “Wannacry” ກໍໄດ້ບອກພວກ
ເຫຍື່ອທັງຫຼາຍຂອງຕົນວ່າ ຈຳນວນເງິນຈະເພີ່ມຂຶ້ນເປັນສອງເທົ່າໂຕ ຖ້າບໍ່ປະຕິບັດຕາມ
ຄຳຮຽກຮ້ອງພາຍໃນສາມມື້ຕາມກຳນົດ ຊຶ່ງໃນຫຼາຍໆກໍລະນີ ຈະແມ່ນພາຍໃນວັນຈັນມື້
ນີ້. ແລະ ພວກນັກເຈາະຂໍ້ມູນ ຫຼື ແຮັກເກີເຫຼົ່ານັ້ນ ໄດ້ເຕືອນວ່າ ພວກເຂົາຈະລຶບເອກະ ສານທຸກສະບັບທີ່ຖືກກະທົບໃນລະບົບຖິ້ມໝົດ ຖ້າບໍ່ຈ່າຍເງິນພາຍໃນເຈັດມື້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG