ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ພິ​ເສດ​ຄົນ​ໃໝ່​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ເລື້ອງ​ສິດ​ທິ​ມະ​ນຸດ​ຂອ​ງ​ເກົາ​ຫຼີ​ເໜືອ ແມ່ນ​ເໝາະ​ທີ່​ສຸດແລ້ວ ​ອີງ​ຕາມພວກ​ນັກ​ເຄື່ອນ​ໄຫວ


​ຊາວ​ເກົາ​ຫຼີ​ເໜືອ​ໄປ​ຢ້ຽມ​ແລະ​ສະ​ແດງ​ຄວາມ​ເຄົາ​ລົບ ຕໍ່​ຮູບ​ປັ້ນ​ຂອງມື້​ລາງ ​ບັນ​ດາ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ອິນ ຊຸງ ແລະ​ທ່ານ​ກິມ ຈົງ ອິນ ທີ່​ນະ​ຄອນ​ຫຼວງພຽງ​ຢາງ ເມື່ອ​ວັນ​ທີ 22 ມັງ​ກອນ 2023 ເນື່ອ​ງ​ໃນ​ໂອ​ກາດ​ ວັນ​ຂຶ້ນ​ປີ​ໃໝ່​ທາງ​ຈັນ​ທະ​ຄະ​ຕິ.
​ຊາວ​ເກົາ​ຫຼີ​ເໜືອ​ໄປ​ຢ້ຽມ​ແລະ​ສະ​ແດງ​ຄວາມ​ເຄົາ​ລົບ ຕໍ່​ຮູບ​ປັ້ນ​ຂອງມື້​ລາງ ​ບັນ​ດາ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ອິນ ຊຸງ ແລະ​ທ່ານ​ກິມ ຈົງ ອິນ ທີ່​ນະ​ຄອນ​ຫຼວງພຽງ​ຢາງ ເມື່ອ​ວັນ​ທີ 22 ມັງ​ກອນ 2023 ເນື່ອ​ງ​ໃນ​ໂອ​ກາດ​ ວັນ​ຂຶ້ນ​ປີ​ໃໝ່​ທາງ​ຈັນ​ທະ​ຄະ​ຕິ.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດ ສະ​ແດງ​ຄວາມ​ຍິນ​ດີ​ໃນ​ການ​ທີ່​ສະ​ຫະ​ລັດ​ໄດ້​ແຕ່ງ​ຕັ້ງ​ທູດ​ພິ​ເສດ ​ຮັບ​ຜິດ​ຊອບ​ໃນ​ເລື້ອງ​ສິດ​ທິ​ມະ​ນຸດ ​ຂອງ​ເກົາ​ຫຼີ​ເໜືອ ຊຶ່ງ​ເປັນ​ຕຳ​ແໜ່ງ​ທີ່​ວ່າງ​ມາ​ໄດ້ຫົກ​ປີ​ແລ້ວນັ້ນ.

ທຳ​ນຽບ​ຂາວ​ໃນ​ຕອນ​ແລງວັນ​ຈັນ​ວານນີ້ ໄດ້​ປະ​ກາດ​ວ່າ ຕົນ​ຈະ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ນາງ​ຈູ​ລີ ເທີນ​ເນີ (Julie Turner) ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຜູ້​ທີ່​ໄດ້​ເຮັດ​ວຽກ​ແນ​ໃສ່​ເລື້​ອງ​ສິດ​ທິ​ມະ​ນຸດ​ຂອງ​ເກົາ​ຫຼີ​ເໜືອ​ມາ​ເປັນ​ເວ​ລາ​ດົນ​ນານ.

ທ່ານ​ນາງ​ເທີນ​ເນີ ຊຶ່ງ​ຈະ​ຕ້ອງ​ໄດ້​ຮັບ​ການ​ຢືນ​ຢັນ ​ຈາກ​ສະ​ພາ​ສູງ ໃນ​ປັດ​ຈຸ​ບັນ​ນີ້ ເປັນ​ຜູ້​ອຳ​ນວຍ​ການ ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຂອງຫ້ອງ​ການປະ​ຊາ​ທິ​ປະ​ໄຕ ສິດ​ທິ​ມະ​ນຸ​ດ​ແລະ​ແຮງ​ງານ.

ທ່ານ​ນາງ​ເຮັດ​ວຽກ​ກ່ຽວ​ກັບ​ເລື້ອງນີ້​ມາ​ໄດ້ 16 ປີ​ແລ້ວ ຊຶ່ງ​ໃນ​ລະ​ຫວ່າງນັ້ນ​ແມ່ນ​ຜູ້​ຮັບ​ຜິດ​ຊອບ “ຕົ້ນ​ຕໍ​ທີ່​ແນ​ໃສ່​ຂໍ້​ລິ​ເລີ້ມ​ຕ່າງໆ ພົວ​ກັນ​ກັບ​ການ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ຢູ່​ໃນ​ເກົາ​ຫຼີ​ເໜືອ” ອີງ​ຕາມ​ຖະ​ແຫຼງ​ຂ່າວທີ່​ນຳ​ອອກ​ເຜີຍ​ແຜ່ຂອງ​ທຳ​ນຽບ​ຂາວ.

ພາຍ​ໃຕ້​ກົດ​ໝາຍ ທີ່​ມີ​ການ​ຮັບ​ຮອ​ງ​ເອົາ​ໂດຍ​ລັດ​ຖະ​ສະ​ພາ​ໃນ​ປີ 2004 ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ຕ້ອງ​ໄດ້​ແຕ່ງ​ຕັ້ງ​ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ເລື້ອງ​ສິດ​ທິ​ມະ​ນຸດ​ໃນ​ເກົາ​ຫຼີ​ເໜືອ. ແຕ່​ແນວ​ໃດ​ກໍ​ຕາມ ບໍ່​ມີ​ການ​ແຕ່ງ​ຕັ້ງ​ຜູ້​ເຂົ້າ​ຮັບ​ຕຳ​ແໜ່ງ​ດັ່ງ​ກ່າວ​ມາ​ແຕ່​ປີ 2017 ເວ​ລາ​ທູດ​ພິ​ເສດ ທີ່​ແຕ່ງ​ຕັ້ງ​ໂດຍ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ບາ​ຣັກ ໂອ​ບາ​ມາ ລາ​ອອກ.

ອະ​ດີ​ດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຜູ້​ຊຶ່ງ​ມີ​ບູ​ລິ​ມະ​ສິດ​ໃນ​ການ​ສ້າງ​ຄວາມ​ສຳ​ພັນ​ສ່ວນ​ໂຕ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ນັ້ນ ບໍ່​ໄດ້​ແຕ່ງ​ຕັ້​ງ​ທູດ​ພິ​ເສດ​ດ້ານ​ສິດ​ທິມ​ະ​ນຸດ​ຂອງ​ເກົາ​ຫຼີ​ເໜືອ​ເລີຍ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດ​ຂອງ​ທ່ານ​ທ​ຣຳ ທ່ານ​ເຣັກ ທິ​ລ​ເລີ​ສັນ ໃນ​ຈຸດ​ນຶ່ງ​ ໄດ້​ສະ​ເໜີ​ໃຫ້​ລຶບ​ລ້າງ​ຕຳ​ແໜ່ງ​ດັ່ງ​ກ່າວນີ້.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ເປັນ​ຫຍັງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຈຶ່ງ​ໃຊ້​ເວ​ລາ​ເຖິງ 2 ປີ ເພື່ອ​ແຕ່ງ​ຕັ້ງ​ຜູ້​ເຂົ້​າ​ຮັບ​ຕຳ​ແໜ່ງນີ້ ໂດຍ​ສະ​ເພາະ​ແລ້ວ ເມື່ອ​ທ່ານ​ໄບ​ເດັນ​ກ່າວ​ວ່າ ທ່ານ​ຈະ​ໃຫ້​ບູ​ລິ​ມະ​ສິດ​ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ. ແຕ່​ແນວ​ໃດ​ກໍ​ຕາມ ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ກ່າວ​ຍ້ອງ​ຍໍ​ໃນ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ໂດຍ​ເອີ້ນ​ທ່ານ​ນາງ​ເທີນ​ເນີ​ວ່າ ເປັນ​ບຸກ​ຄົນ​ທີ່​ເໝາະ​ສົມ​ຫຼາຍ.

ທ່ານ​ນາງ​ເທີນ​ເນີ ແມ່ນ​ “ດີ​ທີ່​ສຸດ​ແລ້ວ ໂດຍ​ມີ​ຄວາມ​ຮອບ​ຮູ້​ແລະ​ເຂົ້າ​ໃຈ​ດີ​ກ່ຽວ​ກັບສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດຂອ​ງ​ເກົາ​ຫຼີ​ເໜືອ” ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ລີ ຊິນ ວາ ທູດ​ພິ​ເສດຂອງ​ເກົາ​ຫຼີ​ໃຕ້ ຮັບ​ຜິດ​ຊອບ​ໃນ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG