ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄາດກັນວ່າ ຈະມີຄື້ນຟອງໃໝ່ຂອງການບິດເບືອນຂໍ້ມູນ ໃນວັນກ່ອນໜ້າ ການເລືອກຕັ້ງກາງສະໄໝ ຂອງສະຫະລັດ


ຄົນງານຢູ່ທີ່ໜ່ວຍເລືອກຕັ້ງ ພິມບັດເລືອກຕັງ ຈາກເຄື່ອງພິມຂອງຄະນະກຳມະການເລືອກຕັ້ງ ເມື່ອຕອນເຊົ້າໃນການເລືອກຕັ້ງ ຢູ່ໜ່ວຍເລືອກຕັ້ງ ທີ່ໂຮງຮຽນມັດທະຍົມ Frank McCourt ໃນລັດນິວຢອກ, ວັນທີ 1 ພະຈິກ 2022.
ຄົນງານຢູ່ທີ່ໜ່ວຍເລືອກຕັ້ງ ພິມບັດເລືອກຕັງ ຈາກເຄື່ອງພິມຂອງຄະນະກຳມະການເລືອກຕັ້ງ ເມື່ອຕອນເຊົ້າໃນການເລືອກຕັ້ງ ຢູ່ໜ່ວຍເລືອກຕັ້ງ ທີ່ໂຮງຮຽນມັດທະຍົມ Frank McCourt ໃນລັດນິວຢອກ, ວັນທີ 1 ພະຈິກ 2022.

ພວກບໍລິສັດຜະລິດເຄື່ອງນັບຄະແນນສຽງ ແມ່ນເປັນໄປໄດ້ສູງທີ່ຈະຕົກເປັນເປົ້າໝາຍຂອງຄື້ນຟອງໃໝ່ໃນການບິດເບືອນຂໍ້ມູນ ທີ່ມີເຈດຕະນາເພື່ອສ້າງຄວາມບໍ່ໜ້າເຊື່ອຖືໃນຜົນການເລືອກຕັ້ງ ຂະນະທີ່ຊາວອາເມຣິກັນຜູ້ມີສິດອອກສຽງກຳລັງພາກັນມຸ້ງໜ້າໄປໜ່ວຍເລືອກຕັ້ງໃນວັນອັງຄານມື້ນີ້.

ບັນດາເຈົ້າໜ້າທີ່ສະຫະລັດ ລວມທັງພວກເຈົ້າໜ້າທີ່ ໃນອົງການຫຼັກ ທີ່ຮັບຜິດ ຊອບ ດ້ານການຮັກສາຄວາມປອດໄພໃນການເລືອກຕັ້ງ ເຊັ່ນອົງການ ຮັກສາຄວາມປອດໄພທາງໄຊເບີ ແລະພື້ນຖານໂຄງລ່າງ ຫຼື CISA ກໍໄດ້ຕອບໂຕ້ຄືນຕໍ່ຂໍ້ກ່າວຫາຕ່າງໆນາໆທີ່ມີມາຢ່າງຕໍ່ເນື່ອງ ໂດຍໃຫ້ຂໍ້ສັງເກດເຖິງ ສຽງສະທ້ອນຂອງພວກເຂົາຫຼາຍຄົນແມ່ນຄ້າຍຄືກັນ ຂໍ້ກ່າວຫາທັງຫຼາຍ ໄດ້ຖືກຫັກລ້າງມາແລ້ວ ຈາກການເລືອກຕັ້ງປີ 2020.

ມັນຍັງເປັນຂໍ້ຄວາມທີ່ໄດ້ຖືກສະທ້ອນອອກມາ ແມ່ນແຕ່ທຳນຽບຂາວ.

“ພວກເຮົາເຊື່ອວ່າ ຊາວອາເມຣິກັນສມາດ ແລະຄວນໄປໜ່ວຍເລືອກຕັ້ງຕ່າງໆ ໂດຍຮູ້ສຶກສະບາຍໃຈໄດ້ ທີ່ທຸກສິ່ງທຸກຢ່າງ ກຳລັງຖືກເຮັດໄປເພື່ອຮັບປະກັນວ່າ ອັນນີ້ເປັນທີ່ເສລີ ແລະເປັນທຳ ແລະການເລືອກຕັ້ງທີ່ປອດໄພ” ທ່ານຈອນເຄີບີ ຜູ້ປະສານງານຮັບຜິດຊອບດ້ານການສື່ສານຍຸດທະສາດ ຂອງສະພາຄວາມໝັ້ນຄົງແຫ່ງຊາດ ທີ່ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນສຸກທີ່ຜ່ານມານີ້.

ເຄື່ອງນັບຄະແນນສຽງ ຖືກເກັບມ້ຽນໄວ້ຢູ່ທີ່ສາງ ພະແນກເລືອກຕັ້ງຂອງເຂດອາລເບີເກນນີ ຄາວຕີ ໃນນະຄອນ ພິຕສເບີກ (Pittsburgh) ກ່ອນທີ່ຈະຖືກຂົນສົ່ງໄປຍັງໜ່ວຍເລືອກຕັ້ງແຫ່ງຕ່າງທົ່ວເຂດອາລເບີເກນນີ ຄາວຕີ, ວັນທີ 3 ພະຈິກ 2022.
ເຄື່ອງນັບຄະແນນສຽງ ຖືກເກັບມ້ຽນໄວ້ຢູ່ທີ່ສາງ ພະແນກເລືອກຕັ້ງຂອງເຂດອາລເບີເກນນີ ຄາວຕີ ໃນນະຄອນ ພິຕສເບີກ (Pittsburgh) ກ່ອນທີ່ຈະຖືກຂົນສົ່ງໄປຍັງໜ່ວຍເລືອກຕັ້ງແຫ່ງຕ່າງທົ່ວເຂດອາລເບີເກນນີ ຄາວຕີ, ວັນທີ 3 ພະຈິກ 2022.

ແຕ່ການຄົ້ນຄວ້າໃໝ່ ຈາກບໍລິສັດດ້ານຄວາມປອດໄພທາງໄຊເບີ ຊື່ວ່າ Recorded Future ພົບເຫັນວ່າ ມີສັນຍານບົ່ງຊີ້ວ່າ ຄວາມພະຍາຍາມບິດເບືອນຂໍ້ມູນທີ່ພົວພັນກັບເຄື່ອງນັບຄະແນນສຽງ ແລະລະບົບການລົງຄະແນນສຽງ ແມ່ນເປັນໄປໄດ້ສູງທີ່ຈະເພີ້ມສູງຂຶ້ນໃນມື້ການເລືອກຕັ້ງ ແລະໃນຫຼາຍມື້ຫຼັງຈາກນັ້ນ ເຖິງແມ່ນວ່າ ຄວາມພະຍາຍາມທັງຫຼາຍ ຈະບໍ່ເທົ່າກັບຄວາມຮຸນແຮງຂອງສອງປີກ່ອນນັ້ນກໍຕາມ.

ບໍລິສັດນີ້ ໄດ້ກ່າວໃນບົດລາຍງານ ທີ່ໄດ້ຖືກເປີດເຜີຍໃນວັນຈັນວານນີ້ ວ່າ “Recorded Future ໄດ້ລະບຸຂໍ້ກ່າວອ້າງຕ່າງໆຈຳນວນຫຼວງຫຼາຍ ໃນທົ່ວຫຼາຍສື່ສັງຄົມ ທັງກະແສຫຼັກ ແລະກະແສທາງເລືອກອື່ນໆ ໂດຍຊີ້ແນະວ່າ ເທັກໂນໂລຈີທັງຫຼາຍ...ຈະຖືກນຳໃຊ້ ເພື່ອ “ບິດເບືອນ” ຜົນຂອງການເລືອກ ຕັ້ງກາງສະໄໝ.”

ບົດລາຍງານ ກ່າວຕື່ມວ່າ “ມັນເປັນໄດ້ສູງວ່າ ການຜິດ ແລະ ການບິດເບືອນຂໍ້ມູນ ທີ່ພົວພັນກັບເທັກໂນໂລຈີ້ການລົງຄະແນນສຽງ ຈະເປັນເລື້ອງສຳຄັນທີ່ສຸດ ໃນເຂດອຳນາດການປົກຄອງ ທີ່ກຳລັງປະເຊີນໜ້າ ໂດຍສະເພາະການແຂ່ງຂັນທີ່ເອົາຈິງເອົາຈັງ ເຊັ່ນວ່າ ການເລືອກຕັ້ງເອົາຕຳແໜ່ງຂອງຜູ້ທີ່ທຳລົງຕຳແໜ່ງໃນປັດຈຸບັນ ທີ່ລັດອາຣີໂຊນາ ນັ້ນ.”

ສ່ວນລັດອື່ນ ເປັນໄປໄດ້ສູງທີ່ຈະປະເຊີນກັບການກວດສອບຢ່າງໜັກຈາກການໂຄສະນາຫາສຽງທີ່ບິດເບືອນຂໍ້ມູນ ໂດຍແນໃສ່ຄວາມໜ້າເຊື່ອຖື ຂອງລະບົບການລົງຄະແນນສຽງ ທີ່ລວມມີ ລັດວິສຄອນຊິນ ມິຊິແກັນ ເນວາດາ ແລະ ຟລໍຣິດາ ດັ່ງທີ່ລາຍງານໄດ້ກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG