ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ເມສາ ໒໐໒໕

ຄື້ນຟອງໃໝ່ຂອງນັກທ່ອງທ່ຽວຊາວຈີນ ແລະນັກທຸລະກິດ ທີ່ພາກັນເດີນທາງໄປຍັງປະເທດເກາະ ເຊແຊລສ໌


ຄື້ນຟອງໃໝ່ຂອງນັກທ່ອງທ່ຽວຊາວຈີນ ແລະນັກທຸລະກິດ ພາກັນເດີນທາງໄປຍັງປະເທດເກາະ ເຊແຊລສ໌

ໝູ່​ເກາະ ເຊແຊລສ໌ (Seychelles) ທີ່ຢູ່​ນອກ​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ອາ​ຟຣິ​ກາ ແມ່ນເປັນ​ບ່ອນລວມຂອງ​ວັດ​ທະ​ນະ​ທຳທີ່ຫຼາກຫຼາຍ. ບັນດາຜູ້​ອາໄສຢູ່ທີ່ນັ້ນ​ມາ​ເປັນ​ເວລາ​ດົນ​ນານແມ່ນລວມ​ມີ​ຄົນ​ທີ່​ມີ​ເຊື້ອສາຍ​ຈີນ. ​ແຕ່​ການ​ລົງທຶນ​ຂອງ​ປັກ​ກິ່ງ​ໃນ​ປະ​ເທດທີ່ຕັ້ງຢູ່ໃນທະເລ​ຍຸດ​ທະ​ສາດ ​ຍັງ​ໄດ້​ດຶງ​ດູດ​ຜູ້ທີ່ເຂົ້າມາ​ໃໝ່​ຈາກ​ຈີນ​ທີ່ຕ້ອງ​ການ​ດຳ​ເນີນ​ທຸລະ​ກິດ​ກັບ​ປະ​ເທດ​ເກາະ​ແຫ່ງນີ້ນຳອີກດ້ວຍ. ເຄຕທ໌ ບາຣເລຕທ໌ ມີລາຍງານຈາກເກາະຫຼັກ ມາເຮ ເຊິ່ງພວກເຮົາມີລາຍລະອຽດມາສະເໜີທ່ານ.

ລົດຊາດແບບຈີນ, ບາງຄັ້ງກໍມີລົດຊາດແບບ ຄຣີໂອລ (creole) ໜ້ອຍນຶ່ງ.....

ນາງ ມອລລີ ໂຣສເຊລີ, ຊາວ ເຊແຊລສ໌ ທີ່ມີເຊື້ອສາຍຈີນກ່າວເປັນພາສາອັງກິດວ່າ “ເຊັ່ນວ່າ ສ່າວ ມີນ (chow mien), ມັນ​ແມ່ນ​ອາ​ຫານ​ຈີນ – ມັນ​ແມ່ນ​ຈາວ​ມ້ຽນ (chao mian). ມ້ຽນ (Mian) ແປວ່າ ໝີ່, ແຕ່ພວກເຮົາເວົ້າວ່າ ສ່າວ ມີ່ນ (chow min). ດັ່ງນັ້ນ, ມັນໄດ້ຖືກປຸງແຕ່ງຢູ່ໃນອາຫານຄຣີໂອລ.”

ຊາວຈີນທີ່ມີວັດທະນະທໍາຂອງເຊແຊລສ໌ ບໍ່ພຽງແຕ່ໄດ້ຖືກສະທ້ອນໃຫ້ເຫັນຢູ່ໃນອາຫານຢູ່ທີ່ນີ້ເທົ່ານັ້ນ, ແຕ່ມັນຍັງເປັນສ່ວນນຶ່ງຂອງຄວາມເປັນມາຂອງປະຊາຊົນ ຄືນາງ ມອລລີ ໂຣສເຊລີ ແລະຜູ້ຢູ່ອາໄສຄົນອື່ນໆໃນ ເຊແຊລສ໌ ທີ່ມີບັນພະບູລຸດເປັນຄົນຈີນນຳອີກດ້ວຍ. ນາງ ໂຣສເຊລີ ເວົ້າພາສາຈີນກາງໄດ້ຢ່າງລ່ຽນໄຫຼ ແລະໄດ້ນຳສະເໜີວັດທະນະທໍາທ້ອງຖິ່ນໃຫ້ກັບບັນດານັກທ່ອງທ່ຽວ ແລະນັກທຸລະກິດຊາວຈີນກຸ່ມໃໝ່ ຢູ່ທີ່ນີ້.

ແນວໃດກໍຕາມ, ບັນດາຜູ້ທີ່ເດີນທາງເຂົ້າມາໃຫມ່ຈາກຈີນ ແລະບັນດາຜູ້ທີ່ອາໄສຢູ່ທີ່ນີ້ມາເປັນເວລາດົນນານ ບໍ່ໄດ້ມີຄວາມຄ້າຍຄືກັນຫຼາຍປານໃດ, ທ້າວ ພອລ ສ່າວ ເຊິ່ງມີເຊື້ອສາຍຈີນເຊັ່ນດຽວກັນ ກ່າວ.

ທ້າວ ພອລ ສ່າວ, ຊາວເຊແຊລສ໌ທີ່ມີບັນພະບູລຸດເປັນຄົນຈີນ ກ່າວເປັນພາສາອັງກິດວ່າ:

"ຂ້ອຍເວົ້າແຕ່ພາສາຄຣີໂອລ. ແລະພວກເຂົາເວົ້າແຕ່ພາສາຈີນເທົ່ານັ້ນ, ດັ່ງນັ້ນບໍ່ມີທາງທີ່ຂ້ອຍຈະສາມາດໂອ້ລົມກັບພວກເຂົາໄດ້."

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈີນໄດ້ສຸມຄວາມສົນໃຈ​ຂອງ​ຕົນໄປທີ່ ເຊແຊລສ໌ ທີ່​ຕັ້ງຢູ່ໃນເຂດຍຸດ​ທະ​ສາດ, ເຊິ່ງທີ່ຕັ້ງ​ຂອງປະເທດດັ່ງກ່າວ ​ໄດ້​ເຮັດ​ໃຫ້​ມັນ​ເຂົ້າ​ເຖິງ​ອາ​ຟຣິກາ, ຕາ​ເວັນ​ອອກ​ກາງ ​ແລະ​ເອເຊຍ​ໃຕ້ ​ໄດ້​ງ່າຍ. ເກາະ​ແຫ່ງ​ນີ້ ​ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ເມື່ອ​ພໍ່​ຂອງທ້າວ ສ່າວ ມາ​ຮອດ.

ທ້າວ ພອລ ສ່າວ ກ່າວເປັນພາສາອັງກິດວ່າ “ພໍ່​ຂອງ​ຂ້ອຍ​ໄດ້ມາ ເກາະເຊແຊລສ໌ ໃນ​ປີ 1943, ຂ້ອຍ​ຄິດວ່າ. ແຕ່ລາວໄດ້ມາທີ່ ເຊແຊລສ໌ ໂດຍບັງເອີນ.”

ພໍ່ຂອງທ້າວ ສ່າວ ມີຕົ້ນກໍາເນີດມາຈາກພາກໃຕ້ຂອງຈີນ ກໍາລັງເດີນທາງໄປ ປະເທດມາດາກັສກາ, ເຊິ່ງເປັນສະຖານທີ່ທີ່ເປັນທີ່ນິຍົມ ສໍາລັບຄົນຈີນທີ່ຊອກຫາວຽກເຮັດໃນເວລານັ້ນ. ມີຄົນທີ່ຢູ່ເຖິງເຮືອເຈັບປ່ວຍ ແລະບັນດາຜູ້ໂດຍສານກໍໄດ້ຖືກກັກຕົວເພື່ອກວດພະຍາດຢູ່ທີ່ນີ້, ໃນເກາະເຊແຊລສ໌. ພໍ່ຂອງ ທ້າວ ສ່າວ ໄດ້ອາໄສຢູ່ນັ້ັນເລີຍ, ຫາວຽກເຮັດງານທຳ, ແລະ ໄດ້ແຕ່ງງານກັບແມ່ຍິງຄົນທ້ອງຖິ່ນ.

ທ້າວ ພອລ ສ່າວ, ກ່າວເປັນພາສາອັງກິດວ່າ “ຄົນ​ຈີນ​ໄດ້​ຍ້າຍ​ໄປ​ທຸກ​ບ່ອນ​ທີ່ພວກ​ເຂົາ​ເຈົ້າ​ຄິດ​ວ່າ​ ມີ​ໂອ​ກາດ.”

ໃນປະຫວັດສາດຂອງເກາະນີ້, ເຊແຊລສ໌ ເຄີຍຕົກເປັນສ່ວນນຶ່ງຂອງປະເທດຝຣັ່ງ, ຫຼັງຈາກນັ້ນກໍເປັນສ່ວນນຶ່ງຂອງປະເທດອັງກິດ ກ່ອນທີ່ຈະໄດ້ຮັບເອກະລາດໃນປີ 1976. ປັດຈຸບັນ, ປະເທດເກາະເຊແຊລສ໌ ເປັນບ້ານຂອງປະຊາຊົນສ່ວນໃຫຍ່ທີ່ເປັນຊາວຄຣີໂອລ, ເຊິ່ງມີເຊື້ອສາຍຄົນຝຣັ່ງ ແລະອາຟຣິກາ. ລູກ​ຫລານ​ຂອງ​ຊາວ​ອົບ​ພະ​ຍົບຈີນ​ ທີ່ມີ​ປະ​ມານ 500 ຫາ 1,000 ຄົນຂອງປະຊາກອນ​ຢູ່​ທີ່​ນີ້. ບັນ​ພະ​ບູ​ລຸດ​ຂອງ​ພວກເຂົາ​ເຈົ້າ​ສ່ວນ​ໃຫຍ່​ໄດ້ອົບພະຍົບອອກຈາກຈີນ ​ເພື່ອໜີອອກຈາກ​ຄວາມ​ທຸກ​ຍາກ​.

ຫຼັງ​ຈາກ​ນັ້ນ, 10 ກວ່າປີທີ່ຜ່ານມາ, ປັກ​ກິ່ງ​ໄດ້​ເລີ່ມ​ຕົ້ນໃຫ້​ທຶນໂຄງ​ການ​ກໍ່​ສ້າງ​ຢູ່​ໃນປະເທດເກາະເຊ​ເຊ​ລ​ສ໌ ເຊິ່ງໄດ້​ນຳ​ເອົາຄື້ນຂອງແຮງງານ​ຈີນກຸ່ມໃໝ່ເຂົ້າມາ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເຊ​ເຊ​ລສ໌ ​ພັນ​ລະ​ນາ​ເຖິງ​ພວກເຂົາ​ເຈົ້າ​ວ່າ ເປັນ "ສັນ​ຍາ​ລັກ​ຂອງ​ມິດ​ຕະ​ພາບ​ແບບສອງຝ່າຍ."

ທ່ານ ຊິລເວສເຕຣ ຣາເດີກອນດ໌ (Sylvestre Radegonde), ລັດຖະມົນຕີການຕ່າງປະເທດ ແລະການທ່ອງທ່ຽວຂອງ ເຊແຊລສ໌ ກ່າວເປັນພາສາອັງກິດວ່າ "ແນ່ນອນ, ຕະຫຼອດໄລຍະ 4 ປີທີ່ຂ້າພະເຈົ້າເປັນລັດຖະມົນຕີການຕ່າງປະເທດ, ຂ້າພະເຈົ້າໄດ້ເຫັນວ່າ ການພົວພັນດັ່ງກ່າວນັ້ນ ໄດ້ຂະຫຍາຍຕົວແນວໃດ."

ທ້າວ ພອລ ສ່າວ, ກ່າວເປັນພາສາອັງກິດວ່າ “ຂ້ອຍບໍ່ຄິດວ່າລັດຖະບານ​ຈີນ​ຈະ​ເຮັດ​ຫຍັງ​ກັບເຊແຊລສ໌ ນອກ​ຈາກ​ຢາກ​ຫາທີ່ຕັ້ງ, ແລະມີຄວາມ​ສົນ​ໃຈ​ຢູ່​ທີ່​ນີ້, ເພື່ອ​ທີ່ພວກເຂົາຈະໄດ້ສັງເກດການເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ມະ​ຫາ​ສະ​ໝຸດ​ອິນ​ເດຍ. / ຈີນ​ຮັ່ງມີ​ຫຼາຍ​ໃນ​ປັດຈຸ​ບັນນີ້ ​ທຸກປະເທດ​ຍິນ​ດີ​ຕ້ອນຮັບ​ຊາວ​ຈີນ.”

ເນື່ອງຈາກການທ່ອງທ່ຽວແມ່ນເປັນນຶ່ງໃນອຸດສາຫະກຳຫຼັກຢູ່ທີ່ນີ້, ບັນດາຜູ້ນຳທ່ຽວ ເຊັ່ນນາງ ໂຣສເຊລີ ຈຶ່ງຫວັງວ່າ ຈະໄດ້ໃຊ້ບໍລິການຖ້ຽວບິນທີ່ບິນກົງມາຈາກຈີນ, ໂດຍຫວັງວ່າ ມັນຈະນຳເອົາບັນດາຄື້ນຝອງຂອງທຸລະກິດໃໝ່ໆ ມາສູ່ປະເທດເກາະເຊແຊລສ໌.

ອ່ານລາຍງານໃນພາສາອັງກິດ

The Seychelles archipelago off the east coast of Africa is a cultural melting pot. Longtime residents there include people with Chinese ancestry. But Beijing’s investments in the strategically located country have also attracted new arrivals from China looking to do business with the island nation. Kate Bartlett reports from the main island of Mahé.

Chinese flavors, sometimes with a touch of creole…

((Molly Roselie, Seychellois with Chinese Ancestry))

“Let's say chow mien, it's a Chinese dish – it’s chao mian. Mian means noodle, but we say chow min. So, it is cooked in the Creole cuisine.”

Chinese-Seychellois culture is not only reflected in the food here, it’s also a part of the background of people like Molly Roselie and other residents in Seychelles who have Chinese ancestry. Roselie speaks fluent Mandarin and introduces the local culture to the new wave of Chinese tourists and businesspeople here.

However, the new arrivals from China and the long-time residents here don’t share too much in common, says Paul Chow who is also of Chinese descent.

((Paul Chow, Seychellois with Chinese Ancestry))

"I speak only Creole. And they speak only Chinese, so there's no way I could mix with them."

In recent years, China has directed its attention to strategically placed Seychelles, whose location gives it easy access to Africa, the Middle East and South Asia. This island was not a point destination when Chow’s father arrived.

((Paul Chow, Seychellois with Chinese Ancestry))

“My father came to Seychelles in 1943, I think. But he came to Seychelles by accident.”

Originally from southern China, Chow’s father was heading to Madagascar, a popular place at the time for Chinese people seeking work. Someone on the boat got sick, and the passengers were quarantined here, in the Seychelles. Chow’s father stayed, found work, and married a local woman.

((Paul Chow, Seychellois with Chinese Ancestry))

“Chinese moved anywhere they think there's an opportunity.

In its history, Seychelles has been a part of France, then Britain before gaining independence in 1976. It is now home to a majority of people who are Creole, with French and African ancestry. Descendents of Chinese migrants make up some 500 to 1,000 of the population here. Most of their ancestors left China to escape poverty.

Then more than 10 years ago, Beijing started funding construction projects in Seychelles bringing in a new wave of Chinese workers. China’s ambassador to Seychelles describes them as “symbols of bilateral friendship.”

((Sylvestre Radegonde, Seychelles Foreign Affairs and Tourism Minister))

“Certainly, for the four years that I've been foreign minister, I've seen how that relationship has grown.”

((Paul Chow, Seychellois with Chinese Ancestry))

“I don't think the Chinese would do anything with Seychelles except want to locate, have an interest here, so that they can oversee what's happening in the Indian Ocean. / China is so rich now everybody welcomes the Chinese.”

With tourism being one of the main industries here, guides such as Roselie look forward to a newly launched direct charter flight from China, with the hope that it will bring new waves of business to Seychelles.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG