ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ທິດ​ໃໝ່ແລ້ວ, ກໍຍັງເກີດ​ການ​ປະ​ທ້ວງ​ ຄັ້ງ​ໃໝ່ອີກ ໃນ ຮົງ​ກົງ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເລົ່າ​ເລື່ອງຂອງ​ລາວ​ໃນ​ລະ​ຫວ່າງ​ການຊຸມ​ນຸມ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ໃນ ຮົງ​ກົງ. 2 ກັ​ນ​ຍາ, 2019.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເລົ່າ​ເລື່ອງຂອງ​ລາວ​ໃນ​ລະ​ຫວ່າງ​ການຊຸມ​ນຸມ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ໃນ ຮົງ​ກົງ. 2 ກັ​ນ​ຍາ, 2019.

ບັນ​ດາ​ນັກ​ຮຽນ​ມັດ​ທະ​ຍົມ ຮົງ​ກົງ ໄດ້​ເຕົ້າ​ໂຮມ​ກັນ​ໃນ​ສວນ​ສາ​ທາ​ລະ​ນະ​ແຫ່ງ​ນຶ່ງ ໃນ​ວັນ
ທີ່ເປັນມື້ທຳອິດຂອງປີຮຽນໃໝ່ໃນວັນຈັນມື້ນີ້ ໃນການນັດປະທ້ວງເພື່ອສະແດງໃຫ້ເຫັນ
ການສະໜັບສະໜູນທີ່ສືບຕໍ່ມາ ສຳລັບການເຄື່ອນໄຫວສະໜັບສະໜູນປະຊາທິປະໄຕ.

ກ່ອນ​ໜ້າ​ນັ້ນ, ຜູ້​ປະ​ທ້ວງ​ໄດ້​ກໍ່​ກວນ​ການ​ສັນ​ຈອນ​ໃນ​ຕອນ​ເຊົ້າ​ຂອງວັນ​ຈັນ​ມື້ນີ້ ດ້ວຍ​
ການຕັນທາງປະຕູລົດໄຟ.

ໃນ​ວັນ​ອາ​ທິດ​ວານນີ້ ຜູ້​ປະ​ທ້ວງ​ທີ່​ຕໍ່​ສູ້​ເພື່ອ​ສິ​ດ​ທິ​ປະ​ຊາ​ທິ​ປະ​ໄຕ​ໄດ້​ກັນ​ທາງ​ເຂົ້າ​ສະ​ໜາມ
ບິນສາກົນ, ຈູດໄຟເພື່ອຕັນຫົນທາງ, ກີດກັ້ນທາງເຂົ້າສູ່ອາຄານລົດເມສະໜາມບິນ ແລະ
ເຮັດໃຫ້ບັນດາເຈົ້າໜ້າທີ່ຂົນສົ່ງ ຕ້ອງຢຸດການບໍລິການລົດໄຟໄປຫາສະຖານທີ່ດັ່ງກ່າວ
ຊົ່ວຄາວ.

ການ​ປະ​ທ້ວງ​ໄດ້​ເຮັດ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕ້ອງ​ຍົກ​ເລີກ​ບາງ​ຖ້ຽວ​ບິນ, ເຊິ່ງ​ໄດ້​ບັງ​ຄັບ​ໃຫ້
ນັກເດີນທາງທັງຫຼາຍ ຕ້ອງຍ່າງໄປຫາຕົວເມືອງເປັນເວລາຫຼາຍຊົ່ວໂມງ.

ຜູ້​ປະ​ທ້ວງ​ຂອງວັນ​ອາ​ທິດ​ວານນີ້ຫຼາຍ​ຄົນ ​ຢາກ​ທຳ​ການ​ແກ້​ແຄ້ນ​ແບບ​ດຽວ​ກັນ ຫຼັງ​ຈາກ
ຕຳຫຼວດປາບປາມຈະລາຈົນໃນວັນເສົາທີ່ຜ່ານມາ ໄດ້ທຸບຕີຜູ້ໂດຍສານລົດໄຟດ້ວຍໄມ້
ຄ້ອນ ແລະ ສີດສະເປໝາກເຜັດໃສ່ເຂົາເຈົ້າຈົນປຽກ ໃນເວລາທີ່ດຳເນີນການຈັບກຸມ.
ຜູ້ທີ່ຖືກໂຈມຕີສ່ວນໃຫຍ່ແມ່ນບໍ່ໄດ້ຖືກຈັບ.

ພວກ​ໄວ​ລຸ້ນ​ດັ່ງ​ກ່າວ, ຜູ້ທີ່ຜິດ​ຫວັງ​ກັບ​ຮ່າງ​ກົດ​ໝາຍ​ທີ່​ອາດ​ເຮັດ​ໃຫ້ ຈີນ ແຜ່ນ​ດິນ​ໃຫຍ່​ມີ
ສ່ວນຮ່ວມຢ່າງເລິກເຊິ່ງ ໃນບັນຫາທາງກົດໝາຍຂອງເມືອງທີ່ວ່ານັ້ນ, ໄດ້ແນເປົ້າໃສ່
ສະໜາມບິນ ດັ່ງກັບສູນກາງທີ່ມີຄວາມສ່ຽງ ບ່ອນຜູ້ປະທ້ວງໄດ້ດຶງດູດການອອກຂ່າວ
ຢ່າງຫຼວງຫຼາຍ.

ນອກ​ຈາກ​ນັ້ນ, ເຂົາ​ເຈົ້າ​ກໍ​ໄດ້​ສະ​ແດງ​ຄວາມ​ໂມ​ໂຫ​ໃສ່​ບໍ​ລິ​ສັດ​ຂົນ​ສົ່ງ​ໃນ​ຕົວ​ເມືອງ ຮົງ​ກົງ,
ເຊິ່ງແມ່ນບໍລິສັດ MTR Corp ດ້ວຍການທຳລາຍສະຖານີແຫ່ງນຶ່ງໃນວັນອາທິດວານນີ້,
ຫຼາຍຊົ່ວໂມງຫຼັງຈາກຜູ້ປະທ້ວງໄດ້ສ້າງຄວາມເສຍຫາຍຢ່າງໜັກໃສ່ອີກ 32 ສະຖານີ.

ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ອະ​ນຸ​ຍາດ​ໃຫ້​ຕຳຫຼວດ​ໄລ່, ໂຈມ​ຕີນ ແລະ ຈັບ​ຄົນ​ຜູ້​ທີ່​ຢູ່​ພາຍ​ໃນ​ສະ​
ຖານີນັ້ນ, ເຊິ່ງໄດ້ຍຸແຍ່ໃຫ້ຜູ້ປະທ້ວງ ແລະ ຜູ້ທີ່ອາໄສຢູ່ໃນທ້ອງຖິ່ນຄຽດແຄ້ນ.

ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໃນ​ເດືອນ​ແລ້ວນີ້, ລັດ​ຖະ​ບານ​ໄດ້​ພະ​ຍາ​ຍາມ​ທີ່​ຈະຕໍ່​ຕ້ານ​ຜູ້​ປະ
ທ້ວງ, ແລະ ກີດກັ້ນກຸ່ມໃໝ່ຈາກການເດີນທາງຮອດ ດ້ວຍການປິດການບໍລິການລົດ
ໄຟຄວາມໄວສູງທີ່ເຊື່ອມຕໍ່ສະໜາມບິນກັບສູນກາງການຄ້າໃນເມືອງ ຄາວລູນ ແລະ
ເກາະຮົງກົງ. ເຫດການດັ່ງກ່າວນັ້ນໄດ້ເຮັດໃຫ້ຜູ້ປະທ້ວງ ຮົງກົງ ຕ້ອງຍ່າງເປັນໄລຍະ
ໄກ ກ່ອນທີ່ຂະບວນຄົນຂັບລົດຈຳນວນຫຼາຍຈະເດີນທາງໄປຮອດເພື່ອຮັບເອົາເຂົາ
ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG